ບາດຫຼວງ ດ່ຽວຟີ ໄດ້ຮັບຄວາມຮັກແພງຈາກພໍ່ແມ່ພີ່ນ້ອງຊາວບ້ານ.

Thu Hang
Chia sẻ
(VOVWORLD) -ທ່ານ ດ່ຽວຟີ ຊາວເຜົ່າ ເມີນົງ ເກີດປີ 1967 ຢູ່ບ້ານ ບູມະແລງ ຕາແສງ ດັກຣາຕິດ ເມືອງ ຕຸຍດຶກ ແຂວງ ດັກນົງ ແມ່ນຕົວແບບກ້າວໜ້າໃນການພັດທະນາເສດຖະກິດ ແລະ ເຄີຍເຮັດວຽກງານກຸສົນ ໂດຍອາສາສະໝັກ ເພື່ອຊ່ວຍເຫຼືອບັນດາຜູ້ທີ່ມີສະພາບຫຍຸ້ງຍາກ. ທ່ານ ມີຄວາມເປັນກຽດ ແມ່ນຊາວເຜົ່າສ່ວນໜ້ອຍພຽງຄົນດຽວຢູ່ແຂວງ ດັກນົງ ເຂົ້າຮ່ວມກອງປະຊຸມແຂ່ງຂັນຮັກຊາດໃນທົ່ວປະເທດທີ່ຜ່ານມາ
ບາດຫຼວງ ດ່ຽວຟີ ໄດ້ຮັບຄວາມຮັກແພງຈາກພໍ່ແມ່ພີ່ນ້ອງຊາວບ້ານ. - ảnh 1ບາດຫຼວງ ດ່ຽວຟີ (ເບື້ອງຊ້າຍ)

ໃນຊຸມມື້ຕົ້ນປີ 2021, ບາດຫຼວງ ດ່ຽວຟີ ໄດ້ຂ້ອງຄາກັບວຽກງານປະຈຳວັນຂອງຕົນ ນັ້ນແມ່ນການເກັບກູ້ກາເຟໃນຍາມສຸກ. ດ້ວຍເນື້ອທີ່ກາເຟເກືອບ 3 ເຮັກຕາ ແລະ ຍ້ອນຮູ້ຈັກວິທີໃຊ້ຈ່າຍໂດຍປະຢັດ, ດັ່ງນັ້ນທ່ານ ແລະ ຄອບຄົວໄດ້ມີການດຳລົງຊີວິດທີ່ດີ, ລູກເຕົ້າໄດ້ຮ່ຳໄດ້ຮຽນ. ທ່ານ ດ່ຽວຟີ ແມ່ນໜຶ່ງໃນບັນດາຕົວແບບທີ່ດີເດັ່ນ ຍ້ອນມີບັນດາການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ເຮັດວຽດງານກຸສົນ ໂດຍສະໝັກໃຈ ເພື່ອຊ່ວຍພໍ່ແມ່ພີ່ນ້ອງ ຫຼຸດຜ່ອນຮີດເກົ່າຄອງເດີມ ປ່ຽນປ່ຽນແປງຈິນຕະນາການ ແລະ ບືນຕົວຂຶ້ນພັດທະນາເສດຖະກິດ. ທ່ານ ດ່ຽວຟີ ແບ່ງປັນວ່າ:

“ເຖິງວ່າເຮົາຍັງບໍ່ທັນແມ່ນຜູ້ຮັ່ງມີກໍ່ຕາມ ແຕ່ເຮົາກໍ່ສາມາດຊ່ວຍເຫຼືອບັນດາຜູ່ທຸກຍາກ. ໃນການດຳເນີນຊີວິດທາງສາສະໜາ ຂ້າພະເຈົ້າກໍ່ໄດ້ເຜີຍແຜ່ນະໂຍບາຍ ຂອງພັກ ແລະ ລັດ ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບ້ານ ແລະ ເຂດຊຸມຊົນ ເປັນຕົ້ນແມ່ນກ່ຽວກັບບັນຫາກ່ຽວຂ້ອງເຖິງແນວປູກສັດລ້ຽງ”.

 ອ້າຍ ດ່ຽວຢາເກີ ຢູ່ບ້ານ ບູມະແລງ ເລົ່າສູ່ຟັງວ່າ ກ່ອນນີ້ພໍ່ແມ່ພີ່ນ້ອງຊາວເຜົ່າ ເມີນົງ ຢູ່ແຫ່ງນີ້ໄດ້ປູກຕົ້ນກາເຟ ແຕ່ຍັງບໍ່ທັນຮູ້ວິທີບົວລະບັດ ຮັກສາ ດັ່ງນັ້ນປະສິດທິຜົນເສດຖະກິດຍັງຕ່ຳ. ຍ້ອນໄດັຮັບການຖ່າຍທອດຈາກ ບາດຫຼວງ ດ່ຽວຟີ ກ່ຽວກັບຕັດງ່າໃສ່ຝຸ່ນ ຫົດນ້ຳ ດັ່ງນັ້ນສະມັດຕະພາບ ແລະ ປະລິມານການເກັບກູ້ ກໍ່ຄ່ອຍໆເພີ່ມຂຶ້ນ. ອ້າຍ ດ່ຽວຢາເກີ ເວົ້ົ້າວ່າ:

“ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອຈາກບາດຫຼວງ, ຊາວບ້ານໄດ້ມີການດຳລົງຊີວິດດີຂຶ້ນ ມີທ່າອ່ຽງສ້າງຄວາມຮັ່ງມີ. ເຖິງວ່າກ່ອນໜ້ານີ້ ການປູກກາເຟຕ້ອງໃຊ້ເວລາ ສາມສີ່ປີ ຈຶ່ງສາມາດເກັບກູ້ໄດ້ ແຕ່ໃນປັດຈຸບັນພຽງສອງປີ ກໍ່ສາມາດເກັບກູ້ໄດ້ແລ້ວ. ບາດຫຼວງໄດ້ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຊາວບ້ານ ສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ”.

 ໂດຍປະຕິບັດຕາມໂຄງການສ້າງຊົນນະບົດໃໝ່ ຄອບຄົວບາດຫຼວງ ດ່ຽວຟີ ໄດ້ບໍລິຈາກເນື້ອທີ່ດິນສ່ວນໜຶ່ງ ແລະ ຂົນຂວາຍບັນດາຄອບຄົວຢູ່ອ້ອມຂ້າງ ພ້ອມກັນບໍລິຈາກທີ່ດິນ ເພື່ອເຮັດທາງ ລະຫວ່າງບ້ານຕໍ່ບ້ານ. ນາງ ທິຢອງ ຢູ່ບ້ານ ເມີແລງ ໃຫ້ຮູ້ວ່າ:

“ທ່ານ ດ່ຽວຟີ ໄດ້ຊ່ວຍເຫຼືອພໍ່ແມ່ພີ່ນ້ອງ ຊາວບ້ານໃນການປູກກາເຟ, ທ່ານຍັງບໍລິຈາກທີ່ດິນ ເພື່ອເຮັດທາງ ເພື່ອໃຫ້ພໍ່ແມ່ພີ່ນ້ອງພວກຂ້າພະເຈົ້າມີທາງເດີນ. ທຸກໆຄົນໃນບ້ານກໍ່ລ້ວນແຕ່ຮູ້ບຸນຄຸນ ແລະ ຮັກແພງບາດຫຼວງດ່ຽວຟີ”.

 ທ່ານ ຮວ່າງງອກທຶກ ປະທານຄະນະກຳມະການປະຊາຊົນ ຕາແສງ ດັກຣາຕິດ ຢືນຢັນວ່າ ທ່ານ ດ່ຽວຟີ ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນໜູ່ປະຊາຊົນ ຢູ່ບ້ານ ບູມະແລງ. ເພື່ອຊ່ວຍບັນດາຜູ້ທີ່ມີສະພາບອາພັບ, ທ່ານຍັງຂົນຂວາຍບັນດາແຫຼ່ງຊ່ວຍໜູນຈາກພາຍນອກ ເພື່ອປຸກສ້າງເຮືອນ 5 ຫຼັງໃຫ້ແກ່ບັນດາຄອບຄົວທີ່ທຸກຍາກ ຜູ້ທີ່ມີສະພາບຫຍຸ້ງຍາກ ບໍ່ມີບ່ອນເພິ່ງພາອາໄສ; ຂຸດນ້ຳສ້າງໃຫ້ແກ່ບັນດາເຂດຊຸມຊົນທີ່ຂາດນ້ຳໃຊ້ໃນຊີວິດປະຈຳວັນ. ທ່ານ ຮວ່າງງອກທຶກ ກ່າວວ່າ:

 “ບາດຫຼວງແມ່ນຜູ້ມີອິດພົນຊື່ສຽງ ແລະ ໄດ້ຮັບຄວາມໄວ້ວາງໃຈສູງຈາກພໍ່ແມ່ພີ່ນ້ອງຊາວບ້ານ, ມີບາງເນື້ອໃນໂຄສະນາ ກ່ຽວກັບແນວທາງແຜນນະໂຍບາຍຂອງພັກ ແລະ ບາງນະໂຍບາຍຂອງລັດ ກ່ຽວກັບພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ ຄືເຂດປະສົບຄວາມຫຍຸ້ງຍາກເປັນພິເສດຢູ່ຕາແສງ ດັກຣາຕິດ, ບາດຫຼວງກໍ່ໄດ້ໂຄສະນາເປັນຢ່າງດີທີ່ສຸດ. ໃນບັ້ນປ້ອງກັນຕ້ານ ໂຄວິດ - 19 ທີ່ຜ່ານມາ, ບາດຫຼວງ ດ່ຽວຟີ ກໍ່ໄດ້ມອບຜ້າອັດປາກ 400 ແຜ່ນ ແລະ ເງິນສົດ 1.000.000 ດົ່ງໃຫ້ແກ່ຄະນະກຳມະການປະຊາຊົນຕາແສງ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນໂລກລະບາດ”.

ບາດຫຼວງ ດ່ຽວຟີ ແມ່ນຕົວແທນໃຫ້ແກ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍພຽງຄົນດຽວໃນແຂວງ ດັກນົງ ໄດ້ເຂົ້າຮ່ວມກອງປະຊຸມແຂ່ງຂັນຮັກຊາດທົ່ວປະເທດ ກໍ່ແມ່ນຄວາມເປັນກຽດ ສຳລັບທ່ານ ດ່ຽວຟີ. ນີ້ກໍ່ແມ່ນກຳລັງໜູນເພື່ອໃຫ້ທ່ານສືບຕໍ່ແຜ່ກະຈາຍບັນດາຄວາມເມດຕາປານີ ຮັກແພງມະນຸດດ້ວຍກັນໃນໜູ່ປະຊາຊົນ.

ຕອບກັບ