ລຸງ ເລວັນດົງ ພະນັກງານບຳນານ ທຳການຜະລິດເກັ່ງ ແລະ ຕັ້ງໜ້າເຄື່ອນໄຫວສັງຄົມ

Thu Hang
Chia sẻ
(VOVWORLD) -ຫ້າວຫັນກັບວຽກງານສັງຄົມ, ຕັ້ງໜ້າອອກແຮງງານທຳການຜະລິດ ບັນລຸນາມມະຍົດຊາວກະສິກອນທຳການຜະລິດເກັ່ງ ໃນຫຼາຍປີຢ່າງລຽນຕິດ, ນັ້ນແມ່ນແບບຢ່າງທີ່ດີເດັ່ນຂອງລຸງ ເລວັນດົງ ຢູ່ບ້ານ ລອງຈິ ຕາແສງ ບານລອງ ເມືອງ ເຈົາແທັງ ແຂວງ ຕຽນຢາງ. ລຸງແມ່ນພະນັກງານທີ່ໄດ້ພັກກິນເບ້ຍບຳນານ ຍາມໃດກໍ່ນຳໜ້າໃນບັນດາຂະບວນການ ແລະ ໄດ້ຮັບຄວາມເຊື່ອໝັ້ນ ແລະ ນັບຖືຈາກປະຊາຊົນ
ລຸງ ເລວັນດົງ ພະນັກງານບຳນານ ທຳການຜະລິດເກັ່ງ  ແລະ ຕັ້ງໜ້າເຄື່ອນໄຫວສັງຄົມ - ảnh 1 ລຸງ ເລວັນດົງ 

     ເຖິງວ່າຢູ່ໃນເກນອາຍຸເກືອບ 70 ປີແລ້ວກໍຕາມ, ແຕ່ລຸງ ເລວັນດົງ ຫາກໍ່ເປັນເຈົ້າຂອງສວນຕົ້ນໄມ້ກິນໝາກ ດ້ວຍເນື້ອທີ່ 1 ເຮັກຕາ, ທັງເປັນປະທານສະມາຄົມຜູ້ອາຍຸສູງຕາແສງ ບານລອງ, ດັ່ງນັ້ນລຸງເຄີຍຂ້ອງຄາກັບວຽກງານຄອບຄົວ ແລະ ສັງຄົມ. ປີ 1987 ພາຍຫຼັງໄດ້ເຊົາດຳລົງຕຳແໜ່ງປະທານຄະນະກຳມະການປະຊາຊົນຕາແສງ, ອອກພັກບຳນານ ຕາມລະບອບ, ລຸງຍັງຄົງສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນ. ສິ່ງທີ່ໜ້າສົນໃຈ ແມ່ນຢູ່ໃນຖານະຕຳແໜ່ງໜ້າທີ່ໃດໆ ລຸງ ດົງ ກໍ່ເຮັດສຳເລັດດີເດັ່ນ ວຽກງານທີ່ໄດ້ຮັບມອບໝາຍ. ລຸງໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິດຜົນເຂົ້າໃນວຽກງານສ້າງບ້ານແປງເມືອງ ພັດທະນາພື້ນຖານໂຄລລ່າງຊົນນະບົດ ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ. ພິເສດໃນ 5 ປີມໍ່ໆມານີ້ ເມື່ອເປັນປະທານສະມາຄົມຜູ້ອາຍຸສູງຕາແສງ ບ໋ານລອງ  ລຸງໄດ້ຕັ້ງໜ້າສ້າງຂະບວນການຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມ ເບິ່ງແຍງທາງດ້ານຊີວິດ ແລະ ຈິດໃຈໃຫ້ແກ່ຜູ້ອາຍຸສູງ. ມາຮອດປັດຈຸບັນສະມາຄົມຜູ້ອາຍຸສູງຕາແສງ ໄດ້ມີສະມາຊິກກວ່າ 1.000 ຄົນ, ແຕ່ລະປີກໍ່ລ້ວນແຕ່ໄດ້ຮັບໃບຍ້ອງຍໍຈາກແຂວງ ແລະ ເມືອງ. ປີ 2020 ສະມາຄົມມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກສູນກາງສະມາຄົມຜູ້ອາຍຸສູງ ຍ້ອນມີຜົນງານດີເດັ່ນ. ທ່ານ ຫງວຽນວັນຕ໊ວນ ປະທານຄະນະກຳມະການປະຊາຊົນຕາແສງ ບ໋ານລອງ ໃຫ້ຮູ້ວ່າ:

       “ອາດເວົ້າໄດ້ວ່າ ລຸງ ເລວັນດົງ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນ. ບັນດາບັນຫາທີ່ຫຍຸ້ງຍາກໃນຕາແສງຄື ຂົນຂວາຍປະຊາຊົນບໍລິຈາກທີ່ດິນ ເພື່ອດຳເນີນບັນດາໂຄງການສ້າງລະບົບສາຍສົ່ງໄຟຟ້າ, ເປີດກວ້າງບັນດາເສັ້ນທາງ ເຊິ່ງມີຜົນສະທ້ອນຕໍ່ສວນຕົ້ນໄມ້ກິນໝາກນັ້ນ, ທາງຕາແສງກໍ່ມີຄວາມຕ້ອງການ, ລຸງກໍ່ໄດ້ປະກອບສ່ວນຢ່າງຫ້າວຫັນ ໃຫ້ແກ່ຕາແສງ ແລະ ມີປະສິດທິຜົນດີທີ່ສຸດ. ກ່ຽວກັບການສ້າງເສດຖະກິດສວນ ກໍ່ນຳມາເຊິ່ງລາຍໄດ້ດີທີ່ສຸດ”.

      ເຖິງວ່າໄດ້ອອກພັກກິນເບ້ຍບຳນານແລ້ວ  ແລະ ສຸຂະພາບຖືກຈຳກັດກໍ່ຕາມ ແຕ່ລຸງ ດົງ ມີຄວາມດຸໝັ່ນອອກແຮງງານ ບໍ່ຫວາດຫວັ່ນຕໍ່ຄວາມຫຫຫຍຸ້ງຍາກ ລຸງໄດ້ຄົ້ນຄວ້າຮຽນຮູ້ດ້ານເຕັກນິກ ການປູກຕົ້ນໄມ້ກິນໝາກ ຊອກຮູ້ແນວປູກໃໝ່ທີ່ມີຄຸນນະພາບ ແທດເໝາະກັບເງື່ອນໄຂທີ່ດິນຂອງທ້ອງຖິ່ນ ເພື່ອປູກຕົ້ນໄມ້ກິນໝາກ.  ມາຮອດປັດຈຸບັນ ລຸງ ດົງ ໄດ້ເປີດກວ້າງເຂດສວນຕົ້ນໄມ້ກິນໝາກ ດ້ວຍເນື້ອທີ່ 1 ເຮັກຕາ ດ້ວຍຕົ້ນໄມ້ສອງຊະນິດຕົ້ນຕໍ ນັ້ນແມ່ນ ໝາກໝີ້ ແລະ ໝາກພ້າວ. ຍ້ອນການນຳໃຊ້ຄວາມກ້າວໜ້າດ້ານເຕັກນິກ ແລະ ການບົວລະບັດທີ່ດີ ດັ່ງນັ້ນ ສວນຕົ້ນໄມ້ກິນໝາກຂອງລຸງ ຍາມໃດກໍ່ຂຽວສົດງົດງາມ ຕົ້ນໄມ້ໃຫ້ໝາກຫຼາຍ ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດສູງ. ແຕ່ລະປີສວນຕົ້ນໄມ້ກິນໝາກຂອງລຸງ ກໍ່ໃຫ້ຜົນກຳໄລ 300 ລ້ານກວ່າດົ່ງ. ດ້ວຍບັນດາຄວາມມານະພະຍາຍາມປືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ລຸງ ດົງ ໄດ້ຮັບໃບຍ້ອງຍໍຈາກແຂວງ ຕຽນຢາງ ແລະ ນສຍົກລັດຖະມົນຕີ. ພິເສດປີ 2019 ລຸງໄດ້ຮັບຫຼຽນໄຊແຮງງານຊັ້ນສາມຈາກປະທານປະເທດ ຍ້ອນມີຜົນງານດີເດັ່ນ ໃນຂະບວນການຊາວກະສິກອນ ແຂ່ງຂັນຜະລິດ ດຳເນີນທຸລະກິດເກັ່ງ. ລຸງ ເລວັນດົງ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າໄດ້ກຳນົດວ່າ ອອກແຮງງານແມ່ນພື້ນຖານ ດັ່ງນັ້ນຂ້າພະເຈົ້າໄດ້ສຸມໃສ່ສ້າງເສດຖະກິດສວນ ແຕ່ເຮົາເອງຕ້ອງກຳແໜ້ນທາງດ້ານວິທະຍາສາດເຕັກນິກ ແລ້ວກໍ່ຮຽນຮູ້ປະສົບການຕົວຈິງ. ດັ່ງນັ້ນ ໃນໄລຍະທີ່ຜ່ານມາ ຂ້າພະເຈົ້າເຫັນວ່າ ມີປະສິດທິຜົນດີທີ່ສຸດ. ພາຍຫຼັງເຄື່ອນໄຫວຢູ່ໃນສະມາຄົມຜູ້ອາຍຸສູງ, ເຮົາກໍ່ມີບົດຮຽນດ້ວຍບົດບາດເປັນຜູ້ນຳ ກໍ່ສັບຊ້ອນວຽກງານຄອບຄົວ, ອັນໃດເຮັດກ່ອນ ອັນໃດເຮັດຕາມຫຼັງ ແລະ ເບິ່ງແຍງວຽກງານໃຫ້ແກ່ສະມາຄົມຂອງຕົນ. ໃນສອງສາມປີຢ່າງລຽນຕິດ, ສະມາຄົມຜູ້ອາຍຸສູງຕາແສງ ໄດ້ເຮັດສຳເລັດໜ້າທີ່ໂດຍຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ”.

     ເຖິງວ່າ ຕ້ອງແບກຫາບວຽກງານຄອບຄົວ ແລະ ສັງຄົມໃນພາບດຽວກໍ່ຕາມ ແຕ່ລຸງ ດົງ ຍາມໃດກໍ່ມີຄວາມເບີກບານໃຈ. ລຸງເຫັນວ່າຕົນເອງ ຍາມໃດກໍ່ຕ້ອງເປັນແບບຢ່າງ ແລະ ເຮັດວຽກຢ່າງສຸດຄວາມສາມາດຂອງຕົນຕໍ່ວຽກງານ. ລຸງຄິດວ່າຕາບໃດຍັງມີສຸຂະພາບແຂງແຮງ ກໍ່ຍັງອອກແຮງງານ ແລະ ປະກອບສ່ວນເພື່ອສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ ສວຍງາມ.

ຕອບກັບ