ນັກສິລະປະການ ໂໝ໊ທິກິດ |
ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ເມືອງ ບິ່ງຢາ ເຊິ່ງແມ່ນແຫ່ງມີຂະບວນການຂັບແທນ ມີຊື່ສຽງໃນແຂວງ ຫຼ້າງເຊີນ, ແມ່ຕູ້ ໂໝ໊ທິກິດ ໄດ້ເລີ່ມຮຽນຂັບແທນ ແຕ່ຄາວມີອາຍຸ 15 ປີ. ແມ່ຕູ້ ກິດ ສາມາດຂັບແທນໄດ້ຫຼາຍໆບົດ ເຊິ່ງສາມາດຂັບແທນໄດ້ ສາມວັນ ແລະ ຄືນ ໃນງານບຸນຂັບແທນ, ພິທີຄາວສະຫຼອງ ຂອງຊາວເຜົ່າ ໄຕ, ເຜົ່າ ນຸ່ງ. ແຕ່ລະປີໃນໂອກາດລະດູບານໃໝ່ວຽນມາ ແມ່ຕູ້ເຄີຍຈັດຕັ້ງບຸນຂັບແທນຢູ່ເຮືອນ ເພື່ອອາໄລຫາບັນພະບູລຸດທັງເປັນການຮັດແໜ້ນຄວາມສາມັກຄີຖານເພື່ອນບ້ານໃກ້ຄຽງ. ນັກສິລະປະການ ໂໝ໊ທິກິດ ເວົ້າຄວາມໃນໃຈສູ່ຟັງວ່າ:
“ຂັບແທນມີຄວາມພິເສດທີ່ສຸດ ອັນໄດ້ຊ່ວຍສຶກສາອົບຮົມບອກສອນຄົນເຮົາ ຕ້ອງຮູ້ຮັກແພງກັນບໍ່ຮ້າຍດ່າ. ເມື່ອໄປຂັບແທນ ມີບາງຄົນກໍ່ໄດ້ຈ່າຍເງິນ ໜຶ່ງພັນ ສອງພັນດົງໃຫ້ຂ້າພະເຈົ້າ ແຕ່ຂ້າພະເຈົ້າຍັງຄົງສະແດງຢູ່ ມີຜູ້ຈ່າຍເຖິງສອງລ້ານດົ່ງ ແຕ່ຂ້າພະເຈົ້າກໍ່ບໍ່ຍອມຂັບຮ້ອງ. ຊ້ຳບໍ່ໜຳມີບາງຄົນທຸກຍາກເຈັບເປັນບໍ່ມີເງິນໃຊ້ຈ່າຍ ຂ້າພະເຈົ້າກໍ່ຍັງຊື້ໄກ່ໄປໃຫ້ເພື່ອທຳພິທີຂັບຮ້ອງ ເພື່ອສະສາງລ້າງຊ່ວຍໃຫ້ສິ່ງທີ່ຊົ່ວຮ້າຍສູນຫາຍໄປ. ໃນຊີວິດຂັບແທນ ຂ້າພະເຈົ້າກໍ່ບໍ່ຖືເງິນເປັນເໜືອກວ່າສິ່ງໃດໝົດ ແຕ່ສຳຄັນທີ່ສຸດ ກໍ່ແມ່ນຄວາມຮັກແພງທີ່ສະຫງວນໃຫ້ກັນ ການຊ່ວຍເຫຼືອກັນໃນເວລາປະສົບກັບຄວາມຫຍຸ້ງຍາກ”.
ໃນ 10 ປີທີ່ຜ່ານມາ ນາງ ນົງທິເຟື້ອງ ຫົວໜ້າສະມາຄົມອະນຸລັກທຳນອງເພງພື້ນເມືອງ ເມື່ອງ ບິ່ງຢາ ແຂວງ ຫຼ້າງເຊີນ ເຊິ່ງແມ່ນລູກສາວຂອງແມ່ຕູ້ ໂໝ໊ທິກິດ ໄດ້ຂຽນບັນທຶກບົດເພງຂັບແທນທັງໝົດຂອງແມ່ຂອງຕົນ. ປັດຈຸບັນປຶ້ມບັນທຶກດັ່ງກ່າວໄດ້ຮຽບຮຽງສຳເລັດ ແລະ ຈະພິມຈຳໜ່າຍໃນທ້າຍປີນີ້ ດ້ວຍຊື່ເອີ້ນວ່າ “ຜູ້ຮັກສາວິນຍານຂັບແທນ ແຂວງ ຫຼ້າງເຊີນ”. ນາງ ນົງທິເຟື້ອງ ເລົ່າສູ່ຟັງວ່າ:
“ນັກສິລະປະການ ປະຊາຊົນ ໂໝ໊ທິກິດ ມີມານະຈິດເໜືອທຳມະດາ ຄາວອາຍຸບໍ່ຮອດ 15 ປີ ພໍ່ແມ່ຂອງແມ່ໄດ້ເສຍຊີວິດ. ແມ່ຂ້າພະເຈົ້າກໍ່ແມ່ນສັນຍາລັກໃຫ້ແກ່ພວກລູກພວກຫຼານ, ເພິ່ນໄດ້ປະກອບອາຊີບຂັບແທນເປັນເວລາ 85 ປີແລ້ວ ນີ້ແມ່ນໄລຍະທາງທີ່ເຕັມໄປດ້ວຍຄວາມລຳບາກກາກກຳ ແຕ່ກໍ່ມີກຽດອັນສະຫງ່າ. ເພິ່ນໄດ້ຮັບນາມມະຍົດນັກສິລະປະການປະຊາຊົນ ແລະ ອາດຈະເວົ້າໄດ້ວ່າ ເພິ່ນໄດ້ບັນລຸຍອດສູງໃນອາຊີບ ແລະ ນີ້ກໍ່ແມ່ນຄວາມເອກອ້າງທະນົງໃຈຂອງເພິ່ນ ແລະ ຂອງພວກລູກຫຼານ”.
ປີ 2015 ນັກສິລະປະການ ໂໝ໊ທິກິດ ໄດ້ຮັບນາມມະຍົດນັກສິລະປະການດີເດັ່ນ ແລະ ໃນປີ 2019 ໄດ້ຮັບນາມມະຍົດນັກສິລະປະການປະຊາຊົນ. ມີນັກຄົ້ນຄວ້າວັດທະນະທຳຫຼາຍຄົນໄດ້ເຄີຍມາຫາເພິ່ນ ເພື່ອຊອກຮູ້ສິລະປະຂັບແທນຂອງຊາວເຜົ່າ ໄຕ ເຜົ່າ ນຸ່ງ. ສິລະປິນ ຫງວຽນຊວນແບັກ ອາຈານສອນວິຊາຂັບແທນ ສັງກັດວິທະຍາໄລວັດທະນະທຳສິລະປະ ຫວຽດບັກ ໃຫ້ຮູ້ວ່າ:
“ປະເພດສິລະປະຂັບແທນຂອງແມ່ຕູ້ ກິດ ກໍ່ມີຫຼາຍສິ່ງພິເສດທີ່ສຸດ. ໃນບັນດາບົດເພງຂັບແທນຂອງແມ່ຕູ້ ແມ່ນສະແດງໃຫ້ເຫັນເປັນເພງບູຮານ ແລະ ໄດ້ເກັບຮັກສາບັນດາຄຳສັບພາສາເຜົ່າ ໄຕ ບູຮານ ສະແດງໃຫ້ເຫັນການແລກປ່ຽນວັດທະນະທຳ ລະຫວ່າງເຜົ່າ ໄຕ ແລະ ເຜົ່າ ກິງ”.
ແມ່ຕູ້ ໂໝ໊ທິກິດ ເຄີຍໄດ້ຮັບການເຊື້ອເຊີນໄປຫຼາຍແຫ່ງ ເພື່ອສະແດງຢູ່ຫຼາຍທ້ອງຖິ່ນ ເພື່ອແນະນຳສິ່ງທີ່ຍອດຍິ່ງຂອງສິລະປະຂັບແທນ. ທ່ານ ປະລິນຍາເອກ ຮວ່າງວັນປ໊າວ ປະທານສະມາຄົມມໍລະດົກວັດທະນະທຳແຂວງ ຫຼ້າງເຊີນ ອະດີດຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຫຼ້າງເຊີນ ໃຫ້ຮູ້ວ່າ:
“ແມ່ຕູ້ ກິດ ປັດຈຸບັນມີອາຍຸ 100 ປີແລ້ວ. ແມ່ຕູ້ມີຄວາມຜູກພັນຕະຫຼອດຊີວິດກັບສິລະປະຂັບແທນ. ສຳລັບບັນດາຜູ້ເຮັດວຽກງານວັດທະນະທຳຄືພວກຂ້າພະເຈົ້າ, ແມ່ຕູ້ ກິດ ໄດ້ຮັບຖືວ່າແມ່ນຜູ້ຮັກສາວິນຍານຂັບແທນຂອງແຂວງ ຫຼ້າງເຊີນ. ແມ່ຕູ້ແມ່ນມໍລະດົກອັນລ້ຳຄ່າ ເພາະວ່າແມ່ຕູ້ໄດ້ມີຄຸນງາມຄວາມດີ ໃນການອະນຸລັກຮັກສາສິລະປະຂັບແທນ ຂອງແຂວງ ຫຼ້າງເຊີນ ແລະ ມີຄຸນງາມຄວາມດີໃນການຖ່າຍທອດໃຫ້ບັນດາລູກສິດ ແລະ ນັກຮຽນຫຼາຍລຸ້ນຄົນ”.
ຈັບພິນ ຕິ໊ງໃນມື ນັກສິລະປະການ ປະຊາຊົນ ໂໝ໊ທິກິດ ທັງຫຼິ້ນເຄື່ອງດົນຕີ ທັງຂັບຮ້ອງໃຫ້ພວກຂ້າພະເຈົ້າຟັງ. ເມື່ອໄດ້ຟັງສຽງຂັບຮ້ອງຂອງເພິ່ນ ທຸກໆຄົນຕ່າງກໍ່ບໍ່ຄິດວ່ານັກສິລະປະການຄົນນີ້ປີນີ້ໄດ້ມີອາຍຸ 100 ປີແລ້ວ. ສຽງຂັບແທນທີ່ອ່ອນຫວານ ສຽງດົນຕີທີ່ດູດດື່ມໄດ້ເປັນການດຶງດູດໃຈຜູ້ຟັງທັງຫຼາຍ.