ເລຂາຄະນະພັກຕາແສງ ກໍມະ ທາວອາຕົວ - ຜູ້ໄດ້ຮັບຄວາມເຊື້ອໝັ້ນຈາກປະຊາຊົນ

Vinh Phong
Chia sẻ
(VOVWORLD) -ບັນດາສະມາຊິກພັກ ເປັນຊາວເຜົ່າສ່ວນໜ້ອຍ ໄດ້ມີບົດບາດສຳຄັນໃນການໂຄສະນາ ຂົນຂວາຍປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພາະວ່າເຂົາເຈົ້າເອງແມ່ນຂົວເຊື່ອມຕໍ່ທີ່ໃກ້ສິດ ສະໜິດສະໜົມທີ່ສຸດ ເພື່ອກຳແໜ້ນຄວາມໃນໃຈ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນເຂດ.  ຢູ່ຕາແສງ ກໍມະ ເມືອງ ທ້ວນເຈົາ ແຂວງ ເຊີນລາ ມີສະມາຊິກພັກຄົນໜຶ່ງ ແມ່ນລູກຮັກຫຼານແພງຂອງເຂດພູສູງ ໄດ້ຮັບຄວາມເຊື່ອໝັ້ນ ແລະ ຮັກແພງຈາກພໍ່ແມ່ປະຊາຊົນ ແລະ ໄດ້ຮັບຖືວ່າ ແມ່ນຜູ້ທີ່ມີອິດທິພົນຊື່ສຽງ ຍ້ອນມີບັນດາວຽກງານທີ່ແທດຈິງ ມີຄວາມໝາຍ ເພື່ອຊ່ວຍປະຊາຊົນສ້າງການດຳລົງຊີວິດທີ່ດີກວ່າເກົ່າ
ເລຂາຄະນະພັກຕາແສງ ກໍມະ ທາວອາຕົວ - ຜູ້ໄດ້ຮັບຄວາມເຊື້ອໝັ້ນຈາກປະຊາຊົນ - ảnh 1ທ່ານ ທາວອາຕົວ (ຜູ້ຢືນຢູ່ທາງຂວາສຸດ) 

ໃນການລົງໄປບ້ານຕ່າງໆແຕ່ລະເທື່ອ ເພື່ອລະດົມກຳລັງໃຈ ແລະ ແນະນຳໃຫ້ປະຊາຊົນກ່ຽວກັບວິທີທຳມາຫາກິນ ພັດທະນາເສດຖະກິດ ແມ່ນສ່ວນໜຶ່ງທີ່ສຳຄັນໃນຕາຕະລາງປະຕິບັດງານ ຂອງທ່ານເລຂາຄະນະພັກຕາແສງ ກໍມະ    ທາວອາຕົວ. ຢູ່ຕາແສງ ກໍມະ ເມືອງ ທ້ວນເຈົາ ໃນຊຸມປີມໍ່ໆມານີ້ ເນື້ອທີ່ຕົ້ນໄມ້ກິນໝາກມີມູນຄ່າຄື ໝາກມ່ວງ, ໝາກໜອດ… ໄດ້ຄ່ອຍໆທົດແທນໃຫ້ຕົ້ນສາລີ, ມັນຕົ້ນທີ່ໃຫ້ປະສິດທິຜົນຕ່ຳ. ປະຊາຊົນຢູ່ຕາແສງ ກໍມະ ກໍ່ບໍ່ຖາງປ່າເຮັດໄຮ່ ຫຼື ທຳການປູກຝັງ ຕັ້ງຖິ່ນຖານແບບເລື່ອນລອຍອີກແລ້ວ. ປ່າ ຢ່າງທິໄມ ຊາວເຜົ່າມົ້ງຢູ່ບ້ານ ຝາຄວງ ແບ່ງປັນວ່າ:

       “ສອງສາມປີມໍ່ໆມານີ້ ໂດຍໄດ້ຮັບຟັງຄຳແນະນຳຈາກທ່ານ ຕົວ, ພໍ່ແມ່ພີ່ນ້ອງພວມຫັນປ່ຽນໂຄງປະກອບແນວປູກ,  ຄອບຄົວຂອງຂ້າພະເຈົ້າໄດ້ຫັນໄປສູ່ການປູກຕົ້ນໝາກມ່ວງ, ຕົ້ນໝາກໜອດ. ລາຍຮັບເມື່ອທຽບໃສ່ກ່ອນນີ້ກໍ່ດີກວ່າຫຼາຍແລ້ວ ຂ້າພະເຈົ້າຂໍຂອບໃຈນຳພັກ, ລັດ ແລະ ພະນັກງານຕາແສງທີ່ໄດ້ໃຫ້ຄວາມເອົາໃຈໃສ່”.

      ໃນຊຸມປີທຳອິດ ເມື່ອດຳລົງຕຳແໜ່ງປັນເລຂາຄະນະພັກຕາແສງ ກໍມະ, ທ່ານ ທາວອາຕົວ ເຫັນໄດ້ວ່າ ບັນດາໂຮງຮຽນຢູ່ທ້ອງຖິ່ນ ຖືກຂາດເຂີນທາງດ້ານພື້ນຖານວັດຖຸ. ເຖິງວ່າໄດ້ຮັບການລົງທຶນຈາກລັດກ່ຽວກັບການສ້າງຫ້ອງຮຽນ ແລະ ລົບລ້າງຫ້ອງຮຽນແບບຊົ່ວຄາວກໍ່ຕາມ ແຕ່ແຫຼ່ງເງິນໃຊ້ຈ່າຍ ເພື່ອກໍ່ສ້າງຫໍພັກໃຫ້ແກ່ພວກນ້ອງນັກຮຽນກໍ່ຂາດເຂີນທີ່ສຸດ. ທ່ານ ຕົວ ໄດ້ຮຽກຮ້ອງ ແລະ ສ້າງສາຍເຊື່ອມຕໍ່ກັບບັນດາຜູ້ໃຈບຸນໃຈກຸສົນຢູ່ທົ່ວທຸກແຫ່ງ ແລະ ຜົນມີຢູ່ວ່າ ໃນປີທີ່ຜ່ານມາ ສາມາດກໍ່ສ້າງຫໍພັກສອງແຫ່ງ ໃຫ້ແກ່ພວກນ້ອງນັກຮຽນໃນໂຮງຮຽນປະຖົມ ກໍມະ 1.  ເອື້ອຍຄູ ໂງທິຮ່ວຽນ ຫົວໜ້າຄະນະອຳນວຍການ ໂຮງຮຽນ ປະຖົມ ກໍມະ 1 ໃຫ້ຮູ້ວ່າ:

      “ທ່ານ ທາວອາຕົວ ມີຄວາມເອົາໃຈໃສ່ທີ່ສຸດ ເຖິງໂຮງຮຽນ ແລະ ໄດ້ປຸກລະດົມທຸກໆແຫຼ່ງກຳລັງ ເພື່ອປະກອບສ່ວນກໍ່ສ້າງຫໍພັກນ້ອຍ ປະກອບດ້ວຍສອງຫ້ອງນອນ ລວມເນື້ອທີ່ 110 ຕາແມັດ. ຍ້ອນຄວາມເອົາໃຈໃສ່ເຊັ່ນນີ້, ດັ່ງນັ້ນພວກນ້ອງນັກຮຽນໃນປັດຈຸບັນ ໄດ້ມີຫໍພັກສະອາດ ສວຍງາມ ເພື່ອຮັບໃຊ້ໃຫ້ແກ່ການສອນ ແລະ ການຮຽນ”.

         ດ້ວຍການຮຽກຮ້ອງບັນດາແຫຼ່ງທຶນ ຈາກການຫັນວຽກງານມາເປັນຂອງສັງຄົມ, ໃນສອງປີທີ່ຜ່ານມາ  ທ່ານ ທາວອາຕົວ ໄດ້ໃຫ້ກໍ່ສ້າງ ແລະ ຮັກສາການເຄື່ອນໄຫວຂອງຮ້ານຂາຍເຄື່ອງໜຶ່ງຮ້ານ ຢູ່ຕະຫຼາດໃຈກາງຕາແສງ ກໍມະ. ຮອດວັນພະຫັດ ປະຈຳອາທິດ, ມີພໍ່ແມ່ປະຊາຊົນຜູ້ທຸກຍາກຈາກບັນດາບ້ານຢູ່ຕາແສງ ກໍມະ ໄດ້ພາກັນມານີ້ເພື່ອຮັບເອົາບັນດາເຄື່ອງນຸ່ງຫົ່ມ ເກີບ ແລະ ເຄື່ອງຂອງທີ່ຈຳເປັນ. ສອງປີທີ່ຜ່ານມາ ມີຜູ້ທຸກຍາກຫຼາຍກວ່າ 10.000 ເທື່ອຄົນ ໄດ້ຮັບຂອງຂວັນດ້ວຍນ້ຳໃຈເມດຕາປານີຈາກຮ້ານຄ້າ ເຊິ່ງທ່ານເລຂາຄະນະພັກຕາແສງ ກໍມະ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນ. ທ່ານ  ທາວອາຕົວ ແບ່ງປັນວ່າ:

     “ຂ້າພະເຈົ້າໄດ້ສະເໜີກັບຄະນະພັກ ອຳນາດການປົກຄອງ ແລະ ໄດ້ໂຮມປະຊຸມ, ເປັນເອກະພາບກັນໃຫ້ເປີດຮ້ານຄ້າຂາຍເຄື່ອງໂດຍບໍ່ເກັບຄ່າ ແລະ ປຸກລະດົມການບໍລິຈາກເຄື່ອງຂອງຮັບໃຊ້ຊີວິດປະຈຳວັນ ຈາກບັນດາຄອບຄົວທີ່ມີເງື່ອນໄຂ ເພື່ອແຈກຢາຍໃຫ້ແກ່ພໍ່ແມ່ພີ່ນ້ອງຜູ້ທຸກຍາກ. ໃນເບື້ອງຕົ້ນເມື່ອຜັນຂະຫຍາຍຮ້ານຂາຍເຄື່ອງໂດຍບໍ່ເກັບຄ່ານີ້ ຂ້າພະເຈົ້າກໍ່ໄດ້ເອົາລົງທາງເຟດບຸກ ແລະ ໄດ້ຮຽກຮ້ອງໃຫ້ໝູ່ເພື່ອນ ຍາດຕິພີ່ນ້ອງ ຈົ່ງຮ່ວມແຮງຮ່ວມໃຈ ນຳສິນຄ້າຊ່ວຍເຫຼືອສະໜັບສະໜູນຮ້ານຂາຍເຄື່ອງ".

       ກໍມະ ແມ່ນຕາແສງເຂດພູສູງ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໃນເມືອງ ທ້ວນເຈົາ ແຂວງ ເຊີນລາ ດ້ວຍອັດຕາຄອບຄົວທຸກຍາກປະມານ 68%. ດ້ວຍບົດບາດເປັນເລຂາຄະນະພັກຕາແສງ, ທ່ານ ທາວອາຕົວ ພວມພະຍາມ ເພື່ອບ້ານເກີດເມືອງນອນຂອງຕົນ, ທ່ານໄດ້ສົມເປັນຜູ້ມີອິດທິພົນຊື່ສຽງ ແມ່ນເລຂາຄະນະພັກຕາແສງເປັນແບບຢ່າງ ໃນການສ້າງການດຳລົງຊີວິດໃຫ້ແກ່ປະຊາຊົນຢູ່ຕາແສງ ກໍມະ ໃຫ້ນັບມື້ນັບອີ່ມໜຳສຳລານ.

ຕອບກັບ