ເປີ່ລໍ່ຮື່ - ຜູ້ຊີ້ນຳ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຜົ່າລາຫູ ລົບລ້າງຄວາມທຸກຍາກ

Vinh Phong
Chia sẻ
(VOVWORLD) -      ອ້າຍເປີ່ລໍ່ຮື່ໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢູ່ເຂດຊາຍແດນເມືອງເມື່ອງແຕ່ ແຂວງລາຍເຈົາ. ເຖິງວ່າການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ດ້ວຍເຈດຈຳນົງບືນຕົວຂຶ້ນບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ລາວໄດ້ມານະພະຍາຍາມນຳໜ້າໃນການສ້າງເສດຖະກິດຂົນຂວາຍປະຊາຊົນ ປະລະບັນດາຮີດຄອງປະເພນີທີ່ຫຼ້າຫຼັງແລະຮ່ວມເດີນທາງພ້ອມກັບພໍ່ແມ່ພີ່ນ້ອງຊາວບ້ານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.
ເປີ່ລໍ່ຮື່ - ຜູ້ຊີ້ນຳ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຜົ່າລາຫູ ລົບລ້າງຄວາມທຸກຍາກ - ảnh 1ອ້າຍເປີ່ລໍ່ຮື່ ກັບຝູງງົວຂອງຕົນ

     ເພື່ອໄດ້ພົບກັບອ້າຍເປີ່ລໍ່ຮື່ພວກຂ້າພະເຈົ້າຕ້ອງຜ່ານໂນນພູຫຼາຍໜ່ວຍຈຶ່ງໄປຮອດຟາມເຊິ່ງແມ່ນບ່ອນທີ່ອ້າຍພວມເຝົ້າຍາມ.       ເມື່ອໄດ້ຍິນມີແຂກມາຢາມ, ອ້າຍເປີ່ລໍ່ຮື່ ຟ້າວຮຽກຝູງງົວ ຝູງຄວາຍຢູ່ໂນນພູກັບມາບໍລິເວນຢູ່ຂ້າງເນີນພູ. ຝູງງົວ ຝູງຄວາຍຂຶ້ນເຖິງນັບຮ້ອຍໂຕພວມຍ່າງຕາມອ້າຍມາຫາຄອກຢູ່ຟາມ. ອ້າຍເປີ່ລໍ່ຮື່ ແບ່ງປັນວ່າ: ເມື່ອກຳເນີດແລະເຕີບໃຫຍ່ຂຶ້ນຢູ່ບ້ານຈ່າເກ໊ ຕາແສງປາອູ່ ປີ 1991 ຄາວນັ້ນລາວມີອາຍຸ 10 ປີ, ການດຳລົງຊີວິດແບບເລື່ອນລອຍໄດ້ນຳຄອບຄົວຂອງອ້າຍຮື່ ຍ້າຍໄປເຂດ ຟາບູ ຫ່າງຈາກບ້ານເກີດກວ່າ 60 ກິໂລແມັດ. ອ້າຍເປີ່ລໍ່ຮື່ໃຫ້ຮູ້ວ່າ:

     "ປູ່ຍ່າພໍ່ແມ່ລ້ວນແຕ່ເສຍຊີວິດແລ້ວ, ອ້າຍນ້ອງໃນຄອບຄົວກໍ່ຢູ່ກະແຈກກະຈາຍກໍ່ບໍ່ສາມາດຊ່ວຍເຫຼືອກັນໄດ້ເທົ່າໃດ. ຄາວນັ້ນຂ້າພະເຈົ້າຍັງນ້ອຍຄອວບຄົວກໍ່ບໍ່ຢູ່ແຫ່ງດຽວຄົງທີ່ ດັ່ງນັ້ນຊີວິດການເປັນຢູ່ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ແຕ່ມາຮອດປັດຈຸບັນໄດ້ມີການປ່ຽນຫຼາຍແລ້ວ ເຮົາພະຍາຍາມທຳມາຫາກິນເພື່ອພັດທະນາເສດຖະກິດ, ປັດຈຸບັນ ລັດກໍ່ໄດ້ຊ່ວຍເຫຼືອປະຊາຊົນກໍ່ສ້າງເສັ້ນທາງໄປມາ ດັ່ງນັ້ນ ການທຳມາຫາກິນກໍ່ໄດ້ຮັບຜົນດີ”.

       ຕໍ່ໜ້າຄວາມຫຍຸ້ງຍາກທາງດ້ານເງື່ອນໄຂການຜະລິດ, ແຫຼ່ງທຶນຂອງຄອບຄົວກໍ່ຄືຂອງເຜົ່າຕົນ, ໃນບົດບາດເປັນສະມາຊິກພັກ, ເລຂາໜ່ວຍພັກທັງເປັນນາຍບ້ານບ້ານຈ່າເກ໊, ອ້າຍເປີ່ລໍ່ຮື່ໄດ້ຊອກຮູ້ຮຽນຮູ້ ເພື່ອພັດທະນາເສດຖະກິດຄອບຄົວແລະພັດທະນາເສດຖະກິດທ້ອງຖິ່ນ. ພາຍຫຼັງອອກແຮງງານດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນເວລາຫຼາຍປີມາຮອດປັດຈຸບັນໃນເກນອາຍຸ 42 ປີ, ຮື່ ໄດ້ມີທຶນຊັບສິນນັບຕື້ດົ່ງ.        ລະດູຜະລິດເຂົ້າປີກາຍນີ້ ຄອບຄົວຂອງອ້າຍກໍ່ໄດ້ເກັບກູ້ເຂົ້າເປືອກປະມານ 35 ໂຕນ, ນອກຈາກນັ້ນກໍ່ຍັງມີຝຸງງົວຝຸງຄວາຍລວມນັບຮ້ອຍໂຕມີຟາມລ້ຽງປາລ້ຽງໄກ່ ແບ້ ມີເນື້ອທີ່ປູກຝັງອີກດ້ວຍ. ອ້າຍເປີ່ລໍ່ຮື່ໃຫ້ຮູ້ວ່າ:

    “ເມື່ອເຂົ້າເປັນສະມາຊິກພັກ ເຮົາກໍ່ມີຄວາມຮູ້ຄວາມເຂົ້າໃຈຫຼາຍຂຶ້ນ. ໂດຍແມ່ນເລຂາໜ່ວຍພັກ, ທຳອິດຕ້ອງເປັນແບບຢ່າງໃຫ້ແກ່ປະຊາຊົນໃນການທຳມາຫາກິນ ສ້າງເສດຖະກິດຄອບຄົວຄືລ້ຽງສັດ ປູກຝັງ”.

     ບໍ່ພຽງແຕ່ມີຄວາມເປັນຫ່ວງໃຫ້ແກ່ຄອບຄົວອ້າຍນ້ອງຍາດຕິພີ່ນ້ອງເທົ່ານັ້ນ ໃນຫຼາຍປີມານີ້ ອ້າຍເປີ່ລໍ່ຮື່ ຍັງຊ່ວຍເຫຼືອນັບຮ້ອຍຄອບຄົວໃນບ້ານໃນຕາແສງ.ບໍ່ພຽງແຕ່ສ້າງວຽກເຮັດງານທຳໃຫ້ແກ່ແຮງງານ 35 ຄົນເທົ່ານັ້ນ ໃນແຕ່ລະປີບັນດາຄອບຄົວທີ່ທຸກຍາກກໍ່ໄດ້ຮັບການຊ່ວຍເຫຼືອເຂົ້າສານ, ໄດ້ຮັບການກູ້ຢືມທຶນ ແລະ ແນະນຳວິທີສ້າງເສດຖະກິດຈາກອ້າຍເປີ່ລໍ່ຮື່. ທ່ານຟ້າມຮົ່ງບິ່ງ ຮອງເລຂາຄະນະພັກຕາແສງປາອູ່ ເມືອງເມື່ອງແຕ່ ໃຫ້ຮູ້ວ່າ:

      “ສຳລັບບັນດາບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ ຊີວິດການເປັນຢູ່ຂອງປະຊາຊົນຍັງຖືກຈຳກັດ, ບັນດາແບບຢ່າງເຊັ່ນນີ້ ກໍ່ເປັນໜ້າເຄົາລົບນັບຖື”.

   ຕາແສງ ປ່າອູ ເຄີຍເປັນທີ່ຮູ້ຈັກກັນດີ ຍ້ອນວ່າແມ່ນເຂດທຸກຍາກຂອງແຂວງລາຍເຈົາ, ມີບາງໄລຍະ, ອັດຕາຄອບຄົວທຸກຍາກກວມ 95% ຈຳນວນພົນລະເມືອງຂອງຕາແສງ. ເຖິງຢ່າງໃດກໍຕາມ, ຍ້ອນບັນດາສະມາຊິກພັກ ນຳໜ້າເປີດຊ່ອງທາງຫຼຸດພົ້ນອອກຈາກຄວາມທຸກຍາກຄື ອ້າຍ ເປີ່ລໍ່ຮື່, ປະຈຸບັນ, ອັດຕາຄວາມທຸກຍາກ ແລະ ອຶດຫິວຢູ່ທ້ອງຖິ່ນໄດ້ຫຼຸດລົງເຫຼືອພຽງ 77%. ການກະທຳຂອງອ້າຍ ຮື່ເພື່ອປະຊາຊົນໄດ້ຮັບການຮັບຮູ້, ເມື່ອຄອບຄົວຂອງລາວແມ່ນໜຶ່ງໃນ 8 ຄອບຄົວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນໃນປີ 2023, ໄດ້ຮັບໃບຍ້ອງຍໍຈາກປະທານຄະນະກຳມະການປະຊາຊົນແຂວງລາຍເຈົາ.

ຕອບກັບ