ຊີຕີຮາຣາ - ແມ່ຍິງຊາວເຜົ່າຈຳ ສຸດຈິດສຸດໃຈ ເພື່ອວຽກງານໜູນຊ່ວຍສັງຄົມ

Vinh Phong
Chia sẻ
(VOVWORLD) -ນາງ ຊີຕີຮາຣາ ແມ່ຍິງຊາວເຜົ່າ ຈຳ ຖືສາສະໜາ ອິດສະລາມ ຢູ່ຕາແສງ ແຄັ໊ງຮວ່າ ເມືອງ ເຈົາຝູ ແຂວງ ອານຢາງ ເຄີຍໄປສຶກສາຮ່ຳຮຽນຢູ່ ມາເລເຊຍ ລົງເລິກຂະແໜງສັງຄົມ - ມະນຸດສາດ. ແຕ່ພາຍຫຼັງ 4 ປີ ດ້ວຍຄວາມຮັກບ້ານເກີດເມືອງນອນ ສຸດຈິດສຸດໃຈ ເພື່ອວົງຄະນາຍາດ,  ນາງ ໄດ້ຕັດສິນກັບຄືນເມືອ ຫວຽດນາມ ເພື່ອອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ ໃຫ້ແກ່ວົງຄະນາຍາດຊາວເຜົ່າ ຈຳ ຢູ່ແຂວງ ອານຢາງ. ດ້ວຍບົດບາດເປັນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຮອງຫົວໜ້າຄະນະເຄື່ອນໄຫວເພື່ອການກຸສົນ, ຄະນະຜູ້ຕາງໜ້າວົງຄະນາຍາດຊາວ ມຸດສະລິມ ແຂວງ ອານຢາງ, ນາງ ຊີຕີຮາຣາ ໄດ້ຂົນຂວາຍການແຜ່ບໍລິຈາກເງິນໄດ້ນັບສີບຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ປຸກເຮືອນມະຫາສາມັກຄີ, ເຮືອນແຫ່ງຄວາມຮັກແພງ, ກອງທຶນສຶກສາ ເພື່ອຊ່ວຍນັກຮຽນໄປໂຮງຮຽນ
ຊີຕີຮາຣາ - ແມ່ຍິງຊາວເຜົ່າຈຳ ສຸດຈິດສຸດໃຈ ເພື່ອວຽກງານໜູນຊ່ວຍສັງຄົມ - ảnh 1ນາງຊີຕີຮາຣາສອນພາສາອັງກິດໂດຍບໍ່ຄິດຄ່າໃຫ້ນັກຮຽນເຜົ່າ ຈຳ

       “ລູກມັກຮຽນພາສາອັງກິດທີ່ສຸດ ຍ້ອນວ່າລູກຢາກຕິດຕໍ່ພົວພັນກັບຊາວຕ່າງປະເທດທີ່ສຸດ”. 

          “ລູກຮຽນຫ້ອງຂອງເອື້ອຍຄູ ຮາຣາ ໄດ້ 3 ເດືອນແລ້ວ,  ເອື້ອຍຄູ ຮາຣາ ໄດ້ສອນໃຫ້ລູກໄດ້ມີຄວາມຮູ້ຫຼາຍຢ່າງ, ເອື້ອຍຄູແມ່ນຜູ້ມັກມ່ວນ ແລະ ຮັກແພງພວກລູກທີ່ສຸດ".

      ນັ້ນແມ່ນຄວາມໃນໃຈຂອງນັກຮຽນສອງຄົນ ໃນຈຳນວນນັກຮຽນຊາວເຜົ່າ ຈຳ ນັບສິບຄົນພວມຮຽນຫ້ອງພາສາອັງກິດ ໂດຍບໍ່ເສຍຄ່າຢູ່ຕາແສງ ແຄັ໊ງຮວ່າ ເມືອງ ເຈົາຝູ ແຂວງ ອານຢາງ. ຫ້ອງຮຽນນີ້ໂດຍ ນາງ ຊີຕີຮາຣາ ເປີດ ແລະ ສອນພວກນ້ອງໂດຍກົງ ເພື່ອຊ່ວຍພວກນ້ອງໃນວົງຄະນາຍາດຊາວເຜົ່າ ຈຳ ຍົກສູງລະດັບພາສາຕ່າງປະເທດ. ພ້ອມກັນນັ້ນນາງກໍ່ໄດ້ຂົນຂວາຍການແຜ່ບໍລິຈາກເງິນທຶນ ເພື່ອມອບທຶນການສຶກສານັບຮ້ອຍທຶນ ແລະ ຂອງຂວັນໃຫ້ແກ່ພວກນ້ອງນັກຮຽນນັກສຶກສາໄດ້ໄປໂຮງຮຽນ.

       ປີ 2019 ນາງ ຊີຕີຮາຣາ ໄດ້ສ້າງຕັ້ງສະໂມສອນແມ່ຍິງເຜົ່າ ຈຳ ແຂວງ ອານຢາງພ້ອມກັນພົ້ນທຸກ,ອັນໄດ້ດຶງດູດການເຂົ້າຮ່ວມຂອງແມ່ຍິງ ເກືອບ 1.000 ຄົນທີ່ຂຶ້ນກັບໂບດ 9 ແຫ່ງໃນບໍລິເວນ 5 ຕາແສງ ຂອງແຂວງ ອານຢາງ. ນັບແຕ່ເວລາສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນ ບັນດາສະມາຊິກສະມາຄົມບໍ່ພຽງແຕ່ໄດ້ຊ່ວຍເຫຼືອກັນພັດທະນາເສດຖະກິດຄອບຄົວເທົ່ານັ້ນ, ການເຂົ້າຮ່ວມສະໂມສອນກໍ່ຍັງຊ່ວຍໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມໝັ້ນໃຈສະແດງຄວາມສາມາດ ປະກອບສ່ວນເຂົ້າໃນການພັດທະນາຂອງວົງຄະນາຍາດອີກດ້ວຍ.  ນາງ ຊີຕີຮາຣາ ແບ່ງປັນວ່າ:

      “ການເຮັດວຽກງານກຸສົນ ກໍ່ຕ້ອງເລີ່ມມາຈາກຈິດໃຈຂອງເຮົາເອງ. ເພື່ອເຮັດໄດ້ເຊັ່ນນັ້ນ ກະໂຕເຮົາເອງກໍ່ຕ້ອງຮັບເອົາຄວາມຫຍຸ້ງຍາກຂອງທຸກໆຄົນ; ສຳລັບຜູ້ຮັ່ງມີ ການປຸກສ້າງເຮືອນຫຼັງໜຶ່ງກໍ່ງ່າຍດາຍ ແຕ່ສຳລັບຜູ່້ທຸກຍາກ ກໍຕ້ອງເຮັດຕະຫຼອດຊີວິດກໍ່ບໍ່ສາມາດເຮັດໄດ້. ຍ້ອນເຫດນີ້ເອງ ຂ້າພະເຈົ້າກໍ່ຢາກປະກອບເຫື່ອແຮງຂອງຕົນ ເຖິງວ່າແມ່ນນ້ອຍໆກໍ່ຕາມ ເພື່ອຊ່ວຍເຫຼືອວົງຄະນະຍາດ”.

     ໃນຊຸມປີທີ່ຜ່ານມາ ນາງ ຊີຕີຮາຣາ ໄດ້ຂົນຂວາຍເງິນທຶນຈາກບັນດາອົງການສ່ວນບຸກຄົນ ເພື່ອປຸກເຮືອນມະຫາສາມັກຄີ, ເຮືອນແຫ່ງຄວາມຮັກແພງຊ່ວຍຜູ້ທຸກຍາກ ຜູ້ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່, ເຮືອນແຕ່ລະຫຼັງມີມູນຄ່າ 80 ລ້ານດົ່ງ.  ໂດຍໄດ້ຮັບເຮືອນທີ່ໃຫຍ່ໂຕສະອາດ ຈາກຄະນະຜູ້ຕາງໜ້າວົງຄະນາຍາດຊາວ ມຸດສະລິມ ເຜົ່າ ຈຳ ແຂວງ ອານຢາງ ເຊິ່ງໄດ້ປຸກສ້າງຈາກແຫຼ່ງທຶນຂົນຂວາຍຂອງນາງ ຊີຕີ ຮາຣາ, ນາງ ອາແສ ຢູ່ບ້ານ ຟູມສວ່າຍ ເມືອງ ເຈົາຟອງ ແຂວງ ອານຢາງ ແບ່ງປັນວາ :

     “ໄດ້ຮັບເຮືອນແຫ່ງຄວາມຮັກແພງ ກໍ່ຄືເຮືອນມະຫາສາມັກຄີທີ່ໃຫຍ່ໂຕສວຍງາມນີ້, ຂ້າພະເຈົ້າດີໃຈຫຼາຍ. ເມື່ອກ່ອນນີ້ຄອບຄົວຂອງຂ້າພະເຈົ້າທຸກຍາກທີ່ສຸດ, ເຮືອນກໍ່ຖືກເປ່ເພຫຼາຍ ບໍ່ມີວັນທີ່ຈະໃຝ່ຝັນໄດ້ຢູ່ເຮືອນດີເຊັ່ນນີ້”.

    ປີ 2021 ໂດຍຜ່ານສາຍພົວພັນທັງຢູ່ພາຍໃນ ແລະ ຕ່າງປະເທດ  ນາງ ຊີຕີຮາຣາ ໄດ້ຂົນຂວາຍບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ສະໜັບສະໜູນຊ່ວຍເຫຼືອວຽກງານໜູນຊ່ວຍສັງຄົມເປັນຈຳນວນເງິນ 7,3 ຕື້ກ່ວາດົ່ງ. ສະເພາະແຕ່ຕົ້ນປີມາຮອດປັດຈຸບັນ ນາງໄດ້ຂົນຂວາຍເງິນທຶນກໍ່ສ້າງເຮືອນມະຫາສາມັກຄີ ເຮືອນແຫ່ງຄວາມຮັກແພງໄດ້ 8 ຫຼັງ ແຕ່ລະຫຼັງລວມມູນຄ່າ 80 ລ້ານດົ່ງ ເພື່ອມອບໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ. ທ່ານ ຮີຊັກກີ ຫົວໜ້າຄະນະຜູ້ຕາງໜ້າວົງຄະນາຍາດຊາວ ມຸດສະລິມ ແຂວງ ອານຢາງ ເວົ້າວ່າ:

     “ໃນໄລຍະທີ່ຜ່ານມາ ນາງ ຊີຕີຮາຣາ ມີຄວາມຫ້າວຫັນກັບວົງຄະນາຍາດ ສຸດຈິດສຸດໃຈກັບວົງຄະນາຍາດ ເພື່ອຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.  ນາງ ຊີຕີຮາຣາໄດ້ກ້າຫານໄປຊອກຫາແຫຼ່ງທຶນ ເພື່ອພ້ອມກັບຄະນະຜູ້ຕາງໜ້າປະຕິບັດນະໂຍບາຍ ແຜນການຂອງຄະນະຜູ້ຕາງໜ້າໄດ້ວາງອອກເປັນຢ່າງດີ”.

    ບັນດາວຽກງານຂອງນາງ ຊີຕີຮາຣາ ບໍ່ພຽງແຕ່ຊ່ວຍເຫຼືອຜູ້ທຸກຍາກຜູ້ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ ຫາກຍັງເປັນການປຸກລຸກຄວາມວັດທະນະທຳມະນຸດ ປຸກລຸກຂະບວນການເຄື່ອນໄຫວ ເພື່ອການກຸສົນໂດຍສະໝັກໃຈໃນແຕ່ລະຄົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດນະໂຍບາຍໜູນຊ່ວຍສັງຄົມ ປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ.

ຕອບກັບ