ຜູ້ສືບຕໍ່ປະຕິບັດຄວາມໄຝ່ຝັນກ່ຽວກັບແຜນທີ່ທະເລໝູ່ເກາະຫວຽດນາມ

Thanh Nga
Chia sẻ
(VOVWORLD) -ທ່ານນາງເລທິມິງທຸ໋ຍ ພັນຕີກອງທັບສັງກັດກອງວັດແທກ, ແຕ້ມແຜນທີ່ ແລະຄົ້ນຄວ້າທະເລກອງບັນຊາການກອງທັບເຮືອໃນໄລຍະທີ່ຜ່ານມາພ້ອມກັບເພື່ອນຮ່ວມກົມກອງແຕ້ມແຜນທີ່ທະເລດີຈີຕອນນັບ 100 ແຜ່ນອອກແບບລະບົບຜະລິດຖານຂໍ້ມູນພູມສາດແລະສ້າງແຜນທີ່ພູມສັນຖານພື້ນທະເລ…  ວຽກງານເຫຼົ່ານັ້ນບໍ່ພຽງແຕ່ຕ້ອງການຄວາມຊັດເຈນລະອຽດເທົ່ານັ້ນ ຫາກຍັງມີບົດບາດສຳຄັນ ປະກອບສ່ວນປະຕິບັດໜ້າທີ່ຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.
ຜູ້ສືບຕໍ່ປະຕິບັດຄວາມໄຝ່ຝັນກ່ຽວກັບແຜນທີ່ທະເລໝູ່ເກາະຫວຽດນາມ - ảnh 1ພັນຕີ ເລທິມິງທຸ໋ຍ ລົງປະຕິບັດວຽກງານຢູ່ໝູ່ເກະ ເຈື່ອງຊາເມື່ອເດືອນພຶດສະພາປີ 2023

     ເດືອນພຶດສະພາປີ 2023, ພັນຕີເລທິມິງທຸ໋ຍໄດ້ລົງປະຕິບັດວຽກງານຢູ່ໝູ່ເກະ ເຈື່ອງຊາ. ພາຍຫຼັງ 35 ປີນັບແຕວັນພໍ່ຂອງນາງເຊິ່ງແມ່ນນັກຮົບເລດິ່ງເທີ ໄດ້ເສຍສະຫຼະຊີວິດໃນເວລາປະຕິບັດໜ້າປົກປັກຮັກສາໝູ່ເກາະເຈື່ອງນາງຈຶ່ງປະຕິບັດຄວາມໄຝ່ຝັນຂອງຕົນໄດ້. ນັ້ນແມ່ນອອກໄປຢາມໝູ່ເກາະແລະຈູດທູບທຽນອາໄລຫາພໍ່ ພ້ອມກັບເພື່ອນຮ່ວມກົມກອງ 63 ຄົນຂອງລາວ. ນາງທຸ໋ຍໃຫ້ຮູ້ວ່າ:

    “ເມື່ອຂ້າພະເຈົ້າອອກໄປເຈື່ອງຊາ, ກໍ່ມີຄວາມຮູ້ສຶກຍາກທີ່ຈະພັນລະນາໄດ້. ນີ້ແມ່ນສິ່ງທີ່ຂ້າພະເຈົ້າໄດ້ຝັກໄຝ່ມາເປັນເວລາຍປີ. ເມື່ອໄດ້ປ່ອຍພວງມະລາພ້ອມກັບອ້ານເອື້ອຍນ້ອງຢູ່ກຳປັ່ນອາໄລຫາພໍ່ ພ້ອມກັບນັກຮົບທີ່ໄດ້ເສຍສະຫຼະຊີວິດ 63 ຄົນເມື່ອວັນທີ 14 ມີມາປີ 1988 ຂ້າພະເຈົ້າກໍ່ຢາກເວົ້າກັບພໍ່ ພ້ອມກັບພວກລຸງພວກອາວທີ່ໄດ້ເສຍສະຫຼະຊີວິດວ່າ “ພໍ່ ແລະພວກລຸງພວກອາວຈົ່ງອຸ່ນອ່ຽນໃຈ,ລູກແລະເພື່ອຮ່ວມກົມກອງຈະສືບຕໍ່ປະຕິບັດຄວາມໄຝ່ຝັນຂອງພໍ່ ແລະບັນດາເພື່ອນຮ່ວມກົມກອງແລະຈະພະຍາຍາມຫຼາຍກວ່າອີກ”.

 ພໍ່ຂອງນາງເລທິມິງທຸ໋ຍ ແມ່ນນັກຮົບ ເລດິ່ງເທີ ເຊິ່ງເຄີຍແມ່ນພະນັກງານສັງກັດກອງວັດແທກແຕ້ມແຜນທີ່ທະເລ ແລະ ຄົ້ນຄວ້າທະເລ ໄດ້ເສຍສະຫຼະຊີວິດເມື່ອນາງເລທິມິງທຸ໋ຍມີອາຍຸເຕັມໜຶ່ງປີ. ພາຍຫຼັງທີ່ພໍ່ເສຍສະຫຼະຊີວິດເປັນເວລາສອງສາມເດືອນ, ແມ່ຂອງນາງທຸ໋ຍກໍ່ເສຍຊີວິດ. ນາງທຸ໋ຍໄດ້ເຕີບໃຫຍ່ຂຶ້ນໃນທ່າມກາງຄວາມຮັກແພງຂອງຍາດພີ່ນ້ອງໃນຄອບຄົວແລະຄວາມເອົາໃຈໃສ່ຂອງພວກລຸງພວກອາວໃນກົມກອງຂອງພໍ່ແມ່.

ຮຽນຈົບມະຫາວິທະຍາໄລບໍ່ແຮ່ - ທໍລະນີສາດ ລົງເລິກຂະແໜງສຳຫຼວດແຕ້ມແຜນທີ່, ນາງໄດ້ເຂົ້າເຮັດວຽກຢູ່ກອງວັດແທກແຕ້ມແຜນທີ່ທະເລ ແລະ ຄົ້ນຄວ້າທະເລ ດ້ວຍຄວາມໄຝ່ຝັນຢາກສືບຕໍ່ກ້າວເດີນບົນເສັ້ນທາງທີ່ພໍ່ຂອງຕົນໄດ້ປະຕິບັດ.  ໃນປີທີ່ຜ່ານມານາງທຸ໋ຍພ້ອມກັບເພື່ອນຮ່ວກົມກອງໄດ້ສຳເລັດການອອກແບບລະບົບການຜະລິດຖານຂໍ້ມູນພູມສາດແລະສ້າງແຜນທີ່ພູມສັນຖານພື້ນທະເລດ້ວຍອັດຕາ 1:100000 ຈຳນວນ 196 ສ່ວນປະກອບ ພ້ອມທັງແຕ້ມແລະອັບເດດ ສ່ວນປະກອບແຜນທີ່ທະເລດີຈີຕອນນັບ 100 ແຜ່ນ. ແບ່ງປັນກ່ຽວກັບເຕັກໂນໂລຊີໃໝ່ໃນຂົງເຂດແຜນທີ່  ນາງທຸ໋ຍເປີດເຜີຍວ່າ:

   “ເມື່ອບໍ່ດົນມານີ້ ພວກຂ້າພະເຈົ້າກໍ່ໄດ້ແຕ້ມສ່ວນປະກອບແຜນທີ່ພູມສັນຖານພື້ນທະເລ 196 ແຜ່ນແລະເປັນຄັ້ງທຳອິດທີ່ພວກຂ້າພະເຈົ້າໄດ້ນຳໃຊ້ຊັອບໃໝ່ ແລະນຳໃຊ້ພາສາອັງກິດເປັນສ່ວນຫຼາຍ. ການນຳໃຊ້ຊັອບແວໃໝ່ ໄດ້ເປັນການເປີດທິດກ້າວເດີນຫຼາຍຢ່າງໃນຂົງເຂດແຜນທີ່ພື້ນທະເລສຳລັບພວກຂ້າພະເຈົ້າ”.

  ນອກຈາກວິຊາສະເພາະທີ່ກວ້າງເລິກ, ນາງທຸ໋ຍຍັງຮຽນພາສາອັງກິດໂດຍຕົນເອງ ພ້ອມທັງຄົ້ນຫາແລະໝູນໃຊ້ບັນດາຊັອບແວໃໝ່ ເພື່ອຮັບໃຊ້ການແຕ້ມແຜນທີ່. ນາງທຸ໋ຍ ກໍ່ແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນການໝູນໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນຂົງເຂດແຕ້ມແຜນທີ່, ເຂົ້າເຖິງຄວາມກ້າວໜ້າໃນຂົງເຂດແຜນທີ່ຂອງໂລກ. ພັນຕີ ຫງວຽນວັນຢຸ໊ງ ຫົວໜ້າກອງແຕ້ມແຜນທີ່ໃຫ້ຂໍ້ສັງເກດກ່ຽວກັບນາງທຸ໋ຍວ່າ:

   “ໃນຖານະຕຳແໜ່ງເປັນຫົວໜ່ວຍແຕ້ມແຜນທີ່, ນາງທຸ໋ຍຍາມໃດກໍ່ເຮັດຫຼ້ອນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ນາງທຸ໋ຍແມ່ນຜູ້ສຸດຈິດສຸດໃຈມີຄວາມມານະອົດທົນຮຽນຮູ້. ເຖິງວ່ານາງທຸ໋ຍແມ່ນພະນັກງານໜຸ່ມກໍ່ຕາມ ແຕ່ກໍ່ໄດ້ຮັບການຈັດແບ່ງວຽກງານເຂົ້າຮ່ວມໃນຫຼາຍໂຄງການທີ່ສຳຄັນຈາກຫົວໜ້າກົມກອງ.”

    ຄວາມມານະພະຍາຍາມຂອງພັນຕີ ເລທິມິງທຸ໋ຍໄດ້ຮັບການຢັ້ງຢືນຜ່ານໃບຍ້ອງຍໍໂດຍເຫຼົ່າທັບເຮືອແລະກະຊວງປ້ອງກັນປະເທດມອບໃຫ້ ຍ້ອນໄດ້ມີຜົນງານດີເດັ່ນໃນວຽກງານ. 

ຕອບກັບ