ພັນໂທ ອີມຽນກະຕູນ ຊາວເຜົ່າເອເດ ຮຽນແລະເຮັດຕາມແບບຢ່າງປະທານໂຮ່ຈີມິນ

Thu Hang
Chia sẻ
(VOVWORLD) -ພັນໂທອີມຽນກະຕູນຮອງຫົວໜ້າເສນາທິການກອງບັນຊາການທະຫານແຂວງດັກລັກເຊິ່ງແມ່ນຜູ້ມີຊື່ສຽງບໍ່ພຽງແຕ່ແມ່ນຜູ້ນຳທີ່ເປັນແບບຢ່າງມີຄວາມສຸດຈິດສຸດໃຈເທົ່ານັ້ນຫາກຍັງແມ່ນແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນແລະເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນອີກດ້ວຍ. ວ່າງແລ້ວນີ້ທ່ານກໍ່ໄດ້ຮັບການຍ້ອງຍໍຊົມເຊີຍເປັນຕົວແບບໃນການຮ່ຳຮຽນແລະເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄລຍະ2016 – 2021ຈາກກອງບັນຊາການທະຫານເຂດ 5
ພັນໂທ ອີມຽນກະຕູນ ຊາວເຜົ່າເອເດ ຮຽນແລະເຮັດຕາມແບບຢ່າງປະທານໂຮ່ຈີມິນ - ảnh 1ພັນໂທອີມຽນກະຕູນ (ເບື້ອງຊ້າຍ)

     ນັບແຕ່ເວລາໂຄວິດ - 19 ເກີດຂຶ້ນຄືນໃໝ່ຢູ່ແຂວງດັກລັກ, ພັນໂທອີມຽນກະຕູນນັບມື້ນັບຂ້ອງຄາກັບວຽກງານ. ພ້ອມກັບໜ້າທີ່ຢູ່ພະແນກເສນາທິການ, ທ່ານຍັງຮັບຜິດຊອບການບັນຊາການເຄື່ອນໄຫວຂອງກອງທັບຢູ່ເຂດແຍກຕົວລວມສູນທີ່ໂຮງຮຽນການເມືອງແຂວງດັກລັກ. ຢູ່ທີ່ນີ້ໄດ້ຮອງຮັບພົນລະເມືອງກວ່າ 400 ຄົນຈາກເຂດເກີດໂລກລະບາດມາແຍກຕົວລວມສູນ. ພັນໂທອີມຽນກະຕູນເປັນຜູ້ບັນຊາແລະຕິດຕາມຢ່າງໃກ້ຊິດທ່ານໄດ້ລະດົມກຳລັງໃຈແກ່ບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢ່າງທັນການ. ເມື່ອເວົ້າເຖິງຜູ້ບັນຊາຂອງຕົນ, ນັກຮົບຟານຟ້າມຟຸກແບ່ງປັນວ່າ:

    “ພັນໂທ ອີມຽນກະຕຸນ ຫົວໜ້າພະແນກເສນາທິການແມ່ນຜູ້ບັນຊາການທີ່ເປັນແບບຢ່າງ. ທ່ານຍາມໃດກໍ່ມີຄວາມເອົາໃຈໃສ່ໃກ້ຊິດສະໜິດສະໜົມລະດົມກຳລັງໃຈແກ່ພະນັກງານນັກຮົບໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກເພື່ອໃຫ້ພວກຂ້າພະເຈົ້າເພີ່ມກຳລັງໜູນແລະກຳລັງໃຈໃນການປະຕິບັດໜ້າທີ່ຂອງກົມກອງ”.

     ໂດຍແມ່ນຮອງເສນາທິການກອງບັນຊາການທະຫານແຂວງດັກລັກ,ເລຂາຄະນະພັກພະແນກເສນາທິການ, ໃນໄລຍະທີ່ຜ່ານມາ ພັນໂທອີມຽນກະຕູນ ໄດ້ມີຫຼາຍມາດຕະການຊ່ວຍຄະນະພັກ ກອງບັນຊາການທະຫານແຂວງໃນການຊີ້ນຳນຳພາຢ່າງໃກ້ຊິດຖືກຕ້ອງໃນໜ້າທີ່ການທະຫານ- ປ້ອງກັນຊາດ. ພົ້ນເດັ່ນຂຶ້ນຄືເປັນເສນາທິການປະຕິບັດໜ້າທີ່ກຽມພ້ອມຕໍ່ສູ້, ຝຶກອົບຮົມຝຶກຊ້ອມ, ສ້າງແບບແຜນເປັນທະຫານຫຼວງ, ຄຸ້ມຄອງກົດລະບຽບວິໄນຂອງກອງທັບ, ກວດກາການຮັກສາບຳລຸງພາຫະນະເຕັກນິກ. ທ່ານຍັງເປັນເສນາທິການແກ່ການຈັດຕັ້ງຝຶກຊ້ອມຕາມກຸ່ມລະຫວ່າງເມືອງລະຫວ່າງຕາແສງໃຫ້ແກ່ພະນັກງານນັກຮົບ, ກຳລັງທະຫານລາດປ້ອງກັນຕົວ... ໃນໄລຍະປະຕິບັດງານ, ພັນໂທ ອີມຽນກະຕູນຍາມໃດກໍ່ໃກ້ຊິດຕິດແທດກັບຮາກຖານ ເພື່ອຊ່ວຍບັນດາທ້ອງຖິ່ນສ້າງບູລະນະກຳລັງທະຫານລາດປ້ອງກັນຕົວ, ຄັດເລືອກເອົາພົນລະເມືອງເຂົ້າຖັັນແຖວກອງທັບຢ່າງມີປະສິດທິຜົນ. ພັນໂທເວົ້າຄວາມໃນໃຈສູ່ຟັງວ່າ: ເພື່ອຮ່ຳຮຽນ ແລະເຮັດຕາມແບບຢ່າງປະທານໂຮ່ຈີມິນ ທ່ານໄດ້ແນະນຳໃຫ້ແກ່ສຳນັກງານ ກົມກອງ ແຕ່ລະວັນຮຽນຕາມຄຳສັ່ງສອນຄຳໜຶ່ງຂອງລຸງໂຮ່ແລະແຕ່ລະອາທິດກໍ່ຮຽນຂໍ້ມາດຕາໜຶ່ງໃນກົດໝາຍ, ຜັນຂະຫຍາຍໃຫ້ແກ່ບັນດາໝູ່ຄະນະສ່ວນບຸກຄົນຈົດຊື່ເຂົ້າຮ່ວມການແຂ່ງຂັນຝຶກຝົນຫຼໍ່ຫຼອມ. ພັນໂທອີມຽນກະຕູນເວົ້າວ່າ:

     “ເຊື່ອມຊຶມແນວຄິດແບບແຜນການດຳລົງຊີວິດ ຄຸນສົມບັດຂອງປະທານໂຮ່ຈີມິນ, ກະໂຕຂ້າພະເຈົ້າເອງ ຍາມໃດກໍ່ຕັ້ງໜ້າຮ່ຳຮຽນຄົ້ນຄວ້າໝູນໃຊ້ເຂົ້າໃນວິວັດການປະຕິບັດງານຢູ່ກົມກອງຢ່າງມີໄຫວພິບ ຍາມໃດກໍ່ເຊີດຊູນ້ຳໃຈຄວາມຮັບຜິດຊອບກ້າຄິດກ້າທຳແລະກ້າຮັບຜິດຊອບຕໍ່ຜູ້ບັນຊາການຂອງກົມກອງ ປະຕິບັດບັນດາພາລະໜ້າທີ່ເຊິ່ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ”.

     ເມື່ອເວົ້າເຖິງການແຂ່ງຂັນຮ່ຳຮຽນແລະເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈີມິນຂອງກຳລັງທະຫານແຂວງດັກລັກ ພັນໂທເຈິ່ນມິງຈ້ອງ ຜູ້ຮັບຜິດຊອບວຽກງານພັກຂອງກອງບັນຊາການທະຫານແຂວງດັກລັກໃຫ້ຮູ້ວ່າ ໃນຊຸມປີທີ່ຜ່ານມາທາງກົມກອງຍາມໃດກໍ່ຊາບຊຶມຜັນຂະຫຍາຍປະຕິບັດຄຳສັ່ງເລກທີ05ຂອງກົມການເມືອງ, ຄຳສັ່ງຂອງຄະນະປະຈຳຄະນະພັກການທະຫານສູນກາງ. ໃນພຶດຕິກຳຕົວຈິງຂອງການຮ່ຳຮຽນແລະເຮັດຕາມແບບຢ່າງຂອງປະທານໂຮ່ຈີມິນໄດ້ປະກົດມີບັນດາວິທີການປະຕິບັດທີ່ດີຮູບແບບບັນລຸປະສິດທິຜົນແລະ ບັນດາສ່ວນບຸກຄົນທີ່ດີເດັ່ນໃນນັ້ນມີການປະກອບສ່ວນຢ່າງແທດຈິງແລະມີຄວາມໝາຍຂອງພັນໂທອີມຽນກະຕູນ. ພັນໂທເຈິ່ນມິງຈ້ອງ ເວົ້າວ່າ:

      “ພັນໂທ ອີມຽນກະຕູນ ພ້ອມກັບກົມກອງໄດ້ຜັນຂະຫຍາຍປະຕິບັດໜ້າທີ່ການທະຫານ ປ້ອງກັນຊາດຢ່າງມີປະສິດທິຜົນພັນໂທຍາມໃດກໍ່ຮັກສາຫຼັກການລວມສູນປະຊາທິປະໄຕໃນການຮ່ວມຊີວິດພັກຍາມໃດກໍ່ເປັນສູນກາງສາມັກຄີໃກ້ຊິດສະໜິດສະໜົມກັບພະນັກງານນັກຮົບໃນກົມກອງແລະໄດ້ຮັບຄວາມຮັກແພງຈາກທຸກໆຄົນ”.

       ດ້ວຍການກະທຳໃນວຽກງານແຕ່ລະວັນ, ພັນໂທ ອີມຽນກະຕູນ ໄດ້ເສີມຂະຫຍາຍຈິດໃຈສາມັກຄີກຳລັງແຮງຂອງໝູ່ຄະນະ ເພື່ອປະກອບສ່ວນສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ ກາຍເປັນຄັນທຸງນຳໜ້າໃນບັນດາຂະບວນການແຂ່ງຂັນຂອງກຳລັງທະຫານແຂວງດັກລັກ. 

ຕອບກັບ