ລຸງ ມາຍລາມເຟືອງ ຊາວກະສິກອນເປີດທິດກ້າວເດີນໃໝ່ ຈາກການເຮັດໄມ້ຖູ່ ເຮັດຈອງ ດ້ວຍຕົ້ນອາວີແຊນເນຍ

Thu Hang
Chia sẻ
(VOVWORLD) -ຕົ້ນອາວີແຊນເນຍ ແມ່ນຕົ້ນໄມ້ທີ່ລື້ງເຄີຍກັບປະຊາຊົນ ຢູ່ເຂດນ້ຳທະເລຊຶມທີ່ ກ່າເມົາ. ຕົ້ນອາວີແຊນເນຍ ກໍ່ປາກົດເຫັນຢູ່ທົ່ວທຸກແຫ່ງ, ແຕ່ນອກຈາກເປັນຕົ້ນໄມ້ສ້າງທັດຊະນີຍະພາບທີ່ສວຍງາມເທົ່ານັ້ນ ຕົ້ນໄມ້ປະເພດນີ້ຍັງຮັບໃຊ້ການພັດທະນາການທ່ອງທ່ຽວອີກດ້ວຍ. ດ້ວຍສີມືອັນຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ, ລຸງ ມາຍລາມເຟືອງ ຢູ່ເທດສະບານເມືອງ ກ໊າຍເນືອກ ເມືອງ ກ໊າຍເນືອກ ແຂວງ ກ່າເມົາ ໄດ້ນຳໃຊ້ຕົ້ນອາວີແຊນເນຍ ເພື່ອເຮັດບັນດາເຄື່ອງຂອງຮັບໃຊ້ຊີວິດປະຈຳວັນ ທີ່ມີມູນຄ່າ
ລຸງ ມາຍລາມເຟືອງ ຊາວກະສິກອນເປີດທິດກ້າວເດີນໃໝ່ ຈາກການເຮັດໄມ້ຖູ່ ເຮັດຈອງ ດ້ວຍຕົ້ນອາວີແຊນເນຍ - ảnh 1ລຸງ ມາຍລາມເຟືອງ ເຮັດໄມ້ຖູ່ ເຮັດຈອງ ດ້ວຍຕົ້ນອາວີແຊນເນຍ 

    ລຸງ ເຟື່ອງ ໄດ້ໄປຫຼາຍແຫ່ງ ເພື່ອຮຽນຮູ້ຮູບແບບພັດທະນາເສດຖະກິດ. ລຸງມີຄວາມປະທັບໃຈທີ່ສຸດຕໍ່ບັນດາຮູບແບບພັດທະນາເສດຖະກິດ ຂອງຊາວແຂວງ ເບ໊ນແຈ ເຊິ່ງຕິດພັນກັບຕົ້ນພ້າວ. ສຳລັບຕົ້ນອາວີແຊນເນຍ ຢູ່ແຫ່ງທີ່ລຸງພວມຢູ່ນັ້ນ, ແມ່ນໃກ້ຊິດຕິດແທດກັບພໍ່ແມ່ ປະຊາຊົນຢູ່ດິນແດນ ດົ່ງເຂີຍ ຄືຕົ້ນພ້າວເຊັ່ນນັ້ນ. ເມື່ອເຫັນຕົ້ນພ້າວຊ່ວຍຊາວແຂວງ ເບ໊ນແຈ ບືນຕົວຂຶ້ນສ້າງຄວາມຮັ່ງມີນັ້ນ, ລຸງ ເຟືອງ ມີຄວາມເປັນຫວ່ງຕໍ່ມູນຄ່າຂອງຕົ້ນອາວີແຊນເນຍ. ພິເສດ ລຳຕົ້ນໄມ້ປະເພດນີ້ ກໍ່ມີລາຍງາມຕາຄືຕົ້ນພ້າວ ດັ່ງນັ້ນ, ລຸງໄດ້ຄິດເລີຍເຖິງການນຳໃຊ້ຕົ້ນໄມ້ປະເພດນີ້ ເພື່ອເຮັດຈອງ ເຮັດໄມ້ຖູ່ ເພື່ອຮັບໃຊ້ຊີວິດປະຈຳບັນຂອງປະຊາຊົນ. ໃນເບື້ອງຕົ້ນລຸງ ເຟືອງ ໄດ້ເຮັດແບບຫັດຖະກຳ ແລະ ຜະລິດຕະພັນທີ່ເຮັດມາກໍ່ນຳໃຊ້ໃນຄອບຄົວເທົ່ານັ້ນ. ໄລຍະຕໍ່ມາ ບັນດາຄອບຄົວຢູ່ທ້ອງຖິ່ນ ໄດ້ຖາມຊື້, ດັ່ງນັ້ນລຸງໄດ້ເກີດເຈດຕະນາລົມເຮັດໄມ້ຖູ່ ເຮັດຈອງ ເພື່ອພັດທະນາເສດຖະກິດຄອບຄົວ ລຸງໄດ້ໄປຫຼາຍແຫ່ງ ຮຽນຮູ້ວີທີເຮັດໄມ້ຖູ່ ເຮັດຈອງ ເພື່ອເຮັດແນວໃດໃຫ້ມັນສວຍງາມກວ່າ ພິເສດແມ່ນເຮັດແນວໃດ ຮູ້ຈັກວິທີປະດິດສ້າງເຄື່ອງຈັກໜ່ວຍໜຶ່ງ ເພື່ອສ້າງຄວາມສະດວກໃຫ້ແກ່ວຽກງານ ແລະ ທ່ານໄດ້ປະສົບຜົນສຳເລັດ. ລຸງ ມາຍລາມເຟືອງ ແບ່ງປັນວ່າ:

        “ເຄື່ອງຈັກເຮັດໄມ້ຖູ່ ເຮັດຈອງໂດຍຂ້າພະເຈົ້າອອກແບບທຸກຢ່າງ. ໃນເບື້ອງຕົ້ນຂ້າພະເຈົ້າໄດ້ຮຽນຮູ້ເບິ່ງວ່າ ເຂົາເຈົ້າເຮັດຄືແນວໃດ. ໄລຍະຕໍ່ມາເຮົາໄດ້ຊອກຮູ້ຕື່ມ ແລ້ວກໍ່ປະກອບ, ດັດແປງ ເພື່ອປະດິດສ້າງເຄື່ອງຈັກເຮັດໄມ້ຖູ່ ເຮັດຈອງ”.

      ເຄື່ອງຈັກໜ່ວຍນີ້ມີສ່ວນປະກອບຕົ້ນຕໍ ແມ່ນມີມໍເຕີໜ່ວຍໜຶ່ງ ປັດຈຸບັນ
ໄດ້ຊ່ວຍລຸງ ເຟື່ອງ ເຮັດບັນດາຂັ້ນຕອນການຕັດໄມ້ ຕະຫຼອດຮອດການຊອຍ ແລະ ຂູດໄມ້ຖູ່ ແລະ ຈອງໃຫ້ມີເງົາເຫຼື້ອມ. ຕາມລຸງ ເຟືອງ ແລ້ວ ເງື່ອນໄຂສະດວກຂອງການເຮັດໄມ້ຖູ່ ເຮັດຈອງຈາກຕົ້ນອາວີແຊນເນຍ ແມ່ນແຫຼ່ງວັດຖຸດິບທີ່ອຸດົມສົມບູນ. ພິເສດຖ້າຫາກຕົ້ນພ້າວ ຕ້ອງການຫຼາຍປີ ຈຶ່ງສາມາດເອົາໄມ້ໄດ້ນັ້ນ ແຕ່ສຳລັບຕົ້ນອາວີແຊນເນຍ ຕ້ອງການເວລາພຽງປະມານສອງສາມປີ ກໍ່ສາມາດໃຊ້ເຮັດໄມ້ຖູ່ໄດ້. ປັດຈຸບັນແຕ່ລະວັນ, ຄອບຄົວລຸງ ເຟືອງ ສາມາດຜະລິດໄມ້ຖູ່ໄດ້ປະມານ 100 ຄູ່ ແລະ ຈອງ 30 ອັນ.  ດ້ວຍລາຄາຂາຍແຕ່ 20.000 ຫາ 30.000 ດົ່ງ ຕໍ່ໄມ້ຖູ່ 10 ຄູ່ ແລະ 20.000 ດົ່ງຕໍ່ຈອງໜຶ່ງອັນ ດັ່ງນັ້ນຄອບຄົວຂອງລຸງມີແຫຼ່ງລາຍໄດ້ທີ່ດີຕື່ມອີກ. ແຕ່ສຳລັບລຸງ ເຟືອງ ແລ້ວ, ໝາກຜົນນີ້ກໍ່ຍັງບໍ່ທັນມີຄວາມເພິ່ງພໍໃຈ ກ່ຽວກັບເຄື່ອງຈັກທີ່ຕົນເອງໄດ້ປະດິດສ້າງ. ລຸງ ເຟືອງ ພວມຄຳນຶງເຖິງການດັດສ້າງເຄື່ອງຈັກ ເພື່ອແນໃສ່ຍົກສູງສະມັດຕະພາບໃຫ້ສູງຂຶ້ນກວ່າເກົ່າ. ລຸງ ເຟືອງ ເວົ້າຕໍ່ໄປວ່າ:

       “ປັດຈຸບັນເຄື່ອງຈັກໜ່ວຍນີ້ຍັງບໍ່ທັນມີສະມັດຕະພາບສູງເທື່ອ ແຕ່ລະວັນເຮົາກໍ່ສາມາດເຮັດໄມ້ຖູ່ ແລະ ຈອງໄດ້ມູນຄ່າຫຼາຍກວ່າ 100.000 ດົ່ງເທົ່ານັ້ນ. ຖ້າຫາກປັບປຸງເຄື່ອງຈັກໃຫ້ດີກວ່ານັ້ນ ແລະ ມີເງິນລົງທຶນຕື່ມອີກ ກໍ່ສາມາດສ້າງລາຍໄດ້ໃນແຕ່ລະວັນປະມານສອງສາມແສນດົ່ງ”.

       ບໍ່ພຽງແຕ່ແມ່ນບຸກຄົນນຳໜ້າຢູ່ທ້ອງຖິ່ນ ໃນການເຮັດໄມ້ຖູ່ ເຮັດຈອງ ດ້ວຍຕົ້ນອາວີແຊນເນຍເທົ່ານັ້ນ ກ່ອນໜ້ານັ້ນ, ລຸງ ເຟືອງ ກໍ່ແມ່ນບຸກຄົນນຳໜ້າໃນການປູກຕົ້ນມັງກອນກ້ຽວລຳຕົ້ນອາວີແຊນເນຍ ດ້ວຍເຈດຈຳນົງຫວັງຢາກມີຄວາມກ້າວໜ້າ, ກ້າຄິດກ້າທຳ ລຸງບໍ່ພຽງແຕ່ຊ່ວຍຄອບຄົວຂອງຕົນພັດທະນາເສດຖະກິດເທົ່ານັ້ນ ຫາກຍັງເປີດທິດກ້າວເດີນໃໝ່ ໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ.

ຕອບກັບ