ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຕະຫຼາ​ດ ຊາວ​ອິດ​ສະ​ລາມ

Chia sẻ
(VOVWORLD) - ດ້ວຍປະຊາກອນຊາວອິດສະລາມ ປະມານ 2,1 ຕື້ ຄົນ, ໃນນັ້ນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີເກືອບ 300 ລ້ານຄົນ, ການທ່ອງທ່ຽວ Halal ພວມແມ່ນຕະຫຼາດທີ່ດຶງດູດໃຈສຳລັບຫຼາຍປະເທດ, ໃນນັ້ນມີ ຫວຽດນາມ. ການກຽມພ້ອມທາງດ້ານພື້ນຖານສັດຖຸ ກ່ຽວກັບສະຖານທີ່ພັກ, ການບໍລິການກິນດື່ມ, ພາຫະນະຂົນສົ່ງ…ໃຫ້ເປັນຢ່າງດີ ແມ່ນວິທີການເຊິ່ງຂະແໜງການທ່ອງທ່ຽວ ຫວຽດນາມ ພວມປະຕິບັດ ເພື່ອມຸ່ງໄປເຖິງຈຳນວນແຂກທ່ອງທ່ຽວນີ້. ບົດຂຽນຂອງນັກຂ່າວ ເຟືອງຖ໋າວ ດ້ວຍຫົວຂໍ້ “ຂະແໜງທ່ອງທ່ຽວ ຫວຽດນາມ ມຸ່ງໄປເຖິງຕະຫຼາດຊາວອິດສະລາມ”.

ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຕະຫຼາ​ດ ຊາວ​ອິດ​ສະ​ລາມ - ảnh 1ຄະນະບໍລິຫານ ໂຮງແຮມ Sapa Charm (ພາບ: Sapa Charm)

ໂດຍກຳນົດໄດ້ເຖິງຄວາມສາມາດບົ່ມຊ້ອນຢ່າງຈະແຈ້ງຈາກຕະຫຼາດ Halal, ນັບແຕ່ປີ 2022 ມາຮອດປັດຈຸບັນ, ມີຫຼາຍກອງປະຊຸມ, ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວ Halal ໄດ້ຖືກຈັດຂຶ້ນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດຄື: ກວ໋າງນາມ, ດ່ານັ້ງ, ເທື່ອທຽນເຫວ້, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ລາວກາຍ, ກວ໋າງນິງ… ເພື່ອແນໃສ່ຍົກອອກບັນດາມາດຕະການດຶງດູດຕະຫຼາດນີ້ຢ່າງມີປະສິດທິຜົນ ແລະ ຍືນຍົງ. ໄປຄຽງຄູ່ກັນນັ້ນ, ບັນດາຫົວໜ່ວຍທີ່ຂຸດຄົ້ນການບໍລິການນີ້ຄື: ຮ້ານອາຫານ, ໂຮງແຮມ, ບັນດາຫົວໜ່ວຍການທ່ອງທ່ຽວ ກໍ່ຮ່ວມມືກັບບັນດາບໍລິສັດ Halal ຫວຽດນາມ ເພື່ອແນໃສ່ຫັນປ່ຽນການບໍລິການຈຳນວນ 1ຕາມທິດເປັນມິດກັບຊາວອິດສະລາມ, ຖືກຕ້ອງຕາມຂັ້ນຕອນມາດຕະຖານຂອງບັນດາອົງການຢັ້ງຢືນ Halal ສາກົນ ຄື: MUI, JAKIM, GCC. ທ່ານ ຫງວຽນແທັງຕາມ, ຜູ້ອຳນວຍການໂຮງແຮງ Delasea ຢູ່ນະຄອນ ຮະລອງ, ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ກະກຽມວັດຖຸອຸປະກອນ ເພື່ອຕອບສະໜອງຕາມມາດຖານຄື ເຊື້ອເຊີນບັນດານັກຊ່ຽວຊານຂົງເຂດ Halal ມາບຳລຸງສ້າງທາງດ້ານວັດທະນະທຳ, ຄວາມເຊື່ອຖື, ຄວາມຮູ້, ຂັ້ນຕອນປຸງແຕ່ງອາຫານ Halal ໃຫ້. ຂ້າພະເຈົ້າກໍ່ໄດ້ສ້າງບາງຊັ້ນ ຕາມມາດຕະຖານຂອງ Halal, ໃນຫ້ອງມີພົມປະຕິບັດພິທີ ແລະ ເສື້ອ.

ກໍ່ຄືກັນກັບໂຮງແຮມ Delasea, ໂຮງແຮມ Sapa Charm ຢູ່ເທດສະບານ Sapa ແມ່ນໜຶ່ງໃນບັນດາໂຮງແຮມທີ່ມີເງື່ອນໄຂຢ່າງຄົບຖ້ວນ ແລະ ເໝາະສົມ ເພື່ອຫັນປ່ຽນຕາມທິດເປັນມິດກັບຊາວອິດສະລາມ. ທ່ານນາງ ໂດທິແທງເຕິມ  ຜູ້ຄຸ້ມຄອງໂຮງແຮມ Sapa Charm ໃຫ້ຮູ້ວ່າ:

Sapa Charm ຫາກໍ່ໄດ້ຮັບໃບຢັ້ງຢືນ Halal ກ່ຽວກັບການບໍລິການພັກ ແລະ ເຮືອນຄົວ Halal. ກ່ອນທີ່ໄດ້ຮັບໃບຢັ້ງຢືນ, ໂຮງແຮມໄດ້ຜ່ານຊຸດຝືກອົບຮົມຂອງບໍລິສັດ Halal ແຫ່ງຊາດ ຫວຽດນາມ ກ່ຽວກັບເຮືອນຄົວ ແລະ ຫ້ອງພັກເຊົາ. ພະນັກງານຫ້ອງພັກ, ບ່ອນຕ້ອນຮັບແຂກ, ຮ້ານອາຫານ, ນັບທັງພະນັກງານເຕັກນິກ ກໍ່ໄດ້ເຂົ້າຮ່ວມຫຼັກສູດການຮຽນດັ່ງກ່າວ. ພາຍຫຼັງໄດ້ຮັບຄຳປຶກສາບັນດານັກຊ່ຽວຊານກ່ຽວກັບການສ້າງເມນູໃໝ່ຄື: Bufet Halal, ງານຂອງຫວານ ແລະ ງານຊາ Halal, ພວກຂ້າພະເຈົ້າກໍ່ໄດ້ສ້າງເມນູບັນດາເຍື່ອງອາຫານທີ່ເໝາະສົມໃຫ້ແກ່ແຂກທ່ອງທ່ຽວຊາວອິດສະລາມ.

ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ຕະຫຼາ​ດ ຊາວ​ອິດ​ສະ​ລາມ - ảnh 2ນັກຊ່ຽວຊານ ອິດສະລາມມາຈາກ ມາເລເຊຍ ແນະນຳ ອາຫານ Halal ຢູ່ Delasea

ດ້ວຍການຫັນປ່ຽນໃໝ່ໃນວິທີການສຳຜັດກັບກະແສແຂກທ່ອງທ່ຽວອິດສະລາມ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແຕ່ມີບັນດາຄວາມຮຽກຮ້ອງຕ້ອງການທີ່ເຂັ້ມງວດກ່ຽວກັບການບໍລິການ, ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຄື: ຊາປາ, ຮະລອງ, ຮ່າໂນ້ຍ, ດ່ານັ້ງ, ນະຄອນໂຮ່ຈີມິນ… ຍາມໃດກໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວສາກົນ, ໃນນັ້ນມີແຂກທ່ອງທ່ຽວ ອິນໂດເນເຊຍ.

ຂ້າພະເຈົ້າຊື່ Jimy, ມາຈາກ Surabaya. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາ ຫວຽດນາມ ແລະ ຂ້າພະເຈົ້າໄດ້ເລືອກ ຊາປາ ໃຫ້ແກ່ວັນພັກຜ່ອນຂອງຕົນ. ຄຸນນະພາບ ກໍ່ຄືການບໍລິການທ່ອງທ່ຽວຢູ່ທີ່ນີ້ ດີພໍສົມຄວນ, ເຕັມໄປດ້ວຍຄວາມສະດວກ, ໂຮງແຮມ, ອາຫານກໍ່ດີຫຼາຍ, ເປັນຕົ້ນແມ່ນຢູ່ Sa Pa Charm”.

ຂ້າພະເຈົ້າໄດ້ໄປທ່ຽວຫຼາຍປະເທດ, ເມື່ອມາຫວຽດນາມ, ມາກວ໋າງນິງ, ຂ້າພະເຈົ້າຮູ້ສຶກປະທັບໃຈຍ້ອນມີເຍື່ອງອາຫານທີ່ລຶ້ງເຄີຍ. ຍິ່ງໄປກ່ວານັ້ນແມ່ນເມື່ອເຫັນປະຈັກຕາ ພໍ່ຄົວທີ່ເຂົ້າໃຈຄວາມໝາຍຂອງເຍື່ອງອາຫານ Halal ແລະ ໄດ້ປຸງແຕ່ງຢູ່ຕໍ່ໜ້າຕົນເອງ. ເປັນໜ້າຈັບໃຈຫຼາຍ, ສິ່ງນີ້ຈະດຶງດູດແຂກທ່ອງທ່ຽວຊາວອິດສະລາມ ມາຫວຽດນາມ ຫຼາຍກ່ວາອີກ.

ຕາມຕົວເລກຂອງກົມໃຫຍ່ສະຖິຕິໃນບົດລາຍງານ ສະພາບການເສດຖະກິດ - ສັງຄົມ ໄຕມາດທີ I/2024, ຈຳນວນແຂກທ່ອງທ່ຽວມາຫວຽດນາມ ໃນເດືອນມີນາ 2024 ບັນລຸເກືອບ 1,6 ລ້ານເທື່ອຄົນ. ໄລ່ລວມໄຕມາດທີ I/2024, ແຂກທ່ອງທ່ຽວມາຫວຽດນາມ ຄາດວ່າບັນລຸ 4,6 ລ້ານເທື່ອຄົນ, ເພີ່ມ 72% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2023 ແລະ ເພີ່ມ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ນີ້ແມ່ນສັນຍານທີ່ເປັນໜ້າຊື່ນຊົມ ໂດຍສະແດງໃຫ້ເຫັນວ່າການທ່ອງທ່ຽວ ຫວຽດນາມ ພວມນັບມື້ນັບດຶງດູດໃຈສຳລັບແຂກທ່ອງທ່ຽວຕ່າງປະເທດ. ທ່ານ Paulus Purwo Nurgroho ຜູ້ຕາງໜ້າ Panowama Travel, ອິນໂດເນເຊຍ ໃຫ້ຮູ້ວ່າ:

ຫວຽດນາມ ດຶງດູດແຂກທ່ອງທ່ຽວ ອິນໂດເນເຊຍ ດ້ວຍບັນດາການບໍລິການທີ່ເປັນຫຼາຍຮູບແບບ, ນັບແຕ່ທິວທັດທຳມະຊາດ ຕະຫຼອດຮອດວັດທະນະທຳ ແລະ ອາຫານການກິນ. ປີນີ້, ຈຳນວນແຂກທ່ອງທ່ຽວ ອິນໂດເນເຊຍ ມາຫວຽດາມ ເພີ່ມຂຶ້ນຢ່າງແຮງ, ເປັນຕົ້ນແມ່ນໃນເດືອນ Ramadan ແລະ ໃນໂອກາດການພັກວັນບຸນ Idul Fitri.  Tour ທ່ອງທ່ຽວໄປ Sapa 5 ວັນ ໄດ້ຮັບຖືວ່າແມ່ນຜະລິດຕະພັນທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ໄປຄຽງຄູ່ກັນນັ້ນ Tour ທ່ອງທ່ຽວປະສົມ ດ່ານັ້ງ - ຮ່າໂນ້ຍ -ຮະລອງ - ໄຊງ່ອນ ກໍ່ແມ່ນທາງເລືອກທີ່ນິຍົມຊົມຊອບຂອງເຂົາເຈົ້າ. ຫວັງວ່າ ເມື່ອ ຫວຽດນາມ ມີບັນດາການບໍລິການທີ່ເປັນມິດກັບຊາວອິດສະລາມ, ບັນດາຜະລິດຕະພັນ Tour ທ່ອງທ່ຽວຂອງພວກຂ້າພະເຈົ້າຈະສາມາດເຂົ້າເຖິງແຂກທ່ອງທ່ຽວ ອິນໂດເນເຊຍ ເວົ້າລວມ ແລະ ແຂກທ່ອງທ່ຽວອິນໂດເນເຊຍ ທີ່ຖືສາສະໜາອິດສະລາມ ເວົ້າສະເພາະ ໄດ້ຢ່າງງ່າຍດາຍກ່ວາ.

ດ້ວຍຄວາມສາມາດບົ່ມຊ້ອນກ່ຽວກັບເງື່ອນໄຂທຳມະຊາດ, ກຳລັງແຮງງານ… ກັບການຫັນປ່ຽນໃນວິທີການຂຸດຄົ້ນຜະລິດຕະພັນທີ່ມີທ່າໄດ້ປຽບ, ຂະແໜງໂຮງແຮມ ຫວຽດນາມ ເວົ້າສະເພາະ ແລະ ຂະແໜງທ່ອງທ່ຽວ ຫວຽດນາມ ເວົ້າລວມ ພວມມານະພະຍາຍາມ ເພື່ອກະກຽມຕ້ອນຮັບຈຳນວນແຂກທ່ອງທ່ຽວເປັນຈຳນວນຫຼາຍ. ນີ້ກໍ່ແມ່ນໜຶ່ງໃນບັນດາວິທີການປະກອບສ່ວນຟື້ນຟູການທ່ອງທ່ຽວພາຍຫຼັງພະຍາດໂຄວິດ - 19.

ຕອບກັບ