ປະທານ ໂຮ່ຈີມິນ - ສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບ

Hong Van
Chia sẻ
(VOVWORLD) -ປະທານໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ, ແມ່ນແວນແຍງທີ່ໃສແຈ້ງກ່ຽວກັບຄວາມເມດຕາ ແລະ ຄວາມຮັກແພງມະນຸດ. ເພິ່ນຍາມໃດກໍເຊີດຊູແນວຄິດສັນຕິພາບ, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງບັນດາປະຊາຊາດ. ຕາມ ປະທານໂຮ່ຈີມິນແລ້ວ, ສັນຕິພາບແມ່ນຜົນປະໂຫຍດຂອງມວນມະນຸດ, ການປົກປັກຮັກສາສັນຕິພາບຂອງໂລກໝາຍເຖິງການ ຮັກສາຜົນປະໂຫຍດຂອງປະເທດເຮົາ.
ປະທານ ໂຮ່ຈີມິນ - ສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບ - ảnh 1ປະທານໂຮ່ຈິມິນຕ້ອນຮັບຄະນະຜູ້ແທນຝະລັ່ງເມື່ອວັນທີ15/3/1955

     ບົດເພງກ່ຽວກັບໂຮ່ຈີມິນ(The Ballad of Ho Chi Minh) ແຕ່ງໂດຍ Ewan MacColl (ຊາວອັງກິດ) ເມື່ອປີ 1954, ໄດ້ຖືກເຜີຍແຜ່ຢູ່ ບັນດາປະເທດ ຮັກຫອມສັນຕິພາບ. ເພງນີ້ໄດ້ຖືກສະເໜີຂັບຮ້ອງ ຫຼາຍເທື່ອໃນຄ່ຳຄືນສະແດງຄອນເສີດ ຄັດຄ້ານສົງຄາມຢູ່ລາຮາວານ (ກູບາ) ໃນປີ 1967. ຍິ່ງກ່ວານັ້ນ ເພງນີ້ໄດ້ຖືກແປເປັນຫຼາຍພາສາ ແລະ ຖືກຂັບຮ້ອງຢູ່ຫຼາຍປະເທດ ຊຶ່ງເປັນການສະແດງໃຫ້ເຫັນວ່າ ໃນຈິດໃຈຂອງປະຊາຊົນໂລກ, ປະທານໂຮ່ຈີມິນຄືດັ່ງສັນຍາລັກແຫ່ງອິດສະລະພາບ ແລະ ສັນຕິພາບ.

          “ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮັກແພງຂອງຕົນ, ປະທານໂຮ່ຈີມິນ ເປັນຜູ້ນຳທີ່ແສນເຄົາລົບຮັກ, ເປັນລຸງທີ່ຮັກແພງຂອງຊາວອິນເດຍ”

    “ຂ້າພະເຈົ້າຮູ້ຈັກປະທານໂຮ່ຈີມິນ ກ່ອນທີ່ຈະມາຮຽນ ພາສາ ຫວຽດນາມ. ເພິ່ນເປັນຜູ້ນໍາທີ່ຍິ່ງໃຫຍ່, ລຽບງ່າຍ ແລະ ພິເສດ, ເພິ່ນຍາມໃດກໍເຊີດຊູນ້ຳໃຈສາມັກຄີ ແລະ ຮັກຫອມ ສັນຕິພາບ.  ກໍເຊັ່ນດຽວກັບນັກສຶກສາລາວຫຼາຍຄົນ, ຂ້າພະເຈົ້າ ຄົາລົບ ແລະ ນິຍົມນັບຖື ປະທານ ໂຮ່ຈີມິນ.”

      ຕາມທັດສະນະຂອງບັນດານັກຄົ້ນຄ້ວາ, ສຳລັບປະທານໂຮ່ຈິມິນ, ສັນຕິພາບແມ່ນບຸລິມະສິດອັນດັບໜຶ່ງ, ສົງຄາມພຽງແຕ່ແມ່ນທາງເລືອກສຸດທ້າຍ. ຫຼັກຖານຢັ້ງຢືນວ່າ ໃນຊຸມປີ 50 ຂອງສະຕະວັດທີ່ກ່ອນ, ທ່ານປະທານ ໂຮ່ຈີມິນ ໄດ້ສົ່ງຈົດໝາຍຫຼາຍສະບັບເຖິງວົງການນັກການເມືອງ ແລະ ປະຊາຊົນຝະລັ່ງ, ບັນດາລັດຖະບານ, ນັກເຄື່ອນໄຫວການເມືອງ ແລະ ປະຊາຊົນບັນດາປະເທດ, ທັງຄັດຄ້ານສົງຄາມຂອງທາງການກຳອຳນາດ ຝະລັ່ງ ຢູ່ ຫວຽດນາມ. , ທັງ ຮຽກຮ້ອງ ໃຫ້ດຳເນີນການເຈລະຈາສັນຕິພາບ. ເພື່ອສະແດງເຈດຕະນາດີ, ປະທານ ໂຮ່ຈີມິນ ໄດ້ຮັບຄຳເຊີນໄປຢ້ຽມຢາມ ຝະລັ່ງ ເມື່ອປີ 1946. ເພິ່ນໄດ້ມີການພົບປະກັບບັນດານັກຂ່າວ, ລັດຖະມົນຕີ, ນາຍທະຫານຝະລັ່ງ... ໃນການໃຫ້ສຳພາດຕໍ່ນັກຂ່າວ Bernard Dranber (ໜັງສືພິມ ປາຣີ - ໄຊງ່ອນ), ວັນທີ 13 ທັນວາປີ 1946, ປະທານໂຮ່ຈີມິນໄດ້ຢືນຢັນວ່າ: “ພໍ່ແມ່ພີນ້ອງຂ້າພະເຈົ້າແລະຂ້າພະເຈົ້າຢາກມີສັນຕິພາບແທ້. ພວກຂ້າພະເຈົ້າບໍ່ຢາກເກີດມີສົງຄາມ. ຂ້າພະເຈົ້າຮູ້ວ່າ ປະຊາຊົນຝຣັ່ງບໍ່ຢາກດຳເນີນສົງຄາມ. ສົງຄາມນີ້, ພວກຂ້າພະເຈົ້າຢາກຫຼີກລ້ຽງດ້ວຍທຸກ ວິທີທາງ ".     ສາດສະດາຈານ, ດຣ ຮ່ວາງຈີ໋ບ໋າວ, ຜູ້ທີ່ໄດ້ຄົ້ນຄ້ວາປັດຊະຍາກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນໃນຕະຫຼອດຊີວິດໃຫ້ຄຳວິເຄາະວ່າ:

      “ໃນຈິນຕະນາການການທູດຂອງໂຮ່ຈິມິນ, ຍາມໃດເພິ່ນກໍ່ຈຳແນກລະຫວ່າງໝູ່ເພື່ອນກັບຄູ່ຕໍ່ສູ້. ກອງທັບຝະລັ່ງ ທີ່ຮຸກຮານຫວຽດນາມ ແມ່ນຕ້ອງຕໍ່ສູ້ ເພື່ອເອົາຊະນະ, ສ່ວນປະຊາຊົນ ຝະລັ່ງ, ຊາດຝະລັ່ງ ແລະ ພື້ນຖານອະລິຍະທຳຝະລັ່ງນັ້ນ ກໍ່ໄດ້ຮັບຄວາມເຄົາລົບນັບຖືທີ່ສຸດຈາກປະທານ ໂຮ່ຈີມິນ, ຖືວ່າ ນັ້ນແມ່ນຄຸນຄ່າອັນຍອດຍີ່ງຂອງ ມວນມະນຸດ. ໃນບັນດາເພື່ອນຝຣັ່ງ, ນັບທັງຜູ້ທີ່ມີ ທັດສະນະ ການເມືອງທີ່ແຕກຕ່າງກັນ, ເພິ່ນຍັງຊອກເຫັນໃນພວກເຂົາມີບັນດາຈຸດຄ້າຍຄືກັນ”

         ສຳລັບປະທານໂຮ່ຈີມິນ, ເອກະລາດຂອງຊາດຕົນແມ່ນເອກະລາດຂອງທຸກໆປະຊາຊາດໃນໂລກ; ປົດປ່ອຍຊາດເພື່ອປົດປ່ອຍມະນຸດ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ:

    “ແນວຄິດ ໂຮ່ຈີມິນ ແມ່ນລະບົບຄຸນຄ່າລວມທັງພຶດຕິກຳຕົວຈິງ ແລະ ທິດສະດີ. ມັນບໍ່ພຽງແຕ່ມີຄຸນຄ່າທາງດ້ານ ແນວຄິດເທົ່ານັ້ນ, ແຕ່ຍັງມີ ຄວາມໝາຍທົ່ວໂລກ ແລະ. ລືນກາຍຍຸກສະໄໝອີກດ້ວຍ. ຄຸນຄ່າເຫຼົ່ານັ້ນຍັງຄົງ ຖືກຮັກສາໄວ້ຈົນເຖິງທຸກວັນນີ້. ນັ້ນແມ່ນຄຸນສົມບັດທີ່ໃສແຈ້ງ, ແມ່ນແນວຄິດທີ່ກ້າວຫນ້າເຊິ່ງ UNESCO ຍັງຄົງຮັກສາໃນທຸກວັນນີ້”.

      ບໍ່ພຽງແຕ່ຮັກຫອມສັນຕິພາບເທົ່ານັ້ນ, ທ່ານປະທານໂຮ່ຈິມິນຍັງໄດ້ເຊີດຊູນ້ຳໃຈມິດຕະພາບ, ຄວາມສາມັກຄີຂອງທຸກໆປະເທດ. ເມື່ອຕອບຄຳຖາມຂອງນັກຂ່າວ ອິນເດຍ ເມື່ອເດືອນພຶດສະພາປີ 1947, ປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ: “ທັດສະນະຂອງຫວຽດນາມ ຕໍ່ບັນດາປະເທດ ອາຊີ ແມ່ນທັດສະນະອ້າຍນ້ອງ, ຕໍ່ 5 ປະເທດມະຫາອຳນາດແມ່ນທັດສະນະເພື່ອນມິດ” ແລະ “ນະໂຍບາຍການຕ່າງປະເທດແມ່ນນ້ຳໃຈມິດຕະພາບຕໍ່ບັນດາປະເທດເພື່ອນບ້ານ…”. ຍ້ອນແນວນັ້ນ, ບໍ່ວ່າຈະໄປໃສ, ເພິ່ນກໍຍັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນຈິດໃຈຂອງຊາວທ້ອງຖິ່ນ. ທ່ານ Chintamani Mahapatra ອະທິການບໍດີ ມະຫາວິທະຍາໄລ Jawanari Neru (ອິນເດຍ ) ເປີດເຜີຍວ່າ :

    “ ເມື່ອປະທານ ໂຮ່ຈີມິນ ຢ້ຽມຢາມ ອິນເດຍ, ເພິ່ນໄດ້ໄປຢ້ຽມຢາມຫຼາຍແຫ່ງ, ຈາກບັນດາໂຮງງານ, ເຂດອຸດສາຫະກຳ, ນິຄົມກະເສດ. ບໍ່ວ່າແຫ່ງໃດທີ່ລຸງໂຮ່ແວ່ຢາມ, ບັນດາຜູ້ນຳ ແລະປະຊາຊົນອິນເດຍ ໄດ້ຕ້ອນຮັບເພິ່ນ ດ້ວຍຄວາມຮັກແພງ ແລະຈິງໃຈທີ່ສຸດ. ບໍ່ເປັນການຍາກທີ່ຈະຮັບຮູ້ການສົ່ງຜົນສະທ້ອນ ຂອງປະທານໂຮ່ຈິມິນ. ເພິ່ນເປັນເພື່ອນທີ່ຍິ່ງໃຫຍ່ຂອງອິນເດຍ.

          ກວ່າ 50 ປະເທດທີ່ເພິ່ນໄດ້ໄປຢ້ຽມຢາມ, ເພິ່ນໄດ້ເສີມສ້າງນ້ຳໃຈມິດຕະພາບ ແລະສັນຕິພາບ. ຮູບພາບປະທານໂຮ່ຈິມິນໄດ້ປະກົດຢູ່ທົ່ວທຸກແຫ່ງຄື: ອະນຸສາວະລີ, ເຂດອະນຸສອນສະຖານນັບສິບແຫ່ງໄດ້ຮັບການກໍ່ສ້າງ; ຖະໜົນຫົນທາງຫຼາຍສາຍ, ທາງຫຼວງນັບສິບເສັ້ນ ແລະໂຮງຮຽນຫຼາຍແຫ່ງໃນ ທົ່ວໂລກໄດ້ໃສ່ຊື່ຂອງເພິ່ນ.

ຕອບກັບ