ກຳລັງໜູນເພື່ອຊ່ວຍຊາວໜຸ່ມແຂວງເຊີນລາເລີ່ມຕົ້ນທຸລະກິດ

Thanh Thuy
Chia sẻ
(VOVWORLD) - ການເລີ່ມຕົ້ນທຸລະກິດບໍ່ພຽງແຕ່ແມ່ນເລື່ອງລາວທີ່ໃໝ່ອ່ຽມໃນໝູ່ຊາວໜຸ່ມໄວໜຸ່ມອີກແລ້ວ, ແຕ່ເພື່ອສ້າງຮູບແບບເລີ່ມຕົ້ນທຸລະກິດນັ້ນ ແຫຼ່ງທຶນມີບົດບາດສຳຄັນ. ຢູ່ແຂວງເຊີນລາໃນແຕ່ລະປີມີນັບ 10 ຮູບແບບ,ແນວຄວາມຄິດທີ່ມີຫົວຄິດປະດິດສ້າງເພື່ອເລີ່ມຕົ້ນທຸລະກິດໄດ້ຖືກປາກົດຜົນເປັນຈິງຍ້ອນມີແຫຼ່ງທຶນກູ້ຢືມດ້ວຍຄ່າດອກເບ້ຍຕ່ຳ ຈາກໂຄງການວັນບຸນປະຢັດ - ເພື່ອອະນາຄົດສີຂຽວ. ຜ່ານນັ້ນກໍ່ໄດ້ຊ່ວຍໄວໜຸ່ມສ້າງອາຊີບເລີ່ມຕົ້ນທຸລະກິດ ພັດທະນາເສດຖະກິດຄອບຄົວສ້າງຊີວິດເປັນປົກກະຕິ ປະກອບສ່ວນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໜູນຊ່ວຍສັງຄົມແລະກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ. ໃນລາຍການປະເທດຊາດ ແລະ ຊາວຫວຽດນາມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວວີ້ງຟອງ ທີ່ພາດຫົວຂໍ້ວ່າ “ກຳລັງໜູນເພື່ອຊ່ວຍຊາວໜຸ່ມແຂວງເຊີນລາເລີ່ມຕົ້ນທຸລະກິດ”.  
ກຳລັງໜູນເພື່ອຊ່ວຍຊາວໜຸ່ມແຂວງເຊີນລາເລີ່ມຕົ້ນທຸລະກິດ - ảnh 1ຮູບແບບການລ້ຽງປາຂອງ ອ້າຍລໍ່ວັນດຶກ
 
  ໂດຍໄດ້ກຳເນີດຂຶ້ນຢູ່ເຂດຊົນນະບົດ, ອ້າຍລໍ່ວັນດຶກອາຍຸ 37 ປີຢູ່ບ້ານພຽງຫົວນາ, ຕາແສງເມື່ອງຈາຍເມືອງເມື່ອງລາແຂວງເຊີນລາ ຍາມໃດກໍ່ມີຄວາມເປັນຫ່ວງໃນການຊອກຫາທິດກ້າວເດີນພັດທະນາເສດຖະກິດຄອບຄົວ. ໂຊກດີທີ່ໄດ້ເຂົ້າເຖິງແຫຼ່ງທຶນກູ້ຢືມດ້ວຍຄ່າດອກເບ້ຍຕ່ຳ 100 ລ້ານດົ່ງຈາກໂຄງການວັນບຸນປະຢັດ - ເພື່ອອະນາຄົດສີຂຽວຂອງທະນາຄານນະໂຍບາຍສັງຄົມ,  ເດືອນສິງຫາປີ 2021 ອ້າຍດຶກໄດ້ກ້າຫານລົງທຶນເຮັດ 6 ກະຊັງລ້ຽງປາແບບຖາວອນ. ອ້າຍດຶກໃຫ້ຮູ້ວ່າ:

     “ເມື່ອກ່ອນນີ້ຂ້າພະເຈົ້າພຽງເຮັດໃຮ່ເທົ່ານັ້ນ ປັດຈຸບັນໄດ້ຮັບການກູ້ຢືມທຶນ 100 ລ້ານດົ່ງຈາກທະນາຄານນະໂຍບາຍ, ຂ້າພະເຈົ້າໄດ້ລົງທຶນລ້ຽງປາກະຊັງ. ເມື່ອກ່ອນນີ້ກໍ່ລ້ຽງປາໃນກະຊັງໄມ້ໄຜ່ ກໍ່ບໍ່ມີປະສິດທິຜົນ, ປັດຈຸບັນກໍ່ໄດ້ລ້ຽງປາໃນກະຊັງເຫຼັກທີ່ມີປະສິດທິຜົນກວ່າເກົ່າ”.

   ເພື່ອມີຄວາມສະດວກໃນການລ້ຽງປາແລະໝູນວຽນທຶນຢ່າງວ່ອງໄວອ້າຍດຶກໄດ້ເລືອກເອົາການລ້ຽງປານິນ, ປາໂຄດດ ຳແລະ ປາກົດ. ຕາມອ້າຍດຶກແລ້ວ ການລ້ຽງປາໃນກະຊັງກໍ່ບໍ່ສູນເສຍເຫື່ອແຮງຫຼາຍແລະ ຊ້ຳພັດສາມາດນຳໃຊ້ສິ່ງເສດເຫຼືອຈາກຜະລິດຕະພັນກະສິກຳເປັນຫົວອາຫານໃຫ້ປາ, ການປ້ອງກັນພະຍາດໃຫ້ປາກໍ່ບໍ່ສັບສົນເກີນໄປ, ດັ່ງນັ້ນໃຜໆກໍ່ສາມາດເຮັດໄດ້. ອ້າຍດຶກໃຫ້ຮູ້ຕື່ມອີກວ່າ:

   “ເຮົາກໍ່ສາມາດໃຊ້ສາລີ, ຕົ້ນໝາກກ້ວຍ, ສິ່ງເສດເຫຼືອຈາກຜະລິດຕະພັນກະສິກຳ, ມື້ໜຶ່ງກໍ່ໃຫ້ປາກິນສອງເທື່ອ. ມີຫຼາຍວິທີເພື່ອປ້ອງກັນພະຍາດໃຫ້ປາຄືໂຮຍປູນຢູ່ອ້ອມກະຊັງຫຼືເອົາຢາຕ້ານເຊື້ອປົນກັບຫົວອາຫານໃຫ້ປາກິນ”.

ກຳລັງໜູນເພື່ອຊ່ວຍຊາວໜຸ່ມແຂວງເຊີນລາເລີ່ມຕົ້ນທຸລະກິດ - ảnh 2ຊາວໜຸ່ມຂອງເມືອງມີການໂອ້ລົມເພື່ອແລກປ່ຽນບົດຮຽນນຳກັນ

     ໃນຮອບເວລາ 20 ນັບຕັ້ງແຕ່ມື້ກູ້ຢືມທຶນ ເພື່ອເລີ່ມຕົ້ນທຸລະກິດ,ອ້າຍດຶກຂາຍປາສອງຊຸດດ້ວຍປະລິມານ 10 ໂຕນອອກສູ່ທ້ອງຕະຫຼາດເຊິ່ງໄດ້ນຳມາເຊິ່ງມູນຄ່າເສຖະກິດ 100 ລ້ານກວ່າດົ່ງ ໃນນັ້ນໄດ້ກຳໄລ 50 ລ້ານດົ່ງ. ປັດຈຸບັນລາວໄດ້ເລີ່ມເຂົ້າສູ່ລະດູລ້ຽງປາ ທີສາມ. ອ້າຍ ແລ່ວວັນບິ່ງ ເລຂາຄະນະຊາວໜຸ່ມຕາແສງເມື່ອງຈາຍເມືອງເມື່ອງລາແຂວງເຊີນລາເວົ້າວ່າ:

      “ລໍ່ວັນດຶກໄດ້ມີຄວາມກ້າຫານເປັນເຈົ້າການລົງທຶນ ກູ້ຢືມທຶນ, ໃນເບື່ອງຕົ້ນກໍ່ໄດ້ເພີ່ມລາຍຮັບໃຫ້ແກ່ຄອບຄົວ. ຮູບແບບນີ້ແມ່ນມີຄວາມສາມາດບົ່ມຊ້ອນ ແລະສາມາດທະວີຄູນອອກສູ່ບັນດາໝູ່ບ້ານເພື່ອໃຫ້ຊາວໜຸ່ມໄວໜຸ່ມຮຽນຮູ້ ແລະ ພັດທະນາເສດຖະກິດຄອບຄົວ”.

      ໂດຍນຳໃຊ້ໜ້ານ້ຳໃນໜອງ, ປັດຈຸບັນຊາວຕາແສງເມື່ອງຈາຍໄດ້ຍູ້ແຮງອາຊີບລ້ຽງປາໃນກະຊັງດ້ວຍ 220 ກະຊັງ ອັນໄດ້ເປີດໂອກາດກ່ຽວກັບການພັດທະນາເສດຖະກິດ. ນາງກວ່າງທິຫວຽດ ຢູ່ບ້ານພຽງຫົວນາ ຕາແສງເມື່ອງຈາຍແບ່ງປັນວ່າ:

      “ເມື່ອງຈາຍມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງກ່ຽວກັບການລ້ຽງປາໃນກະຊັງ, ພວກຂ້າພະເຈົ້າໄດ້ຢ້ຽມຊົມຮູບແບບຂອງອ້າຍ ລໍ່ວັນດຶກ ເພື່ອເປີດກວ້າງ ແລະ ຂະຫຍາຍຮູບແບບລ້ຽງປາໃນກະຊັງໃຫ້ແກ່ໝູ່ຊາວໜຸ່ມໄວໜຸ່ມ”.

ກຳລັງໜູນເພື່ອຊ່ວຍຊາວໜຸ່ມແຂວງເຊີນລາເລີ່ມຕົ້ນທຸລະກິດ - ảnh 3ຮູບແບບລ້ຽງປາໃນກະຊັງ ສ້າງເສດຖະກິດໃນແກ່ຊາວໜຸ່ມໃນເມືອງ

      ພ້ອມກັບການລ້ຽງປາໃນກະຊັງ, ຄອບຄົວອ້າຍລໍ່ວັນດຶກ ຍັງປຸກສາລີ, ມັນຕົ້ນເກືອບ 2 ເຮັກຕາສົມທົບກັບການລ້ຽງສັດ ແຕ່ລະປີກໍ່ນຳມາເຊິ່ງລາຍໄດ້ 100 ລ້ານກວ່າດົ່ງ.ອ້າຍດຶກໃຫ້ຮູ້ຕື່ມອີກວ່າ:

       “ເພື່ອມີແຫຼ່ງເງິນລົງທຶນ 100 ລ້ານດົ່ງກໍ່ເປັນການຍາກທີ່ສຸດສຳລັບພວກຂ້າພະເຈົ້າ, ປັດຈຸບັນໄດ້ຮັບການກູ້ຢືມທຶນຈາກທະນາຄານນະໂຍບາຍ ພວກຂ້າພະເຈົ້າກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈນຳທະນາຄານ, ຈາກແຫຼ່ງເງິນລົງທຶນນີ້ ໄດ້ຊ່ວຍພວກຂ້າພະເຈົ້າເພິ່ມກຳລັງໜູນເພື່ອພັດທະນາ”.

     ຮູບແບບເລີ່ມຕົ້ນທຸລະກິດຂອງອ້າຍລໍ່ວັນດຶກເຖິງວ່າຍັງພວມພັດທະນາຢູ່ໃນຂອບຂະໜາດນ້ອຍກໍ່ຕາມ ແຕ່ໃນເບື້ອງງຕົ້ນກໍ່ສາມາດຢັ້ງຢືນນະໂຍບາຍສິນເຊື່ອແມ່ນມີບົດບາດຕັດສິນຊີ້ຂາດໃນການສ້າງແລະເປີດກວ້າງບັນດາຮູບແບບເລີ່ມຕົ້ນທຸລະກິດໃນໝູ່ຊາວໜຸ່ມໄວໜຸ່ມ. ຮູບແບບລ້ຽງປາໃນກະຊັງທັງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຂອງທ້ອງຖິ່ນ ທັງເປີດທິດພັດທະນາແບບຍືນຍົງ ຢູ່ອ່າງເກັບນ້ຳທີ່ແມ່ນ້ຳດ່າ./.

ຕອບກັບ