ອ້າຍ Nhek Serey Ratana - ຜູ້​ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ປະ​ຕິ​ມາ​ກຳ​ໜັງ​ຂະ​ແມ​ພື້ນ​ເມືອງ​ແລະ​ຊ່ວຍ​ເຫຼືອ​ເດັກ​ກຳ​ພ້າ

Chia sẻ
(VOVWORLD) - ສິລະປະປະຕິມາກຳໜັງ ແມ່ນສ່ວນໜຶ່ງມໍລະດົກວັດທະນະທຳພື້ນເມືອງຂອງ ກຳປູເຈຍ ທີ່ມີມາແຕ່ດົນນານຊ້ຳບໍ່ໜຳ ຍັງມີກ່ອນປີກໍ່ສ້າງວັດ ອັງກໍ ແລະ ໄດ້ສືບທອດກັນມາຈົນເຖິງປັດຈຸບັນບັນດາຜົນງານປະຕິມາກຳໜັງ ມີຄຸນຄ່າສິລະປະທີ່ເປັນເອກະລັກດ້ວຍບັນດາຮູບພາບທີ່ມີຊີວິດຊີວາໃນເລື່ອງລາວພື້ນເມືອງ ແລະ ໃກ້ຊິດກັບພື້ນຖານວັດທະນະທຳຂະແມໄປຄຽງຄູ່ກັນນັ້ນອາຊີບປະຕິມາກຳໜັງ ຍັງຕິດພັນກັບປະເພດສິລະປະຟ້ອນຕຸກກະຕາເງົາ Sbek Thom, ເຊິ່ງອົງການ UNESCO ໄດ້ຮັບຮອງວ່າ ເປັນມໍລະດົກວັດທະນະທຳນາມະທຳທຳອິດຢູ່ອິນດູຈີນ.

ໃນຮ້ານຂາຍເຄື່ອງທີ່ລະນຶກນ້ອຍໆ ທີ່ມີຊື່ວ່າ Little Angel ຕັ້ງຢູ່ທາງໜ້າວິຫານ Ovulok, ຢູ່ຕາແສງ Bakong, ເມືອງ Prasat Bakong ມີບັນດາຜົນງານປະຕິມາກຳທີ່ໄດ້ເຮັດຈາກໜັງງົວ ເພື່ອແນໃສ່ຮັບໃຊ້ແຂກທ່ອງທ່ຽວ. ແຕ່ລະມື້, ຢູ່ສະຖານທີ່ແຫ່ງນີ້ ສຽງຄ້ອນຕີໃສ່ໂລຫະ ຈາກເດັກໆຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ເດັກກຳພ້າຫຼາຍຄົນ ໄດ້ມາຮຽນເຮັດອາຊີບປະຕິມາກຳໜັງ. ສຽງເຫຼົ່ານັ້ນ ໄດ້ດຶງດູດແຂກທ່ອງທ່ຽວທີ່ມາຢາມວັດວາອາຮາມແຫ່ງຕ່າງໆຢູ່ອ້ອມຂ້າງມາເບິ່ງ ແລະ ຊື້ເມືອເປັນທີ່ລະນຶກ. ເຈົ້າຂອງຮ້ານ ແມ່ນອ້າຍ Nhek Serey Tatana, ແມ່ນຊ່າງຫັດຖະກຳທີ່ຕິດພັນກັບອາຊີບນີ້ມາໄດ້ເກືອບ 30 ປີ ແລ້ວ. ອ້າຍໄດ້ແບ່ງປັນວ່າ, ເພື່ອເຮັດໄດ້ຜົນງານໜຶ່ງອອກມາ ຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອິດລະອ້ຽວ, ນັບແຕ່ຄອດເລືອກໜັງຕະຫຼອດຮອດຄອດທຳຄວາມສະອາດ, ເກັບຮັກສາ, ແຕ້ມພາບ ແລະ ແກ້ສະຫຼັກ.

ໜັງທີ່ນຳໃຊ້ເພື່ແກ້ສະຫຼັກນັ້ນ ຕ້ອງເປັນໜັງງົວໂຕຜູ້ທີ່ຍັງອ່ອນ ແລະ ຕາຍຍ້ອນສາເຫດພາວິວິໄສ ຈາກບໍ່ແມ່ນການຂ້າເພື່ອເອົາຊີ້ນ. ຢາກັນບູດກໍຕ້ອງເປັນຢາທຳມະຊາດທີ່ໄດ້ເຮັດຈາກເປືອກຕົ້ນໄມ້. ເປືອກຕົ້ນໄມ້ແຊ່ນ້ຳ ແລ້ວເອົາໄປຕົ້າເປັນຢາ, ຫຼັງຈາກນັ້ນຈຶ່ງທ່າໃສ່ໜັງເພື່ອເກັບຮັກສາ. ກ່ອນໜ້ານັ້ນ, ໜັງຕ້ອງໄດ້ທຳຄວາມສະອາດ, ດັບກິ່ນເໝັນ ແລ້ວເອົາໄປຕາກແດດພາຍໃນ 3 ເດືອນ ກ່ອນຈະທ່າຢາຂຶ້ນ”.

ອ້າຍ Nhek Serey Ratana - ຜູ້​ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ປະ​ຕິ​ມາ​ກຳ​ໜັງ​ຂະ​ແມ​ພື້ນ​ເມືອງ​ແລະ​ຊ່ວຍ​ເຫຼືອ​ເດັກ​ກຳ​ພ້າ - ảnh 1ບັນດາຜະລິດຕະພັນແກ້ສະຫຼັກໜັງ ຂອງອ້າຍ Nhek Serey Tatana 

ອ້າຍ Nhek Serey Tatana ໃຫ້ຮູ້ຕື່ມອີກວ່າ, ສຳລັບບັນດາຜະລິດຕະພັນປະຕິມາກຳຮັບໃຊ້ສິລະປະ Sbek Thom, ເຊິ່ງເປັນສິລະປະແກ້ສະຫຼັກຮູບລວດລາຍອັນສັກສິນໃນເທບນິຍາຍ, ສະນັ້ນ, ວິວັດການແກ້ສະຫຼັກກໍຕ້ອງມີທຳພິທີກຳຕ່າງໆ. ນາຍຊ່າງຈະແຕ້ມຮູບຕົວລະຄອນຂຶ້ນໜັງໃນມື້ວັນເພງ, ຖ້າບໍ່ແຕ້ມບໍ່ແລ້ວພາຍໃນມື້ວັນເພງນັ້ນ, ແມ່ນຕ້ອງລໍຖ້າຮອດມື້ວັນເພງຕໍ່ມາ. ພາຍຫຼັງທີ່ແຕ້ມຮູບແລ້ວໆ, ເອົາໜັງໄປວາງຢູ່ເທິງໂຕະ, ບໍ່ໃຫ້ໄວ້ຢູ່ພື້ນດິນເດັດຂາດ.

ໂຮງຈັກປະຕິມາກຳໜັງ ແລະ ຮ້ານຂາຍເຄື່ອງທີ່ລະນຶກ Little Angel ຂອງອ້າຍ Nhek Serey Ratana ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2001, ບໍ່ພຽງແຕ່ແມ່ນຮາກຖານດຳເນີນທຸລະກິດເທົ່ານັ້ນ ຫາກຍັງແມ່ນຊາຍຄາແຫ່ງຄວາມອົບອຸ່ນ ນຳມາເຊິ່ງໂອກາດໃຫ້ແກ່ເດັກນ້ອຍຜູ້ທຸກຍາກ, ເດັກກຳພ້າໄດ້ພັກເຊົ່າ, ໄດ້ຮຽນອາຊີບປະຕິມາກຳໜັງ ໄປຄຽງຄູ່ກັບການຮຽນໜັງສືຢູ່ໂຮງຮຽນ. ອ້າຍແບ່ງປັນວ່າ, ຕົນເອງກໍເປັນເດັກກຳພ້າ, ເຄີຍໄປເກັບເຫຼັກເສດເພື່ອຫາເງິນຊື້ເຂົ້າໃຫ້ແລ້ວມື້ແລ້ວວັນ ແລະ ບໍ່ໄດ້ໄປໂຮງຮຽນ, ສະນັ້ນ, ອ້າຍຢາກຊ່ວຍເຫຼືອເດັກໆທີ່ປະສົບກັບຄວາມຫຍຸ້ງຍາກແບບດຽວກັນຄືກັບຕົນເອງ ມີໂອກາດຮ່ຳຮຽນ ເພື່ອອະນາຄົດທີ່ສົດໃສກວ່າ. ມາຮອດປັດຈຸບັນ, ໂຮງຈັກປະຕິມາກຳໜັງ ແລະ ຮ້ານຂາຍເຄື່ອງທີ່ລະນຶກ Little Angel  ຂອງອ້າຍ ໄດ້ຊ່ວຍເຫຼືອເດັກນ້ອຍກວ່າ 200 ນ້ອງ ທີ່ປະສົບກັບຄວາມຫຍຸ້ງຍາກ.

“ໃນເບື້ອງຕົ້ນ, ຂ້າພະເຈົ້າເຫັນວ່າ ມີນ້ອງນ້ອຍບາງຄົນມານັ່ງເບິ່ງຂ້າພະເຈົ້າແກ້ສະຫຼັກໝົດມື້. ຂ້າພະເຈົ້າກໍເລີຍຖາມວ່າ ເປັນຫຍັງຄືບໍ່ໄປໂຮງຮຽນ, ແລ້ວເຂົາກໍຕອບມາວ່າ ເຂົາເປັນເດັກກຳພ້າ, ສະນັ້ນ ບໍ່ມີເງື່ອນໄຂໄປໂຮງຮຽນ. ຂ້າພະເຈົ້າເອງກໍເປັນເດັກກຳພ້າ, ເມື່ອເຫັນພວກນ້ອງປະສົບກັບຄວາມຫຍຸ້ງຍາກຄືກັບຕົນເອງໃນເມື່ອກ່ອນ, ຂ້າພະເຈົ້າໄດ້ຕັດສິນໃຈເລີ່ມສອນໃຫ້ພວກນ້ອງແກ້ສະຫຼັກໜັງ ແລ້ວເອົາໄປຂາຍເພື່ອຈ່າຍຄ່າຮຽນ. ຕອນທຳອິດ, ຂ້າພະເຈົ້າຮັບ 5 ນ້ອງ, ຫຼັງຈາກນັ້ນ, ນັບມື້ນັບມີຫຼາຍຄົນມາຫາ, ໄລ່ຮອດປັດຈຸບັນນີ້ ແມ່ນຫຼາຍກວ່າ 200 ນ້ອງແລ້ວ”.

ອ້າຍ Nhek Serey Ratana - ຜູ້​ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ປະ​ຕິ​ມາ​ກຳ​ໜັງ​ຂະ​ແມ​ພື້ນ​ເມືອງ​ແລະ​ຊ່ວຍ​ເຫຼືອ​ເດັກ​ກຳ​ພ້າ - ảnh 2ອ້າຍ Nhek Serey Tatana ພ້ອມກັບບັນດານ້ອງໆ Little Angel 
ອ້າຍ Nhek Serey Tatana ຊ່ວຍເຫຼືອເດັກກຳພ້າ, ຄົນພິການ ຫຼື ເດັກທີ່ປະສົບກັບຄວາມຫຍຸ້ງຍາກ ມາຂໍຮຽນວິຊາຊີບ ແລະ ພັກເຊົາແບບບໍ່ເສຍຄ່າ, ດ້ວຍເງື່ອນໄຂໜຶ່ງດຽວນັ້ນແມ່ນ ພວກນ້ອງຕ້ອງສືບຕໍ່ໄປໂຮງຮຽນ. ນ້ອງ Oeun Narong, ເປັນຄົນພິການຕີນ ໄດ້ຮຽນແກ້ສະຫຼັກມາໄດ້ 8 ປີ ແລ້ວ ແບ່ງປັນວ່າ:

“ໃນເບື້ອງຕົ້ນ ນ້ອງບໍ່ຮູ້ຫຍັງເລີຍ. ພາຍຫຼັງທີ່ມາຮຽນຢູ່ນີ້ ໄດ້ອ້າຍ Ratana ສອນໃຫ້ຫຼາຍສິ່ງຫຼາຍຢ່າງ. ປັດຈຸບັນ, ນ້ອງກໍຮູ້ແຕ້ມ, ແກ້ສະຫຼັກ ແລະ ເອົາໄປຂາຍຫາເງິນຈ່າຍຄ່າຮຽນໄດ້ແລ້ວ. ການເຮັດວຽກຢູ່ນີ້ ບໍ່ໄດ້ສົ່ງຜົນກະທົບຕໍ່ການຮຽນຂອງນ້ອງ. ພາຍຫຼັງເລິກຮຽນ ນ້ອງຈຶ່ງເຮັດວຽກ”.

ໃນຈຳນວນເດັກ 200 ກວ່ານ້ອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອ້າຍ Serey Ratana, ມີຫຼາຍຄົນໄດ້ຍ້າຍໄປຢູ່ບ່ອນອື່ນ ແລະ ມີຊີວິດ ກໍຄືວຽກເຮັດງານທຳຖາວອນ ແລ້ວ ແລະ ກໍຍັງມີຫຼາຍຄົນເລືອກເຮັດອາຊີບປະຕິມາກຳໜັງຕໍ່ໄປ ດ້ວຍຄວາມປາດຖະໜາຢາກໄປເປີດໂຮງຈັກແກ້ສະຫຼັກຢູ່ທ້ອງຖິ່ນອື່ນ ເພື່ອສືບຕໍ່ໂຄສະນາ, ຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້ ແລ້ວຊ່ວຍເຫຼືອຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ.

ສິລະປະປະຕິມາກຳໜັງແມ່ນມໍລະດົກວັດທະນະທຳຂະແມ ທີ່ມີມາແຕ່ນັບພັນປີ, ເຖິງວ່າຫຼາຍຄົນໄດ້ປະລະອາຊີບນີ້, ແຕ່ອ້າຍ Serey Ratana ຍັງສືບຕໍ່ຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫຼັງ./.

ຕອບກັບ