ທ່ານຮີ່ງແທງຮຸ່ງ ເລີ່ມລ້ຽງເຫງັນກ່ອນນີ້ 8 ປີ |
ໂດຍກຳເນີດຂຶ້ນໃນຄອບຄົວຜະລິດກະສິກຳເປັນຕົ້ນຕໍ ແລະ ມີຄວາມຜູກພັນກັບເນື້ອທີ່ໄຮ່ນາ ຮົ້ວສວນ ແຕ່ທ່ານພັດມີຄວາມເມົາມົວກັບອາຊີບລ້ຽງສັດ. ພາຍຫຼັງສ້າງຄອບຄົວ, ທ່ານໄດ້ສຸມແຫຼ່ງເງິນລົງທຶນໃຫ້ການລ້ຽງປາໄຫຼ, ປາປູຊາຍ ແລະ ໝູປ່າ. ແຕ່ຍ້ອນລາຄາເໜັງຕີງ, ລາຍຮັບບໍ່ເປັນປົກກະຕິ ແລະ ຕ້ອງສູນເສຍເຫື່ອແຮງ ດັ່ງນັ້ນທ່ານໄດ້ຕົກລົງຫັນໄປສູ່ການລ້ຽງສັດ. ປີ 2016 ພາຍຫຼັງທີ່ໄດ້ຊອກຮູ້ ແລະ ເຫັນວ່າໂຕເຫງັນ ລ້ຽງງ່າຍ ແລະ ຄວາມຕ້ອງການໃນຕະຫຼາດກໍ່ສູງ ດັ່ງນັ້ນທ່ານໄດ້ຊື້ເຫງັນ 10 ຄູ່ມາລ້ຽງທົດລອງ.
ແຕ່ຍ້ອນຍັງບໍ່ທັນກຳແໜ້ນເຕັກນິກການລ້ຽງສັດ, ເຫງັນລຸ້ນທຳອິດຂອງທ່ານບໍ່ປະສົບຜົນສຳເລັດ. ໂດຍບໍ່ທໍ້ຖອຍໃຈ, ທ່ານ ຮຸ່ງ ໄດ້ຊອກຮູ້ຫຼາຍກວ່າ ເພື່ອລົງທຶນຄືນໃໝ່ ໃນເມື່ອຊຸມປີຕໍ່ໄປທ່ານໄດ້ປະສົບຜົນສຳເລັດຢ່າງຕໍ່ເນື່ອງ. ທ່ານ ຮວິ່ງແທັງຮຸ່ງ ແບ່ງປັນວ່າ:
“ ລ້ຽງເຫງັນ ກໍເປັນການງ່າຍດອກ. ທີໜຶ່ງ ເຮົາລ້ຽງເພື່ອຂາຍເປັນຜະລິດຕະພັນ ກໍເປັນບັນຫາງ່າຍທີ່ສຸດ; ແຕ່ບັນຫາຍາກ ແມ່ນໃຫ້ເຫງັນປະສົມພັນ. ເຮົາຕ້ອງກຳແໜ້ນຈຸດເວລາເຫງັນປະສົມພັນ, ຈາກນັ້ນ ພວກມັນຈະຊ່ວຍເພີ່ມຈຳນວນເຫງັນໃນຝູງ ແລະ ນຳມາເຊິ່ງລາຍໄດ້ ແລະ ຜົນກຳໄລສູງກ່ວາ ”
ຄ້າຍລ້ຽງເຫງັນຂອງຄອບຄົວທ່ານ ຮວິ່ງແທັງຮຸ່ງ ພວມມີເຫງັນແຜ່ລູກປະມານ 100 ໂຕ ແລະ ເຫງັນພັນ, ເຫງັນຊີ້ນນັບຮ້ອຍໂຕພວມກະກຽມຂາຍອອກສູ່ຕະຫຼາດ. ແຕ່ລະປີທ່ານກໍ່ຂາຍອອກສູ່ຕະຫຼາດໄດ້ນັບຮ້ອຍໂຕ. ປັດຈຸບັນລາຄາເຫງັນແມ່ພັນແມ່ນແຕ່ 7 ຫາ 12ລ້ານດົ່ງຕໍ່ໂຕ, ສຳລັບເຫງັນພໍ່ພັນແມ່ນທໍ່ກັບ 30% ຂອງເຫັງນແມ່ພັນ. ລາຄາເຫງັນເປັນຜະລິດຕະພັນກໍ່ເປັນປົກກະຕິແຕ່ 1,2 ຫາ 1,5 ລ້ານດົ່ງຕໍ່ໜຶ່ງກິໂລກາມ. ທ່ານ ຮຸ່ງ ໃຫ້ຮູ້ອີກວ່າ:
“ ຖ້າຫາກເຫງັນຕິດພະຍາດ, ເຮົາຕ້ອງຕິດຕໍ່ພົວພັນກັບສັດຕະວະແພດ. ເຫງັນກໍເຄີຍຕິດພະຍາດ 2 ຢ່າງ, ທີ ໜຶ່ງແມ່ນພະຍາດຖອກທ້ອງ, ທີສອງແມ່ນພະຍາດຕີນໂພງຄືດັ່ງຮັ່ງເຜີ້ງ, ເມື່ອປິ່ນປົວນັ້ນ, ອັດຕາຜົນໄດ້ ແລະ ຜົນເສຍກໍແມ່ນ 50/50 ”
ຢູ່ທ້ອງຖິ່ນມີຫຼາຍຄອບຄົວເຫັນວ່າ ຄອບຄົວທ່ານ ຮຸ່ງ ລ້້ຽງເຫງັນປະສົບຜົນສຳເລັດ ດັ່ງນັ້ນກໍ່ໄດ້ມາຮຽນຮູ້ບົດຮຽນ ແລະ ຊື້ເຫັງນພັນມາລ້ຽງ. ອຳນາດການປົກຄອງທ້ອງຖິ່ນກໍ່ຕີລາຄາສູງປະສິດທິຜົນຈາກຮູບແບບລ້ຽງເຫງັນ ດັ່ງນັ້ນເມື່ອປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ກໍ່ສົມທົບກັບຄ້າຍລ້ຽງເຫງັນຂອງທ່ານ ເພື່ອສະໜອງແນວພັນໃຫ້ແກ່ປະຊາຊົນ, ສ່ວນທ່ານ ຮຸ່ງ ກໍ່ມີຄວາມຮັບຜິດຊອບສົ່ງເສີມດ້ານເຕັກນິກໃຫ້ແກ່ຜູ້ລ້ຽງ. ທ່າ ໂຮ່ກວັກຈ້າງ ປະທານສະມາຄົມຊາວກະສິກອນຕາແສງ ເຕິນແທັ່ງ ໃຫ້ຮູ້ວ່າ:
“ ອ້າຍຮຸ່ງໄດ້ກ້າຫານຮ່ວມກັບບັນດາຫົວໜ່ວຍໃນບໍລິເວນນະຄອນ ກາເມົາ ຄືຕາແສງ ເຕີນແທ່ງ ເພື່ອໜູນຊ່ວຍຮູບແບບພັດທະນາການຫາເງິນລ້ຽງຊີບໃນຄອບຄົວທຸກຍາກ. ຈາກນັ້ນ ກໍແບ່ງປັນດ້ານເຕັກນິກ ກໍຄືບົດຮຽນໃນການຜະລິດຂອງອ້າຍຮຸ່ງໃຫ້ແກ່ບາງຄອບຄົວໃນບໍລິເວນ ກໍຄືບາງຫົວໜ່ວຍຂອງນະຄອນ ກາເມົາ. ຜ່ານນັ້ນ ກໍສ້າງເງື່ອນໄຂເພື່ອໃຫ້ບັນດາຄອບຄົວທຸກຍາກບືນຕົວຂຶ້ນ ພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ”
ຈາກການກ້າຄິດ ກ້າທຳ ກ້າບືນຕົວຂຶ້ນຈາກປະລາໄຊ, ໃນຫຼາຍປີທີ່ຜ່ານມາຮູບແບບລ້ຽງເຫງັນຍາມໃດກໍ່ຊ່ວຍຄອບຄົວທ່ານ ຮຸ່ງ ມີຜົນກຳໄລ ສາມາດສ້າງຄວາມຮັ່ງມີແບບຍືນຍົງຢູ່ທ້ອງຖິ່ນ. ຜົນສຳເລັດບໍ່ສະເພາະໃຫ້ແກ່ຕົນເອງເທົ່ານັ້ນ, ທ່ານ ຮຸ່ງ ຍັງສ້າງຊ່ອງຢູທູບ ເພື່ອແບ່ງປັນປະສົບການລ້ຽງເຫງັນແກ່ຜູ້ມີຄວາມສົນໃຈ.