ອາຊຽນຊ່ວຍຟິລີບປີນຟື້ນຟູບັນດາເຂດຖືກຜົນສະທ້ອນຈາກພາຍຸHaiyan

Chia sẻ
(vovworld)- ວັນ​ທີ 15/8, ສື່​ມວນ​ຊົນ ຟິລິບ​ປີນ ​ໃຫ້​ຮູ້​ວ່າ: ອາ​ຊຽນ ສືບ​ຕໍ່​​ມານະ​ພະຍາຍາມ​ຫນູນ​ຊ່ວຍ​ບັນດາ​ແຂວງ​ຂອງ ຟິລີບ​ປີນ ຟື້ນ​​​​​ຟູ ພາ​ຍຫລັງ​ຖືກ​ພາຍຸ Haiyan

ອາຊຽນຊ່ວຍຟິລີບປີນຟື້ນຟູບັນດາເຂດຖືກຜົນສະທ້ອນຈາກພາຍຸHaiyan - ảnh 1
ພາຍຸ Haiyan ທຳລາຍ Tacloban ຢ່າງຮ້າຍແຮງ
ພາບ:TTXVN


(vovworld)- ວັນ​ທີ 15/8, ສື່​ມວນ​ຊົນ ຟິລິບ​ປີນ ​ໃຫ້​ຮູ້​ວ່າ: ອາ​ຊຽນ ສືບ​ຕໍ່​​ມານະ​ພະຍາຍາມ​ຫນູນ​ຊ່ວຍ​ບັນດາ​ແຂວງ​ຂອງ ຟິລີບ​ປີນ ຟື້ນ​​​​​ຟູ ພາ​ຍຫລັງ​ຖືກ​ພາຍຸ Haiyan ທຳລາຍ ​ເມື່ອ​ເດືອນ 11/2013. ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ກ່ຽວ​ກັບ​ການ​ຫນູນ​ຊ່ວນຟື້ນ​ຟ​ູບັນດາ​ເຂດ​ຖືກ​ຜົນ​ສະທ້ອນ​ຈາກ​ພາຍຸ Haiyan ຊື່​ງຖືກ​ຈັດ​ຂຶ້ນ​ຢູ່ ນະຄອນ Taguig ປະ​ເທດ ຟິລິບ​ປີນ ​​ໃນ​ວັນ​ທີ  14/8, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ​ໄດ້​ເນັ້ນ​ຫນັກ​ວ່າ: “ກອງ​ປະຊຸມ​ຄັ້ງນີ້​ແມ່ນ​​ເພື່ອ​ຫນູນ​ຊ່ວຍ​ຟິລິບ​ປີນ ຟື້ນ​ຟູ​ບັນດາ​ເຂດ​ຖືກ​ຜົນ​ສະທ້ອນ​ຈາກ​ພາ​ຍຸ Haiyan. ທ່ານ​ເລ​ເລື​ອງມີ​ງ ຮຽກຮ້ອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ ອາ​ຊຽນ ​ແລະ ບັນດາ​ຝ່າຍ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ ​ແລະ ຫນູນ​ຊ່ວຍ, ລວມທັງ ດ້ານ​ການ​ເງິນ, ອຸປະກອນ ​ແລະ ​ເຕັກນິກ.