ຜູ້​ຊາຍ ໄທ ມີ “ຫົວ​ໃຈເປັນ ຫວຽດ​ນາມ”

Kim Ngan
Chia sẻ
(VOVWORLD) - ການນຳບໍ່ແມ່ນຄົນສຳຄັນທີ່ສຸດໃນບໍລິສັດ. ຜູ້ທີ່ສຳຄັນທີ່ສຸດແມ່ນລູກຄ້າ ແລະ ພະນັກງານ, ເພາະວ່າເຂົາເຈົ້າເປັນຜູ້ສ້າງຜົນສຳເລັດໃຫ້ແກ່ບໍລິສັດ”. ນັ້ນແມ່ນທິດສະດີປັດຊະຍາຂອງທ່ານ Sooksunt Jiumjaiswanglerg, ຮອງປະທານຄະນະບໍລິຫານງານ CPF ໃນຕະຫຼອດໄລຍະ 45 ປີ ທີີ່ເຮັດວຽກ ຢູ່ກຸ່ມບໍລິສັດ Charoen Pokphand - ຜູ້ຊາຍໄທ ມີ “ຫົວໃຈເປັນ ຫວຽດນາມ”.
ຜູ້​ຊາຍ ໄທ ມີ “ຫົວ​ໃຈເປັນ ຫວຽດ​ນາມ” - ảnh 1ທ່ານ ສຸກສັນ ຈຽມໃຈສະຫວາງເວີກ

ທ່ານ ສຸກສັນ ຈຽມໃຈສະຫວາງເວີກ - ຊາວ ໄທ ຄົນທຳອິດ ຢູ່ ຫວຽດນາມ ເປັນກຽດໄດ້ຮັບນາມມະຍົດ “ມີຜົນງານດີເດັ່ນໃນການອຸທິດສ່ວນຕະຫຼອດຊີວິດ” ໃນລາງວັນ “Food Hero 2023”.  ກ່ອນໜ້ານັ້ນ, ປີ 2018, ທ່ານໄດ້ຮັບຫຼຽນກາເພື່ອພາລະກິດກະສິກຳ ແລະ ພັດທະນາຊົນນະບົດ ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ. ນີ້ແມ່ນການຮັບຮູ້ບັນດາຜົນງານ ແລະ ການອຸທິດສ່ວນຂອງທ່ານໃນຕະຫຼອດໄລຍະຮ່ວມເດີນທາງພ້ອມກັບຊາວກະສິກອນພັດທະນາຂະແໜງກະສິກຳ ຫວຽດນາມ.

ດ້ວຍຮູບຊົງໃຫຍ່ສູງ, ນ້ຳສຽງອົບອຸ່ນ ແລະ ດວງຕາອັນເມດຕາ, ເຖິງວ່າເປັນຄົນຕ່າງປະເທດກໍຕາມ ແຕ່ໄປຮອດໃສ ທ່ານກໍໄດ້ຮັບຄວາມຮັກແພງ ແລະ ເຄົາລົບຈາກພະນັກງານຂັ້ນລຸ່ມຂອງຕົນ. ແລະເຖິງວ່າຈະເຮັດວຽກງານໃດກໍຕາມ, ນອກຈາກຄວາມມານະພະຍາຍາມເຮັດໃຫ້ສຳເລັດ ແລະ ມີປະສິດທິຜົນແລ້ວ, ທ່ານຍັງສົ່ງແຮງບັນດານໃຈໃນວຽກງານນັ້ນ ແລະ ສ້າງສະພາບແວດລ້ອມທີ່ມີຄວາມສຸກ ນັບທັງດ້ານຈິດໃຈອີກດ້ວຍ, ແລະນັ້ນແມ່ນສິ່ງທີ່ທ່ານໄດ້ຝັງເລິກໃນຈິດສຳນຶກຂອງຕົນ.

“ສິ່ງທີ່ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດແມ່ນບັນດາວຽກງານນີ້ໄດ້ເລີ່ມມາຈາກຈິດໃຈກຸສົນຂອງພະນັກງານແຕ່ລະຄົນໃນບໍລິສັດ. ມັນແມ່ນສິ່ງທີ່ມີຄ່າກວ່າສິ່ງໃດໆ. ສິ່ງດັ່ງກ່າວກໍເປັນການຢັ້ງຢືນວ່າ ໃນບໍລິສັດພວກຂ້າພະເຈົ້າ ມີຖັນແຖວພະນັກງານທີ່ດີ, ມີຈິດໃຈພ້ອມຊ່ວຍເຫຼືອ, ໜູນຊ່ວຍສັງຄົມຕະຫຼອດໄປ”.

ນອກຈາການແບກຫາບບັນດາບົດບາດອັນສຳຄັນ ກ່ຽວກັບການຜະລິດດຳເນີນທຸລະກິດ, ທ່ານ ສຸກສັນ ຈຽມໃຈສະຫວາງເວີກ ແມ່ນຄົນທີ່ມີຄວາມສຸດຈິດສຸດໃຈຕໍ່ບັນດາການເຄື່ອນໄຫວສັງຄົມ ແລະ ພະຍາຍາມຊອກຫາບັນດາຮູບແບບເຄື່ອນໄຫວສັງຄົມໃຫ້ແກ່ C.P. ຫວຽດນາມ ດ້ວຍຈຸດປະສົງ “ຕອບບຸນແທນຄຸນຊາດ ຫວຽດນາມ”. ປີ 2010, ທ່ານໄດ້ສ້າງຕັ້ງມູນນິທິ CP ຫວຽດນາມ ຄືດັ່ງເປັນການຢັ້ງຢືນນ້ຳໃຈຂອງທ່ານທີ່ມີຕໍ່ ຫວຽດນາມ. 

“ຂ້າພະເຈົ້າຍາມໃດກໍຄິດວ່າ, ແຕ່ລະຄົນໃນໂລກນີ້ ລ້ວນແຕ່ເປັນອ້າຍນ້ອງກັນ ແລະ CP ກໍເປັນພີ່ນ້ອງ, ເປັນອ້າຍນ້ອງກັບທຸກຄົນໃນໂລກ. ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງເຄົາລົບທຸກປະເທດ ທີ່ພວກຂ້າພະເຈົ້າມາລົງທຶນ ແລະ ຊ່ວຍເຫຼືອບັນດາປະເທດ ເຊິ່ງ CP ມາລົງທຶນ ໃຫ້ພັດທະນາຢ່າງວັດທະນາຖາວອນກວ່າອີກ”.

ຜູ້​ຊາຍ ໄທ ມີ “ຫົວ​ໃຈເປັນ ຫວຽດ​ນາມ” - ảnh 2ທ່ານສຸກສັນ ເຂົ້າຮ່ວມຂະບວນການບໍລິຈາກເລືອດ

ເມື່ອເວົ້າກ່ຽວກັບບັນດາການເຄື່ອນໄຫວທີ່ມີເຕັມໄປດ້ວຍຄວາມໝາຍຂອງມູນນິທິ CP. ຫວຽດນາມ, ເອື້ອຍ ເລເຍີດຖຸຍ, ປະທານມູນນິທິໃຫ້ຮູ້ວ່າ:

“ມູນນິທິ CP ຫວຽດນາມ ມີ 2 ກິດຈະກຳ ນັ້ນແມ່ນ CSR - ເບິ່ງແຍງວົງຄະນະຍາດຢູ່ໃນສັງຄົມ ແລະ ESR - ເບິ່ງແຍງພະນັກງານຂອງບໍລິສັດ, ດ້ວຍທິດນຳທີ່ວ່າ ເພື່ອເພື່ອນຮ່ວມງານ ພວກເຮົາບໍ່ປະຖີ້ມກັນ”.

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ, ມູນນິທິ ໄດ້ກາຍເປັນບ່ອນເພື່ອໃຫ້ທ່ານ ແລະ ພະນັກງານມອບຫົວໃຈແຫ່ງການກຸສົນໃຫ້ກັບພະນັກງານໃນບໍລິສັດຂອງຕົນ ແລະ ຊາວ ຫວຽດນາມ ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ. ບັນດາໂຄງການ ໂດຍມູນນິທິ ປະຕິບັດ ລວມມີ: ໂຄງການມອບຟາມລ້ຽງໄກ່ພັນໄຂ່ໃຫ້ໂຮງຮຽນນັບສິບແຫ່ງຢູ່ ຫວຽດນາມ, ຊ່ວຍໃຫ້ນັກຮຽນນັບພັນຄົນສາມາດເຂົ້າເຖິງແຫຼ່ງໂພສະນາການຢ່າງຄົບຖ້ວນ, ຮ່ວມເດີນທາງພ້ອມກັບຂະບວນການບໍລິຈາກເລືອດ, ສົມທົບກັບທະນາຄານສະບຽງອາຫານ ຫວຽດນາມ ມອບຄາບເຂົ້າທີ່ຄົບໂພສະນາການນັບລ້ານຄາບ, ປະຕິບັດລາຍການ “ໝໍ້ເຂົ້າປຽກເຂົ້າແຫ່ງຄວາມຮັກແພງ” ຢູ່ໂຮງໝໍຈຳນວນໜຶ່ງ, … ບັນດາກິດຈະກຳເຫຼົ່ານັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກຜ່ານຜ່າອຸປະສັກຕ່າງໆໃນຊີວິດ.

“ຂ້າພະເຈົ້າຊື່ວ່າ ຫງວຽນມິງຮັ່ງ, ພະນັກງານຂອງບໍລິສັດ CP ຫວຽດນາມ. ມື້ນີ້, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍ ເມື່ອເຂົ້າຮ່ວມຂະບວນການບໍລິຈາກເລືອດ ແລະ ໄດ້ປະກອບຢອດເລືອດຂອງຕົນເພື່ອຊ່ວຍເຫຼືອຜູ້ທີ່ຕ້ອງການ”.

“ຂ້າພະເຈົ້າຊື່ວ່າ ເວືອງດິ່ງກວາງ, ຂ້າພະເຈົ້າເປັນພະນັກງານຂອງບໍລິສັດເຊັ່ນກັນ. ນີ້ແມ່ນຄັ້ງທີ 3 ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການບໍລິຈາກເລືອດ, ຂ້າພະເຈົ້າກໍຮູ້ສຶກດີໃຈ ແລະ ເຫັນວ່າ ນີ້ແມ່ນການກະທຳທີ່ດີ ແລະ ຄວນເຮັດ”.

ມາຮອດປັດຈຸບັນນີ້, ພາຍຫຼັງທີ່ປົວມະເລັງໄດ້ເກືອບ 10 ປີ, ສຸຂະພາບຟື້ນຟູເປັນປົກກະຕິ ແລະ ກັບຄືນສູ່ເປັນພາສາແປໃຫ້ບໍລິສັດ, ແຕ່ເອື້ອຍ ຫງວຽນທິກຸກ, ຍັງຈື່ມື້ເຂົ້າໂຮງໝໍຜ່າຕັດ ທີ່ສຸດ.

“ຕອນນັ້ນ, ຂ້າພະເຈົ້າຮູ້ວ່າ ທ່ານໝໍມາກວດກ້ອນມະເລັງຂອງຂ້າພະເຈົ້າ ແລ້ວເຫັນວ່າ ມີຢາຊະນິດໜຶ່ງສາມາດສະກັດກັ້ນການຂະຫຍາຍຕົວຂອງກ້ອນມະເລັງດັ່ງກ່າວໄດ້ ແຕ່ຕ້ອງໃຊ້ເງິນຫຼາຍທີ່ສຸດ ແຕ່ຂ້າພະຈົ້າບໍ່ມີເງິນພຽງພໍ, ສະນັ້ນ, ຂ້າພະເຈົ້າໄດ້ປະຕິເສດ ແລະ ຂໍປິ່ນປົວດ້ວຍການໃສ່ເຄມີ ແລະ ລັງສີເທົ່ານັ້ນ. ຍ້ອນໄດ້ຮັບການຊ່ວຍເຫຼືອຂອງທ່ານ ສຸກສັນ ແລະ ພະນັກງານໃນບໍລິສັດ, ຂ້າພະເຈົ້າຈຶ່ງມີເງິນເພື່ອປິ່ນປົ່ວ”.

ຕາມທຳມະດາແລ້ວ, ພວກເຮົາມັກຈະຄິດເຖິງຜົນງານທີ່ຕົນຍາດມາໄດ້ໃນຊີວິດ, ແຕ່ສຳລັບທ່ານ ສຸກສັນ ແລ້ວ, ຜົນງານຂອງທ່ານບໍ່ແມ່ນຕຳແໜ່ງສູງ, ຍິ່ງບໍ່ແມ່ນຜົນສຳເລັດໃນໜ້າທີ່ການງານ ຫຼື ຄວາມຮັ່ງມີ. ສິ່ງທີ່ເຮັດໃຫ້ທ່ານຮູ້ສຶກພໍໃຈ ແລະ ຈັບໃຈທີ່ສຸດ, ນັ້ນກໍຄືການໃຫ້ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຄົນອ້ອມຂ້າງໃນຊີວິດນີ້. ບັນດາຜົນງານທີ່ນິລະນາມ (ຜົນງານທີ່ບໍ່ອອກຊື່) ນັ້ນ ແມ່ນສິ່ງທີ່ທ່ານສະຫຼະທັງຊີວິດຂອງຕົນເພື່ອປະກອບສ່ວນ, ເພື່ອແບ່ງປັນ ແລະ ແຜ່ຂະຫຍາຍແຫຼ່ງພະລັງຊີວິດອັນຕັ້ງໜ້າເຖິງທຸກຄົນ./.

ຕອບກັບ