ນັກວິທະຍາສາດຊອກຫາທິດທາງໃໝ່ ໃນການປິ່ນປົວໂລກຫົວໃຈ

Thu Hang
Chia sẻ
(VOVWORLD) -ຮອງສາດສະດາຈານປອເຈືອງແທັງເຮືອງນັກຊ່ຽວຊານສັງກັດສະຖາບັນຫົວໃຈໂຮງໝໍແບັກມາຍແມ່ນໜຶ່ງໃນບັນດານັກວິທະຍາສາດ, ອາຈານສອນແຖວໜ້າໃນຂົງເຂດແພດສາດຢູ່ ຫວຽດນາມ.ໜຶ່ງໃນບັນດາຜົນງານທີ່ເປັນໜ້າສົນໃຈນັ້ນແມ່ນການສ້າງສຳເລັດຮູບແບບກັ່ນຕອງ, ວິນິດໄສ, ປິ່ນປົວແລະຕິດຕາມອາການເພີ່ມຄໍເລັດສເຕີຣອນເລືອດຢູ່ຕາມຄອບຄົວຊາວຫວຽດນາມແລະຖ່າຍທອດໃຫ້ແກ່ຮາກຖານການແພດ.ດ້ວຍບັນດາການອຸທິດສ່ວນໃຫ້ແກ່ວິທະຍາສາດ, ຮອງສາດສະດາຈານປອເຈືອງແທັງເຮືອງ ມີຄວາມເປັນກຽດໄດ້ຮັບລາງວັນໂກວາແລັດກາຍອາ ປີ 2020 ຈາກສະຫະພັນແມ່ຍິງຫວຽດນາມ
ນັກວິທະຍາສາດຊອກຫາທິດທາງໃໝ່ ໃນການປິ່ນປົວໂລກຫົວໃຈ - ảnh 1ຮອງສາດສະດາຈານ ປອ, ທ່ານໝໍເຈືອງແທັງເຮືອງ

  ຮູບພາບຮອງສາດສະດາຈານ ປອ, ທ່ານໝໍເຈືອງແທັງເຮືອງເລີ່ມເຮັດວຽກແຕ່ເຊົ້າຢູ່ສະຖາບັນຫົວໃຈ, ໂຮງໝໍແບັກມາຍເພື່ອກວດຕິດຕາມອາການສຸຂະພາບໃຫ້ແກ່ບັນດາຄົນເຈັບພວມນອນປິ່ນປົວຢູ່ໂຮງໝໍ, ແລ້ວທ່ານໝໍເຮືອງ ກໍ່ໄປສອນຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍໄດ້ກາຍເປັນຄວາມລື້ງເຄີຍກັບບັນດາເພື່ອນຮ່ວມອາຊີບ, ໄລຍະທຳອິດທີ່ເຮັດວຽກຢູ່ສະຖາບັນຫົວໃຈ,ຮອງສາດສະດາຈານປອເຈືອງແທັງເຮືອງມີໂອກາດໄດ້ສຳຜັດແລະໄດ້ຮັບການບຳລຸງກໍ່ສ້າງຢ່າງເປັນລະບົບຢູ່ຕາມສູນການແພດຂອງໂລກ. ດ້ວຍບັນດາລະດັບຄວາມຮູ້ທາງດ້ານວິຊາສະເພາະທີ່ນາງສາມາດຮຽນໄດ້, ທ່ານໝໍເຮືອງຍາມໃດກໍ່ມີຄວາມເປັນຫ່ວງວ່າເຮັດແນວໃດ ເພື່ອປິ່ນປົວບັນດາພະຍາດກ່ຽວກັບພະຍາດຫົວໃຈຊີບພະຈອນໃຫ້ແກ່ຄົນເຈັບ ແລະ ຈຳກັດກໍລະນີຄົນເຈັບຕ້ອງຜ່າຕັດຫົວໃຈລົງໃນລະດັບຕ່ຳສຸດ. ຍ້ອນເຫດນີ້ເອງໄດ້ກະຕຸກຊຸກຍູ້ຮອງສາດສະດາຈານປອເຈືອງແທັງເຮືອງປະຕິບັດຫົວເລື່ອງຄົ້ນຄວ້າກ່ຽວກັບອັນຕຣາຊາວຫົວໃຈ, ສ່ອງລັງສີຫົວໃຈເພື່ອຊອກຫາສາເຫດແລ້ວຈຶ່ງປິ່ນປົວ. ຮອງສາດສະດາຈານປອເຈືອງແທັງເຮືອງເປີດເຜີຍວ່າ:

       “ໃນການອັນຕຣາຊາວໃນເບື້ອງຕົນ, ອັນຕຣາຊາວຫົວໃຈກໍ່ຖືກແບ່ງເປັນລະດັບທີ່ແຕກຕ່າງກັນ, ວັດແທກຂະໜາດຫ້ອງຫົວໃຈຫຼັງຈາກນັ້ນກຳນົດຝາຫົວໃຈ,ບັນດາການເຄື່ອນໄຫວທີ່ສັບສົນກວ່າ. ພາຍຫຼັງທີ່ໄດ້ກຳນົດລະດັບປານກາງຫຼືໜັກແລ້ວຈຶ່ງມີທິດທາງປິ່ນປົວ. ມີຄົນເຈັບຫຼາຍຄົນໄດ້ຮັບການວິນິດໄສປິ່ນປົວຕາມວິທີໃໝ່ ໂດຍບໍ່ຕ້ອງການຜ່າຕັດຫົວໃຈ”.

       ໂດຍແມ່ນພະນັກງານແພດໝໍລຸ້ນຫຼັງແລະເຫັນປະຈັກຕາ ການເຮັດວຽກໄລຍະໜຶ່ຂອງຮອງສາດສະດາຈານ ປອ ເຈືອງແທັງເຮືອງ, ຮອງສາດສະດາຈານ ປອ ຟ້າມແມັ້ງຮຸ່ງ, ຫົວໜ້າສະຖາບັນຫົວໃຈໂຮງໝໍແບັກມາຍໃຫ້ຮູ້ວ່າ ທ່ານໝໍເຮືອງ ແມ່ນຜູ້ທີ່ມີຄວາມເມົາມົວຢ່າງແຮງກ້າໃນການຄົ້ນຄວ້າວິທະຍາສາດ ແລະບຳລຸງກໍ່ສ້າງພະນັກງານແພດໝໍລຸ້ນຫຼັງ. ຮອງສາດສະດາຈານ ປອ ຟ້າມແມັ້ງຮຸ່ງເວົ້າວ່າ:

      “ກ່ອນໜ້ານີ້ມີບັນດາການສຶກສາຄົ້ນຄວ້າກ່ຽວກັບອັນຕຣາຊາວຂອງນາງໄດ້ຖືກນຳໃຊ້ເພື່ອປິ່ນປົວຄົນເຈັບ. ຂ້າພະເຈົ້າເອງກໍ່ໄດ້ເຮັດວຽກກັບນາງເຮືອງ, ນາງກໍ່ໄດ້ສົ່ງບັນດາຄົນເຈັບມາໃຫ້ຂ້າພະເຈົ້າ, ໃນນັ້ນມີເດັກນ້ອຍມີອາການໄຂມັນເລືອດວົນວາຍ, ຫຼັງຈາກນັ້ນຖືກຜົນສະທ້ອນຫັນມາເປັນພະຍາດເສັ້ນເລືອດແດງຄັບແຄບ. ຍ້ອນບັນດາກິດຈະກຳຄົ້ນຄວ້ານັ້ນ, ພວກຂ້າພະເຈົ້າໄດ້ຄົ້ນພົບໄວແລະປິ່ນປົວໃຫ້ແກ່ຄົນເຈັບໂດຍໄວ”.

       ໂດຍແມ່ນອາຈານລະດັບສູງສັງກັດມະຫາວິທະຍາໄລແພດສາດຮ່າໂນ້ຍ, ພ້ອມກັບການສິດສອນ,  ຮອງສາດສະດາຈານປອເຈືອງແທັງເຮືອງຍັງຕັ້ງໜ້າບຳລຸງກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃຫ້ແກ່ຂະແໜງສາທາລະສຸກ. ນາງໄດ້ແນະນນຳທາງດ້ານວິທະຍາສາດໃຫ້ແກ່ ປະລິນຍາເອກ, ປະລິນຍາໂທ, ທ່ານໝໍຈຳນວນຫຼາຍກວ່າ 40 ຄົນ, ແລະໄດ້ສອນໂດຍກົງກ່ຽວກັບການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ ໃນຂົງເຂດວິນິດໄສປິ່ນປົວໂລກຫົວໃຈໃຫ້ແກ່ທ່ານໝໍພະລະກອນການແພດນັບ 100 ຄົນຢູ່ບັນດາຮາກຖານການແພດໃນທົ່ວປະເທດ. ໃນຖານະຕຳແໜ່ງໃໝ່ ແມ່ນຫົວໜ້າພະແນກວິໄຈໂມເລກຸນຫົວໃຈຊີບພະຈອນ, ທ່ານໝໍເຮືອງພວມສືບຕໍ່ຄົ້ນຄວ້າໃນຂົງເຂດໃໝ່ ແລະເຂົ້າສູ່ລວງເລິກໃນການຄົ້ນຄວ້າກ່ຽວກັບການເພີ່ມຄໍເລັດສເຕີຣອນເລືອດທີ່ເປັນກຳມະພັນ.

         ຈາກບັນດາການປະກອບສ່ວນທີ່ສຳຄັນໃຫ້ແກ່ຂະແໜງແພດສາດເປັນເວລາກວ່າ 20 ປີທີ່ຜ່ານມາ,  ປີນີ້ຮອງສາດສະດາຈານປອເຈືອງແທັງເຮືອງມີຄວາມເປັນກຽດໄດ້ຮັບລາງວັນໂກວາແລັບສະກາຍອາ ເຊິ່ງແມ່ນລາງວັນທີ່ມອບໃຫ້ແກ່ບັນດາໝູ່ຄະນະສ່ວນບຸກຄົນນັກວິທະຍາສາດຍິງທີ່ດີເດັ່ນ ໃນການຄົ້ນຄວ້າແລະນຳໃຊ້ວິທະຍາສາດເຂົ້າໃນພຶດຕິກຳຊີວິດຕົວຈິງ.

ຕອບກັບ