ນັກເສບວີໂອລົງ ແອັງຕູ໊ - ຜູ້ມີຄວາມເມົາມົວກັບພື້ນຖານດົນຕີ

Thu Hoa
Chia sẻ
(VOVWORLD) -ວົງການນັກວິຊາການ ແລະ ສື່ມວນຊົນ ເມື່ອເຕື້ອງເຖິງ ແອັງຕູ໊ ແມ່ນນັກເສບວີໂອລົງ ທີ່ໃຊ້ຊີວິດແບບບໍ່ເປັນບ່ອນເປັນທີ່ ບໍ່ຄືກັນນັກສິລະປິນ ນັກເສບດົນຕີ ບໍ່ວ່າຜູ້ໃດ. ສ່ວນຜູ້ນິຍົມດົນຕີ ເມື່ອເວົ້າເຖິງ ແອັງຕູ໊ ແມ່ນມີຄວາມປະທັບໃຈດ້ວຍບົດດົນຕີ ກຣາດຊິກ, ດົນຕີດ້ວຍທຳນອງຣັອກ, ທຳນອງໂບເຣໂລ. ນັກເສບວີໂອລົງ ແອັງຕູ໊ ຫາກໍ່ຈຳໜ່າຍລາຍການສະແດງດົນຕີ “ທຳນອງດົນຕີປະເທດຊາດ” ເນື່ອງໃນໂອກາດວັນຊາດ ຫວຽດນາມ ວັນທີ 2 ກັນຍາ ເພື່ອອຸທິດສ່ວນໃຫ້ແກ່ຜູ້ນິຍົມດົນຕີ ດ້ວຍບັນດາທຳນອງທີ່ມ່ວນທີ່ສຸດ ໃນລະດູໃບໄມ້ຫຼົ່ນແຫ່ງປະຕິວັດ
ນັກເສບວີໂອລົງ ແອັງຕູ໊ - ຜູ້ມີຄວາມເມົາມົວກັບພື້ນຖານດົນຕີ - ảnh 1 ນັກເສບວີໂອລົງ ແອັງຕູ໊

      ໃນລາຍການສະແດງດົນຕີ“ທຳນອງດົນຕີປະເທດຊາດ” ນີ້, ນັກເສບ ແອັງຕູ໊ ໄດ້ເສບເຄື່ອງດົນຕີບົນຮູບພາບ ນຳໃຊ້ເຕັກໂນໂລຊີສາມມາກປິງ ສົມທົບກັບເຕັກນິກຟ້ອນເງົາ. ແອັງຕູ໊ ໃຫ້ຮູ້ວ່າ ບົດດົນຕີ ແມ່ນສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ລາຍການສະແດງອອນລາຍນີ້ ພຽງແຕ່ແມ່ນໜຶ່ງໃນຈຳນວນລາຍການສະແດງດົນຕີນັບຮ້ອຍລາຍການຂອງ ແອັງຕູ໊ ເຊິ່ງໄດ້ປະຕິບັດນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ. ແອັງຕູ໊ ເວົ້າວ່າ:

        “ໃນຄ່ຳຄືນວັນທີ 1 ບຸນເຕັດ, ແອັງຕູ້ ໄດ້ເລີ່ມລາຍຈີບລາຍການສະແດງດົນຕີທຳອິດ. ເວລານັ້ນພຽງແຕ່ມີຄວາມຫວັງຢາກໃຫ້ຜູ້ຟັງນັ່ງຢູ່ໃນເຮືອນ ເພື່ອຫຼີກລ້ຽງໂລກລະບາດ. ອັນທີສອງ ແມ່ນເພື່ອຊ່ວຍໃຫ້ທຸກໆຄົນເພີ່ມກຳລັງໃຈ ເມື່ອທົ່ວສັງຄົມຖືກຈຳກັດບໍລິເວນ ແລະ ເພື່ອເປັນການຮ່ວມແຮງຮ່ວມໃຈພ້ອມກັບຜູ້ນິຍົມດົນຕີນັບພັນຄົນ, ຊ່ວຍສ່ວນໜຶ່ງໃຫ້ແກ່ລັດຖະບານ ຫວຽດນາມ ດ້ວຍວິທີນັ່ງຢູ່ເຮືອນຟັງດົນຕີ ບໍ່ອອກສູ່ຖະໜົນຫົນທາງ ເພື່ອຫຼີກລ້ຽງການແຜ່ລະບາດຂອງໂຄວິດ - 19. ໃນເບື້ອງຕົ້ນແມ່ນມີຄວາມຫວັງເຊັ່ນນັ້ນ ແຕ່ພາຍຫຼັງການຈຳກັດບໍລິເວນ, ມີຜູ້ນິຍົມດົນຕົນຫວຽດນາມ ຫຼາຍຄົນ ແລະ ເພື່ອນມິດສາກົນໄດ້ສົ່ງຂໍ້ຄວາມ ແລະ ສະເໜີໃຫ້ ແອັງຕູ້ ສືບຕໍ່ລາຍຈີມ”.

        ນັກເສບວີໂອລົງ ແອັງຕູ໊ ປັດຈຸບັນແມ່ນອາຈານສອນຢູ່ສະຖາບັນດົນຕີແຫ່ງຊາດຫວຽດນາມ, ລາວເຄີຍຮຽນເສບວີໂອລົງ ນັບແຕ່ຄາວມີອາຍຸ 4 ປີ. ຮອດປີ 2011 ແອັງຕູ໊ ໄດ້ຮຽນຈົບຂັ້ນເໜືອມະຫາວິທະຍາໄລຂະແໜງສະແດງວີໂອລົງດ້ວຍຄະແນນ 10.  ລາວກໍ່ເຄີຍຮຽນຢູ່ສະຖານບັນດົນຕີແຫ່ງຊາດ ມຸດສະກູ, ລັດເຊຍ. ແອັງຕູ໊ ໄດ້ເຄີຍທຳການສະແດງຢູ່ນະຄອນຫຼວງນັບຮ້ອຍແຫ່ງຂອງປະເທດຕ່າງໆ ຈາກລາຍການເສບຄົນດຽວ ຕະຫຼອດຮອດຜູ້ບັນຊາວົງດົນຕີ ເພື່ອຮັບໃຊ້ບັນດາປະມຸກລັດ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນ ແອັງຕູ້ ໄດ້ມີເຖິງ 150 ລາຍການສະແດງດົນຕີ ເພື່ອຮັບໃຊ້ຜູ້ນິຍົມດົນຕີ

           ມີບໍ່ເທົ່າໃດຄົນທີ່ໄດ້ຮູ້ວ່າ ເພື່ອບັນລຸໄດ້ບັນດາຜົນສຳເລັດຄືໃນວັນນີ້, ແອັງຕູ໊ ໄດ້ຜ່ານການຝຶກແອບດ້ວຍຄວາມລຳບາກທີ່ສຸດ. ແຕ່ລະວັນລາວໄດ້ສະຫງວນແຕ່ 15 ຫາ 16 ຊົ່ວໂມງ ເພື່ອແອບເສບວີໂອລົງ. ແອັງຕູ ເວົ້າວ່າ:

          “ທີ່ຈິງແລ້ວ, ການເສບວີໂອລົງ ເຮົາຮູ້ສຶກເປົ່າປ່ຽວ ແລະ ລຳບາກທີ່ສຸດ ເພາະວ່າເຮົາເອງກ້າວເດີນບົນເສັ້ນທາງດຽວບໍ່ຄືທຸກໆຄົນອື່ນ. ວີໂອລົງແມ່ນເຄື່ອງດົນຕີທີ່ສະຫງວນໃຫ້ແກ່ຊັ້ນຂຸນນາງນັບແຕ່ໃດໆມາ, ແອັງຕູ໊ ໄດ້ຫັນເປັນເຄື່ອງດົນຕີຮັບໃຊ້ວົງການຜູ້ນິຍົມດົນຕີໂດຍທົ່ວໄປ, ສະຫງວນໃຫ້ແກ່ຜູ້ນິຍົມດົນຕີຫຼາຍຊັ້ນຄົນ. ຊາວຫວຽດນາມ ກໍ່ຍັງມີຜູ້ທຸກຍາກຢ່າງຫຼວງຫຼາຍ, ຊີວິດການເປັນຢູ່ກໍ່ມີຄວາມລຳບາກຫຼາຍຢ່າງ, ດັ່ງນັ້ນ ແອັງຕູ໊ ໄດ້ແບ່ງເບົາ ຄວາມລຳບາກກັບປະຊາຊົນ ດ້ວຍການສະແດງບັນດາບົດດົນຕີທີ່ລຽບງ່າຍ ແລະ ມີຢູ່ທົ່ວໄປ. ມັນໄດ້ຊ່ວຍໃຫ້ທຸກຄົນສາມາດໃກ້ຊິກຕິດແທດຫຼາຍກວ່າ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ທຸກໆຄົນ”.

        ໃນຕະຫຼອດເຄິ່ງປີທີ່ຜ່ານມາ, ຜູ້ນິຍົມດົນຕີ ທັງຢູ່ພາຍໃນ ແລະ ຕ່າງປະເທດຍາມໃດກໍ່ຕີດຕາມຮັບຊົມລາຍການສະແດງດົນຕີທາງອອນລາຍຂອງ ແອັງຕູ໊. ເບິ່ງຄືວ່າເຂົາເຈົ້າມີຄວາມເຂົ້າໃຈ ແລະ ແບ່ງປັນກັບຄວາມມານະພະຍາຍາມຂອງ ແອັງຕູ໊ ທີ່ນຳໃຊ້ດົນຕີ ເພື່ອເພີ່ມກຳລັງໃຈໃຫ້ແກ່ແຕ່ລະຄົນໃນຊີວິດ ແລະ ປັດຈຸບັນ ແອັງຕູ໊ ຍັງຄົງສືບຕໍ່ກ້າວເດີນບົນເສັ້ນທາງທີ່ລຳບາກນີ້

ຕອບກັບ