ນາງ ດ່າວທິຮວ່ຽນ ຜູ້ທີ່ມີຄວາມກະຕືລືລົ້ນທຳຄວາມສະອາດສິ່ງແວດລ້ອມທະເລ

Thu Hang
Chia sẻ
(VOVWORLD) -ຢູ່ນະຄອນ ຮະລອງ ແຂວງ ກວ໋າງນິງ ບັນດາຮູບແບບຈັດແບ່ງປະເພດຂີ້ເຫຍື້ອຢູ່ຕາມຄອບຄົວ; ຫັນຂີ້ເຫຍື້ອເປັນເງິນ... ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ ຈາກສະມາຄົມແມ່ຍິງ ທັງເປັນການຈຳກັດມົນລະພິດສິ່ງແວດລ້ອມ ທັງສ້າງວຽກເຮັດງານທຳ ເພີ່ມລາຍຮັບໃຫ້ແກ່ບັນດາສະມາຊິກ ໃນສະມາຄົມ. ໃນຂະບວນການນີ້ ນາງ ດ່າວທິຮວ່ຽນ ປະທານສະມາຄົມແມ່ຍິງ ຕາແສງ ຮ່າຈຸງ ນະຄອນ ຮະລອງ ກໍ່ແມ່ນແບບຢ່າງທີ່ດີເດັ່ນ ເຊິ່ງໄດ້ມີບັນດາແນວຄວາມຄິດ ແລະ ຫົວຄິດປະດິດສ້າງ ພິເສດ ຕິດແທດຕົວຈິງ ແລະ ມີຄວາມໝາຍ
ນາງ ດ່າວທິຮວ່ຽນ ຜູ້ທີ່ມີຄວາມກະຕືລືລົ້ນທຳຄວາມສະອາດສິ່ງແວດລ້ອມທະເລ - ảnh 1ຫ້ອງເຮັດວຽກຂອງນາງ ດ່າວທິຮວ່ຽນ ປະທານສະມາຄົມແມ່ຍິງ ຕາແສງ ຮ່າຈຸງ ນະຄອນ ຮະລອງ

ຫ້ອງເຮັດວຽກຂອງນາງ ຮວ່ຽນ ປະທານສະມາຄົມແມ່ຍິງ ຕາແສງ ຮ່າຈຸງ ນະຄອນ ຮະລອງ ໄດ້ສ້າງຄວາມປະທັບໃຈຕໍ່ບໍ່ວ່າຜູ້ໃດທີ່ໄດ້ມາຢາມ ຍ້ອນບັນດາວັດຖຸ, ເຄື່ອງໃຊ້ໃນຫ້ອງການຄື ໂຖດອກໄມ້, ກະຕ່າເອກະສານ... ລ້ວນແຕ່ແມ່ນຜະລິດຕະພັນທີ່ຜະລິດຈາກຂີ້ເຫຍື່ອ ປະລາສະຕິກ. ແນວຄວາມຄິດໄດ້ຖືກລິເລີ່ມຈາກສະມາຊິກຄົນໜຶ່ງໃນສະມາຄົມແມ່ຍິງ ຕາແສງ ຮ່າຈຸງ ຫຼັງຈາກນັ້ນຖືກນາງ ຮວ່ຽນ ຮຽກຮ້ອງຜັນຂະຫຍາຍເປີດກວ້າງເປັນຮູບແບບຜະລິດ ທີ່ນຳມາເຊິ່ງລາຍຮັບໃຫ້ແກ່ເອື້ອຍນ້ອງແມ່ຍິງ. ນາງ ດ່າວທິຮວ່ຽນ ແບ່ງປັນວ່າ:

       “ຕາແສງ ຮ່າຈຸງ ເມື່ອກ່ອນນີ້ມີຊື່ສຽງດ້ວຍອາຊີບສານແຜ່ນກັ້ງ, ເຮັດເຄື່ອງຫຼິ້ນ; ສານກະຕ່າ... ເຮົາໄດ້ໄປຊອກຫາພວກອາວອາປ້າລຸງ ເມື່ອກ່ອນນີ້ໄດ້ສານເຄື່ອງໃຊ້ເຫຼົ່ານັ້ນ, ແລ້ວພ້ອມກັບເຂົາເຈົ້າ ຍົກອອກບັນດາແນວຄວາມຄິດ ແລະ ຜັນຂະຫຍາຍ ການສານວັດຖຸເຄື່ອງໃຊ້ ດ້ວຍເຊືອກປະລາສະຕິກ. ຫຼັງຈາກນັ້ນ ເຮົາກໍ່ໄດ້ເຂົ້າອິນເຕີເນັດ ເພື່ອຊອກຮູ້ຢູ່ຫຼາຍບ່ອນ ແລະ ສາມາດຜະລິດອອກກະຕ່າທີ່ເຮັດມາຈາກເຊືອກ ປະລາສະຕິກ”.

     ການຜັນຂະຫຍາຍໃນໄລຍະທຳອິດນັ້ນ, ບັນດາຜະລິດຕະພັນຫັດຖະກຳໂດຍບັນດາສະມາຊິກສະມາຄົມແມ່ຍິງ ຕາແສງ ຮ່າຈຸງ ປະດິດຄິດສ້າງຈາກເຊືອກປະລາສະຕິກ ມັດສິນຄ້າຍັງບໍ່ງາມເທື່ອ, ນາງ ຮວ່ຽນ ໄດ້ຊອກຫາບັນດາຮູບແບບຜະລິດຕະພັນທີ່ງາມຕາ ໃນເຄືອຂ່າຍອິນເຕີເນັດ ແລ້ວກໍ່ໃຊ້ຄວາມຄິດຫາວິທີນຳໃຊ້ບັນດາວັດຖຸທີ່ໄດ້ນຳໃຊ້ແລ້ວ ເພື່ອຜະລິດອອກຜະລິດຕະພັນດັ່ງກ່າວ. ເພື່ອມີວັດຖຸດິບຮັບໃຊ້ການຜະລິດ ປະກອບຫຼຸດຜ່ອນຂີ້ເຫຍື່ອປະລາສະຕິກທີ່ປ່ອຍອອກສູ້ສິ່ງແວດລ້ອມ, ການເກັບເອົາເຊືອກປະລາລະຕິກ ຈາກບັນດາໂຄງການກໍ່ສ້າງ ໂຮງຈັກໂຮງງງານ ບັນດາເຂດອຸດສາຫະກຳ ໄດ້ກາຍເປັນການເຄື່ອນໄຫວຢ່າງເປັນປະຈຳຂອງບັນດາສະມາຊິກໃນສະມາຄົມແມ່ຍິງ ຕາແສງ ຮ່າຈຸງ. ມີກະຕ່ານັບໝື່ນອັນ ເພື່ອຮັບໃຊ້ການໄປຕະຫຼາດ ຫຼື ບັນດາວັດຖຸເຄື່ອງໃຊ້ໃນຫ້ອງການ ທີ່ເຮັດຈາກເຊືອກປະລາສະຕິກ ຂອງສະມາຄົມແມ່ຍິງ ຮ່າຈຸງ ໄດ້ຖືກວາງຂາຍຢູ່ງານຕະຫຼາດນັດ OCOP ແຂວງ ກວ໋າງນິງ ແລະ ຄ່ອຍໆໄດ້ນຳໄປຂາຍຢູ່ບັນດາຕະຫຼາດຕ່າງແຂວງ. ໃຫ້ຂໍ້ສັງເກດກ່ຽວກັບການປະກອບສ່ວນຂອງນາງ ດ່າວທິຮວ່ຽນ ດ້ວຍຂະບວນການທຳຄວາມສະອາດສິ່ງແວດລ້ອມຂອງທະເລຂອງທ້ອງຖິ່ນ, ນາງ ຮວ່າງທິມຶ່ງ ສັງກັດສະມາຄົມແມ່ຍິງຕາແສງ ຮ່າຈຸງ ໃຫ້ຮູ້ວ່າ:

     “ເອື້ອຍນ້ອງແມ່ຍິງພວກຂ້າພະເຈົ້າມີຄວາມເບີກບານໃຈ ຍ້ອນວ່າ ທັງມີລາຍຮັບທັງສາມາດຮັກສາສິ່ງແວດລ້ອມໄດ້. ນາງ ຮວ່ຽນ ກໍ່ມີຄວາມກະຕືລືລົ້ນ ມີຈິດໃຈຫ້າວຫັນໄປຊອກຫາໃບສັ່ງຊື້ສິນຄ້າຈາກພາກເໜືອ, ພາກໃຕ້ຢ່າງຫຼວງຫຼາຍ. ຈາກນັ້ນເສີມຂະຫຍາຍບົດບາດຂອງເອື້ອຍນ້ອງແມ່ຍິງ ໃນວຽກງານຫຼຸດຜ່ອນຂີ້ເຫຍື່ອປະລາສະຕິກ”.

      ນອກຈາກຮູບແບບຜະລິດເຄື່ອງໃຊ້ໄມ້ສອຍຈາກຂີ້ເຫຍື່ອປະລາສະຕິກແລ້ວ, ນາງ ຮວ່ຽນ ໄດ້ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງ ໃນຕາແສງເຂົ້າຮ່ວມການຈັດແບ່ງປະເພດຂີ້ເຫຍື່ອຢູ່ຕາມຄອບຄົວ,  ເກັບເອົາຖົງຢາງນີລົງ, ປູກ ແລະ ແຂວນກະຕ່າດອກໄມ້ທີ່ເຮັດດ້ວຍປະລາສະຕິກ ເຄື່ອງເສດເຫຼືອ... ນາງ ກາວທິຮວ່າຍແທັງ ຢູ່ນະຄອນ ຮະລອງ ໃຫ້ຮູ້ວ່າ:

     “ເມື່ອຜັນຂະຫຍາຍຂະບວນການ, ນາງ ຮວ່ຽນ ໄດ້ໄປແຕ່ລະຄອບຄົວ ເພື່ອໂຄສະນາເຜີຍແຜ່. ແຕ່ລະເດືອນພວກຂ້າພະເຈົ້າກໍ່ໄດ້ຮ່ວມປະຊຸມໜ່ວຍຊຸມຊົນ ເອື້ອຍນ້ອງແມ່ຍິງທຸກໆຄົນ ຜູ້ໃດທີ່ໄດ້ຈັດແບ່ງປະເພດຄືແນວໃດ ກໍ່ເອົາມາເຕົ້າໂຮມຢູ່ສະຖານທີ່ດຽວ ແລ້ວກໍ່ມີຄົນມາເກັບເອົາ. ນີ້ແມ່ນການເຄື່ອນໄຫວ ຈັດແບ່ງປະເພດຂີ້ເຫຍື່ອຢູ່ໃນເຮືອນ ເຈ້ຍກໍ່ຈັດຕ່າງຫາກ ຕຸກນ້ຳ, ເຫຼັກເສດກໍ່ຈັດແບ່ງຕ່າງຫາກຕາມປະເພດ.ເອື້ອຍນ້ອງແມ່ຍິງໃຜໆ ກໍ່ມີຄວາມຫ້າວຫັນເຂົ້າຮ່ວມ”.

     ວຽກງນານທີ່ແທດຈິງຂອງນາງ ຮວ່ຽນ ບໍ່ພຽງແຕ່ປົວແປງສະພາບມົນລະພິດສິ່ງແວດລ້ອມ ຍ້ອນຂີ້ເຫຍື່ອປະລາສະຕິກເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ປ່ຽນແປງລະດັບຄວາມຮັບຮູ້ຂອງຊຸມຊົນ ຮ່ວມແຮງຮ່ວມໃຈເຂົ້າໃນການຫຼຸດຜ່ອນຂີ້ເຫຍື່ອປະລາສະຕິກເພື່ອຮັກສາສິ່ງແວດລ້ອມ ສ້າງການດຳລົງຊີວິດທີ່ນັບມື້ນັບຂຽວສະອາດ ແລະ ສວຍງາມ.

ຕອບກັບ