ນາຍບ້ານ ຮວິ່ງວັນເກີ-ຜູ້ມີອິດທິພົນຊື່ສຽງໃນບ້ານເຜົ່າຈຳທີ່ແຂວງບິ່ງທ້ວນ

Ngoc Anh
Chia sẻ
(VOVWORLD) -ພໍ່ແມ່ພີ່ນ້ອງໃນບ້ານເຜົ່າຈຳ ຟໍ່ຈີ່ ຕາແສງ ເຕິນຖັງ ເມືອງ ຮ່າມເຕິນ ແຂວງບິ່ງທ້ວນ ໃນທຸກວັນນີ້ໄດ້ສຸມໃສ່ອອກແຮງງານທຳການຜະລິດລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທູກຍາກແບບຍືນຍົງ. ບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນມີການປະກອຍສ່ວນບໍ່ໜ້ອຍຂອງນາຍບ້ານຮວິ່ງວັນເກີ
ນາຍບ້ານ ຮວິ່ງວັນເກີ-ຜູ້ມີອິດທິພົນຊື່ສຽງໃນບ້ານເຜົ່າຈຳທີ່ແຂວງບິ່ງທ້ວນ - ảnh 1ທ່ານ ຮວິ່ງວັນເກີ ກ່າວຄຳເຫັນທີ່ກອງປະຊຸມຍ້ອງຍໍຊົມເຊີຍຕົວແບບທີ່ດີເດັ່ນຊຶ່ງແມ່ນຜູ້ມີອິດທິພົນທີ່ດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າ

     ບ້ານຟໍ່ຈີ່ ຕາແສງເຕິນຖັງເມືອງຮ່າມເຕິນປັດຈຸບັນມີຫຼາຍກວ່າ 562 ຄອບຄົວ ໃນນັ້ນມີ 395 ຄອບຄົວແມ່ນຊາວເຜົ່າຈຳເຊື່ອຖືສາສະໜາບານີ. ໃນຊຸມປີມໍ່ໆມານີ້ ຊີວິດການເປັນຢູ່ຂອງຊາວບ້ານຟໍ່ຈີ່ ໄດ້ມີການປ່ຽນແປງຫຼາຍຢ່າງ ເປັນຕົ້ນແມ່ນນັບແຕ່ເວລາມີແຜນຍະໂຍບາຍການກໍ່ສ້າງຊົນນະບົດໃໝ່. ເສັ້ນທາງບ້ານຕໍ່ບ້ານຫຼາຍສາຍໄດ້ຖືກກໍ່ສ້າງດ້ວຍທາງເບຕົງແບບຖາວອນ, ເຮືອນຊານບ້ານຊ່ອງຂອງປະຊາຊົນໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕໂອ້ໂຖງ ສະພາບຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນບ້ານ ກໍ່ໄດ້ຮັບການຮັກສາໃຫ້ໝັ້ນຄົງ. ຍ້ອນແນວນັ້ນ ບ້ານຟໍ່ຈີ່ ຕາແສງເຕິນຖັງໃນ 9 ປີຢ່າງລຽນຕິດໄດ້ບັນລຸນາມມະຍົດບ້ານວັດທະນະທຳ. ປີທີ່ຜ່ານມາ ບ້ານໄດ້ຮັບການຢັ້ງຢືນແມ່ນບ້ານຊົນນະບົດໃໝ່. ຕາມປະຊາຊົນໃນໜູ່ບ້ານແລ້ວ, ການປ່ຽນແປງນີ້ແມ່ນມີການປະກອບສ່ວນຢ່າງຫຼວງຫຼາຍຂອງທ່ານ ຮວິ່ງວັນເກີ, ປີນີ້ລາວມີອາຍຸ 64 ປີ ລາວເປັນນາຍບ້ານເປັນເວລາເກືອບ 20 ປີ ແລະກໍ່ແມ່ນຜູ້ມີອິດທິດພົນຊື່ສຽງໃນບ້ານເຜົ່າຈຳ. ທ່ານທົງວັນເຕົ່າຢູ່ບ້ານຟໍ່ຈີ່ ໃຫ້ຮູ້ວ່າ:

   “ທ່ານເກີກໍ່ເຮັດວຽກຢ່າງສຸດອົກສຸດໃຈດ້ວຍໜ້າທີ່ຮັບຜິດຊອບແມ່ນນາຍບ້ານ ທ່ານໄດ້ເຮັດວຽກຢ່າງສຸດຄວາມສາມາດຂອງຕົນເພື່ອພໍ່ແມ່ພີ່ນ້ອງຊາວບ້ານ. ຜູ້ໃດປະສົບຄວາມຫຍຸ້ງຍາກ ປະສົບກັບເຫດຮ້າຍ ທ່ານເກີກໍ່ລ້ວນແຕ່ປະສານງານຊ່ວຍເຫຼືອ”.

 ເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຜົ່າຈຳຢູ່ບ້ານຟໍ່ຈີ່ ໃຫ້ມີວຽກເຮັດງານທຳປົກກະຕິເພື່ອຍົກສູງລາຍຮັບ, ໄລຍະທີ່ຜ່ານມາ ທ່ານເກີໄດ້ຂົນຂວາຍເປີດຊຸດອົບຮົມວິຊາຊີບໄລຍະສັ້ນ 4 ຊຸດດ້ວຍນັກຮຽນເຂົ້າຮ່ວມ 115 ຄົນ. ສູນການຊ່າງເມືອງຮ່າມເຕິນ ກໍ່ໄດ້ສອນຢູ່ບ້ານໂດຍກົງລວມມີບັນດາວິຊາຊີບຄື ຕັດຫຍິບອຸດສາຫະກຳ, ສັດຕະວັດແພດ, ການກໍ່ສ້າງຂັ້ນຕົ້ນ, ປູກຜັກປອດສານພິດ. ທ່ານ ທົງວັນລິງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຕິນຖັງ ເມືອງຮ່າມເຕິນ ແຂວງບີ່ງທ້ວນໃຫ້ຮູ້ວ່າ:

  “ທ່ານເກີເປັນນາຍບ້ານໄດ້ຊ່ວຍໃຫ້ບ້ານຟໍ່ຈີ່ ບັນລຸມາດຖານຊົນນະບົດໃໝ່ຂອງຕາແສງ. ການນຳພາບໍລິຫານຂອງທ່ານໄດ້ຮັບຄວາມເພິ່ງພໍໃຈຂອງຊາວບ້ານ ແລະ ທ່ານນັບມື້ໄດ້ຮັບຄວາມໄວ້ວາງໃຈ. ໂສມໜ້າຊົນນະບົດໄດ້ຮັບການປ່ຽນແປງ ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງ ຄືໃນປີ 2017 ບ້ານມີ 200 ຄອບຄົວທຸກຍາກ ແຕ່ຮອດປັດຈຸບັນຍັງເຫຼືອພຽງ 26 ຄອບຄົວທຸກຍາກເທົ່ານັ້ນ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນ ທຸກໆຄົນກໍ່ມີວຽກເຮັດງານທຳເປັນປົກກະຕິ”.

  ໂດຍແມ່ນບ້ານຕິດກັບທະເລ, ໃນໄລຍະທີ່ຜ່ານມາ ທ່ານເກີ ໄດ້ຕັ້ງໜ້າພ້ອມກັບອຳນາດການປົກຄອງ ແລະ ປ້ອມປ້ອງກັນຊາຍແດນເຕິນຖັງ ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ເບິ່ງແຍ່ງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບ້ານເປັນຢ່າງດີ . ທ່ານເກີເວົ້າວ່າ:

 “ພວກເຮົາໄດ້ສົມທົບກັນສ້າງເງື່ອນຊ່ວຍເຫຼືອກັນເພື່ອເຮັດສຳເລັດໜ້າທີ່ ຜ່ານການເປັນແຮກສ່ຽວ, ໄດ້ນຳສະເໜີໃຫ້ພ້ອມກັນແກ້ໄຂ ວາງມາດຕະການເພື່ອຊ່ວຍເຫຼືອຊາວບ້ານ”.

ດ້ວຍບັນດາວຽກງານລະອຽດຂອງຕົນ  ທ່ານ ຮວິ່ງວັນເກີກາຍເປັນໜຶ່ງໃນຜູ້ມີອິດທິພົນສອງຄົນໂດຍຄະນະຊົນເຜົ່າແຂວງບິ່ງທ້ວນເລືອກເອົາເປັນຜູ້ເຂົ້າຮ່ວມລາຍການ “ບ່ອນອີງຂອງໜູ່ບ້ານ”, ເຊີດຊູຜູ້ມີອິດທິພົນທີ່ດີເດັ່ນໃນໝູ່ປະຊາຊົນບັນດາເຜົ່າໃນເຂດຊາຍແດນໃນທົ່ວປະເທດ. ທ່ານ ຫງວຽນມິງເຕິນ ຫົວໜ້າຄະນະຊົນເຜົ່າແຂວງບິ່ງທ້ວນໃຫ້ຮູ້ວ່າ:

  “ຜູ້ແທນສອງຄົນທີ່ເຂົ້າຮ່ວມລາຍການນີ້ ກໍ່ລ້ວນແຕ່ເປັນແບບຢ່າງດີເດັ່ນໃນການຂົນຂວາຍປະຊາຊົນປະຕິບັດບັນດາແຜນນະໂຍບາຍ ນະໂຍບາຍກ່ຽວກັບເຂດຊາຍແດນທະເລ ພ້ອມທັງແມ່ນຜູ້ມີຜົນງານດີເດັ່ນ”.

ດ້ວຍອິດທິພົນປະສົບການ ມີຄວາມເຂົ້າໃຈຮີດຄອງປະເພນີມູນເຊື້ອວັດທະນະທຳຂອງເຜົ່າຈຳພ້ອມກັບຄວາມກະຕືລືລົ້ນຂອງຕົນ, ທ່ານ ຮວິ່ງວັນເກີ ນັບມື້ນັບປະກອຍສ່ວນຢ່າງມີປະສິດທິຜົນເຂົ້າໃນການກໍ່ສ້າງບ້ານເຜົ່າຈຳໃຫ້ມີການປ່ຽນແປງ. ຊາວບ້ານຟໍ່ຈີ່ ໄດ້ນັບຖືທ່ານເປັນຜູ້ນຳໜ້າໃນການກໍ່ສ້າງເຂດບ້ານນາໃຫ້ນັບມື້ນັບຮັ່ງມີສວຍງາມ.

ຕອບກັບ