ຫງວຽນຮົ່ງຈຸກວີ ພ້ອມກັບແມ່ໃນພິທີເຊີດຊູ “ພົນລະເມືອງໜຸ່ມດີເດັ່ນ” ຂອງນະຄອນໂຮ່ຈີມິນ |
ເມື່ອໄດ້ຮັບຊົມຈຸກວີສະແດງກາຍຍະສິນດ້ວຍບັນດາຈັງຫວະພັບໂຕອັນຄ່ອງແຄ້ວໃນເວທີສະແດງ, ມີບໍ່ເທົ່າໃດຄົນທີ່ຮູ້ວ່າຈຸກວີໄດ້ເຄີຍມີຊຸມວັນເດືອນທີ່ເປັນໜ້າຢ້ານກົວຂະນະທີ່ຄອບຄົວສົ່ງໄປຝຶກແອບກາຍຍະສິນໃນແຕ່ລະເທື່ອ. ຄາວນັ້ນຈຸກວີມີອາຍຸໄດ້ 9 ປີເຄີຍປະຊົ່ວໂມງຝຶກແອບຕະຫຼອດ, ຫຼາຍຄົນກໍ່ຕ້ອງລະດົມໃຈ, ຈຸກວີຈຶ່ງໄດ້ຝຶກແອບຕໍ່, ແຕ່ພາຍຫຼັງມາ ເມື່ອໄດ້ເຂົ້າຮ່ວມການສະແດງກາຍຍະສິນບາງລາຍການ, ຈຸກວີ ໄດ້ມີຄວາມເມົາມົວ ແລະ ບໍ່ຮູ້ວ່າມັນໄດ້ຊຶມເລິກເຂົ້າໃນຈິດໃຈແຕ່ຍາມໃດ ແລະ ຈຸກວີໄດ້ຜູກພັນກັບປະເພດກາຍຍະສິນນີ້ມາຮອດປັດຈຸບັນ. ຈຸກວີໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວເຊິ່ງແມ່ນບ່ອນທີ່ພໍ່ແມ່ໄດ້ສ້າງພື້ນຖານ ກໍ່ຄືລະດົມກຳລັງໃຈໃຫ້ແກ່ລາວເດີນຕາມພາລະກິດການສະແດງກາຍຍະສິນ. ຈຸກວີເວົ້າວ່າ:
“ໄລຍະທຳອິດກໍ່ລຳບາກທີ່ສຸດ ຍ້ອນປະເພດວິຊາທີ່ເຮົາຝຶກແອບແມ່ນແອບອ່ອນດັ່ງນັ້ນ ກໍ່ຕ້ອງມີຄວາມມານະອົດທົນໃນແຕ່ລະວັນເມື່ອຮຽນວັດທະນະທຳກໍ່ໄດ້ມີຄວາມອິດເມື່ອຍແລ້ວແຕ່ເຮົາກໍ່ຍັງຄົງຝຶກແອບຕື່ມ. ຄາວຍັງນ້ອຍເຮົາກໍ່ໄດ້ຂໍພັກແລ້ວແຕ່ພໍ່ແມ່ໄດ້ລະດົມໃຈດັ່ງນັ້ນເຮົາກໍ່ພະຍາຍາມຝຶກແອບ”.
ນາງຫວໍທິເຫຼື້ອມ ແມ່ຂອງຈຸກວີເປີດເຜີຍວ່າແຕ່ລະເທື່ອເມື່ອເຫັນ ວີຝຶກແອບຫຼື ສະແດງຂະນະທີ່ບໍ່ໂຊກດີຖືກບາດເຈັບ, ນາງກໍ່ມີຄວາມເຈັບປວດທັງເບິ່ງແຍງລູກ ທັງລະດົມກຳລັງໃຈໃຫ້ແກ່ລູກພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ. ນາງເຫຼື້ອມເປີດເຜີຍວ່າ:
“ເຮົາຝາກຄວາມຫວັງນຳລູກກໍ່ແມ່ນບັນຫາໜຶ່ງ ແຕ່ກໍ່ຕ້ອງຂຶ້ນກັບຄວາມສາມາດຂອງລູກ. ຢາກໃຫ້ລູກໃນອະນາຄົດມີວຽກເຮັດງານທຳປົກກະຕິ ລະດັບອາຊີບຂອງລູກນັບມື້ນັບຍົກສູງຂຶ້ນ. ເຮົາກໍ່ຮູ້ວ່າການຝຶກແອບກາຍຍະສິນ ກໍ່ມີຄວາມສ່ຽງແຕ່ເຮົາກໍ່ຢາກໃຫ້ລູກຝຶກແອບເພື່ອຈະມີລາຍການດີເດັັ່ນ ເພື່ອຮັບໃຊ້ຜູ້ຊົມ”.
ຕາມນັກສິລະປິນດີເດັ່ນ ລິວທິບິກລຽນ ຫົວໜ້າຄະນະກາຍຍະສິນດວງຕາເວັນແດງໂຮງລະຄອນສິລະປະເຟືອງນາມແລ້ວ, ຈຸກຫວີເມື່ອຫາກໍ່ກ້າວເຂົ້າສູ່ອາຊີບກາຍຍະສິນບໍ່ແມ່ນຜູ້ທີ່ມີປັດໄຈທາງດ້ານຮ່າງກາຍເພື່ອສະແດງລາຍການແອບອ່ອນ, ແຕ່ສຳລັບກາຍຍະສິນເພື່ອຊອກຫາໄດ້ຜູ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕອ້ງການນັ້ນແມ່ນຫາຍາກທີ່ສຸດດັ່ງນັ້ນຈຸກວີໄດ້ພະຍາຍາມຝຶກແອບຢ່າງບໍ່ຢຸດຢັ້ງເພື່ອສ້າງຕົນເອງໃຫ້ສົມບູນແບບ. ແຕ່ລະວັນຈຸກວີໄດ້ມານະອົດທົນຝຶກແອບເຖິງວ່າຕ້ອງຮຽນວັດທະນະທຳດ້ວຍຄວາມອິດເມື່ອຍ.ນາງລິວທິບິກລຽນເວົ້າວ່າ:
“ນີ້ກໍ່ແມ່ນການປະກອບສ່ວນອັນໃຫຍ່ຫຼວງຍ້ອນຄວາມສາມາດຂອງຈຸກວີແມ່ນດີທີ່ສຸດແລະວີຍັງໜຸ່ມແໜ້ນຢູ່ ດັ່ງນັ້ນໄລຍະທີ່ປະກອບສ່ວນໃຫ້ແກ່ຄະນະກາຍຍະສິນແມ່ນຍາວນານທີ່ສຸດ. ມີພຽງແຕ່ຜູ້ທີ່ມີຄວາມສາມາດແລະມີຄວາມເມົາມົວຈຶ່ງສາມາດເຮັດວຽກງານນີ້ໄດ້, ຖ້າຫາກບໍ່ມີຄວາມເມົາມົວ ຈຸກວີກໍຈະບໍ່ມີວັນທີ່ຈະປະສົບຜົນສຳເລັດຄືວັນນີ້”.
ບໍ່ພຽງແຕ່ປະກອບອາຊີບກາຍຍະສິນຢ່າງສຸດອົກສຸດໃຈເທົ່ານັ້ນ, ໃນໄລຍະເກີດໂລກລະບາດໂຄວິດ - 19 ທີ່ຜ່ານມາຈຸກວີຍັງໄດ້ເຂົ້າຮ່ວມກອງສິລະປະກອນໜຸ່ມອາສາສະໝັກໃນການປ້ອງກັນຕ້ານໂລກລະບາດ ໂດຍຫໍວັດທະນະທຳຊາວໜຸ່ມປຸກລະດົມໜູນຊ່ວຍປະສານງານສັກວັກຊິນ, ຊື້ເຄື່ອງຊ່ວຍປະຊາຊົນ, ແຈກຢາຍຢຸກຍາ ແລະ ວັດຖຸເຄື່ອງຂອງໃນເຂດຈຳກັດບໍລິເວນ ມອບຂອງຂວັນໃຫ້ແກ່ເດັກພວມຢູ່ໃນເຂດແຍກຕົວຢູ່ໂຮງໝໍກາງສະໜາມ... ບັນດາວຽກງານທີ່ມີຄວາມໝາຍເຫຼົ່ານີ້ ໄດ້ປະກອບສ່ວນສ້າງຮູບພາບອັນສວຍງາມ ຂອງໄວໜຸ່ມໃນປັດຈຸບັນຢູ່ນະຄອນທີ່ໃສ່ຊື່ປະທານໂຮ່ຈີມິນ.