ເຈິ່ນວັນເກິ໋ນ - ຈິດຕະກອນທີ່ມີຊື່ສຽງ ຂອງພື້ນຖານວິຈິດຕະກຳທັນສະໄໝ ຫວຽດນາມ.

Ngoc Anh
Chia sẻ
(VOVWORLD) -ຈິດຕະກອນ ເຈິ່ນວັນເກິ໋ນ“1910 – 1994” ແມ່ນໜຶ່ງໃນບັນດາຈິດຕະກອນທີ່ມີຊື່ສຽງທີ່ສຸດຢູ່ ຫວຽດນາມ. ຄາວຍັງມີຊີວິດຢູ່, ເຈິ່ນວັນເກິ໋ນ ໄດ້ຮັບການເຊີດຊູແມ່ນໜຶ່ງໃນຈຳນວນຈິດຕະກອນ 4 ຄົນ ຂອງພື້ນຖານວິຈິດຕະກຳທັນສະໄໝ ຫວຽດນາມ ລວມມີ ເຈິ່ນວັນຈີ໊, ໂຕຫງອກເວິນ, ຫງວຽນເຕືອງເລິນ ແລະ ເຈິ່ນວັນເກິ໋ນ
ເຈິ່ນວັນເກິ໋ນ - ຈິດຕະກອນທີ່ມີຊື່ສຽງ ຂອງພື້ນຖານວິຈິດຕະກຳທັນສະໄໝ ຫວຽດນາມ. - ảnh 1ພາບແຕ້ມ “ນ້ອງຖຸ໋ຍ” ຂອງຈິດຕະກອນ ເຈິ່ນວັນເກິ໋ນ

      ຈິດຕະກອນ ເຈິ່ນວັນເກິ໋ນເກີດວັນທີ 13 ສິງຫາ ປີ 1910 ຢູ່ເມືອງ ກ໊ຽນອານ ນະຄອນຫ໋າຍຟ່ອງ, ນັບແຕ່ຄາວຍັງນ້ອຍທ່ານໄດ້ຊໍ່ສະແດງໃຫ້ເຫັນພອນສະຫວັນໃນຂົງເຂດຈິດຕະກຳ. ປີ 1931 ຈິດຕະກອນ ເຈິ່ນວັນເກິ໋ນ ເສັງໄດ້ຄະແນນເຂົ້າໂຮງຮຽນວິທະຍາໄລວິຈິດຕະກຳອິນດູຈີນ. ນັກຄົ້ນຄວ້າວິຈິດສິນ ຫງວຽນຫ໋າຍອ໊ຽນ ຖືວ່າ:

 “ຈິດຕະກອນ ເຈິ່ນວັນເກິ໋ນ ແມ່ນຜູ້ທີ່ມີຊື່ສຽງໃນຈຳນວນຈິດຕະກອນ 4 ຄົນຂອງພື້ນຖານວິຈິດຕະກຳ ຫວຽດນາມ. ທ່ານແມ່ນໜຶ່ງໃນບັນດາຈິດຕະກອນທີ່ມີຄວາມຜູກພັນຫຼາຍກວ່າໝູ່ກັບສະມາຄົມວິຈິດຕະກຳ ຫວຽດນາມ ນັບແຕ່ໄລຍະໃກ້ຍຸກປັດຈຸບັນ. ຮູບແຕ້ມສ່ວນຫຼາຍທີ່ວາງສະແດງຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ ກໍ່ລ້ວນແຕ່ຂອງຈິດຕະກອນ ເຈິ່ນວັນເກິ໋ນ ຄັດເລືອກເຊິ່ງຂຶ້ນເຖິງເກືອບ 200 ແຜ່ນ”.

 ໃນຕະຫຼອດໄລຍະການເຄື່ອນໄຫວ ໃນຂົງເຂດສິລະປະກຳ, ຈິດຕະກອນ ເຈິ່ນວັນເກິ໋ນ ຍາມໃດກໍ່ນຳຜະລິດຕະພັນຈິດຕະກຳຫຼາຍຢ່າງມາສູ່ພື້ນຖານຈິດຕະກຳ ຫວຽດນາມ ເຊິ່ງພົ້ນເດັ່ນຄື ຮູບແຕ້ມກອງຫຼອນຍິງເຂດທະເລ; ຮູບແຕ້ມກຳມະກອນບໍ່ແຮ່; ຍຸວະນາລີນຸ່ງເສື້ອຂາວ; ສະຜົມ; ລົງນາ… ພິເສດພາບຄັດມັນ “ນ້ອງຖຸ໋ຍ” ໂດຍຈິດຕະກອນ ເຈິ່ນວັນເກິ໋ນ ປະພັນເມືອປີ 1943 ຢູ່ ຮ່າໂນ້ຍ ເຊິ່ງໄດ້ຮັບການຮັບຮອງແມ່ນຂອງປະເສີດແຫ່ງຊາດເມື່ອປີ 2013. ຈິດຕະກອນ ເລືອງຊວນດວ່ານ ປະທານສະມາຄົມວິຈິດສິນ ຫວຽດນາມ ຖືວ່າ:

 “ສຳລັບຮູບແຕ້ມ “ນ້ອງຖຸ໋ຍ” ເບິ່ງຄືວ່າຈິດວິນຍານຂອງແມ່ຍິງ ຫວຽດນາມ ໄດ້ຖືກພັນລະນາ. ຄວາມງາມນີ້ໄປຕາມການເວລາ ຖືກຮັກສາໄວ້ເໝືອນເດີມຈົນຮອດວັນນີ້. ຈິດຕະກອນ ເຈິ່ນວັນເກິ໋ນ ຜູ້ທີ່ມີຄວາມເກັ່ງກ້າສາມາດ ແມ່ນກຳລັງໜູນໃຫ້ແກ່ລຸ້ນຄົນພວກຂ້າພະເຈົ້າ”.

ເມື່ອໄດ້ຮັບຊົມຮູບແຕ້ມ “ນ້ອງຖຸ໋ຍ” ຂອງຈິດຕະກອນ ເຈິ່ນວັນເກິ໋ນ, ນັກດົນຕີຊາວ ອັງກິດ ໂປນແຊັດເຕີ ມີຄວາມຕື້ນຕັນໃຈທີ່ສຸດ ແລະ ໄດ້ປະພັນບົດດົນຕີ “ລາຍຖຸ໋ຍ”ທີ່ສະຫງວນສິເພາະໃຫ້ແກ່ຮູບແຕ້ມແຜ່ນນີ້         ໃນຄາວຍັງມີຊີວິດຢູ່ນັ້ນ, ຈິດຕະກອນ ເຈິ່ນວັນເກິ໋ນ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການແຕ້ມຮູບ ລະດົມກຳລັງໃຈປຸກລຸກຈິດໃຈຮັກຊາດຂອງປະຊາຊົນ ເຊິ່ງພົ້ນເດັ່ນຂຶ້ນແມ່ນຮູບແຕ້ມ “ກູ້ຊາວນາ”; “ລົບລ້າງຄວາມອຶດຫິວ”; “ແຜນທີ່ຫວຽດນາມ ບໍ່ອາດແບ່ງແຍກ”… ຈິດຕະກອນ ເຈິ່ນວັນເກິ໋ນ ມີຄວາມສາມາດແຕ້ມໃສ່ວັດຖຸຫຼາຍຢ່າງຄືຜ້າໄໝ, ພາບຄັດມັນ, ພາບນ້ຳມັນ ຕະຫຼອດຮອດການແກະຄວັດສະຫຼັກໄມ້ດ້ວຍຫຼາຍຫົວຂໍ້ແຕກຕ່າງກັນ. ປອ. ຫວຽນແອັງມິງ ຜູ້ອຳນວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໃຫ້ຮູ້ວ່າ:

“ປັດຈຸບັນຫໍພິພິທະພັນວິຈິດສິນ ຫວຽດນາມ ພວມເກັບຮັກສາຜະລິດຕະພັນຈິດຕະກຳເກືອບ 200 ຢ່າງຂອງຈິດຕະກອນ ເຈິ່ນວັນເກິ໋ນ. ພວກຂ້າພະເຈົ້າກໍ່ໄດ້ມີປຶ້ມເຫຼັ້ມໜຶ່ງເວົ້າເຖິງຊີວິດພາລະກິດປະພັນຂອງທ່ານ ໃນນັ້ນມີຮູບແຕ້ມຫຼາຍແຜ່ນເປັນຄັ້ງທຳອິດຖືກປະກາດ. ປຶ້ມເຫຼັ້ມນີ້ລວມມີຮູບແຕ້ມ 105 ແຜ່ນ ໃນນັ້ນມີຫຼາຍແຜ່ນໄດ້ສ້າງຂີດໝາຍໃນຊີວິດການເຄື່ອນໄຫວສິລະປະກຳຂອງຈິດຕະກອນ ກໍ່ຄືການປະກອບສ່ວນຂອງທ່ານເຂົ້າໃນພື້ນຖານວິຈິດຕະກຳ ຫວຽດນາມ”.

  ພ້ອມກັບການສິດສອນ, ຈິດຕະກອນ ເຈິ່ນວັນເກິ໋ນ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ສະມາຄົມວິຈິດສິນ ຫວຽດນາມ ອາຍຸການທີໜຶ່ງ (1958 – 1983) ປະທານສະມາຄົມນັກປະຕິມາກອນ ຫວຽດນາມ ອາຍຸການທີສອງ (1983 - 1989) ສສຊ ຊຸດທີສອງ. ດ້ວຍບັນດາການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພື້ນຖານຈິດຕະກຳ ຫວຽດນາມ, ຈິດຕະກອນ ເຈິ່ນວັນເກິ໋ນ ໄດ້ຮັບຫຼາຍລາງວັນອັນປະເສີດແລະ ຖືກຕັ້ງຊື່ໃສ່ຖະໜົນສາຍໜຶ່ງໃສ່ເຂດຕົວເມືອງ ໝີດິ່ງ ຢຸ່ເຂດນາມຕື່ລຽມ ຮ່າໂນ້ຍ.

ຕອບກັບ