ນັກສິລະປະການດີເດັ່ນ ເລືອງທຽມຝູ - ຜູ້ຮັກສາອາຊີບເຮັດພິນຕິ໊ງ

Vinh Phong
Chia sẻ
(VOVWORLD) -ຫຼາຍປີຜ່ານມາ, ນັກສິລະປະການດີເດັ່ນເລືອງທຽມຝູອາຍຸ 85 ປີຢູ່ບ້ານຈາງນ່າເທດບານບິ່ງລຽວເມືອງບິ່ງລຽວແຂວງກວ໋າງນິງມີຄວາມເມົາມົວກັບການເຮັດພິນຕິ໊ງ. ທ່ານພ້ອມກັບບັນດານັກສິລະປະການຄົນອື່ນໆມານະພະຍາຍາມຮັກສາອາຊີບແລະຖ່າຍທອດໃຫ້ໄວໜຸ່ມດ້ວຍຄວາມຫວັງຢາກໃຫ້ມີຜູ້ຮູ້ຈັກເຮັດພິນຕິ໊ງ, ຮູ້ຈັກສິລະປະຂັນແທນຂອງຊາວເຜົ່າໄຕ່ ຢູ່ ບິ່ງລຽວ. 
ນັກສິລະປະການດີເດັ່ນ ເລືອງທຽມຝູ - ຜູ້ຮັກສາອາຊີບເຮັດພິນຕິ໊ງ - ảnh 1ນັກສິລະປະການ ເລືອງທຽມຝູ 

     ນັກສິລະປະການ ເລືອງທຽມຝູ ນັບແຕ່ຄາວຍັງນ້ອຍກໍ່ໄດ້ມີຄວາມເມົາມົວກັບສິລະປະຂັບແທນ. ທ່ານຫວັງຢາກມີພິນຕິ໊ງໜ່ວຍໜຶ່ງ, ດັ່ງນັ້ນໃນໄລຍະຕໍ່ມາທ່ານໄດ້ຊອກຮູ້ ແລະໄດ້ເຮັດພິນຕິ໊ງໂດຍຕົນເອງເພື່ອຂັບແທນ. ພິນຕິ໊ງຢູ່ເມືອງບິ່ງລຽວກໍ່ມີຮູບຮ່າງຄ້າຍຄືກັບພິນຢູ່ຫຼາຍທ້ອງຖິ່ນອື່ນໆ ແຕ່ວິທີເສບພັດແຕກຕ່າງກັນ. ນັກສິລະປະການເລືອງທຽມຝູໃຫ້ຮູ້ວ່າ:

   “ສາຍພິນສອງສາຍເປັນສັນຍາລັກໃຫ້ແກ່ຟ້າແລະດິນ. ຢູ່ຫົວຂອງພິນກໍ່ແກະຄວັດສະຫຼັກໂຕນົກເປັນຕົ້ນແມ່ນນົກຍຸງ, ມີພິນບາງໜ່ວຍກໍ່ແກະຄວັດສະຫຼັກຮູບມັງກອນ. ພິນຕີ໊ງຢູ່ເມືອງບິ່ງລຽວມີສາຍພິນພຽງສອງສາຍນັບແຕ່ປາງກ່ອນມາຮອດປັດຈຸບັນ”.

   ທ່ານຝູໄດ້ມີອາຍຸກວ່າ 80 ປີແລ້ວ ສຸຂະພາບອ່ອນລົງ ດັ່ງນັ້ນເລື່ອງເຮັດພິນຕິ໊ງສຳລັບທ່ານກໍ່ປະສົບກັບຄວາມຫຍຸ້ງຍາກ ແລະຕ້ອງໃຊ້ເວລາຫຼາຍກວ່າ. ມີພິນຕິ້ງບາງໜ່ວຍກໍ່ຕ້ອງໃຊ້ເວລາເປັນປີຈຶ່ງສາມາດສຳເລັດໄດ້. ປັດຈຸບັນທ່ານຝູໄດ້ເປີດຮາກຖານຜະລິດພິນຕິ໊ງຢູ່ເຮືອອນແລະຕົ້ນຕໍແມ່ນເຮັດເປັນຂອງທີ່ລະນຶກໃຫ້ແກ່ແຂກທ່ອງທ່ຽວ. ດ້ວຍຄວາມຫວັງຮັກສາຈຸດວັດທະນະທຳຂອງຊາວເຜົ່າໄຕ່,ດັ່ງນັ້ນທ່ານບໍ່ຖືໜັກກ່ຽວກັບເສດຖະກິດ. ເຖິງຢ່າງໃດກໍ່ຕາມຄວາມເກັ່ງກ້າສາມາດຂອງທ່ານໄດ້ຖືກສົ່ງໄປໄກ, ວຽກງານຢູ່ຮາກຖານຜະລິດຂອງທ່ານກໍ່ບໍ່ມີຍາມຢຸດເຊົາ. ທ່ານ ຈູດິ່ງແທັບ ພະນັກງານສູນວັດທະນະທຳ - ການສື່ສານເມືອງບິ່ງລຽວໃຫ້ຮູ້ວ່າ:

    “ທ່ານເລືອງທຽມຝູ ແມ່ນໜຶ່ງໃນບັນດາຜູ້ປະດິດສ້າງພິນຕິ໊ງໄດ້ຫຼາຍໜ່ວຍ. ພິນຕິ໊ງຂອງທ່ານແມ່ນເພື່ອຮັບໃຊ້ບັນດາສະໂມສອນຂັບແທນພິນຕິ໊ງ ຢູ່ເມືອງບິ່ງລຽວ. ທ່ານຍັງປະກອບສ່ວນໃຫ້ແກ່ເມືອງຂອງຕົນ ດ້ວຍບົດຂັບແທນໃໝ່ຫຼາຍບົດທີ່ຍ້ອງຍໍສັນລະເສີນປະທານໂຮ່ຈີມິນ, ຄວາມຮັກບ້ານເກີດເມືອງນອນ ປະເທດຊາດ ແລະບົດຂັບແທນຫຼາຍບົດໂດຍທ່ານປະພັນ ແລະ ໄດ້ສົ່ງໄປປະກວດຢູ່ແຂວງ ແລະ ທົ່ວປະເທດ ແລະໄດ້ຮັບລາງວັນສູ

    ປີ 2007 ເມື່ອມີອາຍຸ 69 ປີ ທ່ານໄດ້ສ້າງຕັ້ງສະໂມສອນຂັບແທນຕິ໊ງຫົກແຫ່ງ. ສິ່ງທີ່ພິເສດແມ່ນບັນດາສະມາຊິກໃນສະໂມສອນລ້ວນແຕ່ມີພິນຕິ໊ງໜ່ວຍໜຶ່ງໂດຍທ່ານ ແລະ ບັນດາສະມາຊິກປະກອບເຫື່ອແຮງ ພ້ອມກັນເຮັດເພື່ອຝຶກແອບ.

   ໂດຍມີຄວາມເຂົ້າໃຈແຈ້ງກ່ຽວກັບສິລະຂັບແທນພິນຕິ໊ງ, ນັກສິລະປະການເລືອງທຽມຝູໄດ້ເກັບກຳບົດຂັບແທນບູຮານ 6 ບົດ ແລະ ປະພັນໄດ້ຫຼາຍບົດຂັບແທນໃໝ່ ທີ່ຍ້ອງຍໍສັນລະເສີນບ້ານເກີດເມືອງງນອນ ປະເທດຊາດ ແລະ ເປີດຊຸດຮຽນຂັບແທນໃຫ້ແກ່ນັກຮຽນກວ່າ 200 ຄົນໃນທຸກເກນອາຍຸ. ທ່ານເຢືອງອກຄວາ ຫົວໜ້າຄະນະໂຄສະນາສຶກສາຄະນະພັກເມືອງບິ່ງລຽວ ແຂວງກວ໋າງນິງໃຫ້ຮູ້ວ່າບັນດາບົດຂັບແທນຂອງທ້ອງຖິ່ນໃນນັ້ນມີບັນດາບົດຂັບແທນຂອງທ່ານຝູໄດ້ຖືກນຳເຂົ້າຮັບໃຊ້ແຂກທ່ອງທ່ຽວເມື່ອມາທ່ຽວຢູ່ເຂດພູສູງບິ່ງລຽວ ປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳບັນດາເຜົ່າພ້ອມທັງຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ທ່ານເຢືອງງອກຄວາໃຫ້ຮູ້ວ່າ:

“ເມືອງບິ່ງລຽວໄດ້ເຮັດສຳເລັດແຜນອະນຸລັກວັດທະນະທຳດີເດັ່ນຂອງຊາວເຜົ່າໄຕ່ ບິ່ງລຽວເພື່ອຮັບໃຊ້ການພັດທະນາການຊຸມຊົນໃນບໍລິເວນ. ພ້ອມກັນນັ້ນກໍ່ພວມສ້າງແຜນອະນຸລັກແລະເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາວເຜົ່າຢ້າວ, ຊາວເຜົ່າສານຈີ. ສິລະປະການສະແດງພື້ນເມືອງ,ວັດທະນະທຳເປັນວັດຖຸແລະບໍ່ເປັນວັດຖຸ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກເມືອງ ພິເສດແມ່ນສິລະປະຂັບແທນພິນຕິ໊ງໃນຊີວິດປະຈຳວັນຂອງຊາວເຜົ່າໄຕ່ ກໍ່ແມ່ນຈຸດທີ່ພົ້ນເດັ່ນໃນແຜນອະນຸລັກນີ້.”

  ເຖິງວ່າອາຍຸສູງແລ້ວກໍ່ຕາມ ແຕ່ທ່ານຝູຍັງພ້ອມແລ້ວຈະຖ່າຍທອດໃຫ້ແກ່ໄວໜຸ່ມຖ້າຫາກຜູ້ໃດຢາກຮຽນເຮັດພິນຕິ໊ງເພື່ອໃຫ້ສຽງຂັບແທນພິນຕິ໊ງກັງວານໄປໄກ ຊ່ວຍໃຫ້ຫຼາຍຄົນຮູ້ຈັກເຖິງພິນຕິ້ງສິລະປະຂັບແທນຢູ່ເມືອງບິ່ງລຽວອີກດ້ວຍ.

ຕອບກັບ