ສາດສະດາຈານ ສິລະປິນປະຊາຊົນ ເຈີ່ນບາງ - ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ ພື້ນຖານສິລະປະຫວຽດນາມ

Le Phuong
Chia sẻ
(VOVWORLD) -ໃນປະຫວັດສາດແຫ່ງການກໍ່ສ້າງ ແລະ ພັດທະນາສິລະປະການສະແດງບົນເວທີປະຕິວັດຫວຽດນາມ, ສາດສະດາຈານ ສິລະປິນປະຊາຊົນ ເຈີ່ນບາງ ໄດ້ຮັບການຮັບຮູ້ວ່າແມ່ນຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ລະຄອນແຈວ. ທ່ານເປັນນັກສິລະປິນ ທີ່ຫາຍາກຊຶ່ງໄດ້ປະສົບຜົນສໍາເລັດໃນສາມ ບົດບາດ: ຜູ້ຮຽບຮຽງ, ຜູ້ກຳກັບການສະແດງ ແລະເປັນນັກວິຈານທິດສະດີ. ດ້ວຍຄວາມເກັ່ງກ້າສາມາດຂອງຕົນ, ທ່ານໄດ້ນຳເອົາສິລະປະລະຄອນແຈ່ວພື້ນເມືອງຂຶ້ນສູ່ເວທີສະແດງອາຊີບ. ບັນດານັກສິລະປິນຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາເພື່ອນຮ່ວມອາຊີບ, ຜູ້ນິຍົມລະຄອນແຈວ ໄດ້ເອີ້ນທ່ານວ່າ “ຕົ້ນໂພຂອງລະຄອນແຈວ ເຈີ່ນບາງ”. ຍ້ອນອາຍຸສູງແລະເປັນພະຍາດຮຸ່ນແຮງ, ທ່ານໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 19 ກໍລະກົດປີ 2023, ລວມອາຍຸ 97 ປີ. ເລື່ອງທ່ານລວງລັບໄປ ກໍເປັນການສູນເສຍອັນໃຫຍ່ຫຼວງຂອງພື້ນຖານສິລະປະຫວຽດນາມ..
ສາດສະດາຈານ ສິລະປິນປະຊາຊົນ ເຈີ່ນບາງ - ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ ພື້ນຖານສິລະປະຫວຽດນາມ - ảnh 1ສາດສະດາຈານ ສິລະປິນປະຊາຊົນ ເຈີ່ນບາງ

     ໂດຍເປັນນັກປັນຍາຊົນ ແຕ່ສາດສະດາຈານ ສິລະປິນປະຊາຊົນ ເຈິ່ນບ່າງ ໄດ້ຕິດພັນກັບສິລະປະລະຄອນແຈ່ວຄືດັ່ງຊາຕາກຳ. ບົດລະຄອນແຈວທຳອິດຂອງທ່ານມີຊື່ວ່າ ເອື້ອຍຈຳ ຖຶກແຕ່ງຂຶ້ນເມື່ອປີ 1953 ຢູ່ ເຕິນຈ່າວ ແຂວງ ຕວຽນກວາງ ຂະນະທີ່ທ່ານພວມປະຕິບັດງານໃນກອງລະຄອນຮັບໃຊ້ໄລຍະຕໍ່ຕ້ານ. ຄ່ຳຄືນວັນທີ 1 ບຸນເຕັດ ປີ 1953 ບົດລະຄອນແຈ່ວ “ເອື້ອຍຈຳ” ໄດ້ຖືກນຳສະເໜີຕໍ່ຜູ້ຊົມເປັນຄ່ຳຄືນທຳອິດ ແລະ ກໍ່ແມ່ນລາຍການສະແດງຮັບໃຊ້ປະທານ ໂຮ່ຈີມິນ. ນີ້ແມ່ນໜຶ່ງໃນບັນດາຄວາມເອກອ້າງທະນົງໃຈຂອງສິລະປິນ ເຈິ່ນບ່າງ ໃນພາລະກິດສິລະປະຂອງຕົນ                       

           ສາດສະດາຈານ ສິລະປິນປະຊາຊົນ ເຈິ່ນບ່າງ ມີໄລຍະຕິດພັນກັບອາຊີບ ເປັນຜູ້ກຳກັບການສະແດງລະຄອນແຈ່ວ ເປັນເວລາກວ່າ 50 ປີ. ທ່ານກໍ່ແມ່ນຜູ້ທີ່ມີການປະກອບສ່ວນຢ່າງ ໃຫຍ່ຫຼວງເຂົ້າໃນການເກັບກຳອະນຸລັກຮັກສາບັນດາບົດລະຄອນແຈ່ວບູຮານ, ລະຄອນແຈ່ວປັບປຸງໃໝ່, ແຕ່ງບັນດາບົດລະຄອນແຈ່ວໃໝ່ ກໍ່ຄືຮຽບຮຽງປຶ້ມຄົ້ນຄວ້າທາງດ້ານສິລະປະຂັບແຈ່ວ. ຄວາມເມົາມົວ ແລະ  ຄວາມກະຕືລືລົ້ນຕໍ່ລະຄອນແຈ່ວ ຂອງສິລະປິນ ເຈິ່ນບ່າງ ໄດ້ຖືກສະແດງອອກຜ່ານບົດລະຄອນແຈ່ວ “ເຈົ້າແມ່ກວນອີມທິກິ໊ງ” ໂດຍທ່ານໄດ້ແຕ່ງຂຶ້ນເມື່ອປີ 1957. ນີ້ແມ່ນໜຶ່ງໃນບັນດາບົດລະຄອນສະແດງບົນເວທີອັນໂດດເດັ່ນຂອງ ຫວຽດນາມ.                            

      ຖັດຈາກບົດລະຄອນແຈ່ວດັ່ງກ່າວ, ເຈິ່ນບ່າງ ໄດ້ໃຫ້ກຳເນີດ ບົດລະຄອນແຈ່ວນັບ 10 ບົດທີ່ໄດ້ກໍ່ສຽງກັງວານໄປທົ່ວຄືບົດລະຄອນແຈ່ວ “ຕຸກນ້ຳວິເສດ”, “ໂຕ໊ຫຽນແທັ່ງ”... ຍ້ອນຄວາມເກັ່ງກ້າສາມາດ ແລະ ຄວາມກະຕືລືລົ້ນຂອງ ເຈິ່ນບ່າງ, ສິລະປະລະຄອນແຈ່ວ ໄດ້ພັດທະນາຢ່າງແຂງແຮງ. ຜູ້ກຳກັບການສະແດງ ເຈິ່ນລຶກ  ເຊິ່ງແມ່ນລູກຊາຍຂອງສາດສະດາຈານ ສິລະປິນປະຊາຊົນ ເຈິ່ນບ່າງ  ໃຫ້ຮູ້ວ່າ:

     “ພໍ່ຂອງຂ້າພະເຈົ້າແມ່ນຜູ້ສຸດຈິດສຸດໃຈຕໍ່ສິລະປະລະຄອນແຈ່ວ, ເພິ່ນໄດ້ມີບັນດາບົດລະຄອນທີ່ໂດດເດັ່ນ ຍົກຕົວຢ່າງຄື ບົດລະຄອນແຈ່ວ “ເຈົ້າແມ່ກວນອີມທິກິ໊ງ”, “ສຸຍເວິນທຳທ່າໂງ່ຈ້າ” ມາຮອດປັດຈຸບັນໄດ້ຖືກສະແດງນັບເປັນພັນໆຄ່ຳຄືນແລ້ວ. ສອງບົດລະຄອນແຈ່ວນີ້ອາດຈະເວົ້າວ່າ ແມ່ນໄດ້ມາດຕະຖານທາງດ້ານສິລະປະຂັບແຈ່ວ ຫວຽດນາມ ໃນວັນນີ້ ແລະ ອະນາຄົດ”

       ສິລະປິນປະຊາຊົນ ເລຕ໊ຽນເຖາະ ອະດີດຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທຽວ, ອະດີດປະທານສາມະຄົມສິລະປິນສະແດງບົນເວທີ ຫວຽດນາມ ຖືວ່າ ບັນດາການປະດິດຄິດສ້າງຂອງທ່ານ ເຈິ່ນບ່າງ ໄດ້ນຳເວທີສະແດງພື້ນເມືອງຂອງ ຫວຽດນາມ ກາຍເປັນເວທີສະແດງອາຊີບທີ່ມີການຈັດຕັ້ງ. ສິລະປິນປະຊາຊົນ ເລຕ໊ຽນເຖາະ ໃຫ້ຮູ້ວ່າ:

      “ສິລະປິນປະຊາຊົນ ເຈິ່ນບ່າງ ໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງ ຕໍ່ຂະແໜງສະແດງບົນເວທີ ເປັນຕົ້ນແມ່ນສິລະປະສະແດງລະຄອນແຈ່ວ. ຈາກເວທີສະແດງຢູ່ຕາມເດິ່ນສາລາທີ່ບໍ່ເປັນອາຊີບ, ທ່ານໄດ້ຮຽບຮຽງບັນດາເລື່ອງລາວພື້ນເມືອງ  ເພື່ອນຳຂຶ້ນສະແດງບົນເວທີທີ່ທັນວະໄໝ, ທ່ານແມ່ນຜູ້ຈັດຕັ້ງທີ່ມີປະສິດທິຜົນ ຍົກເວທີສະແດງພື້ນເມືອງກາຍເປັນເວທີສະແດງທີ່ມີການຈັດຕັ້ງແບບອາຊີບ”.

    ດ້ວຍຄວາມເມົາມົວສຸມຈິດສຸມໃຈຕໍ່ສິລະປະລະຄອນແຈ່ວ, ສິລະປິນປະຊາຊົນ ເຈິ່ນບ່າງ ຍາມໃດກໍ່ມີຄວາມເປັນຫ່ວງຕໍ່ສິລະປະລະຄອນແຈ່ວ, ທ່ານໄດ້ສຸມກຳລັງເຫື່ອແຮງ ສະຕິປັນຍາໃນຕະຫຼອດຊີວິດຂອງຕົນ ເພື່ອຄົ້ນຄວ້າຊອກຫາ ແລະ ປະດິດຄິດແຕ່ງບົດລະຄອນແຈ່ວ. ຜູ້ແຕ່ງບົດລະຄອນ ຈູເທີມ ແບ່ງປັນວ່າ:

      “ສິລະປິນປະຊາຊົນ ເຈິ່ນບ່າງ ແມ່ນຜູ້ທີ່ສຸດຈິດສຸດໃຈຕໍ່ອາຊີບການສະແດງລະຄອນແຈ່ວ, ທ່ານແມ່ນໜຶ່ງໃນບັນດາຜູ້ດີເລີດ ໃນຂະແໜງສະແດງລະຄອນແຈ່ວ, ແມ່ນອາຈານ, ຜູ້ກຳກັບການສະແດງ, ຜູ້ຈັດຕັ້ງທີ່ດີເດັ່ນ”.

      ດ້ວຍການປະກອບສ່ວນຂອງຕົນ, ສາດສະດາຈານ, ສິລະປິນປະຊາຊົນ ເຈີ່ນບາງ ມີຄວາມເປັນກຽດໄດ້ຮັບລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີສິລະປະຈາກລັດ. ເຖິງວ່າ ທ່ານໄດ້ເຖິງແກ່ມໍລະນະກຳແລ້ວກໍຕາມ, ແຕ່ການອຸທິດສ່ວນຂອງທ່ານໃຫ້ແກ່ພື້ນຖານສິລະປະຂອງປະເທດຊາດຍັງຄົງຕົວຕະຫຼອດໄປ.

ຕອບກັບ