ນາງ ທ່າວທິເຢ໊ - ຜູ້ຮັກສາຊຸດອາພອນປະຈຳເຜົ່າມົ້ົ້ງ

Vinh Phong
Chia sẻ
(VOVWORLD) -ນັບແຕ່ຄາວຍັງນ້ອຍແມ່ຍິ່ງເຜົ່າມົ້ງໄດ້ຖືກແມ່ສອນຫຍິບປັກທັກແສ່ວ. ໃນວັນນີ້ ນອກຈາກຫຍິບປັກທັກແສ່ວຮັບໃຊ້ໃນຄອບຄົວເທົ່ານັ້ນແມ່ຍິງເຜົ່າມົ້ງຫຼາຍຄົນກໍ່ໄດ້ເປີດຮ້ານຕັດຫຍິບຊຸດອາພອນປະຈຳເຜົ່າທັງສ້າງແຫຼ່ງລາຍຮັບປົກກະຕິໃຫ້ແກ່ຄອບຄົວ ທັງປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳຂອງເຜົ່າຕົນ. ນາງທ່າວທິເຢ໊ ຢູ່ຕາແສງຟົ່ງຫຼາຍເມືອງຖ້ວນເຈົາແຂວງເຊີນລາກໍ່ແມ່ນໜຶ່ງໃນຈຳນວນແມ່ຍິງຄືດັ່ງກ່າວ
ນາງ ທ່າວທິເຢ໊ - ຜູ້ຮັກສາຊຸດອາພອນປະຈຳເຜົ່າມົ້ົ້ງ - ảnh 1ນາງ ທ່າວທິເຢ໊

     ໂດຍຮູ້ຈັກທັກແສ່ວຕັດຫຍິບມາແຕ່ນ້ອຍ ແລະ ເຫັນວ່າຄວາມຕ້ອງການໃນທ້ອງຕະຫຼາດໃນປັດຈຸບັນກ່ຽວກັບຊຸດອາພອນປະຈຳເຜົ່ານັບມື້ນັບສູງຂຶ້ນ, ນາງທ່າວທິເຢ໊ ໄດ້ຕັດສິນໃຈໄປຮຽນຕັດຫຍິບພື້ນຖານແລ້ວກໍ່ເປີດຮ້ານຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ. ໃນເບື້ອງຕົ້ນຮ້ານຕັດຫຍິບຂອງນາງຮັບໃຊ້ຄອບຄົວແລະພໍ່ແມ່ພີ່ນ້ອງໃນບ້ານເປັນສ່ວນໃຫຍ່. ແຕ່ເພື່ອສາມາດຕັດຫຍິບຊຸດອາພອນປະຈຳເຜົ່າຕາມຄວາມຕ້ອງການໃນນທ້ອງຕະຫຼາດນາງເຢ໊ ໄດ້ລົງທຶນຊື້ພາຫະນະເຄື່ອງຈັກແລະນຳໃຊ້ແຜ່ນແພອຸດສາຫະກຳດ້ວຍການປະດັບປະດາລວດລາຍທີ່ແຕກຕ່າງກັນແລະປັບປຸງວິທີຕັດຫຍິບ ເພື່ອແທດເໝາະກັບຄວາມນິຍົມຂອງລູກຄ້າ. ນາງເຢ໊ ໃຫ້ຮູ້ວ່າ:

      “ຢາກຕັດຫຍິບຊຸດອາພອນປະຈຳເຜົ່າຕາມມຄວາມຮຽກຮ້ອງຕ້ອງການຂອງລູກຄ້ານັ້ນ ກໍ່ຕ້ອງຜ່ານການບຳລຸງກໍ່ສ້າງກ່ຽວກັບຕັດຫຍິບພື້ນຖານ. ກ່ອນທີ່ຈະເປີດຮ້ານຕັດຫຍິບ, ຂ້າພະເຈົ້າກໍ່ຕ້ອງໄປຮຽນເຄິ່ງເດືອນກ່ຽວກັບວິທີຕັດຫຍິບຊຸດອາພອນປະຈຳເຜົ່າ. ພາຍຫຼັງຮຽນສຳເລັດແລ້ວ ຂ້າພະເຈົ້າກໍ່ໄດ້ກັບເມືອນຳໃຊ້ ແລະຕັດຫຍິບຕາມຄວາມຕ້ອງການຂອງລູກຄ້າ”.

     ຊຸດອາພອນປະຈຳເຜົ່າມົ້ງກໍ່ຮຽກຮ້ອງໃຫ້ຕ້ອງມີຄວາມລະອຽດລະອໍ ຕ້ອງມີຄວາມມານະອົດທົນເພື່ອໃຫ້ຜະລິດຕະພັນສວຍງາມ ຮູ້ຈັກສົມທົບ     ການຕັດຕໍ່ແຜ່ນແພ, ທັກແສ່ວລວດລາຍໃນເສື້ອ, ສິ້ນ, ໝວກ ເປັນຕົ້ນແມ່ນຊຸດອາພອນເມື່ອເຂົ້າຮ່ວມງານບຸນ ການສະແດງສິລະປະທີ່ມີຮູບແບບແຕກຕ່າງກັນ. ບໍ່ນັບເວລາທັກແສ່ວລວດລາຍ, ສະເລ່ຍແຕ່ລະເດືອນ ນາງສາມາດຕັດຫຍິບຊຸດອາພອນປະຈຳເຜົ່າພຽງ 10 ຊຸດເທົ່ານັ້ນ. ນາງເຢ໊ ແບ່ງປັນວ່າ ໃນເບື້ອງຕົ້ນນາງກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ ຍ້ອນຍັງບໍ່ທັນມີບົດຮຽນ ຍັງບໍ່ທັນໄດ້ເຂົ້າເຖິງຕະຫຼາດ, ຊຸດອາພອນເມື່ອຕັດຫຍິບສຳເລັດແລ້ວ ກໍ່ລ້ວນແຕ່ນຳໄປຂາຍຢູ່ຕາມຕະຫຼາດນັດແລະຮັບໃຊ້ຊາວບ້ານ. ຜ່ານໄລຍະໜຶ່ງຜະລິດຕະພັນຊຸດອາພອນປະຈຳເຜົ່າຂອງນາງຄ່ອຍໆໄດ້ຂາຍໃຫ້ລູກຄ້າຫຼາຍຄົນ ຜ່ານສື່ສັງຄົມຄືເຟດບຸກ, ຊາໂລ… ນາງທ່າວທິເຢ໊ ໃຫ້ຮູ້ຕື່ມອີກວ່າ:

       “ພາຍຫຼັງທີ່ພະຍາດໂຄວິດ - 19 ຖືກດັບມອດ, ບັນດາທ້ອງຖິ່ນກໍ່ໄດ້ຈັດຕັ້ງຫຼາຍເຫດການງານບຸນ, ຄວາມຕ້ອງການຂອງຊາວບ້ານໄດ້ເພີ່ມຂຶ້ນ, ຂ້າພະເຈົ້າໄດ້ຕັ້ງໃຈຕັດຫຍິບຊຸດອາພອນທີ່ທັນສະໄໝບາງຊຸດ ແທດເໝາະກັບຄວາມນິຍົມຂອງລູກຄ້າເພື່ອໃຫ້ເຂົາເຈົ້າເຊົ່ານຸ່ງໃນງານດອງ, ງານບຸນຫຼືໄປທ່ອງທ່ຽວ, ດັ່ງນັ້ນ ເມື່ອແຂກມີຄວາມຕ້ອງການ ຂ້າພະເຈົ້າກໍ່ໃຫ້ເຊົ່າ”.

     ນອກຈາກນັ້ນ ນາງເຢ໊ ກໍ່ໄດ້ສະຫຼະເວລາເພື່ອຖ່າຍທອດບົດຮຽນແນະນຳໃຫ້ເອື້ອຍນ້ອງແມ່ຍິງໃນບ້ານໃນຕາແສງກ່ຽວກັບວິທີຕັດຫຍິບທັກແສ່ວຊຸດອາພອນປະຈຳເຜົ່າເພື່ອເພີ່ມແຫຼ່ງລາຍຮັບ. ນາງຊຸ່ງທິມາຍ ຢູ່ບ້ານນ້ຳຢັດ  ຕາແສງ ຟົ່ງຫຼາຍ ເມືອງຖ້ວນເຈົາແຂວງເຊີນລາ ເປີດເຜີຍວ່າ:

       “ນາງເຢ໊ ແມ່ນຜູ້ທີ່ຂະຫຍັນຂັນເຄື່ອນ, ຍາມໃດກໍ່ມີຂໍ້ລິເລີ່ມ, ວິທີທັກແສ່ວຕັດຫຍິບປະດັບປະດາຊຸດອາພອນໃຫ້ສວຍງາມ. ຂ້າພະເຈົ້າໄດ້ຮັບການຖ່າຍທອດບອກສອນຈາກນາງເຢ້ ກ່ຽວກັບທັກສະທັກກແສ່ວຕັດຫຍິບຊຸດອາພອນຂອງເຜົ່າຕົນແລະປັດຈຸບັນຂ້າພະເຈົ້າກໍ່ໄດ້ຕັດຫຍິບເປັນແລະເປີດຮ້ານຕັດຫຍິບຊຸດອາພອນປະຈຳເຜົ່າຢູ່ທ້ອງຖິ່ນ. ຫັກຄ່າໃຊ້ຈ່າຍອອກທັງໝົດໃນແຕ່ລະເດືອນຂ້າພະເຈົ້າກໍ່ໄດ້ລາຍຮັບເກືອບ 10 ລ້ານດົ່ງຈາກການຂາຍຜະລິດຕະພັນ”.

     ດ້ວຍຄວາມມານະພະຍາຍາມຂອງຕົນ ນາງທ່າວທິເຢ໊ ແລະເອື້ອຍນ້ອງແມ່ຍິງຊາວເຜົ່າມົ້ງໃນບ້ານເຂດພູສູງທີ່ຕາແສງ ຟົ່ງຫຼາຍ ພວມປະກອບເຫື່ອແຮງເພື່ອຮັກສາຄວາມງາມທາງດ້ານວັດທະນະທຳທີ່ເປັນປະເພນີແລະຊຸດອາພອນທີ່ເປັນເອກະລັກຂອງເຜົ່າຕົນ

ຕອບກັບ