ເຊີດຊູພູມປັນຍາຫວຽດນາມ ຜ່ານລາຍການທ່ອງທ່ຽວ ວັນໝຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ

Vinh Phong
Chia sẻ
(VOVWORLD) -ເລີ່ມແຕ່ທ້າຍເດືອນ ຕຸລາ, ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໜຽວ - ກວັກຕື໋ຢ໊າມ ຮ່າໂນ້ຍ ຈັດລາຍການທ່ອງທ່ຽວ ວັນໜຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ ດ້ວຍຊື່ທີ່ເອີ້ນວ່າ ສິ່ງທີ່ຍອດຍິ່ງຂອງການຮ່ຳຮຽນ. ລາຍການທ່ອງທ່ຽວຫາກໍ່ສ້າງຂຶ້ນ ແນໃສ່ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກສະເພາະຂອງການຮ່ຳຮຽນຂອງເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໜຽວ - ກວັກຕື໋ຢ໊າມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ
ເຊີດຊູພູມປັນຍາຫວຽດນາມ ຜ່ານລາຍການທ່ອງທ່ຽວ ວັນໝຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ - ảnh 1ວັນໜຽວ - ກວັກຕື໋ຢ໊າມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ
 
 

ລາຍການທ່ອງທ່ຽວຍາມຄ່ຳຄືນ ຢູ່ ວັນໜຽວ - ກວັກຕື໋ຢ໊າມ ເປີດປະຕູຕ້ອນຮັບແຂກ ນັບແຕ່ເວລາ 19 ໂມງ ຫາ 22 ໂມງ 30 ນາທີ ໃນທຸກວັນພຸດ ວັນເສົາ ແລະ ວັນທິດ ໃນແຕ່ລະອາທິດ. ນີ້ແມ່ນລາຍການທ່ອງທ່ຽວຍາມຄ່ຳຄືນລາຍການທີ່ສີ່ຂອງ ຮ່າໂນ້ຍ ຖືກຈັດຂຶ້ນໂດຍຖັດຈາກລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ຄຸກຮວ່າລໍ່, ພະລາດຊະວັງທັງລອງ ແລະ ຫໍພິພິທະພັນວັນນະຄະດີ ຫວຽດນາມ ແນໃສ່ສ້າງຄວາມໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ. ໃນຍາມຄ່ຳຄືນ ບັນດາກິດຈະກຳ ສະຖາປັດຕະຍະກຳ ແລະ ເຂດມໍລະດົກຢູ່ ວັນໜຽວ - ກວັກຕື໋ຢ໊າມ ກໍ່ລ້ວນແຕ່ມີຄວາມປະທັບໃຈ ແລະ ສວຍງາມຫຼາຍຂຶ້ນ ແຕ່ຍັງຄົງສາມາດຮັກສາຄວາມລະອຽດອ່ອນຢູ່ແຫ່ງທີ່ໄດ້ຮັບຖືກວ່າ ແມ່ນມະຫາວິທະຍາໄລແຫ່ງທຳອິດຢູ່ ຫວຽດນາມ.

    ກ້າວເຂົ້າຜ່ານປະຕູໂຂງກໍ່ແມ່ນເຂດທີ່ໜ້າປະທັບໃຈ ດ້ວຍລະບົບແສງ ສີ ສຽງ. ທັງໝົດຖືກນຳໃຊ້ດ້ວຍເຕັກໂນໂລຊີ ແສງ ສີ ແລະ ເຕັກໂນໂລຊີ 3D Mapping ໃນທ່າມກາງສຽງດົນຕີພື້ນເມືອງ ອັນໄດ້ເຮັດໃຫ້ທຸກສິ່ງທຸກຢ່າງມີຊີວິດຊີວາ ຊ່ວຍໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາບັນດາເລື່ອລາວ ຮູບພາບພິເສດ ກ່ຽວກັບວັດທະນະທຳ ແລະ ຄວາມກະຕັນຍູຂອງຊາວ ຫວຽດນາມ.

     “ຄວາມປະທັບໃຈຂອງຂ້າພະເຈົ້າ ແມ່ນເມື່ອກ້າວເຂົ້າຜ່ານປະຕູໂຂງ ຂ້າພະເຈົ້າໄດ້ເຫັນຮູບພາບເດັກຄົນໜຶ່ງພວມຄູ້ເຂົ່າຮຽນ ແລະ ໄດ້ເຫັນເດັກຄົນ ນັ້ນ ຮຽນນັບແຕ່ຄາວຍັງນ້ອຍຕະຫຼອດຮອດຄາວເຕີບໃຫຍ່”.

    “ເປັນຄັ້ງທຳອິດທີ່ຂ້າພະເຈົ້າມານີ້ໃນຍາມຄ່ຳຄຶນ ດ້ວຍເຕັກໂນໂລຊີກ່ຽວກັບຮູບພາບ ແລະ ລະບົບແສງສີ ກໍ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກແຕກຕ່າງ ແລະ ເປັນເອກະລັກທີ່ສຸດ”.

 ມາທ່ຽວຊົມ ວັນໜຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ ແຂກທ່ອງທ່ຽວຈະໄດ້ອ່ານປຶ້ມຜ່ານອຸປະກອບບັນຊາເຄື່ອນທີ່ 3D. ຫຼື ຢູ່ເຂດແຜ່ນສີລາຈາລຶກປະລິນຍາເອກ ດ້ວຍການໜູນຊ່ວຍຂອງເຕັກໂນໂລຊີທີ່ທັນສະໄໝ, ແຂກມາຢ້ຽມຊົມສາມາດຊອກຮູ້ບັນດາຂໍ້ມູນຂ່າວສານ ໂດຍພື້ນຖານກ່ຽວກັບປູຊະນີຍະສະຖານ ກໍ່ຄືບັນດາຂໍ້ມູນກ່ຽວກັບລະບົບແຜ່ນສີລາຈົດຈຳລາຍຊື່ບັນດາປະລິນຍາເອກຜ່ານໄລຍະຕ່າງໆ. ອ້າຍ ສະຕົວກຸກ ແຂກທ່ອງທ່ຽວມາຈາກ ອັງກິດ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າກໍ່ໄດ້ຮັບຟັງການເລົ່າເຖິງແຫ່ງນີ້ ແລະ  ເປັນໜ້າປະຫຼາດໃຈ ເມື່ອກ້າວເຂົ້າສູ່ ວັນໜຽວ - ກວັກຕື໋ຢ໊າມ ໃນຍາມຄ່ຳຄືນ. ພວກຂ້າພະເຈົ້າໄດ້ທົດລອງຂຽນຕົວໜັງສືດ້ວຍເຕັກໂນໂລຊີເໝືອນຈິງ ແລະ ໄດ້ຊອກຮູ້ກ່ຽວກັບປະຫຫວັດສາດຂອງ ວັນໜຽວ”.

ເຊີດຊູພູມປັນຍາຫວຽດນາມ ຜ່ານລາຍການທ່ອງທ່ຽວ ວັນໝຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ - ảnh 2ພາບປະກອບ

ຢູ່ເຂດ ຖາຍຮັອກ ເຊິ່ງແມ່ນສະຖານທີ່ສຸດທ້າຍໃນລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນໜຽວ - ກວັກຕື໋ຢ໊າມ ໄດ້ຮັບຖືວ່າແມ່ນບ່ອນສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ດ້ວຍລາຍການແຜ່ພາບ 3D Mapping.  ເດີ່ນ ຖາຍຮັອກ ໄດ້ກາຍເປັນໜ້າຈໍໃຫຍ່ ເພື່ອໃຫ້ແຂກມາຢ້ຽມຊົມໄດ້ຄົ້ນຫາບັນດາຄຸນຄ່າທີ່ຍອດຍິ່ງທີ່ສຸດໃນການຮ່ຳຮຽນຂອງຊາວ ຫວຽດນາມ ຜ່ານບັນດາເນື້ອໃນຖືກແຜ່ພາບກ່ຽວກັບການສອບເສັງ; ຄວາມໄຝ່ຝັນຢາກເສັງໄດ້ຄະແນນດີ, ການຮ່ຳຮຽນຂອງບັນດານັກຮຽນເມື່ອກ່ອນນີ້; ບັນດາກິດຈະກຳ ສະຖາປັດຕະຍະກຳຂອງປູຊະນີຍະສະຖານ. ອ້າຍ ໂດ໊ແທັງຈຸງ ຢູ່ ຫງອກຮ່າ ເມືອງ ບາດິ່ງ ຮ່າໂນ້ຍ ຖືວ່າ:

 “ນີ້ແມ່ນເຕັກໂນໂລຊີທີ່ເປັນໜ້າຈັບໃຈທີ່ສຸດ  ແລະ ມີຄວາມບຸກທະລຸຊ່ວຍເພີ່ມລັກສະນະຄົ້ນຫາ. ນີ້ແມ່ນບ່ອນເຊີດຊູສິ່ງທີ່ຍອດຍິ່ງຂອງການຮ່ຳຮຽນ. ສົມທົບກັບການຄົ້ນຫາໃໝ່ຄືແນວໃດ ຂ້າພະເຈົ້າຄິດວ່າແຂກທ່ອງທ່ຽວທຸກໆຄົນກໍ່ລ້ວນແຕ່ມີຄວາມຫວັງຢາກສືບຕໍ່ໄດ້ຄົ້ນຫາຢູ່ແຫ່ງນີ້”.

ສິ່ງທີ່ແຕກຕ່າງຂອງລາຍການທ່ອງທ່ຽວ ວັນໜຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ ແມ່ນຢູ່ບ່ອນນຳໃຊ້ເຕັກໂນໂລຊີ ແທ່ນທີ່ການນຳໃຊ້ເວທີສະແດງຕ່າງໆ. ເຖິງຢ່າງໃດກໍ່ຕາມການເຄື່ອນໄຫວນີ້ ໄດ້ສ້າງຄວາມຮູ້ສຶກຢ່າງແທ້ຈິງໃຫ້ແກ່ແຂກທ່ອງທ່ຽວແຕ່ລະຄົນເມື່ອມາແຫ່ງນີ້. ທ່ານ ເລຊວັນກ່ຽວ ຫົວໜ້າສູນເຄື່ອນໄຫວວັດທະນະທຳວິທະຍາສາດ  ວັນໝຽວ ໃຫ້ຮູ້ວ່າ:

 “ດ້ວຍເຕັກໂນໂລຊີ Mapping ພວກຂ້າພະເຈົ້າໄດ້ແນະນຳເລື່ອງລາວ ກ່ຽວກັບສິ່ງທີ່ຍອດຍິ່ງຂອງການຮ່ຳຮຽນ ຫວຽດນາມ, ບັນດາຄຸນຄ່າທາງດ້ານຈິດໃຈມັກຮຽນ, ມູນເຊື້ອເຄົາລົບນັບຖືຄູບາອາຈານ ແລະ ຖືເປັນສຳຄັນຜູ້ທີ່ມີຄວາມເກັ່ງກ້າສາມາດ”.

ເຊີດຊູພູມປັນຍາຫວຽດນາມ ຜ່ານລາຍການທ່ອງທ່ຽວ ວັນໝຽວ - ກວັກຕື໋ຢ໊າມ ຍາມຄ່ຳຄືນ - ảnh 3ຮູບພາບວັນມ໋ຽວ ຍາມຄ່ຳຄືນ
        ໃນການເດີນທາງໄປທ່ອງທ່ຽວຄົ້ນຫາ ວັນໜຽວ - ກວັກຕື໋ຢ໊າມຍາມຄ່ຳຄືນ, ແຂກທ່ອງທ່ຽວຍັງສາມາດສຳຜັດກັບບັນດາຜະລິດຕະພັນເຕັກໂນໂລຊີແວ່ນຕາເໝືອນຈິງ ແລະ ຮັບຊົມລາຍການສະແດງສິລະປະພື້ນເມືອງ. ບັນດາຜະລິດຕະພັນສິລະປະກຳໄດ້ຮັບການຕິດຕັ້ງເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສານຂອງລາຍການ, ນັ້ນແມ່ນເຊີດຊູພູມປັນຍາຫວຽດນາມ. ນີ້ກໍ່ແມ່ນປັດໄຈທີ່ປະກອບສ່ວນດຶງດູດນັກທ່ອງທ່ຽວມາຢ້ຽມຊົມຄົ້ນຫາປູຊະນີຍະສະຖານໃນຍາມຄ່ຳຄືນ ແລະ ເຮັດໃຫ້ບັນດາຜະລິດຕະພັນທ່ອງທ່ຽວຮ່າໂນ້ຍເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ

ຕອບກັບ