ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ສິງກະໂປ ຢູ່ໃຈກາງ ຮ່າໂນ້ຍ

Van Hoa
Chia sẻ
(VOVWORLD) - ວັນບຸນ ສິງກະໂປ ດຳເນີນມາເປັນເວລາ 2 ວັນ ໄດ້ດຶງດູດຜູ້ມາຊົມນັບພັນໆຄົນ ແລະ ຢັ້ງຢືນບົດບາດເປັນຂົວເຊື່ອມຕໍ່ນຳວັດທະນະທຳ ສິງກະໂປ ຫຍັບເຂົ້າໃກ້ກັບປະຊາຊົນ ຫວຽດນາມ ກ່ວາອີກ.

ໂດຍໄດ້ເຫັນປະຈັກຕາບັນດາລາຍການສະແດງສິລະປະຟ້ອນທີ່ເປັນເອກະລັກສະເພາະຂອງບັນດານັກສິລະປິນຟ້ອນທີ່ມາຈາກ ສິງກະໂປ, ໄດ້ຊີມບັນດາເຍື່ອງອາຫານທີ່ແຊບນົວຂອງ ສິງກະໂປ, ກໍ່ຄືໄດ້ຊົມບັນດາຜະລິດຕະພັນເຄື່ອງສິລະປະທີ່ເປັນເອກະລັກສະເພາະຂອງ ສິງກະໂປ, ນັ້ນແມ່ນບັນດາຄວາມປະທັບໃຈ ເຊິ່ງແຂກມາຊົມມີຄວາມຮູ້ສຶກເມື່ອໄດ້ເຂົ້າຮ່ວມວັນບຸນ ສິງກະໂປ 2019 ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຮ່າໂນ້ຍ, ນະຄອນຫລວງຂອງ ຫວຽດນາມ ໃນທ້າຍເດືອນ ມີນາ ຜ່ານມາ.

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ສິງກະໂປ ຢູ່ໃຈກາງ ຮ່າໂນ້ຍ - ảnh 1 ວັນບຸນ ສິງກະໂປ 2019 

ຮ່າໂນ້ຍ ເບິ່ງຄືວ່າຄຶກຄື້ນມ່ວນຊື່ນ ແລະ ໄດ້ປະດັບປະດາດ້ວຍສີສັນຫລາຍຫລາຍກ່ວາວັນທຳມະດາ ຍ້ອນບັນຍາກາດ ແລະ ຂະບວນຄົນທີ່ຄຶກຄື້ນພາກັນມາເຂົ້າຮ່ວມວັນບຸນ ສິງກະໂປ ເຊິ່ງໄດ້ຈັດຕັ້ງຢູ່ບໍລິເວນໜອງຮ່ວານກຽມ - ຮ່າໂນ້ຍ. ເວທີສະແດງຂອງວັນບຸນໄດ້ຕັ້ງຢູ່ບໍລິເວນຕໍ່ໜ້າອະນຸສາວະລີ ຫຼີທ໊າຍໂຕ ແລະ ຢູ່ຂ້າງຖະໜົນທາງຍ່າງໜອງຮ່ວານກຽມ. ບົນເວທີສະແດງ, ບັນດາກຸ່ມນັກຟ້ອນມີຊື່ສຽງທີ່ມາຈາກ ສິງກະໂປ ນຸ່ງຊຸດອາພອນປະຈຳຊາດຕ່າງໆຄື: ຈີນ, ມາເລເຊຍ, ອິນເດຍ…ພ້ອມກັບການສະແດງບັນດາຈັງຫວະພື້ນເມືອງອັນອ່ອນຊ້ອຍຕາມທຳນອງ ດົນຕີ ຊຶ່ງເຮັດໃຫ້ຜູ້ຊົມເປັນຈຳນວນຫລວງຫລາຍມີຄວາມນິຍົມຕິດຕາມເບິ່ງ. ອ້າຍ ຕູ່ງ - ຊາວ ຮ່າໂນ້ຍ, ຜູ້ມາຊົມໄດ້ແບ່ງປັນຄວາມໃນໃຈວ່າ:

ຂ້າພະເຈົ້າດີໃຈທີ່ສຸດ, ໃນລາຍການສິລະປະ ເຂົາເຈົ້າໄດ້ສະແດງບັນດາຄວາມງາມວັດທະນະທຳບັນດາເຜົ່າຢູ່ ສິງກະໂປ. ບັນດາວາດຟ້ອນ, ຈັງຫວະດົນຕີ ແລະ ຊຸດອາພອນ ລ້ວນແຕ່ສົ່ງສານເຖິງແຂກຜູ້ມາຊົມກ່ຽວກັບປະເທດ ສິງກະໂປ ທີ່ເຕັມໄປດ້ວຍສີສັນຫລາກຫລາຍ.

ນອກຈາກບັນດາການເຄື່ອນໄຫວວັດທະນະທຳ, ອາຫານການກິນແລ້ວ, ວັນບຸນ ສິງກະໂປ 2019 ຍັງແນະນຳໃຫ້ແຂກເຂົ້າຮ່ວມຮູ້ບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບບັນດາລາຍການທ່ອງທ່ຽວ, ລາຄາປີ້ຍົນທີ່ຫລຸດລາຄາຢູ່ບັນດາຮ້ານວາງສະແດງຂາຍສິນຄ້າທີ່ຕັ້ງຢູ່ກົງກັນຂ້າມປະຕູທາງເຂົ້າງານບຸນ. ປີ 2018, ສິງກະໂປ ຢືນອັນດັບທີ 12 ໃນບັນດາຕະຫລາດທີ່ມີແຂກທ່ອງທ່ຽວມາ ຮ່າໂນ້ຍ, ບັນລຸກ່ວາ 80.000 ເທື່ອຄົນ, ກວມເອົາ 28% ໃນຍອດຈຳນວນແຂກທ່ອງທ່ຽວ ສິງກະໂປ ມາ ຫວຽດນາມ. ໃນຂະນະນັ້ນ, ຈຳນວນແຂກທ່ອງທ່ຽວ ຫວຽດນາມ ໄປຍັງ ສິງກະໂປ ກໍ່ບັນລຸໄດ້ຕົວເລກ 592.000 ເທື່ອຄົນ - ເພີ່ມຂຶ້ນ 11% ໃນປີ 2018. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມໃນການເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ໂຄສະນາ, ຊຸກຍູ້ການທ່ອງທ່ຽວ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສິງກະໂປ. ເອື້ອຍເງິນ ຢູ່ຮ່າໂນ້ຍ ແບ່ງປັນວ່າ:

ງານບຸນມີຫລາຍຄົນເຂົ້າຮ່ວມ ແລະ ມີການສົ່ງເສີມການຊື້ເຄື່ອງຂອງຫລາຍຢ່າງ. ຂ້າພະເຈົ້າພວມສົນໃຈຕໍ່ລາຄາປີ້ຍົນຂອງບໍລິສັດ Scoot ແລະ ຄາດວ່າ ຈະໄປ ສິງກະໂປ ໃນຕົ້ນເດືອນມິຖຸນາ. ໂດຍໄດ້ຮູ້ວ່າ, ສິງກະໂປ ແມ່ນນະຄອນສະອາດ, ທັນສະໄໝ, ພັດທະນາ ແລະ ແມ່ນນະຄອນທ່ອງທ່ຽວທີ່ຄວນໄປຢ້ຽມຢາມ.

ໃນຂອບເຂດງານບຸນຄັ້ງນີ້, ສິ່ງທີ່ພົ້ນເດັ່ນທີ່ສຸດ ຕ້ອງເວົ້າເຖິງບັນດາຜະລິດຕະພັນສິລະປະ “Rainbow Connection” (ເຊື່ອມຕໍ່ຮຸ້ງກິນນ້ຳ). ຜະລິດຕະພັນໂຄມໄຟໃຊ້ພະລັງງານແສງຕາເວັນໄດ້ເຮັດຈາກກັບເຂົ້າໜົມທີ່ທາສີດ້ວຍມື ແລະ ຖືກແຂວນຂຶ້ນ ເພື່ອສ້າງທິວທັດອັນສວຍງາມດັ່ງໃນຝັນຂອງທະເລ, ປ່າໄມ້ ແລະ ເມກ.

ເປັນເອກະລັກສະເພາະແທ້! ບັນດາໂຄມໄຟໄດ້ເຮັດມາຈາກກັບປະລາດຕິກ, ຮອດຍາມຄ່ຳສາມາດຮຸ່ງແຈ້ງຈາກແຫຼ່ງພະລັງງານແສງຕາເວັນ, ເຊິ່ງແມ່ນແຫຼ່ງພະລັງງານສະອາດ. ທຸກຄົນລ້ວນແຕ່ສາມາດນຳໃຊ້ໄດ້ ເພື່ອປະດັບປະດາ ແລະ ສົ່ງສານຮັກສາອະນາໄມສິ່ງແວດລ້ອມ.

ນ້ອງເຫັນວ່າ ບັນດາກັບປະລາດຕິກນີ້ ມີສີສັນຫລາຍຫລາຍ, ໄດ້ແຕ້ມຮູບເປັນຕາຮັກ, ນຳໃຊ້ດ້ວຍພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ. ນ້ອງມັກຫລາຍ ແລະ ຢາກໄດ້ອັນໜຶ່ງ ເພື່ອແຂວນປະດັບປະດາຢູ່ບ້ານ.

ວັນບຸນ ສິງກະໂປ ດຳເນີນມາເປັນເວລາ 2 ວັນ ໄດ້ດຶງດູດຜູ້ມາຊົມນັບພັນໆຄົນ ແລະ ຢັ້ງຢືນບົດບາດເປັນຂົວເຊື່ອມຕໍ່ນຳວັດທະນະທຳ ສິງກະໂປ ຫຍັບເຂົ້າໃກ້ກັບປະຊາຊົນ ຫວຽດນາມ ກ່ວາອີກ. ທ່ານນາງ Catharine Wong Slow Ping - ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

ນ້ຳໃຈມິດຕະພາບທີ່ເຂັ້ມແຂງລະຫວ່າງ 2 ຝ່າຍ ຍັງລື່ນກາຍຂອບເຂດການຮ່ວມມືລະຫວ່າງລັດຖະບານ ແລະ ວິສາຫະກິດ 2 ປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ແມ່ນໂອກາດທີ່ດີ ເພື່ອເປີດກ້ວາງການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳລະຫວ່າງ 2 ປະເທດ ຫວຽດນາມ ແລະ ສິງກະໂປ.

ເຖິງວ່າດຳເນີນໃນເວລາສັ້ນໆກໍ່ຕາມ ແຕ່ບັນດາຄວາມປະທັບໃຈກ່ຽວກັບປະເທດເກາະທີ່ສວຍສົດງົດງາມ ດ້ວຍບັນດາຄຸນຄ່າກ່ຽວກັບວັດທະນະທຳ, ອາຫານການກິນ ແລະ ສິລະປະຂອງວັນບຸນ ສິງກະໂປ ຈະສືບຕໍ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນສາຍຕາຂອງປະຊາຊົນ ຫວຽດນາມ ເວົ້າລວມ ແລະ ຊາວນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ, ກໍ່ຄືເພື່ອນມິດສາກົນ ./.

ຕອບກັບ