ນັກຮົບເກົ່າເປີດສາຍທ່ອງທ່ຽວໄປຍັງເກາະຢູ່ ໝອງກ໊າຍແຂວງກວ໋າງນິງ

ືNgoc Anh
Chia sẻ
(VOVWORLD) -ເມື່ອອອກຈາກຖັນແຖວກອງທັບກັບຄືນສູ່ການດຳລົງຊີວິດປົກກະຕິ, ນາງເຈິ່ນທິເຊີນນັກຮົບເກົ່າຢູ່ນະຄອນໝອງກ໊າຍ ແຂວງກວ໋ານິງໄດ້ກ້າຫານສ້າງຕັ້ງບໍລິສັດພັດທະນາເສດຖະກິດກາລອງຈຳກັດເຊິ່ງດຳເນີນທຸລະກິດໃນຂົງເຂດຂົນສົ່ງແລະທ່ອງທ່ຽວ. ນາງກໍ່ແມ່ນຜູ້ນຳໜ້າສ້າງບາດກ້າວບຸກທະລຸໃຫ້ແກ່ຂະແໜງທ່ອງທ່ຽວຢູ່ໝອງກ໊າຍຂະນະທີ່ໄດ້ເປີດສາຍທ່ອງທ່ຽວໄປຍັງສອງຕາແສງເກາະຊາຍແດນຫວິງຈຸງແລະຫວິງທຶກ. 
ນັກຮົບເກົ່າເປີດສາຍທ່ອງທ່ຽວໄປຍັງເກາະຢູ່ ໝອງກ໊າຍແຂວງກວ໋າງນິງ - ảnh 1ນັກຮົບເກົ່າເຈິ່ມທີເຊີນ (ເບື້ອງຂວາ)

     8 ປີທີ່ຜ່ານມາ ນັບຕັ້ງແຕ່ມື້ເປີດສາຍທ່ອງທ່ຽວໄປຍັງເກາະຫວິງຈຸງແລະຫວິງທຶກ, ທຸກໆຕອນເຊົ້າເຖິງວ່າດວງຕາເວັນຍັງບໍ່ທັນຂຶ້ນກໍ່ຕາມແຕ່ນັກຮົບເກົ່າເຈິ່ມທີເຊີນອາຍຸ 68 ປີຜູ້ອຳນວຍການບໍລິສັດພັດທະນາເສດຖະກິດກາລອງຈຳກັດກໍ່ລ້ວນແຕ່ມີໜ້າຢູ່ທ່າເຮືອໝຸຍງອກເພື່ອຕ້ອນຮັບແຂກທ່ອງທ່ຽວໄປຍັງສອງຕາແສງເກາະ.

      ມີບໍ່ເທົ່າໃດຄົນທີ່ຄິດວ່າ ນາງເຊີນໄດ້ເລີ່ມຕົ້ນເຮັດທຸລະກິດບໍລິການຂົນສົ່ງ   ແລະທ່ອງທ່ຽວ ຂະນະທີ່ນາງໄດ້ພັກກິນເບ້ຍບຳນານ. ດ້ວຍບົດຮຽນທີ່ຖອດຖອນມາໄດ້ຈາກວຽກງານພະລາທິການໃນກອງທັບແລະເຮັດທຸລະກິດໃຫ້ແກ່ສະຫະກອນເມືອງຫ໋າຍນິງເມື່ອກ່ອນນີ້, ນາງໄດ້ປະສົບຜົນສຳເລັດເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ. ປີ 2006 ນາງເຊີນພ້ອມກັບໝູ່ເພື່ອນຮ່ວມກົມກອງໄດ້ສ້າງຕັ້ງ ບໍລິສັດພັດທະນາເສດຖະກິດກາລອງຈຳກັດເຄື່ອນໄຫວໃນຂົງເຂດຂົນສົ່ງແລະທ່ອງທ່ຽວ. ພາຍຫຼັງເຄື່ອນໄຫວມາເປັນເວລາ10 ປີເຄື່ອງໝາຍແທັກຊີກາລອງໄດ້ກາຍເປັນທີ່ຮູ້ຈັກກັນດີແລະລື້ງເຄີຍກັບຊາວນະຄອນໝອງກ໊າຍແລະແຂກທ່ອງທ່ຽວ. ວິສາຫະກິດຂອງນາງໄດ້ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ແຮງງານປະມານ 100 ຄົນ ໃນນັ້ນສ່ວນຫຼາຍແມ່ນລູກນ້ອງຂອງນັກຮົບເກົ່າດ້ວຍລາຍຮັບແຕ່ 6 ຫາ 7 ລ້ານດົ່ງຄຕໍ່ຄົນຕໍ່ເດືອນ. ນາງເຈິ່ນທິເຊີນໃຫ້ຮູ້ວ່າ:

     “ເຮົາໄດ້ສ້າງຂຶ້ນແລ້ວ ເຮົາກໍ່ພະຍາຍາມທັງເຮັດທັງສ້າງວຽກເຮັດງານທຳໃຫ້ແກ່ທຸກໆຄົນເຮົາກໍ່ຮູ້ສຶກດີໃຈຫຼາຍ”.

     ປີ 2015 ບໍລິສັດໄດ້ຕົກລົງລົງທຶນປະກອບຍານພາຫະນະຂົນສົ່ງຮັບໃຊ້ຄວາມຕອ້ງການໃຫ້ແຂກທ່ອງທ່ຽວມາທັດສະນະສຶສາ ພັກຜ່ອນຢູ່ເກາະຫວິງທຶກ ແລະ ຫວິຈຸງ ແລະເຂົ້າຮ່ວມການທ່ອງທ່ຽວຄົ້ນຫາບັກເຊີນ - ຫ໋າຍເຊີນ ທີ່ນະຄອນໝອງກ໊າຍ. ນອກຈາກນັ້ນບໍລິສັດຂອງນາງກໍ່ໄດ້ເປີດກວ້າງເຂດທ່າເຮືອ, ເຂດກິນດື່ມ, ເຮືອນພັກຢູ່ເບ໊ນແຫ່ນຕາແສງຫວິງຈຸງເພື່ອຮັບແຂກທ່ອງທ່ຽວ. ນາງເຊີນໃຫ້ຮູ້ວ່າ:

      “ເມື່ອໄດ້ຮັບໂຄງການເຮັດທ່ອງທ່ຽວອອກສູ່ເກາະ, ຂ້າພະເຈົ້າຄິດວ່າຈະເຮັດຢ່າງສະບາຍ, ແຕ່ເມື່ອລົງມືເຮັດຕົວຈິງກໍ່ເຫັນວ່າມີຄວາມຫຍູ້ງຍາກຫຼາຍຢ່າງຍ້ອນແມ່ຍິງເຮັດການຂົນສົ່ງກໍ່ບໍ່ເຂົ້າໃຈຫຍັງກ່ຽວກັບເຮືອກຳປັ່ນແມ່ນ້ຳລຳເຊ.ຈາກນັ້ນຂ້າພະເຈົ້າທັງເຮັດທັງຮຽນພວກອ້າຍນ້ອງຢູ່ທີ່ນີ້”.

     ນາງຟ້າມທິແອວັງ ຫົວໜ້າພະແນກວັດທະນະທຳຖະແຫຼງຂ່າວນະຄອນໝອງກ໋າຍໃຫ້ຮູ້ວ່າ ໃນຈຸດເວລາທີ່ນະຄອນເຊື້ອເຊີນບັນດາວິສາຫະກິດໄປລົງທຶນຢູ່ຕາແສງເກາະຫວິງທຶກກໍ່ມີວິສາຫະກິດບໍ່ເທົ່າໃດມີຄວາມສົນໃຈ. ແຕ່ນາງເຊີນໄດ້ຄົ້ນຄວ້າ ແລະ ຕົກລົງ ລົງທຶນຜັນຂະຫຍາຍໂຄງການພັດທະນາການທ່ອງທ່ຽວຢູ່ເກາະຫວິງທຶກ. ນາງແອັວງໃຫ້ຮູ້ວ່າ:

      “ຄາວນັ້ນຢູ່ຕາແສງເກາະຫວິງທຶກ ຍັງປະສົບກັບຄວາມຫຍູ້ງຍາກທີ່ສຸດ. ນາງເຊີນຕ້ອງສຸມແຫຼ່ງກຳລັງເງິນທຶນເພື່ອຊື້ລົດແລ່ນໄປຍັງເກາະ, ເຮືອກາໂນແລ້ວກໍ່ຊື້ລົດໄຟຟ້າພິເສດຕ້ອງຊອກຫາແຫຼ່ງແຮງງານເຊິ່ງແມ່ນໄວໜຸ່ມຢູ່ບັນດາຕາແສງເກາະ. ນັບແຕປີ 2016 ມາຮອດປັດຈຸບັນ ນາງເຊີນ ກໍ່ໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ສາຍທ່ອງທ່ຽວໄປຍັງເກາະ”.

      ພ້ອມກັບການພັດທະນາດຳເນີນທຸລະກິດສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບຮ້ອຍຄົນ, ນາງເຊີນຍາມໃດກໍ່ມີຄວາມເອົາໃຈໃສ່ ແບ່ງປັນຄວາມຫຍຸ້ງຍາກໃຫ້ແກ່ຜູ້ທຸກຍາກໂດຍຜ່ານການເຄື່ອນໄຫວເຮັດວຽກງານເພື່ອການກຸສົນ ມະນຸດສະທຳຢູ່ນະຄອນໝອງກ໊າຍ ແລະ ທ້ອງຖິ່ນອື່ນໆໃນແຂວງ. ສຳລັບນາງເຊິນ ແລ້ວ ເຖິງວ່າແມ່ນໄລຍະສົງຄາມຫຼືໃນໄລຍະສັນຕິພາບກໍ່ຕາມ ການປະກອບສ່ວນສ້າງສາບ້ານເກີດເມືອງນອນ ປະກອບສ່ວນປົກປັກຮັກສາອະທິປະໄຕຂອງປະເທດຊາດ    ຍາມໃດກໍ່ແມ່ນໜ້າທີ່ອັນສູງສົ່ງຂອງຜູ້ເປັນນັກຮົບເກົ່າໃນໄລຍະສັນຕິພາບ.

ຕອບກັບ