ນາງ ຮວ່າງທິຮຶງ |
ນາງຮຶງເປີດເຜີຍວ່າ:
“ປັດຈຸບັນຊັບສົມບັດຍັງບໍ່ທັນໄດ້ກຳນົດລາຄາຈົນສຸດໄດ້ ແຕ່ສຳລັບເຮືອນຢູ່ສີ່ແຍກ, ຝູງງົວພ້ອມກັບແຖວເຮືອນຢູ່ແລະຟາມງົວກໍ່ຄາດວ່າບັນລຸ 10 ຕື້ກວ່າດົ່ງ. ພາຍຫຼັງສ້າງອາຊີບມາເປັນເວລາ 20 ປີ ພວກຂ້າພະເຈົ້າພວມສູ້ຊົນໃຫ້ມີທຶນເຖິງ 20 ຕື້ດົ່ງ”.
ປີ 2004 ສອງຜົວເມຍນາງ ຮວ່າງທິຮຶງໄດ້ອອກຈາກບ້ານເກີດຢູ່ແຂວງແທັງ
ຮວ໊າຍົກຍ້າຍໄປນະຄອນໂຮຈີມິນເພື່ອສ້າງອາຊີບ. ປີ 2005 ເຂົາເຈົ້າໄດ້ລົງໄປຕາແສງ ເລມິງຊັວນເມືອງບິ່ງແຈັ໊ງເພື່ອເຊົ່າທີ່ດິນເພື່ອລ້ຽງງົວຫາເງິນລ້ຽງຊີບ. ຄອບຄົວນາງຮຶງກໍ່ໄດ້ເລ່ຍລາຍໄດ້ຫຼາຍກວ່າ 100 ລ້ານດົ່ງເຊິ່ງໄດ້ມາຈາກການຂາຍທີ່ດິນຢູ່ບ້ານແລະສາມາດຊື້ງົວໄດ້ 16 ໂຕ. ພາຍຫຼັງອອກແຮງງານດ້ວຍຄວາມລຳບາກເປັນເວລາ 16 ປີ ມາຮອດປັດຈຸບັນຝູງງົວກໍ່ໄດ້ຂະຫຍາຍເປັນຫຼາຍກວ່າ 150 ໂຕ. ນາງ ຮວ່າງທິຮຶງແບ່ງປັນວ່າ:
“ຖ້າຫາກໄລ່ຕາມຊຸມປີຫຼຸບທຶນກໍ່ຄືຂາຍໄດ້ລາຄາ ລາຍຮັບຄິດສະເລ່ຍກໍ່ໄດ້ 500 ລ້ານດົ່ງຕໍ່ປີ. ມີບາງປີ ສອງຜົວເມຍສາມາດຂາຍງົວໄດ້ຫຼາຍກວ່າ 1 ຕື້ດົ່ງ .ປີນີ້ກໍ່ເຊັ່ນດຽວກັນກໍ່ພວມສູ້ຊົນບັນລຸລາຍຮັບກວ່າ 1 ຕື້ດົ່ງອີກ. ໄລ່ຮອດເດືອນກັນຍານີ້ ຝູງງົວທີ່ມີ 150 ໂຕນີ້ ອາດຈະຂະຫຍາຍເປັນ 180 ໂຕ”.
ນອກຈາກການລ້ຽງງົວ, ຄອບຄົວນາງຮຶງກໍ່ຍັງໄດ້ຊື້ດິນຫຼາຍກວ່າ 1.600 ຕາແມັດຢູ່ຕາແສງ ເລມິງຊວັນ ເພື່ອລ້ຽງນົກແອ່ນທັງນີ້ກໍ່ເປັນການສ້າງແຫຼ່ງລາຍຮັບຕື່ມອີກ. ນາງຮຶງກໍ່ລ້ຽງໄກ່, ເປັດແລະປູກຜັກຕື່ມອີກເພື່ອບໍລິໂພກໃນຄອບຄົວ. ມື້ໃດສອງຜົວເມຍກໍ່ອອກແຮງງານແຕ່ 2 ໂມງເຊົ້າຫາ 16 ໂມງແລງ. ທ້າວຟ້າມກົງນາມ ຜົວນາງຮຶງ ເວົ້າຄວາມໃນໃຈສູ່ຟັງວ່າ:
“ເຮົາກໍ່ໄດ້ຈ້າງຄົນມາເຮັດແຕເຂົາເຈົ້າຂີ້ຄ້ານບໍ່ຢາກເຮັດ. ດັ່ງນັ້ນຂ້ພະເຈົ້າຕ້ອງເຮັດເອງ, ຕີນມືຂອງຂ້າພະເຈົ້າມື້ໃດກໍ່ເປື້ອນທີ່ສຸດ”.
ເພື່ອໃຫ້ຝູງງົວແຂງແຮງເຕີບໂຕໄວນາງຮຶງບໍ່ໃຫ້ຝູງງົວຂອງຕົນກິນອາຫານອຸດສາຫະກຳ, ນາງເຄີຍໄປຕັດຫຍ້າໃຫ້ງົວກິນ. ການເກືອງົວດ້ວຍອາຫານອຸດສາຫະກຳທັງສິ້ນເບືອງເງິນທຶນ ທັງຫຼຸດຜ່ອນຜົນກຳໄລແລະ ຄຸນນະພາບຊີ້ນງົວກໍ່ບໍ່ສູງ. ເມື່ອໄດ້ຮັບຄຳປຶກສາຈາກຕາແສງທີ່ເກືອງົວດ້ວຍຂີ້ເຕົາຮູ້, ທ້າວຟ້າມກົງນາມກໍ່ຕ້ອງລົງຮອດໂຮງຈັກຜະລິດເຕົາຮູ້ ເພື່ອຊື້ເມືອໃຫ້ງົວກິນຍ້ອນແນວນັ້ນຝູງງົວໄດ້ເຕີບໂຕໄວ. ສະເລ່ຍງົວໂຕໜຶ່ງເມື່ອເຕີບໂຕສາມາດຂາຍໄດ້ປະມານ 50 ລ້ານດົ່ງເມື່ອຫັກຄ່າໃຊ້ຈ່າຍກໍ່ຍັງໄດ້ກຳໄລກວ່າ 10 ລ້ານດົ່ງ. ຟາມລ້ຽງງົວຂອງນາງຮຶງໃນປັດຈຸບັນກໍ່ຂາຍງົວພັນເປັນສ່ວນຫຼາຍດ້ວຍລາຄາໂຕໜຶ່ງແຕ່ 30 ຫາ 40 ລ້ານດົ່ງ. ທ່ານຫງວຽນວັນກົວ ປະທານສະມາຄົມຊາວກະສິກອນຕາແສງເລມິງຊັວນໃຫ້ຮູ້ວ່າ:
“ຜົວເມຍອ້າຍຮຶງກໍ່ມີຄວາມມານະອົດທົນດຸໝັ່ນຂະຫຍັນພຽນ ທຳມາຫາກິນເພື່ອພັດທະນາເສດຖະກິດຄອບຄົວ, ແລ້ວກໍ່ຍັງໜູນຊ່ວຍບັນດາຄອບຄົວໃກ້ຄຽງກ່ຽວກັບເຕັກນິກການລ້ຽງງົວ. ຄອບຄົວນາງຮຶງກໍ່ໄດ້ຊ່ວຍພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນຫຼາຍທີ່ສຸດ. ນອກຈາກຊ່ວຍເຫຼືອທາງດ້ານເຕັກນິກແລ້ວເຂົາເຈົ້າຍັງຊ່ວຍເຫຼືອກ່ຽວກັບງົວພັນ ຄືຂາຍຍາມຕົ້ນປີກໍ່ຮອດທ້າຍປີຈຶ່ງເອົາເງິນ”.
ຢູ່ນະຄອນໂຮຈີມິນຊາວກະສິກອນລ້ຽງງົວຕົ້ນຕໍແມ່ນເພື່ອເອົານ້ຳນົມ, ບໍ່ເຄີຍມີຄອບຄົວຊາວກະສິກອນຄືຄອບຄົວນາງຮຶງ ທີ່ລ້ຽງງົວເພື່ອເອົາຊີ້ນ. ດ້ວຍຮູບແບບລ້ຽງງົວທີ່ນຳມາເຊິ່ງປະສິດທິຜົນເສດຖະກິດສູງ, ນາງຮຶງໄດ້ກາຍເປັນໜຶ່ງໃນບັນດາຊາວກະສິກອນທຳການຜະລິດດຳເນີນທຸລະກິດເກັ່ງເປັນຕົວແບບໃນຫຼາຍປີຢ່າງລຽນຕິດຢູ່ທ້ອງຖິ່ນ. ນາງຮວ່າງທິຮຶງມີກຽດໄດ້ຮັບນາມມະຍົດ “ຊາວກະສິກອນດີເດັ່ນຂອງນະຄອນໂຮ່ຈີມິນ” ໂດຍຄະນະກຳມະການປະຊາຊົນນະຄອນໂຮຈີມິນມອບໃຫ້ເປັນ 4 ຄັ້ງ