ນັກຮົບເກົ່າ ຫງວຽນແອັງເຢືອງ ໄປຊອກຫາອັດຖິຂອງເພື່ອນຮ່ວມກົມກອງ

Ngoc Anh
Chia sẻ
(VOVWORLD) - ດ້ວຍຄວາມຫວັງຢາກນຳອັດຖິ ບັນດາເພື່ອນຮ່ວມກົມກອງ ກັບເມືອປົງຢູ່ດິນແດນແຫ່ງບ້ານເກີດເມືອງນອນ, ໄລຍະ 10 ປີທີ່ຜ່ານມາ, ນັກຮົບເກົ່າ ຫງວຽນແອັງເຢືອງ ໄດ້ສະຫງວນເວລາກັບຄືນສະໜາມຮົບເກົ່າ ເພື່ອຊອກຫາຂຸມຟອນ ຂອງບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ຜ່ານຊຸມວັນເດືອນປີ ແຫ່ງສົງຄາມທີ່ດຸເດືອດ, ດັ່ງນັ້ນ ເມື່ອໄດ້ດຳລົງຊີວິດໃນສັນຕິພາບ, ນັກຮົບເກົ່າ ຫງວຽນແອັງເຢື່ອງ ຍາມໃດກໍ່ມີຄວາມເປັນຫວ່ງເປັນໃຍ ເມື່ອອັດຖິຂອງບັນດາເພື່ອນຮ່ວມກົມກອງ ຍັງບໍ່ທັນໄດ້ຊອກຫາ, ທ້ອນໂຮມ ແລະ ພວມນອນຢູ່ຕາມບັນດາສະໜາມຮົບເກົ່າ
ນັກຮົບເກົ່າ ຫງວຽນແອັງເຢືອງ ໄປຊອກຫາອັດຖິຂອງເພື່ອນຮ່ວມກົມກອງ  - ảnh 1ນັກຮົບເກົ່າ ຫງວຽນແອັງເຢືອງ (ນັ່ງເບື້ອງຊ້າຍ) 

ປີນີ້, ນັກຮົບເກົ່າ ຫງວຽນແອັງເຢືອງ ມີອາຍຸ 70 ປີປາຍແລ້ວ ແລະ ພວມຢູ່ໃນເຮືອນຫຼັງນ້ອຍທີ່ຕາແສງ ຮ່າຕູ່ ນະຄອນ ຮະລອງ ແຂວງ ກວ໋າງນິງ. ໂດຍແມ່ນທະຫານເສຍອົງຄະ ແລະ ໃນຮ່າງກາຍຂອງທ່ານຍັງມີຮອຍບາດແຜຍ້ອນລະເບີດລູກປືນ ແຕ່ທ່ານ ເຢືອງ ຍັງຮູ້ສຶກມີຄວາມໂຊກດີ ເມື່ອໄດ້ລອດຊີວິດມາໄດ້. ໃນການສູ້ຮົບທີ່ດຸເດືອດ ເມື່ອຕອນເຊົ້າລະດູຮ້ອນປີ 1972 ຢູ່ ມົກຮວ່າ, ກ໊ຽນເຕື່ອງ ປັດຈຸບັນແມ່ນແຂວງ ລອງອານ, ລູກລະເບີດຂອງສັດຕູ ໄດ້ທຳລາຍຊີວິດ ຂອງເພື່ອນຮ່ວມກົມກອງຂອງທ່ານ ຈຳນວນຫຼາຍຄົນ, ໃນນັ້ນມີທ່ານ ເຈິ່ນວັນຊິງ ໄທບ້ານດຽວກັນໃນເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ. ເຖິງວ່າວຽກງານຊອກຫາອັດຖິມີຄວາມລຳບາກກໍ່ຕາມ ແຕ່ນ້ຳໃຈຂອງເພື່ອຮ່ວມກົມກອງ ໄດ້ກະຕຸກຊຸກຍູ້ທ່ານກັບຄືນສູ່ສະໜາມຮົບເກົ່າ ແລະ ພາຍຫຼັງທີ່ໄດ້ມານະພະຍາຍາມບໍ່ຈັກວ່າເທົ່າໃດ, ປີ 2010 ອັດຖິຂອງນັກຮົບ ເຈິ່ນວັນຊິງ ໄດ້ຊອກເຫັນ. ທ່ານ ຫງວຽນແອັງເຢືອງ ເລົ່າສູ່ຟັງວ່າ:

  “ຂ້າພະເຈົ້າໄດ້ສອບຖາມເພື່ອນຮ່ວມກົມກອງຫຼາຍຄົນ ກ່ຽວກັບຂໍ້ມູນຂ່າວທາງດ້ານທີ່ຢູ່ຂອງເພື່ອນຮ່ວມກົມກອງ ເຈິ່ນວັນຊິງ. ຫຼັງຈາກນັ້ນຄອບຄົວຂອງອ້າຍ ຊິງ ໄດ້ມາຫາເຮືອນຂ້າພະເຈົ້າ, ຂ້າພະເຈົ້າໄດ້ພາໄປແຂວງ ລອງອານ ເພື່ອຊອກຫາອັດຖິຢູ່ສະໜາມຮົບເກົ່າ. ອັດຖິໄດ້ຖືກຊອກເຫັນ ແລະ ຄອບຄົວໄດ້ນຳເມືອປົງຢູ່ເຂດສຸສານເທດສະບານ ດົງຈ່ຽວ ແຂວງ ກວ໋າງນິງ”.

 ໃນໄລຍະກວ່າ 10 ປີທີ່ຜ່ານມາ ນັກຮົບເກົ່າ ຫງວຽນແອັງເຢືອງ ຍັງປະຢັດໃນການໃຊ້ຈ່າຍເງິນເບ້ຍບຳນານ ແລະ ເງິນອຸດໜູນ ເພື່ອສະຫງວນເງິນນຳໃຊ້ໃນການເດີນທາງ ຊອກຫາອັດຖິບັນດາເພື່ອນຮ່ວມກົມກອງ ທີ່ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ. ເມື່ອຊອກເຫັນອັດຖິຢ່າງແນ່ນອນ, ທ່ານ ເຢືອງ ຈຶ່ງສົ່ງຂ່່າວແກ່ຍາດຕິພີ່ນ້ອງ, ຄອບຄົວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ປ້າ ຕົ໊ງທິຖຸຍ ຜູ້ເປັນເມຍຂອງທ່ານ ເຢືອງ ໄດ້ແບ່ງປັນວ່າ ເຖິງວ່າສະພາບຄອບຄົວກໍ່ບໍ່ຮັ່ງມີປານໃດກໍ່ຕາມ, ແຕ່ເມື່ອເຂົ້າໃຈໄດ້ເຖິງຄວາມໝາຍຂອງວຽກງານທີ່ຜົວພວມເຮັດ ດັ່ງນັ້ນໄດ້ສະໜັບສະໜູນຢ່າງສຸດໃຈ. ປ້າເວົ້າວ່າ:

“ອ້າຍ ເຢືອງ ມີຄວາມເປັນຫວ່ງທີ່ສຸດຕໍ່ເພື່ອນຮ່ວມກົມກອງ, ລາວໄດ້ປະຢັດເງິນເບ້ຍບຳນານ ເພື່ອນຳໃຊ້ເຂົ້າໃນການເດີນທາງໄປຍັງສະໜາມຮົບເກົ່າ ເພື່ອຊອກຫາອັດຖິຂອງເພື່ອນຮ່ວມກົມກອງ. ແຕ່ມາຮອດປັດຈຸບັນ ຄອບຄົວຂອງຂ້າພະເຈົ້າມີຄວາມເພິ່ງພໍໃຈແລ້ວ, ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ  ແລະ ໄດ້ນຳອັດຖິຂອງອ້າຍນ້ອງເພື່ອນຮ່ວມກົມກອງ ເມືອປົງຢູ່ບ້ານເກີດເມືອງນອນ”.

 ເຖິງວ່າປີນີ້ມີອາຍຸສູງແລ້ວກໍ່ຕາມ ແຕ່ນັກຮົບເກົ່າ ຫງວຽນແອັງເຢືອງ ຍາມໃດກໍ່ຖືວຽກງານໄປຊອກຫາ ທ້ອນໂຮມອັດຖິຂອງເພື່ອນຮ່ວມກົມກອງ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ທັງແມ່ນໜ້າທີ່ທັງແມ່ນຄວາມຮັບຜິດຊອບ. ທ່ານ ຮ່າວັນລານ ປະທານສະມາຄົມນັກຮົບເກົ່າ ຕາແສງ ຮ່າຕູ່ ນະຄອນ ຮະລອງ ແຂວງ ກວ໋າງນິງ ເປີດເຜີຍວ່າ:

“ນີ້ແມ່ນບັນດາແບບຢ່າງ ທີ່ເປັນຕົວແບບຄືທ່ານ ເຢືອງ ຄວນໄດ້ຮັບການທະວີຄູນ, ວຽກງານນີ້ ໄດ້ຊ່ວຍບັນດາເພື່ອນຮ່ວມກົມກອງຂອງພວກຂ້າພະເຈົ້າ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ດິນແດນແຫ່ງບ້ານເກີດເມືອງນອນ, ກັບຄືນສູ່ກັບຍາດຕິພີ່ນ້ອງ ແລະ ຄອບຄົວ. ນີ້ແມ່ນຄວາມເປັນຫວ່ງ ແລະ ກໍ່ແມ່ນຄວາມຫວັງຂອງຫຼາຍຄອບຄົວນັກຮົບ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ”.

ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ບໍ່ແມ່ນວ່າເຮົາຈະໄດ້ປະຕິບັດສຳເລັດໃນໄວໆນີ້, ວຽກງານ ນີ້ກໍ່ຕ້ອງມີຄວາມມະນະອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຈຶ່ງຈະປະສົບຜົນສຳເລັດ. ການເດີນທາງແຕ່ລະຄັ້ງຂອງທ່ານ ເຢືອງ ກໍ່ຕ້ອງໃຊ້ເວລາທັງອາທິດ ແລະ ຫຼາຍກວ່ານີ້ອີກ, ບາງຄັ້ງກໍ່ໄດ້ເມືອໂດຍບໍ່ໄດ້ຮັບຜົນ. ສຳລັບທ່ານ ເຢືອງ ແລ້ວ ການເດີນທາງໄປຊອກຫາອັດຖິ ຂອງເພື່ອນຮ່ວມກົມກອງແຕ່ລະຄັ້ງ ກໍ່ແມ່ນອະນຸສອນຍາກທີ່ຈະລືມໄດ້. ຕາບໃດເພື່ອນຮ່ວມກົມກອງຍັງນອນຢູ່ຕາມສະໜາມຮົບເກົ່ານັ້ນ, ວຽກງານຊອກຫາອັດຖິຂອງເພື່ອນຮ່ວມກົມກອງຂອງທ່ານ ຍັງບໍ່ອາດຢຸດຕິລົງໄດ້ ເພາະວ່າ ໃນໃຈຂອງທ່ານຍາມໃດກໍ່ຄິດຮອດຄິດເຖິງເພື່ອນຮ່ວມກົມກອງ, ຈາລຶກບຸນຄຸນຕໍ່ບັນດາຜູ້ໃນໄລຍະໜຶ່ງ ໄດ້ພ້ອມກັບທ່ານຮ່ວມເປັນຮ່ວມຕາຍ ເພື່ອເອກະລາດ ເສລິພາບຂອງຊາດ. 

ຕອບກັບ