ນາງ ຫງວຽນທິຮວິ່ງມາຍ ແມ່ຍິງຜູ້ເລີ່ມຕົ້ນທຸລະກິດ ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ

Thu Hang
Chia sẻ
(VOVWORLD) -  ໂດຍເລີ່ມຕົ້ນທຸລະກິດ, ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ ນັ້ນແມ່ນແບບຢ່າງທຳການຜະລິດດຳເນີນທຸລະກິດເກັ່ງຂອງນາງ ຫງວຽນທິຮວິ່ງມາຍ ອາຍຸ 66 ປີ ຢູ່ບ້ານ ເຕິນຝູ ຕາແສງ ເຊີນດິ້ງ ເມືອງ ເຈິແລັກ ແຂວງ ເບ໊ນແຈ. ນາງແມ່ນແບບຢ່າງແມ່ຍິງຕົວແບບຂອງແຂວງ ເບ໊ນແຈ ໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ເພື່ອການກຸສົນສັງຄົມ 
ນາງ ຫງວຽນທິຮວິ່ງມາຍ ແມ່ຍິງຜູ້ເລີ່ມຕົ້ນທຸລະກິດ  ສ້າງຄວາມຮັ່ງມີຈາກສອງຝາມືເປົ່າ - ảnh 1 ນາງ ຫງວຽນທິຮວິ່ງມາຍ ໄດ້ຮັບໃບຍ້ອງຍໍເປັນຜູ້ອາຍຸສູງສ້າງເສດຖະກິດເກັ່ງ

ເມື່ອກ່ອນນີ້, ຄອບຄົວນາງ ຫງວຽນທິຮວິ່ງມາຍ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເມື່ອເລີ່ມຕົ້ນທຸລະກິດໂດຍບໍ່ມີເງິນທຶນ, ນາງ ແລະ ຜູ້ເປັນຜົວຕ້ອງກິ້ງເກືອກລີເລືອ ເຮັດອາຊີບທຸກຢ່າງຄື ຄ້າຂາຍຍ່ອຍຢູ່ຕະຫຼາດ ເຖີຍລົກ, ຊື້ຂາຍເຂົ້າສານ, ຊື້ຂາຍໝາກໄມ້… ເຖິງວ່າຕ້ອງອອກແຮງງານດ້ວຍຄວາມລຳບາກກໍ່ຕາມ ແຕ່ຄອບຄົວນາງຍາມໃດກໍ່ທຸກຍາກຂາດເຂີນ. ປີ 1991  ເມື່ອ ຫວຽດນາມ ກ້າວເຂົ້າສູ່ໄລຍະເປີດປະຕູ ນາງໄດ້ຍາດແຍ່ງເອົາກາລະໂອກາດ ຕັດສິນໃຈເປີດຮາກຖານເກັບຊື້ ແລະ ອົບໝາກລຳໃຍ ສົ່ງໄປຂາຍໃຫ້ຈິນ. ຈາກຮາກຖານຂະໜາດນ້ອຍ ດຳເນີນທຸລະກິດມີຜົນກຳໄລ, ນາງໄດ້ລົງທຶນເປີດກວ້າງຮູບແບບ ແລະ ຄ່ອຍໆກາຍເປັນໜຶ່ງໃນບັນດາຜູ້ທຳອິດດຳເນີນທຸລະກິດ ຄ້າຂາຍໝາກໄມ້, ມີເຕົາອົບໝາກລຳໃຍ ທີ່ມີຂອບຂະໜາດໃຫຍ່ຢູ່ເມືອງ ເຈິແລັກ. ພົ້ນເດັ່ນຂຶ້ນແມ່ນນັບແຕ່ປີ 1998 ເມື່ອຕະຫຼາດໝາກໄມ້ສົ່ງອອກ ຕ້ອງການສິນຄ້າຢ່າງຫຼວງຫຼາຍ, ຮາກຖານເກັບຊື້ໝາກໄມ້ເພື່ອສົ່ງອອກ ຮວິ່ງມາຍ  ຂອງນາງ ຫງວຽນທິຮວິ່ງມາຍ ໄດ້ເຄື່ອນໄຫວຕະຫຼອດປີ  ແລະ ກາຍເປັນຮາກຖານທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງແຂວງ. ປັດຈຸບັນຄອບຄົວຂອງນາງ ບໍ່ເຮັດເຕົາອົບໝາກລຳໃຍອີກແລ້ວ ແລະ ໄດ້ຫັນໄປຊື້ໝາກໄມ້ສາມຊະນິດທີ່ເປັນປາຍແຫຼມເພື່ອສົ່ງອອກໄປຂາຍໃຫ້ຈີນ ຄື ໝາກທຸລຽນ, ໝາກເງາະ ແລະ ໝາກມັງກອນ. ແຕ່ລະປີຄອບຄົວຂອງນາງ ຫງວຽນທິຮວິ່ງມາຍ ໄດ້ເກັບຊື້ ຫຸ້ມຫໍ່ໝາກໄມ້ນັບ ພັນໂຕນໄປຂາຍໃຫ້ຕ່າງປະເທດ. ລາຍຮັບຂອງບັນດາຮາກຖານເກັບຊື້ໝາກໄມ້ສົ່ງອອກຂອງຄອບຄົວນາງ ໃນໄລຍະທຳອິດບັນລຸພຽງປະມານ 50 ຕື້ດົ່ງຕໍ່ປີ ແຕ່ມາຮອດປັດຈຸບັນໄດ້ບັນລຸ 300 ຕື້ກວ່າດົ່ງຕໍ່ປີ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານກວ່າ 500 ຄົນ, ລາຍຮັບສະເລ່ຍແຕ່ 10 ຫາ 15 ລ້ານດົ່ງຕໍ່ເດືອນຕໍ່ຄົນ. ສະເພາະລາຍຮັບຂອງຄອບຄົວນາງ ແມ່ນປະມານ 15 ຕື້ດົ່ງຕໍ່ປີ. ນາງ ຫງວຽນທິຮວິ່ງມາຍ ແບ່ງປັນວ່າ:

     “ບັນລຸໄດ້ໝາກຜົນຄືວັນນີ້ ຂ້າພະເຈົ້າຮູ້ສຶກວ່າ ແມ່ນຍ້ອນຈິດໃຈຂອງເຮົາ ແລະ ຖືຄວາມໄວ້ວາງໃຈເປັນສຳຄັນແຖວໜ້າ. ເຮົາຮັກສາໄດ້ຄວາມໄວ້ວາງໃຈກັບສັງຄົມ ແລະ ຄູ່ຄ້າຂອງຕົນ. ປັດຈຸບັນໝາກໄມ້ນັບມື້ນັບຮຽກຮ້ອງຕ້ອງການຄຸນນະພາບສູງ ດັ່ງນັ້ນຊາວສວນຕ້ອງເຮັດແນວໃດ ເພື່ອໃຫ້ສິນຄ້າບັນລຸຄຸນນະພາບສູງ ຈຶ່ງສາມາດສົ່ງອອກໄດ້. ຖ້າວ່າຮັກສາໄດ້ຄຸນນະພາບ, ຊາວສວນຈຶ່ງສາມາດຂາຍໄດ້ຜົນກຳໄລ ແລະ ເຮົາຈຶ່ງສາມາດສົ່ງອອກຂາຍໃຫ້ຕ່າງປະເທດໄດ້”.

      ຈາກສອງຝາມືເປົ່າເມື່ອເລີ່ມຕົ້ນທຸລະກິດ ມາຮອດປັດຈຸບັນ ເສດຖະກິດຄອບຄົວຂອງນາງ ຫງວຽນທິຮວິ່ງມາຍ ໄດ້ມີຄວາມໝັ້ນຄົງໜັກແໜ້ນ. ນອກຈາກການພັດທະນາການຜະລິດດຳເນີນທຸລະກິດ ໃນແຕ່ລະປີ ນາງໄດ້ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນ ແລະ ຄອບຄົວປະກອບສ່ວນເງິນ 1 ຕື້ກວ່າດົ່ງ ເພື່ອຊ່ວຍຕາແສງ ເຊີນດິ້ງ ກໍ່ສ້າງບັນດາກິດຈະກຳສາທາລະນະປະໂຫຍດ ມອບຂອງຂວັນກວ່າ 2.000 ພູດ ເພື່ອຊ່ວຍເຫຼືອຄົນພິການ ຜູ້ປະສົບເຄາະຮ້າຍຈາກສານພິດສີສົ້ມ, ເດັກກຳພ້າກຳພອຍ ຜູ້ອາຍຸສູງຢູ່ປ່ຽວ. ທ່ານ ຮວິ່ງເຈື່ອງຢາງ ປະທານຄະນະກຳມະການປະຊາຊົນຕາແສງ ເຊີນດິ້ງ ເມືອງ ເຈິແລັກ ແຂວງ ເບ໊ນແຈ ໃຫ້ຮູ້ວ່າ:

      “ສຳລັບວຽກງານເພື່ອການກຸສົນຢູ່ທ້ອງຖິ່ນ ນາງ ຮວິ່ງມາຍ ເຄື່ອນໄຫວດີທີ່ສຸດ. ສຳລັບບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ເມື່ອ ວັດວາອາຮາມ ດຳເນີນການບູລະນະປະຕິສັງຂອນ, ທາງຕາແສງໄດ້ຂົນຂວາຍບໍລິຈາກເງິນ, ນາງ ກໍ່ໄດ້ຕັ້ງໜ້າປະກອບສ່ວນດີທີ່ສຸດ. ນາງມາຍແມ່ນຜູ້ດຳເນີນທຸລະກິດເກັ່ງ ເກັບຊື້ໝາກໄມ້ຢູ່ຫຼາຍແຫ່ງມາຫຸ້ມຫໍ່ ເພື່ອສົ່ງອອກ ປະກອບສ່ວນໃຫ້ແກ່ການຈຳໜ່າຍໝາກໄມ້ຢູ່ທ້ອງຖິ່ນ”.

      ນາງ ຫງວຽນທິຮວິ່ງມາຍ ມີຄວາມຫວງັວ່າ ຖ້າຫາກຍັງມີສຸຂະພາບແຂງແຮງ ກໍ່ຍັງເຄື່ອນໄຫວດຳເນີນທຸລະກິດ ແລະ ປະຕິບັດວຽກງານ ເພື່ອການກຸສົນເປັນຢ່າງດີ. ນາງໃຫ້ຮູ້ວ່າ:

    “ປັດຈຸບັນເຮົາໄດ້ມີອາຍຸສູງແລ້ວ, ບັນດາຮາກຖານເຮົາກໍ່ໄດ້ມອບໝາຍໃຫ້ພວກລູກຄຸ້ມຄອງ. ໃນບັ້ນປາຍຂອງຊີວິດ ເຮົາກໍ່ໄດ້ຕັດສິນໃຈເຄື່ອນໄຫວ ເພື່ອປະກອບສ່ວນຊ່ວຍບັນດາຜູ້ທຸກຍາກ ຜູ້ດ້ອຍໂອກາດໃນສັງຄົມ”.

      ດ້ວຍບັນດາການສູ້ຊົນຢ່າງບໍ່ຢຸດຢັ້ງ ນາງ ຫງວຽນທິຮວິ່ງມາຍ ໄດ້ຮັບການເຊີດຊູ ແມ່ນແມ່ຍິງທຳການຜະລິດດຳເນີນທຸລະກິດເກັ່ງ ເປັນຕົວແບບຂອງແຂວງ ເບ໊ນແຈ. ເມື່ອບໍ່ດົນມານີ້ ນາງມີຄວາມເປັນກຽດໄດ້ຮັບການເຊີດຊູ ທີ່ກອງປະຊຸມຍ້ອງຍໍສັນລະເສີນຜູ້ອາຍຸສູງສ້າງເສດຖະກິດເກັ່ງ ໂດຍສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ຈັດຕັ້ງຂຶ້ນທີ່ ຮ່າໂນ້ຍ. ນາງ ຫງວຽນທິຮວິ່ງມາຍ ແມ່ນໜຶ່ງໃນສາມບຸກຄົນໄດ້ຮັບການເລືອກເຟັ້ນ ແມ່ນຜູ້ອາຍຸສູງສ້າງເສດຖະກິດເກັ່ງກວ່າໝູ່ຂອງທ້ອງຖິ່ນແຫ່ງນີ້.

ຕອບກັບ