XOM LAO Tivi - ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ ຜ່ານ​ພື້ນ​ຖານ​ດີ​ຈີ​ຕອນ

Chia sẻ

(VOVWORLD) -     ດ້ວຍຈິນຕະນາການ ໝູນໃຊ້ແຫຼ່ງກຳລັງຂອງ Youtube ເຊິ່ງແມ່ນສື່ສັງຄົມອອນໄລແບ່ງປັນຄຼິບວີດີໂອທາງໄກໄປຍັງຜູ້ຊົມເປັນຈຳນວນຫຼວງຫຼາຍໃນທົ່ວໂລກ, ຜູ້ບ່າວ ລາວ ໄດ້ສ້າງ Chanel XOM LAO Tivi (ບ້ານລາວ Tivi) ເພື່ອຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບປະເທດຊາດ ແລະ ຊາວລາວ, ປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນພາລະກິດແຫ່ງການເພີ່ມພູນຄູນສ້າງ, ການຮັກສາການພົວພັນລະຫວ່າງ ສອງປະເທດ ຫວຽດນາມ - ລາວ, ລາວ  - ຫວຽດນາມ. ໃນລາຍການຊາຍຄາອາຊຽນມື້ນີ້, ເຊີນທ່ານຜູ້ຟັງ ຜູ້ອ່ານຄົ້ນຫາຕື່ມອີກກ່ຽວກັບ Chanel ນີ້ພ້ອມກັບນັກຂ່າວ ແທັງນາມ.


XOM LAO Tivi - ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ ຜ່ານ​ພື້ນ​ຖານ​ດີ​ຈີ​ຕອນ - ảnh 1XOM LAO Tivi

ພູມພິທັດ ອຸປະເສີດ ຜູ້ບ່າວລາວ (ມີຊື່ຫວຽດແມ່ນ ຟຸກ) ປັດຈຸບັນພວມເປັນອາຈານສອນຢູ່ ພະແນກພາສາ ແລະ ວັດທະນະທຳ ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ແບ່ງປັນວ່າ ພາຍຫຼັງໄດ້ຮັບແຫຼ່ງບັນດານໃຈຈາກການສະໜັບສະໜູນຂອງຜູ້ຊົມ ເມື່ອເພິ່ນເຂົ້າຮ່ວມຫຼາຍລາຍການທາງ Youtube ແລະ ບັນດາລາຍການໂທລະພາບ, ເພິ່ນໄດ້ຕັດສິນໃຈສ້າງຕັ້ງ Chanel XOM LAO Tivi.

ພາຍຫຼັງອ່ານ ຄອມເມັ້ນ, ນ້ອງກໍ່ໄປຊອກຮູ້ວ່າ ປັດຈຸບັນມີ Chanel Youtube ໃດແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ, ຮີດຄອງປະເພນີຂອງລາວ ໃຫ້ຜູ້ຊົມຫວຽດນາມບໍ່ ແລະ ນ້ອງເຫັນວ່າ ບໍ່ມີ Chanel ໃດ, ມີແຕ່ 2 – 3 Chanel ຂອງ Youtuber review ກ່ຽວກັບລາວແລ້ວກໍ່ບໍ່ເຮັດອີກ. ມີບໍ່ພໍເທົ່າໃດຄົນທີ່ເຮັດ, ດັ່ງນັ້ນ ນ້ອງຈິ່ງຕັດສິນໃຈສ້າງຕັ້ງ Chanel Youtube Xom Lao TiVi

ເວລາຫາກໍ່ສ້າງຕັ້ງ, Xom Lao TiVi ໄດ້ຮັບການສະໜັບສະໜູນເປັນຈຳນວນຫຼາຍຂອງຜູ້ຊົມ, ໃນໄລຍະສັ້ນໆ ຈຳນວນຜູ້ຊົມ ແລະ ຕິດຕາມ “Xom Lao TiVi” ເພີ່ມຂຶ້ນໂດຍໄວ ມີຜູ້ຊົມນັບສິບລ້ານເທື່ອຄົນ ແລະ ຜູ້ຕິດຕາມນັບພັນຄົນ. ບໍ່ພຽງແຕ່ເທົ່ນັ້ນ, “Xom Lao TiVi” ຍັງມີບັນດາຄອມເມັ້ນທີ່ຕັ້ງໜ້າ, ບັນດາສິ່ງນັ້ນ ເຮັດໃຫ້ຟຸກຍິ່ງມີຄວາມໝັ້ນໃຈຕໍ່ການຕັດສິນໃຈສ້າງຕັ້ງ “Xom Lao TiVi” ຂອງຕົນ.

ແຕ່ຄາວຍັງນ້ອຍ ພວກຂ້າພະເຈົ້າໄດ້ຮັບການສັ່ງສອນວ່າ ຊາວລາວເປັນອ້າຍນ້ອງ, ຊາວຫວຽດນາມ ລ້ວນແລ້ວແຕ່ຮັກແພງຊາວລາວ, ດັ່ງນັ້ນ ຂ້າພະເຈົ້າກໍ່ຮັກແພງຄົນລາວຄືອ້າຍນ້ອງຂອງຕົນ.

ພວກນ້ອງເວົ້າພາສາຫວຽດນາມ  ເກັ່ງຫຼາຍ, ເຂົ້າເບິ່ງຄຼິບວີໂດໂອ “Xom Lao TiVi” ຜູ້ຊົມເຫັນໄດ້ວ່າ ໄວໜຸ່ມຍາມໃດກໍ່ເຄົາລົບນັບຖື, ຮັກສາ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາ. ຂໍຂອບໃຈ ແລະ ອວຍພອນໃຫ້ “Xom Lao TiVi” ນັບມື້ນັບມີການພັດທະນາຢ່າງແຮງ.

ຊາວລາວ  ຍາມໃດກໍ່ແມ່່ນຍາດຕິພີ່ນ້ອງເຊິ່ງ ຊາວຫວຽດນາມ ຢາກຮ່ວມເດີນທາງ. ພວກເພື່ອນໃຈດີ, ຈິງໃຈ ແລະ ສອງນິດໄສທີ່ດີດັ່ງກ່າວມີຄວາມປະເສີດໃນທ່າມກາງໂລກທີ່ມີການຜັນແປຫຼາຍຢ່າງຄືໃນປັດຈຸບັນ. ອວຍພອນໃຫ້ພວກນ້ອງມີການດຳລົງຊີວິດຢ່າງສະດວກສະບາຍ, ມີການຮ່ຳຮຽນ ແລະ ວຽກງານທີ່ດີຢູ່ ຫວຽດນາມ ແລະ ຈົ່ງຈຳໄວ້ວ່າ ຫວຽດນາມ ກໍ່ແມ່ນເຮືອນຂອງພວກນ້ອງ, ຢູ່ຫວຽດນາມ ກໍ່ຄືຢູ່ລາວ.

ເມື່ອອ່ານຄອມເມັ້ນນັ້ນ, ຟຸກຮູ້ສຶກດີໃຈ ແລະ ມີຄວາມສຸກ, ດີໃຈຍ້ອນວ່າ “Xom Lao TiVi” ມີຫຼາຍຄົນສະໜັບສະໜູນ ສ່ວນມີຄວາມສຸກແມ່ນຍ້ອນວ່າ ຍັງມີຄົນຫວຽດນາມ ຫຼາຍຄົນທີ່ຮູ້ຈັກເຖິງປະເທດລາວ ແລະ ເຂົາເຈົ້າຍັງມີຄວາມເຄົາລົບຕໍ່ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ຟຸກແບ່ງປັນວ່າ:

ນ້ອງດຸໝັ່ນອ່ານຄອມເມັ້ນຫຼາຍ, ມີເທົ່າໃດນ້ອງອ່ານໝົດ. ພິເສດມີບາງຄອມເມັ້ນຂອງຜູ້ມີອາຍຸສູງ. ບັນດາປ້າລຸງແບ່ງປັນຫຼາຍສິ່ງຫຼາຍຢ່າງ, ມີລຸງແບ່ງປັນກ່ຽວກັບເລື່ອງລາວທີ່ມ່ວນກ່ຽວກັບຫວຽດນາມ ແລະ ລາວ, ມີລຸງແບ່ງປັນບັນດາຄວາມຊົງຈຳຕອນໄວໜຸ່ມຢູ່ລາວ. ແທ້ຈິງແລ້ວ ອ່ານຄອມເໝັ້ນນັ້ນ ນ້ອງຮູ້ສຶກດີໃຈຫຼາຍ.

ບໍ່ພຽງແຕ່ຝາກບັນດາພາບພົດກ່ຽວກັບປະເທດຊາດ, ບັນດາຂໍ້ມູນກ່ຽວກັບວັດທະນະທຳຮີດຄອງປະເພນີຂອງຊາວລາວ ໄປຍັງທ່ານຜູ້ຊົມ, ເມື່ອສ້າງ “Xom Lao TiVi” ຟຸກຍັງມີຄວາມປາດຖະໜາຢາກຊ່ວຍຊາວໜຸ່ມສອງປະເທດສາມາດເຂົ້າໃຈກ່ວາກ່ຽວກັບການພົວພັນທີ່ເປັນມູນເຊື້ອອັນດີງາມ ເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອປົກປົກຮັກສາ. ຜ່ານບັນດາໂອກາດໄດ້ເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ, ຟຸກຖືວ່າ ການໂຄສະນາໃຫ້ແກ່ຊາວໜຸ່ມສອງປະເທດໄດ້ຮັບການຄວາມເອົາໃຈໃສ່ເປັນພິເສດແຕ່ຍັງບໍ່ທັນມີປະສິດທິຜົນສູງປານໃດ.

ນ້ອງມີໂອກາດໄປແປພາສາໃຫ້ບັນດາການນຳຂັ້ນສູງ, ດັ່ງນັ້ນ  ນ້ອງກໍ່ຮູ້ວ່າ ສອງປະເທດໄດ້ຈັດຕັ້ງຫຼາຍການພົບປະແລກປ່ຽນ ເພື່ອໂຄສະນາໃຫ້ແກ່ຄົນລຸ້ນໜຸ່ມພວກເພື່ອນເຂົ້າໃຈແຈ້ງກວ່າກ່ຽວກັບການພົວພັນ ຫວຽດນາມ ລາວ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ໄວໜຸ່ມຍັງບໍ່ຮູ້ຫຼາຍກ່ຽວກັບການພົວພັນລາວ ແລະ ຫວຽດນາມ ຄືຄົນລຸ້ນກ່ອນ, ໂດຍແມ່ນໄວໜຸ່ມ ດັ່ງນັ້ນ ນ້ອງຢາກປະກອບສ່ວນເຫື່ອແຮງຂອງຕົນ ເພື່ອໃຫ້ການພົວພັນນັ້ນນັບມື້ນັບສະໜິດຕິດພັນ, ແຕ່ປັດຈຸບັນ ໄວໜຸ່ມກໍ່ອ່ານໜັງສືພິມບໍ່ຫຼາຍ, ສ່ວນຫຼາຍນຳໃຊ້ youtube, tiktok, facebook, ດັ່ງນັ້ນ  ນ້ອງຍິ່ງມີຄວາມຕັດສິນໃຈໃນການສ້າງ Xom Lao TiVi ນີ້.

ຄິດວ່າແມ່ນເລື່ອງໜຶ່ງ ແຕ່ຈະເຮັດແນວໃດເພື່ອດຶງດູດໄວໜຸ່ມແມ່ນເລື່ອງທີ່ບໍ່ງ່າຍດາຍ, ສຳລັບຜູ້ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ລາວ ເລື່ອງດຶງດູດເຂົາເຈົ້າແມ່ນງ່າຍທີ່ສຸດ ແຕ່ສຳລັບຜູ້ຄົນທີ່ຍັງບໍ່ທັນຮູ້ຈັກເຖິງປະເທດລາວ ແມ່ນບັນຫາທີ່ຍາກພໍສົມຄວນ. ດັ່ງນັ້ນ, ຟຸກໄດ້ປ່ຽນແປງຈິນຕະນາການເຮັດຄຼິບວີດີໂອ, ເຊື້ອເຊີນໄວໜຸ່ມຫວຽດນາມ ທີ່ເຄີຍໄປຮຽນຢູ່ລາວ ແລະ ເພື່ອນໜຸ່ມລາວ ທີ່ໄດ້ ແລະ ພວມຮຽນຢູ່ ຫວຽດນາມ ເພື່ອມາແບ່ງປັນກ່ຽວກັບມູມມອງຂອງຕົນ ກ່ຽວກັບປະເທດເພື່ອນ ເພື່ອແນໃສ່ເຮັດໃຫ້ເນື້ອໃນໃກ້ຊິດກັບໄວໜຸ່ມກ່ວາ. ໄປຄຽງຄູ່ກັນນັ້ນ, ຟຸກຍັງຖືວ່າ ເພື່ອໃຫ້ວົງການໄວໜຸ່ມ ຫວຽດນາມ ມີຄວາມສົນໃຈຕໍ່ປະເທດລາວ ຟຸກຕ້ອງຍົກອອກສິ່ງທີ່ໜ້າຈັບອົກຈັບໃຈຂອງປະເທດລາວ ໃຫ້ແກ່ເຂົາເຈົ້າ, ຟຸກໄດ້ຕັດສິນໃຈເຮັດບັນດາວີດີໂອກ່ຽວກັບການທ່ອງທ່ຽວ, ເຍື່ອງອາຫານຕ່າງໆ ແລະ ບັນດາວັນບຸນຢູ່ລາວ. ຟຸກແບ່ງປັນຕື່ມອີກວ່າ:

ມີຄັ້ງໜຶ່ງຂ້າພະເຈົ້າອ່ານໄດ້ຄອມເມັ້ນຂອງຜູ້ຊົມ ໂດຍຂຽນວ່າ ຢາກຮັບຊົມບັນດາສະຖານທີ່ທ່ອງທ່ຽວຂອງລາວ, ອາຫານລາວ ແລະ ນ້ອງຕັດສິນໃຈ ກັບເມືອລາວ ເຮັດຄຼິດວີດີໂອກ່ຽວກັບຫົວຂໍ້ນັ້ນ. ນ້ອງເຫັນວ່າສະຖານທີ່ທ່ອງທ່ຽວລາວ ໃນປັດຈຸບັນກໍ່ງາມ ແລະ ມີການປ່ຽນແປງຫຼາຍຢ່າງ, ມີວັດວາອາຮາມເກົ່າແກ່, ທັດສະນີສະພາບທີ່ສວຍງາມ. ສ່ວນອາຫານ ນ້ອງຢາກໃຫ້ທຸກຄົນເຂົ້າໃຈວ່າ  ອາຫານລາວ ບໍ່ພຽງແຕ່ມີລົດຊາດເຜັດ, ເຄັມ, ກິນຍາກເທົ່ານັ້ນ ດັ່ງນັ້ນ  ນ້ອງກໍ່ເຮັດຄຼິດວີດີໂອກ່ຽວກັບອາຫານລາວ ໃຫ້ທຸກຄົນເຂົ້າໃຈກ່ວາກ່ຽວກັບອາຫານລາວ. ນ້ອງຄິດວ່າ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ເພື່ອນໜຸ່ມແມ່ນເລື່ອງງ່າຍດາຍ ແຕ່ເຮັດແນວໃດເພື່ອໃຫ້ເພື່ອນໜຸ່ມຮັກລາວ ຄືນ້ອງຮັກຫວຽດນາມ ແນ່ນອນວ່າ ຄວາມປະທັບໃຈນັ້ນຕ້ອງເປັນໜ້າຈົດຈຳ ແລະ ບາງຄັ້ງສິ່ງທີ່ໃຫຍ່ຫຼວງພັດມາຈາກສິ່ງທີ່ລຽບງ່າຍໃນຊີວິດປະຈຳວັນຄື ບັນດາເຍື່ອງອາຫານ, ທິວທັດທຳມະຊາດ ແລະ ວິຖີການດຳລົງຊີວິດແບບລຽບງ່າຍ ຄວາມຮັກແພງແຂກຄົນຂອງຊາວລາວ.

ຜ່ານບັນດາວີດີໂອ, ພາບຖ່າຍໂຄສະນາກ່ຽວກັບການດຳລົງຊີວິດ, ການທ່ອງທ່ຽວ, ເຍື່ອງອາຫານຕ່າງໆ… ຟຸກປາດຖະໜາຢາກໃຫ້ຊາວຫວຽດນາມ  ນັບມື້ນັບຮັກແພງຄົນລາວ ຫຼາຍຂື້ນ ແລະ ຊາວລາວ ກໍ່ຮັກແພງຊາວຫວຽດນາມ ເຊັ່ນກັນ, ຟຸກກໍ່ປາດຖະໜາວ່າ ຈະມີຊາວຫວຽດນາມ ຫຼາຍຄົນມາຄົ້ນຫາປະເທດລາວ ທີ່ສວຍງາມຂອງຕົນ. ຍິ່ງໄປກວ່ານັ້ນແມ່ນນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ຈະນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ຕອບກັບ