ພະອາຈານມະຫາແທັກຮວັນເຮັດວຽກຢ່າງສຸດໃຈເພື່ອວົງຄະນາຍາດ

Ngoc Anh
Chia sẻ
(VOVWORLD) -ພະອາຈານມະຫາແທັກຮວັນຊາວເຜົ່າຂະແມປີນີ້ມີອາຍຸ 79 ປີ. ທ່ານເຄີຍເປັນສະມາຊິກສະພາແຫ່ຊາດຊຸດທີ XXIII ອາຍຸການ 2011 - 2016, ຮອງປະທານສະມາຄົມສະມາຄີຄູບາຮັກຊາດແຂວງຊັອກຈັງຮອງຫົວໜ້າຄະນະບໍລິຫານງານພຸດທະສາສະໜາແຂວງຊັອກຈັງ, ຮອງຫົວໜ້າຄະນະທຳມະສູນກາງ,  ຮອງຫົວໜ້າຄະນະພິທີກຳສູນກາງສະມາຄົມພຸດທະສາສະໜາຫວຽດນາມ. ປັດຈຸບັນພະອາຈານມາຫາ ເປັນເຈົ້າອະທິການວັດ ເປຣຈັອບ ທີ່ເທດສະບານ ຫວິງເຈົາແຂວງຊັອກຈັງ. ພະອາຈານມະຫາແທັກຮວັນໄດ້ມີການປະກອບສ່ວນຢ່າງ ຫຼວງຫຼາຍເຂົ້າໃນວຽກງານສັງຄົມໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນແລະພຸດທະສາສະນິກກະຊົນ
ພະອາຈານມະຫາແທັກຮວັນເຮັດວຽກຢ່າງສຸດໃຈເພື່ອວົງຄະນາຍາດ - ảnh 1ພະອາຈານມະຫາ

      ໃນຫຼາຍປີທີ່ຜ່ານມາພະອາຈານມະຫາ ແທັກຮວັນໄດ້ພະຍາຍາມຢ່າງສຸດໃຈເພື່ອຮັກສາດ້ານພາສາເວົ້າແລະຕົວໜັງສືຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ. ເພາະສະນັ້ນເມື່ອຮອດລະດູຮ້ອນແຕ່ລະປີ, ວັດ ເປຣຈັອບ ພັດເປີດຊຸດຮຽນໜັງສືຂະແມໂດຍບໍ່ເສຍຄ່າໃຫ້ແກ່ພວກນ້ອງນັກຮຽນຈາກ ປໍ1 ຫາປໍ3. ພະອາຈານມະຫາຍັງຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນໜູນຊ່ວຍດ້ານເງິນທຶນແລະປຶ້ມ, ອຸປະກອບການຮຽນໃຫ້ແກ່ນັກຮຽນທີທຸກຍາກ, ຍ້ອງຍໍສັນລະເສີນພວກນັກຮຽນທີ່ມີຜົນງານຮ່ຳຮຽນດີເດັ່ນ;ມອບຂອງຂວັນປະຕິບັດການກວດແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ຄອບຄົວທີ່ທຸກຍາກລວມມູນຄ່ານັບຮ້ອຍລ້ານດົ່ງ. ວັດຍັງຊ່ວຍເຫຼືອລ້ຽງດູເດັກຈຳນວນໜຶ່ງທີ່ມີສະພາບຫຍຸ້ງຍາກເປັນພິເສດ. ລຸງ ເຈິ່ນໂງ ຊາວເຜົ່າຂະແມຢູ່ຕາແສງລາຍຮວ່າໃຫ້ຮູ້ວ່າ:

    “ພະອາຈານມະຫາແທັກຮວັນໄດ້ຊ່ວຍເຫຼືອຜູ້ທຸກຍາກຢ່າງສຸດໃຈ. ພະອົງໄດ້ຊ່ວຍເຫຼືອທາງດ້ານວັດຖຸເຂົ້າສານ, ເງິນທຶນ, ໂຄສະນາໃຫ້ພໍ່ແມ່ພີ່ນ້ອງຊາວພຸດຮັບຊາບກ່ຽວກັບນະໂຍບາຍສາມັກຄີຂອງພັກແລະລັດ. ພະອົງເປັນຜູ້ໃຈດີທີ່ມີອິດທິພົນໃນໝູ່ບ້ານດັ່ງນັ້ນທຸກໆກໍ່ມີຄວາມເຄົາລົບນັບຖືແລະຟັງຕາມຄວາມຂອງພະອາຈານມະຫາ”.

      ໂດຍເສີມຂະຫຍາຍບົດບາດເປັນຜູ້ທີ່ມີອິດທິພົນໃນວົງຄະນາຍາດ, ພະອາຈານມະຫາແທັກຮວັນໄດ້ຕັ້ງໜ້າພ້ອມກັບແນວໂຮມປະເທດຊາດແລະບັນດາຄະນະຂະແໜງການອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ປ້ອມປ້ອງກັນຊາຍແດນລາຍຮວ່າ ໂຄສະນາຂົນຂວາຍປະຊາຊົນກໍ່ຄືຊາວພຸດປະຕິບັດຕາມແນວທາງນະໂຍບາຍຂອງພັກນະໂຍບາຍກົດໝາຍຂອງລັດ. ພະອາຈານມະຫາແທັກຮວັນເປີດເຜີຍວ່າ:

      “ຜູ້ເຊື່ອຖືສາສະໜາຫຼືບໍ່ເຊື່ອຖືສາສະໜາ ກໍ່ຕ້ອງປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຂອງລັດ. ວັດໄດ້ເຜີຍແຜ່ອະທິບາຍໃຫ້ພໍ່ແມ່ພີ່ນ້ອງເຮັດຕາມສິ່ງທີ່ຖືກຕ້ອງເພື່ອເຮັດແນວໃດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊຊົນນັບມື້ນັບດີຂຶ້ນ”.

       ພະອາຈານມະຫາແທັກຮວັນຍັງຂົນຂວາຍປະຊາຊົນເຂົ້າຮ່ວມການບໍລິຈາກທີ່ດິນເພື່ອເປີດກວ້າງເສັ້ນທາງຄົມມະນານາຄົມຊົນນະບົດ, ກໍ່ສ້າງບັນດາກິດຈະກຳສະຫວັດດີການສັງຄົມ, ໂຮງຮຽນ. ໃນມໍ່ໆມານີ້ຄືປີ 2017 ພະອາຈານມະຫາ  ແລະ ວັດເປຣຈັອບໄ ດ້ບໍລະຈາກທີ່ດິນ 16.500 ຕາແມັດຢູ່ບ້ານເປຣຈັອບ B ຕາແສງ ລາຍຮວ່າ  ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນກໍ່ສ້າງໂຮງຮຽນ. ພະອາຈານມະຫາແທັກຮວັນ ຍັງໂຄສະນາເພື່ອໃຫ້ພໍ່ແມ່ພີ່ນ້ອງຫັນປ່ຽນໂຄງປະກອບ ແນວປູກສັດລ້ຽງ ຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ ປະກອບສ່ວນປົວແປງແລະຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ທ່ານຕັງຮຸມ ທີ່ປຶກສາຄະນະອະທິການ ວັດ ເປຣຈັອບໃຫ້ຮູ້ວ່າ:

      “ພະອາຈານມະຫາແທັກຮວັນນັບແຕ່ຄາວຍັງນ້ອຍກໍ່ໄດ້ມາບວດຢູ່ວັດນີ້, ພະອົງແມ່ນຜູ້ມີອິດທິພົນໃນທົ່ວແຂວງຊັອກຈັງ. ພະອົງແມ່ນຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາເທດສະບານຫວິງເຈົາທັງເປັນປະທານສະມາຄົມພຸດທະສາສະໜາຫິລະຍານຂະແມເທດສະບານຫວິງເຈົາ, ອະດີດເປັນສສຊຊຸດທີ  XXIII. ພະອົງແມ່ນຜູ້ໃຈດີມັກຊ່ວຍເຫຼືອປະຊາຊົນແລະ ຕັ້ງໜ້າເຄື່ອນໄຫວເພື່ອວຽກງານສັງຄົມ”.    

      ໂດຍເປັນນັກບວດທີ່ມີພັນສາສູງ, ມີຄຸນສົມບັດ, ມີຄຸນງາມຄວາມດີຕໍ່ສາສະໜາ, ພະອາຈານມະຫາ ແທັກຮວັນ ໄດ້ກາຍເປັນບອ່ນອີງທາງດ້ານຈິດໃຈຢ່າງແທ້ຈິງ, ຊ່ວຍປະຊາຊົນທ້ອງຖິ່ນກໍ່ສ້າງໝູ່ບ້ານ ໃຫ້ມີຄວາມອີ່ມໜຳສຳລານ ສະຫງົບສຸກ. ດ້ວຍການປະກອບສ່ວນອັນຕັ້ງໜ້າໃຫ້ແກ່ວົງຄະນະຍາດ, ໃນຫຼາຍປີຢ່າງຕໍ່ເນືອງ, ພະອາຈານມະຫາ ແທັກຮວັນໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ, ປະທານຄະນະກຳມະການປະຊາຊົນແຂວງຊອກຈັງ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ຍ້ອນມີຜົນງານດີເດັ່ນໃນວຽກງານສັງຄົມ, ເພື່ອການກຸສົນ ແລະ ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ຕອບກັບ