ນັກວິສະວະກອນ ເຈິ່ນຫວູແທັ່ງ ຜູ້ນຳນ້ຳຈືດມາສູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

Vinh Phong
Chia sẻ
(VOVWORLD) -ກວ່າ 4 ປີທີ່ຜ່ານມາ, ນັກວິສະວະກອນ ເຈິ່ນຫວູແທັ່ງ ໄດ້ສຸມຈິດສຸມໃຈນຳຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດ ມາຮັບໃຊ້ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໃນຊ່ວງເວລາປະສົບກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມຢູ່ບັນດາແຂວງ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ, ນັກວິສະວະກອນ ເຈິ່ນຫວູແທັ່ງ ແລະ ບັນດາເພື່ອນຮ່ວມງານຍາມໃດກໍ່ມີໜ້າ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດດັ່ງກ່າວ ເພື່ອມີນ້ຳຈືດຮັບໃຊ້ຄວາມຕ້ອງການໃນຊີວິດປະຈຳວັນ
ນັກວິສະວະກອນ ເຈິ່ນຫວູແທັ່ງ ຜູ້ນຳນ້ຳຈືດມາສູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ  - ảnh 1ນັກວິສະວະກອນ ເຈິ່ນຫວູແທັ່ງ 

    ອ້າຍ ເຈິ່ນຫວູແທັ່ງ ແບ່ງປັນວ່າ ປີ 2014 ໃນການເດີນທາງ ພ້ອມກັບສະໂມສອນໄວໜູ່ມ ເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ເພື່ອໄປຢ້ຽມຢາມໝູ່ເກາະ ເຈື່ອງຊາ, ເຈິ່ນຫວູແທັ່ງ ໄດ້ເຫັນປະຈັກຕາ ຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນພວມປະສົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການຂາດແຄນນ້ຳຈືດ. ນັບຕັ້ງແຕ່ເວລານັ້ນ ລາວໄດ້ລົງມືຄົ້ນຄວ້າ ແລະ ໄດ້ຜະລິດຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດໂດຍທັນທີ.  ພາຍຫຼັງ 1 ປີ ຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດ NT-30 ໄດ້ຮັບການຜະລິດ ແລະ ນັກວິສະວະກອນ ເຈິ່ນຫວູແທັ່ງ ພ້ອມກັບເພື່ອຮ່ວມງານໄດ້ຕິດຕັ້ງໃນເກາະ ເຈື່ອງຊາດົງ ຢ່າງສຳເລັດຜົນ. ນັກວິສະວະກອນ ເຈິ່ນຫວູແທັ່ງ ເວົ້າວ່າ:

      “ເງື່ອນໄຂຢູ່ ເຈື່ອງຊາ ແມ່ນຫຍຸ້ງຍາກທີ່ສຸດ ກ່ຽວກັບນ້ຳຈືດ. ພວກຂ້າພະເຈົ້າໄດ້ເຫັນປະຈັກຕາພະນັກງານ ນັກຮົບ ແລະ ປະຊາຊົນໃນໄລຍະຍາວ ຕ້ອງນ້ຳໃຊ້ນ້ຳຈືດພຽງ 5 ລິດຕໍ່ຄົນຕໍ່ວັນເທົ່ານັ້ນ. ສິ່ງນີ້ໄດ້ພາໃຫ້ພວກຂ້າພະເຈົ້າ ເມື່ອກັບຄືນດິນຕໍ່ແຜ່ນ ໄດ້ພະຍາຍາມຊອກຮູ້ຄົ້ນຄວ້າທາງດ້ານເຕັກໂນໂລຢີ ແລະ ໄດ້ຜະລິດເຄື່ອງຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດຢ່າງສຳເລັດຜົນ”.

     ປີ 2015 ເມື່ອຕິດຕັ້ງຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດ ໃຫ້ແກ່ເມືອງເກາະ ເຈື່ອງຊາ ຢ່າງສຳເລັດຜົນ ກໍ່ແມ່ນຊ່ວງເວລາເຂດທົ່ງພຽງແມ່ນນ້ຳຂອງ ທາງພາກໃຕ້ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ, ນັກວິສະວະກອນ ເຈິ່ນຫວູແທັ່ງ ໄດ້ເລີຍຄິດເຖິງການປັບປຸງ ແລະ ຜະລິດຈັກກັ່ນຕອງນ້ຳ ໃຫ້ແກ່ປະຊາຊົນຢູ່ແຫ່ງນີ້. ໂດຍໄດ້ໄປສຳລວດດ້ວຍຕົນເອງ ຊອກຮູ້ຜ່ານບັນດານັກຊ່ຽວຊານ, ລາວໄດ້ຮູ້ວ່າ ຍ້ອນຜົນສະທ້ອນຈາກການປ່ຽນຂອງດິນຟ້າອາກາດ ດັ່ງນັ້ນສະພາບການແຫ້ງແລ້ງນ້ຳທະເລຊຶມ ຜັນແປນັບມື້ນັບສັບສົນ. ອ້າຍ ແທັ່ງ ພ້ອມກັບເພື່ອຮ່ວມງານ ໄດ້ສຸມຈິດສຸມໃຈສະຫງວນເວລາ ແລະ ສະຕິປັນຍາ ເພື່ອປະດິດສ້າງ ຍົກລະດັບເຄື່ອງຈັກກັ່ນຕອງນ້ຳເຄັມເປັນນ້ຳຈືດ ເພື່ອນຳໄປໃຊ້ໃນບັນດາທ້ອງຖິ່ນ ໃນເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ. ອ້າຍ ແທັ່ງ ໃຫ້ຮູ້ອີກວ່າ:

     “ປີ 2016 ແມ່ນປີປະສົບກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມຢ່າງຮ້າຍແຮງທີ່ສຸດ, ທັງແມ່ນຊ່ວງເວລາທີ່ເຕັກໂນໂລຢີຂອງພວກຂ້າພະເຈົ້າ ໄດ້ນຳໃຊ້ສຳເລັດຜົນຢູ່ ເຈື່ອງຊາ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເພາະວ່າໄດ້ມີວິທີການຜະລິດນ້ຳຈືດຢ່າງເປັນເຈົ້າການ. ແຕ່ເຖິງຢ່າງໃດກໍ່ຕາມ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ກໍ່ມີຄວາມຫຍຸ້ງຍາກບາງຢ່າງ  ເຊິ່ງແຕກຕ່າງກັນຫຼາຍ ເມື່ອທຽບໃສ່ໝູ່ເກາະ ເຈື່ອງຊາ. ນັ້ນແມ່ນແຫຼ່ງນ້ຳອຸດົມສົມບູນ ບໍ່ພຽງແຕ່ແມ່ນນ້ຳເຄັມ ຫາກຍັງແມ່ນນ້ຳບາດານ, ລະດັບຫີນສົ້ມ ແມ່ນສູງທີ່ສຸດ”.

       ສຳລັບພໍ່ແມ່ພີ່ນ້ອງເຂດທົ່ງພຽງແມ່ນນ້ຳຂອງ ທາງພາກໃຕ້ ຫວຽດນາມ ເຊິ່ງພວມປະສົບກັບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ, ບັນດາຈັກກັ່ນຕອງນ້ຳຂອງນັກວິສະວະກອນ ເຈິ່ນຫວູແທັ່ງ ໄດ້ກາຍເປັນສິ່ງທີ່ກອບກູ້ເອົາຊີວິດຢ່າງແທ້ຈິງ ໃນຢາມປະສົບກັບໄພແຫ້ງແລ້ງ. ອ້າຍ ຫງວຽນວັນເທື່ອງ ຫົວໜ້າພະແນກຊົນນະບົດ ຄະນະຊາວໜຸ່ມແຂວງ ເບ໊ນແຈ ແບ່ງປັນວ່າ:

     “ບັນດາເຄື່ອງຈັກກັ່ນຕອງນ້ຳ ໂດຍນັກວິສະວະກອນ ເຈິ່ນຫວູແທັ່ງ  ແລະ ບັນດາເພື່ອນຮ່ວມງານຜັນຂະຫຍາຍຕິດຕັ້ງ ໃນບໍລິເວນແຂວງ ເບ໊ນແຈ ໄດ້ເສີມຂະຫຍາຍປະສິດທິຜົນດີທີ່ສຸດ. ບັນດາກິດຈະກຳ ໄດ້ສະໜອງນ້ຳສະອາດ ນ້ຳຈືດ ນ້ຳບໍລິສຸດ ເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນໃນຊີວິດປະຈຳວັນຂອງປະຊາຊົນ”.

      ສຳລັບພະນັກງານນັກຮົບ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ຫຼື ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ, ນັກວິສະວະກອນ ເຈິ່ນຫວູແທັ່ງ ໄດ້ກາຍເປັນຜູ້ທີ່ໃກ້ຊິດສະໜິດສະໜົມ. 5 ປີທີ່ຜ່ານມາ ອ້າຍ ແທັ່ງ ໄດ້ຂົນຂວາຍຮຽກຮ້ອງບັນດາອົງການຈັດຕັ້ງ ວິສາຫະກິດຜູ້ໃຈບຸນ ໃຈກຸສົນ ເພື່ອນຳບັນດາກິດຈະກຳວິທະຍາສາດ ເຕັກໂນໂລຢີໄປຍັງເຂດຫ່າງໄກສອກຫຼີກ ເຂດປະສົບກັບຄວາມຫຍຸ້ງຍາກຂອງປະເທດຊາດ. ນັກວິສະວະກອນ ເຈິ່ນຫວູແທັ່ງ ແລະ ບັນດາເພື່ອນຮ່ວມອາຊີບ ຍັງພວມພະຍາຍາມຄົ້ນຄວ້າ ເພື່ອຜະລິດອອກບັນດາເຄື່ອງວຈັກກັ່ນຕອງນ້ຳ ໃຫ້ສົມບູນແບບກ່ວາເກົ່າ ກໍ່ຄືຫຼຸດລາຄາເຄື່ອງຈັກກັ່ນຕອງນ້ຳໃຫ້ແທດເໝາະກັບຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນ ຈົ່ງຊ່ວຍເຫຼືອພໍ່ແມ່ປະຊາຊົນຫຼາຍກວ່າອີກ.

ຕອບກັບ