ດ່າວທິເຟືອງແອັງ ຜູ້ແປພາສາ ຮັບໃຊ້ວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19

Ngoc Anh
Chia sẻ
(VOVWORLD) -ໃນການເຄື່ອນໄຫວຕໍ່ສູ້ ປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19 ໄດ້ປາກົດມີຜູ້ອາສາສະໝັກຫຼາຍຄົນ ເຮັດວຽກໃນບັນດາເຂດແຍກຕົວ, ໂຮງໝໍຕ່າງໆ. ດ່າວທິເຟືອງແອັງ ຜູ້ນຳທ່ຽວສັງກັດບໍລິສັດຫຸ້ນສ່ວນບໍລິການທ່ອງທ່ຽວສາກົນ  BesTour ແມ່ນໜຶ່ງໃນຈຳນວນຜູ້ອາສາສະໝັກດັ່ງກ່າວ. ນາງໄດ້ສະໝັກໃຈໄປຍັງແນວໜ້າ ຕ້ານໂລກລະບາດ ດ້ວຍໜ້າທີ່ເປັນຜູ້ແປພາສາໃຫ້ແກ່ຊາວຕ່າງປະເທດ ຢູ່ເຂດແຍກຕົວຕ່າງໆ
ດ່າວທິເຟືອງແອັງ ຜູ້ແປພາສາ ຮັບໃຊ້ວຽກງານປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ - 19 - ảnh 1 ດ່າວທິເຟືອງແອັງ ຜູ້ແປພາສາອາສາສະໝັກ

ດ່າວທິເຟືອງແອັງ ປີນີ້ອາຍຸ 31 ປີໄດ້ມີປະສົບການ 7 ປີໃນການປະກອບອາຊີບ ເປັນຜູ້ນຳທ່ຽວສາກົນ. ດ້ວຍປະສົບການທາງດ້ານພາສາຕ່າງປະເທດ ແລະ ມີບົດຮຽນທາງດ້ານມະນຸດສຳພັນກັບຊາວຕ່າງປະເທດ, ດັ່ງນັ້ນ ໃນຍາມເກີດໂລກລະບາດທີ່ຜ່ານມາ, ເມື່ອໄດ້ຮູ້ຂ່າວຈາກພະແນກພົວພັນຕ່າງປະເທດ ຮ່າໂນ້ຍ ທີ່ໄດ້ແຈ້ງໃຫ້ຊາບວ່າ ຢູ່ບາງເຂດແຍກຕົວ ແລະ ໂຮງໝໍຕ່າງໆຂອງນະຄອນ ຮ່າໂນ້ຍ ພວມຕ້ອງການຜູ້ພາສາໃຫ້ແກ່ຊາວຕ່າງປະເທດ, ລາວໄດ້ຈົດທະບຽນເຂົ້າຮ່ວມໂດຍທັນທີ. ຍາດຕິພີ່ນ້ອງ ໝູ່ເພື່ອນຂອງລາວ ເມື່ອໄດ້ຮູ້ຂ່າວນີ້ ເຂົາເຈົ້າກໍ່ໄດ້ສະແດງຄວາມເປັນຫວ່ງ ແລະ ບໍ່ຢາກໃຫ້ລາວເຮັດວຽກງານນີ້, ແຕ່ນາງບໍ່ຫວາດຫວັ່ນຕໍ່ຄວາມເປັນອັນຕະລາຍຕໍ່ຄວາມສ່ຽງຕິດເຊື້ອໂຄວິດ - 19 ແລະ ລາວມີຄວາມຫວັງຢາກປະກອບສ່ວນໜ້ອຍໜຶ່ງ ພ້ອມກັບວົງຄະນາຍາດ ເຂົ້າໃນວຽກງານປ້ອງກັນ ສະກັດກັ້ນໂລກລະບາດ. ດ່າວທິເຟືອງແອັງ ເລົ່າສູ່ຟັງວ່າ:

    “ທີ່ຈິງແລ້ວເລື່ອງທີ່ຂ້າພະເຈົ້າສະໝັກໃຈເຂົ້າເຮັດວຽກຢູ່ເຂດແຍກຕົວ ກໍ່ບໍ່ແມ່ນວຽກງານທີ່ ໃຫຍ່ຫຼວງ. ທີ່ຈິງແລ້ວເຮົາກໍ່ຢ້ານ ແຕ່ຄວາມຢ້ານກົວນີ້ບໍ່ແມ່ນຢ້ານຕິດເຊື້ອພະຍາດ ເພາະເຮົາໄດ້ຮູ້ວ່າ ຖ້າຫາກມີບັນຫາຫຍັງ, ລັດຈະບໍ່ປະປ່ອຍ  ບໍ່ວ່າຄົນໃດດອກ. ມີພຽງແຕ່ສິ່ງດຽວທີ່ຂ້າພະເຈົ້າຢ້ານ ນັ້ນແມ່ນຖ້າຫາກເຮົາຕິດເຊື້ອພະຍາດ ເຮົາກໍ່ຈະເປັນ ແຫຼ່ງຕິດແປດສູ່ຄົນອື່ນ”.

      ດ່າວທິເຟືອງແອັງ ໄດ້ຮັບການສັບຊ້ອນເປັນຜູ້ແປພາສາ ຢູ່ເຂດແຍກຕົວທີ່ໂຮງຮຽນການທະຫານ ເທດສະບານ ເຊີນເຕິຍ ຊານນະຄອນ ຮ່າໂນ້ຍ. ຢູ່ທີ່ນີ້ມີບັນດາພົນລະເມືອງມາຈາກປະເທດຕ່າງໆຄື ເຢຍລະມັນ, ອັງກິດ, ແອັດສະປາຍ, ສ ເກົາຫຼີ… ເມື່ອຫາກໍ່ເຂົ້າມານີ້, ເຂົາເຈົ້າເຄີຍມີຈິດຕະຕົກສະທ້ານຢ້ານກົວ ເພາະວ່າ ຍັງບໍ່ທັນເຄີຍຮູ້ວ່າແຍກຕົວແມ່ນຫຍັງ. ແຕ່ຍ້ອນໄດ້ຮັບການຊ່ວຍເຫຼືອຢ່າງສຸດໃຈຂອງກຳລັງທະຫານ, ຜູ້ອາສາສະໝັກ, ການອະທິບາຍຂອງຜູ້ແປພາສາ ດັ່ງນັ້ນເຂົາເຈົ້າໄດ້ຄ່ອຍໆເຂົ້າໃຈແຈ້ງ ແລະ ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍແຍກຕົວ ຂອງນະຄອນ ຮ່າໂນ້ຍ, ຈາກນັ້ນກໍ່ມີຄວາມອຸ່ນອ່ຽນໃຈໃຫ້ການຮ່ວມມື. ວຽກງານຂອງບັນດາຜູ້ອາສາສະໝັກຄື ດ່າວທິເຟືອງແອັງ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດ ຂອງວຽກງານສະກັດກັ້ນໂລກລະບາດ ແລະ ໄດ້ຮັບການຕີລາຄາສູງ ຈາກຫາງສຽງສັງຄົມ. ນ້ອງ ກາວຮຸຍຮວ່າງ ຊາວຮ່າໂນ້ຍ ຖືວ່າ:

       “ໃນໄລຍະເກີດໂລກລະບາດໂຄວິດ - 19 ທີ່ຜ່ານມາ ມີຊາວຕ່າງປະເທດຫຼາຍຄົນ ໄດ້ເຂົ້າມາ ຫວຽດນາມ ເຂົາເຈົ້າກໍ່ໄດ້ຮັບການກວດດ້ວຍຜົນວິໄຈ ເປັນບວກກັບເຊື້ອໂຄວິດ - 19.  ເພາະສະນັ້ນ ບັນດາຜູ້ແປພາສາໃຫ້ແກ່ເຂົາເຈົ້າກໍ່ມີຄວາມຈຳເປັນທີ່ສຸດ. ເຂົາເຈົ້າກໍ່ແມ່ນບັນດາຜູ້ຊ່ວຍແພດໝໍຮູ້ຈັກ ກ່ຽວກັບອາການສຸຂະພາບຂອງຄົນເຈັບ, ຊ່ວຍແພດໝໍ ສາມາດຂຶ້ນແຜນປິ່ນປົວເປັນຢ່າງດີ ແລະ ຊ່ວຍໃຫ້ແກ່ການປິ່ນປົວພະຍາດມີປະສິດທິຜົນດີກວ່າ. ພວກເຮົາຕ້ອງການບັນດາຜູ້ແປພາສາເຊັ່ນນັ້ນ, ເຂົາເຈົ້າໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເພື່ອຊ່ວຍ ຫວຽດນາມ ສະກັດກັ້ນໂລກລະບາດ ໂຄວິດ - 19 ຢ່າງສຳເລັດຜົນ”. 

     ດ່າວທິເຟືອງແອັງ ໄດ້ຖ່າຍທອດ ໃຫ້ຊາວຕ່າງປະເທດ ທີ່ພວມຢູ່ເຂດແຍກຕົວກ່ຽວກັບວິທີປ້ອງກັນ ສະກັດກັ້ນໂລກລະບາດ; ບັນດາລະບຽບການ ຂອງເຂດແຍກຕົວທີ່ເຂົາເຈົ້າຕ້ອງປະຕິບັດ ກໍ່ຄືຊ່ວຍເຂົາເຈົ້າສະແດງອອກຄວາມມຸ່ງຫວັງ ຄວາມໃນໃຈໃນໄລຍະຢູ່ເຂດແຍກຕົວ. ສຳລັບ ເຟືອງແອັງ ແລ້ວ ດ້ວຍວຽກງານເປັນຜູ້ແປພາສາຜ່ານ 14 ວັນຢູ່ເຂດແຍກຕົວ ທີ່ໂຮງຮຽນການທະຫານ ເຊີນເຕິຍ ກໍ່ແມ່ນຊ່ວງເວລາທີ່ມີຄວາມໝາຍ ແລະ ເປັນໜ້າ ຈົດຈຳ. ດ່າວທິເຟືອງແອັງ ໃຫ້ຮູ້ຕື່ມອີກວ່າ:

     “ເມື່ອເຂົ້າເຮັດວຽກຢູ່ເຂດແຍກຕົວ ຂ້າພະເຈົ້າມີຄວາມປະຫຼາດໃຈ ເມື່ອຮູ້ຈັກກ່ຽວກັບຈຳນວນພະນັກງານນັກຮົບ ແລະ ແພດໝໍທີ່ພວມເຮັດວຽກຢູ່ທີ່ນີ້ ດ້ວຍຈຳນວນໜ້ອຍເກີນໄປ ເມື່ອທຽບໃສ່ຈຳນວນຜູ້ນອນຢູ່ເຂດແຍກຕົວ. ມີພຽງນັກຮົບ 13 ຄົນ ແຕ່ຕ້ອງຊ່ວຍໜູນວຽກງານທຸກຢ່າງ ຈາກການກະກຽມເຄື່ອງນຸ່ງຫົ່ມ, ຕຽງນອນ, ແຈກຢາຍເຂົ້າກິນ, ຂ້າເຊື້ອ… ໃຫ້ແກ່ກວ່າ 800 ຄົນຢູ່ເຂດແຍກຕົວ. ວຽກງານກໍ່ມີຄວາມລຳບາກ ແລະ ເປັນອັນຕະລາຍ ແຕ່ໃຜໆກໍ່ຈູບຈ້າວຫ້າວຫັນ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ”.

      ນ້ຳໃຈອາສາສະໝັກເຂົ້າຮ່ວມຢູ່ແນວໜ້າ ປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງບັນດາຜູ້ແປພາສາຄື ດ່າວທິເຟືອງແອັງ ແມ່ນເປັນໜ້າເຄົາລົບນັບຖືກ, ຄືດັ່ງສານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ” ແຕ່ລະຄົນກໍ່ປຽບເໝືອນນັກຮົບ, ບໍ່ມີໃຜຢືນຢູ່ນອກການເຄື່ອນໄຫວ ຕ້ານໂລກລະບາດໂຄວິດ - 19.  ຄວາມເສຍສະຫຼະ ແລະ ສຸດຈິດສຸດໃຈຂອງ ດ່າວທິເຟືອງແອັງ ໄດ້ປະກອບສ່ວນພ້ອມກັບປະຊາຊົນທົ່ວປະເທດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ.

ຕອບກັບ