ຮ່າງອາເຊີ໋ - ຊາວກະສິກອນດີເດັ່ນຢູ່ແຂວງເຊິນລາ

Vinh Phong
Chia sẻ
(VOVWORLD) -ດ້ວຍຈິດໃຈກ້າຄິດກ້າທຳ ຕັດສິນໃຈບືນຕົວຂຶ້ນສ້າງຄວາມຮັ່ງມີ, ລຸງຮ່າງອາເຊີ໋ຊາວເຜົ່າມົ້ງຢູ່ຄຸ້ມປ່າແຄນໜຶ່ງທີ່ເມືອງໝົກເຈົາແຂວງເຊິນລາໄດ້ສ້າງຮູບແບບປູກຕົ້ນໄມ້ກິນໝາກຢ່າງສຳເລັດຜົນ. ລາຍໄດ້ໃນແຕ່ລະປີບັນລຸນັບຕື້ດົ່ງ  ຈາກຮູບແບບນີ້ຄອບຄົວຂອງລຸງບໍ່ພຽງແຕ່ຫຼຸດພນອອກຈາກຄວາມທຸກຍາກເທົ່ານັ້ນຫາກຍັງບືນຕົວຂຶ້ນສ້າງຄວາມຮັ່ງມີແລະຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນ ໃນການອອກແຮງງານທຳການຜະລິດ
ຮ່າງອາເຊີ໋ - ຊາວກະສິກອນດີເດັ່ນຢູ່ແຂວງເຊິນລາ - ảnh 1ລຸງຮ່າງອາເຊີ໋
  ປີນີ້ອາຍຸເກືອບ 70 ປີແລ້ວແຕ່ລຸງຮ່າງອາເຊີ໋ຍັງແຂງແຮງຢູ່ ລຸງໄດ້ກຳເນີດຂຶ້ນໃນຄອບຄົວທຳການຜະລິດກະສິກຳເປັນຕົ້ນຕໍ ມີອ້າຍເອື້ອຍນ້ອງນຳກັນ 11 ຄົນທັງຄອບຄົວພຽງແຕ່ອາໄສຕໍ່ການເຮັດໄຮ່ໄຖນາ ລາຍຮັບກໍ່ບໍ່ເປັນປົກກະຕິ ດັ່ງນັ້ນການດຳລົງຊີວິດຂອງຄອບຄົວກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.   ດ້ວຍຄວາມມານະພະຍາຍາມເປັນເວລາຫຼາຍປີ ແຕ່ຄວາມອຶດຫິວທຸກຍາກກໍ່ຍັງຄຸກຄາມຄອບຄົວຢູ່. ໂດຍບໍ່ຍອມຕໍ່ຄວາມອຶດຫິວທຸກຍາກ, ປີ 1990 ລຸງໄດ້ກ້າຫານປູກຕົ້ນໝາກໝັ້ນ. ຫຼາຍປີທີ່ໄດ້ລົງທຶນເຂົ້າໃນການປູກຝັງແບບກະເສດສຸມ ແລະ ໄດ້ຮຽນຮູ້ຢູ່ຫຼາຍແຫ່ງ. ຕົ້ນໝາກໝັ້ນຂອງຄອບຄົວລຸງນັບມື້ນັບເຕີບໂຕດີແລະນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ. ມາເຖິງປີ 2019 ລຸງສືບຕໍ່ປູກຕົ້ນໝາກກ້ຽງແລະໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນສວນຕົ້ນໝາກໝັ້ນຂອງຕົນ. ມາຮອດປັດຈຸບັນຄອບຄົວຂອງລຸງກໍ່ໄດ້ມີເນື້ອທີ່ຕົ້ນໄມ້ກິນໝາກຄືໝາກໝັ້ນ ໝາກກ້ຽງຫຼາຍກວ່າ 4 ເຮັກຕາ. ລຸງ ຮ່າງອາເຊີ໋ ເປີດເຜີຍວ່າ:

       “ປີ 1990 ລັດໄດ້ໜູນຊ່ວຍຕົ້ນໝາກໝັ້ນເພື່ອໃຫ້ພໍ່ແມ່ພີ່ນ້ອງພັດທະນາການດຳລົງຊີວິດແລະຂ້າພະເຈົ້າກໍ່ໄດ້ປູກນັບແຕ່ນັ້ນເປັນຕົ້ນມາ. ຈາກນັ້ນຂ້າພະເຈົ້າກໍ່ສາມາດລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໄດ້. ສວນໝາກກ້ຽງຂອງຂ້າພະເຈົ້າໃນປັດຈຸບັນໄດ້ໃຫ້ລາຍໄດ້ 600ລ້ານດົ່ງຕໍ່ປີ. ທັງໝາກໝັ້ນກໍ່ໃຫ້ລາຍໄດ້ 1,5 ຕື້ດົ່ງຕໍ່ປີ”.

      ນັບແຕ່ປີ 2019 ມາຮອດປັດຈຸບັນ, ຄອບຄົວຂອງລຸງຮ່າງອາເຊີ໋ໄດ້ຫັນທິດໄປສູ່ການຜະລິດກະສິກຳຕາມທິດອົງຄະທາດແລະນຳໃຊ້ລະບົບຫົດນ້ຳແບບອັດຕະໂນມັດໃຫ້ແກ່ສວນຕົ້ນໄມ້ກິນໝາກ ຈາກນັ້ນກໍ່ໄດ້ໃຫ້ສາມັດຕະພາບແລະຄຸນນະພາບສູງ. ນາງຫງວຽນທິຊວ໊ຽນ ແມ່ຄ້າຢູ່ຮ່າໂນ້ຍແບ່ງປັນວ່າ:

     “ຄຸນນະພາບໝາກກ້ຽງຢູ່ທີ່ນີ້ກໍ່ເປັນປົກກະຕິ ກິນຫວານທີ່ສຸດ ລູກຄ້າຢູ່ເຂດທົ່ງ ພຽງນິຍົມບໍລິໂພກທີ່ສຸດ. ສະເພາະສວນໝາກກ້ຽງຂອງລຸງ ເຊີ໋ ແມ່ນໃຫ້ໝາກຫວານທີ່ສຸດ ນັບແຕ່ປີລຸງເຊີ໋ປູກໝາກກ້ຽງມາຮອດປັດຈຸບັນ ຂ້າພະເຈົ້າກໍ່ໄດ້ມາຊື້ຢ່າງສະເໝີ.”

      ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ ລຸງເຊີ໋ຍັງຕັ້ງໜ້າໃຫ້ຄຳປຶກສາ ແນະນຳການຖ່າຍທອດເຕັກນິກ ເປີດກວ້າງຮູບແບບປູກຕົ້ນໄມ້ກິນໝາກໃຫ້ແກ່ບັນດາຄອບຄົວສະມາຊິກສະມາຄົມຊາວກະສິກອນໃນບໍລິເວນ ແລະຢູ່ຫຼາຍທ້ອງຖິ່ນອື່ນ ແຕ່ລະປີຄອບຄົວຂອງລຸງກໍ່ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ແຮງງານແຕ່ 15 ຫາ 20 ຄົນຢູ່ເຂດຊົນນະບົດດ້ວຍລາຍຮັບແຕ່ 6 ຫາ 7 ລ້ານດົ່ງຕໍ່ຄົນຕໍ່ເດືອນ. ທ່ານ ຈ໊າງອ໊າຈື໊ ຢູ່ເທດສະບານນົງເຈື່ອງເມືອງໝົກເຈົາເປີດເຜີຍວ່າ:

      “ເມື່ອກ່ອນນີ້ຂ້າພະເຈົ້າເຮັດໄຮ່ເປັນຕົ້ນຕໍ ວຽກງານນີ້ກໍ່ບໍ່ເປັນປົກກະຕິ ລາຍຮັບກໍ່ບໍ່ສູງ. ປັດຈຸບັນຂ້າພະເຈົ້າກໍ່ໄດ້ມາເຮັດສວນພ້ອມກັບລຸງເຊີ໋ ດັ່ງນັ້ນລາຍຮັບກໍ່ເປັນປົກກະຕິພໍສົມຄວນ”.

        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ລຸງຮ່າງອາເຊີ໋ໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນແຂວງເຊີນລາແລະເມືອງໝົເຈົາຫຼາຍໃບ. ປີກາຍນີ້ລຸງມີກຽດໄດ້ຮັບເລືອກແມ່ນໜຶ່ງໃນຈຳນວນຊາວກະສິກອນຫວຽດນາມທີ່ດີເດັ່ນ 100 ຄົນ. ທ່ານເລື່ອງເຖກວິ່ງ ປະທານສະມາຄົມຊາວກະສິກອນເມືອງໝົກເຈົາໃຫ້ຮູ້ວ່າ:

       “ໃນຫຼາຍປີມໍ່ໆມານີ້, ສະມາຄົມຊາວກະສິກອນໄດ້ເປີດຊຸດອົບຮົມທາງດ້ານເຕັກນິກແນະນຳເພື່ອໃຫ້ລຸງພັດທະນາຮູບແບບນີ້ແລະພາຍຫຼັງທີ່ໄດ້ໜູນຊ່ວຍພັດທະນາແລ້ວຮູບແບບຂອງລຸງເຊີ໋ໄດ້ບັນລຸປະສິດທິຜົນຢ່າງແທ້ຈິງອັນໄດ້ຊ່ວຍຄອບຄົວມີລາຍຮັບສູງ”.

       ດ້ວຍຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນສ້າງຄວາມຮັ່ງມີລຸງຮ່າງອາເຊີ໋ໄດ້ຫັນຄວາມຄາດຫວັງສ້າງຄວາມຮັ່ງມີອັນຊອບທຳຢູ່ດິນແດນແຫ່ງບ້ານເກີດເມືອງນອນໃຫ້ປະກົດຜົນເປັນຈິງ. ຈາກນັ້ນປະກອບສ່ວນເປີດກວ້າງຂະບວນການຊາວກະສິກອນແຂ່ງຂັນທຳການຜະລິດດຳເນີນທຸລະກິດເກັ່ງແລະຮ່ວມແຮງຮ່ວມໃຈສ້າງສາບ້ານເມືອງໃຫ້ອີ່ມໝຳສຳລານແລະສົມບູນພູນສຸກ.

ຕອບກັບ