ສາດສະດາຈານ ປອ ຫວໍຕ່ອງຊວັນ - ນັກວິທະຍາສາດດີເດັ່ນ ຂອງຂະແໜງກະສິກຳ ຫວຽດນາມ

Le Phuong
Chia sẻ
(VOVWORLD) -ສາດສະດາຈານ ຫວໍຕ່ອງຊວັນ ມີຊື່ສຽງເປັນຜູ້ຄົ້ນຄ້ວາຜະລິດຫຼາຍແນວພັນເຂົ້າທີ່ແຊບຂອງອູ່ເຂົ້າຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມແລະ ກໍ່ແມ່ນໜຶ່ງໃນບັນດານັກວິທະຍາສາດແຖວໜ້າໃນຂະແໜງກະສິກຳ ຫວຽດນາມ. ໃນຊີວິດ ແລະ ພາລະກິດຂອງຕົນທ່ານໄດ້ສະຫງວນເວລາສຸມຈິດສຸມໃຈກັບກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຍາມໃດກໍ່ມີຄວາມເປັນຫວ່ງເປັນໃຍຕໍ່ກະສິກຳຂອງເຂດ ແລະ ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງ. ວັນທີ 19 ສິງຫາ ທ່ານໄດ້ເຖິງແກ່ມໍລະນະກຳ ລວມອາຍຸ 84 ປີ. ເລື່ອງທ່ານລ່ວງລັບໄປ ພື້ນຖານກະສິກຳ ຫວຽດນາມ ໄດ້ສູນເສຍນັກວິທະຍາສາດທີ່ດີເດັ່ນຄົນໜຶ່ງ
ສາດສະດາຈານ ປອ ຫວໍຕ່ອງຊວັນ - ນັກວິທະຍາສາດດີເດັ່ນ ຂອງຂະແໜງກະສິກຳ ຫວຽດນາມ - ảnh 1ສາດສະດາຈານ ປອ  ຫວໍຕ່ອງຊັວນ (ເບື້ອງຂວາ)

    ສາດສະດາຈານ ປອ ນັກວິລະຊົນແຮງງານ ຄູປະຊາຊົນ ຫວໍຕ່ອງຊັວນ ແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນການໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນກະສິກຳ, ທ່ານໄດ້ມີການຄົ້ນຄວ້າປະດິດຄິດສ້າງຫຼາຍກິດຈະກຳທີ່ມີຄຸນຄ່າ. ທ່ານໄດ້ຂະຫຍາຍບັນດາແນວປູກໃໝ່, ດັດສ້າງຂັ້ນຕອນປູກຝັງ ແລະ ຍົກສູງຄວາມສາມາດຄຸ້ມຄອງຊັບພະຍາກອນກະສິກຳ. ທ່ານພ້ອມກັບເພື່ອນຮ່ວມງານໄດ້ພະຍາຍາມຄົ້ນຄວ້າຜະລິດອອກແນວພັນເຂົ້າຕ່າງໆຄື ER36, ER33, ER64… ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງທະນາຄານແນວພັນເຂົ້າທີ່ມີຊື່ສຽງ ແລະ ມີຄຸນນະພາບໃຫ້ໂລກ. ທ່ານ ເຈິ່ນຖາຍງຽມ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:

     “ໃນໄລຍະທຳອິດຂອງກິດຈະການປ່ຽນແປງໃໝ່ ກໍເຫັນວ່າໜຶ່ງໃນບັນດາຜູ້ນຳໜ້າພ້ອມກັບບັນດານັກວິທະຍາສາດຢູ່ສະຖານບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປະກອບສ່ວນພັດທະນາຂະແໜງປູກເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງດ້ວຍລະບົບການປູກຝັງຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານ”.

    ດ້ວຍຄວາມເປັນຫວ່ງເປັນໃຍກັບກະສິກຳຢູ່ບ້ານເກີດເມືອງນອນ, ສາດສະດາຈານ ຫວໍຕ່ອງຊວັນ ໄດ້ໄປທົ່ວທຸກທົ່ງໄຮ່ທົ່ງນາ ແລະ ເຂດຕ່າງໆ ເພື່ອພົບກັບຊາວນາຫຼາຍຄົນ ພ້ອມທັງຮັບຟັງຄວາມໃນໃຈ ແລະ ຄວາມຫວັງຢາກຂະຫຍາຍຕົ້ນເຂົ້າ. ທ່ານພ້ອມກັບເພື່ອນຮ່ວມງານ ໄດ້ມີຫຼາຍກິດຈະກຳຄົ້ນຄວ້າໃຫ້ຄຳປຶກສາ ເພື່ອສົມທົບຫຼາຍຮູບແບບຜະລິດ ແທດເໝາະກັບຈຸພິເສດສະເພາະຂອງແຕ່ລະແຂວງ ແຕ່ລະເຂດ ເພື່ອຊ່ວຍຊາວກະສິກອນສ້າງຄວາມຮັ່ງມີຈາກຕົ້ນເຂົ້າ. ໃນຄາວຍັງມີຊີວິດຢູ່, ນັກວິທະຍາສາດ ຫວໍຕ່ອງຊວັນ ເປີດເຜີຍວ່າ:

      “ຂ້າພະເຈົ້າມີຄວາມຫວັງຢາກເຮັດແນວໃດ ເພື່ອນຳສຸດຄວາມສາມາດຂອງຕົນ ເພື່ອຊ່ວຍພໍ່ແມ່ພີ່ນ້ອງຊາວກະສິກອນສ້າງຄວາມຮັ່ງມີຫຼາຍຂຶ້ນ. ປັດຈຸບັນເຖິງວ່າໄດ້ບັນລຸບັນດາຜົນງານກ່ຽວກັບຕົ້ນເຂົ້າ ແລະ ລາຄາກໍ່ຕາມ ແຕ່ຂ້າພະເຈົ້າຍັງມີຄວາມເປັນຫ່ວງ ແມ່ນເຮັດແນວໃດເພື່ອໃຫ້ຊາວກະສິກອນໄດ້ຊົມໃຊ້ໝາກຜົນນີ້ຢ່າງເຕັມສ່ວນ”.

    ດ້ວຍຄວາມຜູກພັນກັບຂະແໜງກະສິກຳເປັນເວລາກວ່າ 60 ປີ, ສາດສະດາຈານຫວໍຕ່ອງຊັວນ ໄດ້ສ້າງຂີດໝາຍຫຼາຍຢ່າງຢູ່ບັນດາແຂວງ, ນະຄອນ ເຊິ່ງແມ່ນອູ່ເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານ ຮວິ່ງກວາງດຶກ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ເບ໊ນແຈ ໃຫ້ຮູ້ວ່າ:

        “ບໍ່ສະເພາະແຂວງ ເບ໊ນແຈ ເທົ່ານັ້ນ, ນັບທັງເຂດພາກຕາເວັນຕົົກກໍ່ເຫັນວ່າ ສາດສະດາຈານ ຫວໍຕ່ອງຊວັນ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຂະແໜງກະສິກຳ. ທາງດ້ານວິຊາສະເພາະ ວິຊາການໍ່ເຫັນວ່າ ທ່ານ ຊັວນ ມີຄຳຄິດເຫັນຫຼາຍຂໍ້ທີ່ດີ, ມີທັດສະນະກ່ຽວກັບຕະຫຼາດ ກ່ຽວກັບການຜະລິດີ່ແທດເໝາະກັບບະໂຍບາຍຂອງພັກ”.

       ສ່ວນຢູ່ແຂວງ ຕ່ຽນຢາງ ຂີດໝາຍຂອງສາດສະດາຈານ ຫວໍຕ່ອງຊວັນ ແມ່ນພັນເຂົ້າທີີ່ມີຄຸນນະພາບສູງ. ທ່ານ ປອ ຟ້າມວັນງີ ອະດີດພະນັກງານພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຕ່ຽນຢາງ ໃຫ້ຮູ້ວ່າ:

    “ສາດສະດາຈານ ຫວໍຕ່ອງຊວັນ ສຸມຈິດສຸມໃຈກັບວຽກງານຄົ້ນຄວ້າ ແລະ ຖ່າຍທອດສິດສອນ. ຢູ່ແຂວງ ຕ່ຽນຢາງ ສາດສະດາຈານໄດ້ມາຜັນຂະຫຍາຍຂະບວນການຜະລິດແນວພັນເຂົ້າ, ປາບສັດຕູພືດຢູ່ຫຼາຍແຫ່ງ. ສາດສະດາຈານມີຄວາມໃກ້ຊິດສະໜິດສະໜົມກັບຊາວກະສິດກອນ, ໄປຮອດໃສ ທ່ານກໍ່ຖ່າຍທອດບົດຮຽນປະສົບການຊ່ວຍເຫຼືອຊາວກະສິກອນ ທະວີຄູນແນວພັນມາດຕະການທີ່ດີ ເພື່ອເພີ່ມສະມັດຕະພາບ”.

      ບໍ່ພຽງແຕ່ມີຊື່ສຽງຢູ່ພາຍໃນປະເທດເທົ່ານັ້ນ, ບັນດາກິດຈະກຳຄົ້ນຄວ້າຂອງທ່ານຍັງນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ພື້ນຖານກະສິກກຳ ບັນດາປະເທດທີ່ທຸກຍາກຢູ່ ອາຟຣິກາ ຂະນະທີ່ນຳແນວພັນເຂົ້າ ຫວຽດນາມ ຫຼື ຈັດສົ່ງນັກວິທະຍາສາດ ຫວຽດນາມໄປຊ່ວຍເຫຼືອບັນດາປະເທດ ອາຟຣິກາ.

       ດ້ວຍບັນດາການປະກອບສ່ວນໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ ແລະ ໂລກນັ້ນ, ທ່ານໄດ້ຮັບຫຼາຍລາງວັນຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ບັນດາກິດຈະກຳຄົ້ນຄວ້າຜົນງານທາງດ້ານວິທະຍາສາດຂອງທ່ານຈະແມ່ນມໍລະດົກອັນລ້ຳຄ່າ ເປັນພື້ນຖານທີ່ສຳຄັນສຳລັບນັກຮຽນນັກຄົ້ນຄວ້າລຸ້ນຕ່າງໆໃນພາຍພາກໜ້າ.

ຕອບກັບ