Vietinbank - ຮຽງບ່າຮຽງໄລ່ກັບບັນດາວິສາຫະກິດ ຫວຽດນາມ ແລະ ລາວ

My Binh
Chia sẻ
ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ ການ​ຄ້າ ຫວຽດນາມ (Vietinbank), ​​​ເຖິງ​ວ່າ​ຫາ​ກໍ​ເປີດ​ສາຂາ​ໃຫມ່​ຢູ່​ນະຄອນຫລວງ ວຽງ​ຈັນ ບໍ່​ທັນ​ຮອດ 1 ປີ ​ກໍ​ຕາມ ແຕ່​ໄດ້​ຢັ້ງຢືນ​ອິດ​ທິພົນ​ຊື່​ສຽງ ​

(vovworld)- ​​ໃນ​ຊຸມ​ປີຜ່ານມາ, ທະນາຄານ​ໃຫຍ່​ຫລາຍ​ແຫ່ງ​ໃນ​ລະບົບ​ທະນາຄານ ຫວຽດນາມ ​ໄດ້​​ດຳ​ເນີນ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ ​ເພື່ອ​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ. ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ ການ​ຄ້າ ຫວຽດນາມ (Vietinbank), ​​​ເຖິງ​ວ່າ​ຫາ​ກໍ​ເປີດ​ສາຂາ​ໃຫມ່​ຢູ່​ນະຄອນຫລວງ ວຽງ​ຈັນ ບໍ່​ທັນ​ຮອດ 1 ປີ ​ກໍ​ຕາມ ແຕ່​ໄດ້​ຢັ້ງຢືນ​ອິດ​ທິພົນ​ຊື່​ສຽງ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ​ເທື່ອ​ລະ​ກ້າວ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ປະ​ເທດ​ອ້າຍ​ນ້ອງ

        ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທະນາຄານ​ຊັ້ນ​ນຳ ຢູ່ ຫວຽດນາມ ດ້ວຍ​ການ​ເຕີບ​ໂຕ​ສູງ​ພໍ​ສົມຄວນ, ຄຸນ​ນະພາ​ບຜະລິດ​ຕະພັນການ​ບໍລິການ​ທີ່​ດີ, ​ເຄືອ​ຂ່າຍ​ເປີດ​ກວ້າງ ດ້ວຍ​ສາຂາ 160 ​ແຫ່ງ ​ແລະ 1100 ຫ້ອງ​ທຸລະ​ກຳ ຢູ່ 60 ​ແຂວງ, ນະຄອນ ​ໃນ​ທ່ົວ​ປະ​ເທດ ຫວຽດນາມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, Vietinbank ​ເລີ່​ມຕົ້ນ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ ດ້ວຍ​ການ​ກໍ່ສ້າງ ​ແລະ ຂະຫຍາຍ​ເຄືອ​ຂ່າຍ​ຢູ່​ຕ່າງປະ​ເທດ. ສາຂາ​ທຳ​ອິດ​ຂອງ Vietinbank ຢູ່ ອາຊີ ​ແມ່ນ​ຕັ້ງ​ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້​ຮັບ​ການ​ເປີດ​ສະຫລອງ​​ເມື່ອ​ເດືອນ 2/2012. ທ່ານ ຫງວຽນ​ດຶກ​ແທ່ງ, ຮອງ​ຜູ້ອຳນວຍການ​ໃຫຍ່​ Vietinbank ​ໃຫ້​ຮູ້​ວ່າ: Vietinbank ​ເລືອກ​ເຟັ້ນ ສປປ ລາວ ​ແມ່ນ​ຈຸດ​ນັດ​ພົບ​ໃນ​ຂະ​ບວນວິວັດ​ຂະຫຍາຍ​ເຄືອ​ຂ່າຍ​ຂອງ​ຕົນ​ອອກ​ສູ່​ຕ່າງປະ​ເທດ ​ເພາະວ່າ ລະຫວ່າງ ຫວຽດນາມ ​ແລະ ລາວ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ.

        “ຕະຫລາດ​ ລາວ ​ແມ່ນ​ຕະຫລາດ​ນ້ອຍ ​ແຕ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ. ນີ້​ແມ່ນ​ຕະຫລາດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ທີ່​ຕັ້ງ​​ເສດຖ​ະກິດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ອະນາຄົດ​​ໃກ້ໆນີ້, ລາວ ​ແມ່ນ​ຕະຫລາດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫຍ່​ໃນ​ການ​ພັດທະນ​າ​ເສດຖະກິດ.”

Vietinbank - ຮຽງບ່າຮຽງໄລ່ກັບບັນດາວິສາຫະກິດ ຫວຽດນາມ ແລະ ລາວ - ảnh 1
ຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ  ເຂົ້າຮ່ວມພິທີເປີດສະຫລອງ ສາຂາ Vietinbank ຢຸ່ ສປປ ລາວ
ພາບ:tinmoi.com.vn

        ​ເຖິງ​ວ່າ​ຫາ​ກໍ່​ເປີດ​ສາຂາ Vietinbank ​ໄດ້​ມີ​ການ​ເຄື່ອນ​ໄຫວ​​ເປັນ​ປົກກະຕິ, ​ເປັນ​ປະຈຳ ​ແລະ ສະຫນອງ​ບັນດາ​ຜະລິດ​ຕະພັນ​ບໍລິການ​ຢ່າງ​ຄົບ​ຖ້ວນ​ຄື: ​ໂອນ​ເງິນ, ດຳ​ເນີນ​ທຸລະ​ກິດ​ແລກປ່ຽນ​​ເງິນຕາ​ຕ່າງປະ​ເທດ, ບໍລິການ​ບັນຊີ ​ແລະ ​ເງິນ​ຝາກ​ປະຢັດ, ​ໃຫ້​ກູ້​ຢືມ, ອຸປະຖຳ​​ການ​ຄ້າ, ບໍລິການ​ບັດ​ເງິນ..​​ແລະ ​ພິ​ເສດ ​ແມ່ນ​ສະຫນອງ​ສິນ​ເຊື່ອ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ລົງທຶນ​ຢູ່​ລາວ ຄື: ບໍລິສັດ​ຮ່ວມ​ທຸລະ​ກິດ Star Telecom, ກຸ່ມ​ບໍລິສັດ​ຢາງພາລາ ຫວຽດນາມ, ກຸ່ມ​ບໍລິສັດ​ເຄມີ, ກຸ່ມ​ບໍລິສັດ​ຖ່ານ​ຫີນ​ແຮ່​ທາດ. ດຣ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ໄດ້​ຕີ​ລາຄາ​ວ່າ: Vietinbank ​ໄດ້ ​ແລະ ພວມ​ແມ່ນ​ຂົວ​ເຊື່ອມ​ຕໍ່​​ເພື່ອ​ຫນູນ​ຊ່ວຍ, ຊຸກຍູ້​ການ​ພົວພັນ​ລົງທຶນ ການ​ຄ້າ ລະຫວ່າງ ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ. Vietinbank ​ເປີດ​ສາຂາ​ຢູ່ ສປປ ລາວ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ, ຝ່າຍ ຫວຽດນາມ ມີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ເມື່ອ​ລົງທຶນ​ຢູ່ ລາວ. ນີ້​ແມ່ນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ ​ແລະ ສ້າງ​ທ່າ​ແຮງ​ໃຫ້​ແກ່​ບັນດາ​ບໍລິສັດ​ຫວຽດນາມ ລົງທຶນ ຢູ່ ລາວ ນັບ​ມື້​ນັບ​ຫລາຍ​ກວ່າ. ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຫລາຍ​ດ້ານ​ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ດ້ວຍ​ບົດຮຽນ​ດຳ​ເນີນ​ທຸລະ​ກິດສ​ຳ​ເລັດ​ຜົນ​ຂອງ Vietinbank ຢູ່ ຫວຽດນາມ, Vietinbank ຈະ​ເພີ່ມ​ທະວີ​ການ​ຊຸກຍູ້​ດ້ານ​ການ​ຄ້າ​ໃຫ້​ພັດທະນາ​ຍິ່ງ​ຂຶ້ນ.”

        ດ້ວຍ​ຈຳນວນ​ທຶນ​ເບື້ອງ​ຕົ້ນ​ເມື່ອ​ເປີດ​ສາຂາ​ຢູ່ ລາວ ​ແມ່ນ 12,5 ລ້ານ USD, ປະຈຸ​ບັນ Vietinbank ​ໄດ້​ເພີ່ມ​ຈຳນວນ​ທຶນ​ຂຶ້ນ​ເຖິງ 22 ລ້ານ USD ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງການ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ລູກ​ຄ້າ. ​ໃນ​ວິວັດທະນາ​ການ​​ແຫ່ງ​ການ​ເຄື່ອນ​ໄຫວ, Vietinbank ​ໄດ້​ຮັບ​ການ​ຫນູນ​ຊ່ວຍ, ສົ່ງ​ເສີມ​ຈາກ​ລັດຖະບານ​ກໍ​ຄື​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ລາວ. ຕາມ​ທ່ານ ຫງວຽນ​ດຶກ​ແທ່ງ, ຮອງ​ຜູ້ອຳນວຍການ Vietinbank ​ເມື່ອ​​ເຄື່ອນ​ໄຫວຢູ່​ຕະຫລາດ​ລາວ, Vietinbank ກໍປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ.

        “ລາວ ມີ​ນະ​ໂຍບາຍ​ລົງທຶນ​ຕ່າງປະ​ເທດ​ສະດວກ​ ​ແລະ ງ່າຍດາຍ, ​ເປັນ​ຕົ້ນ​​ໃນ​ຂົງ​ເຂດ​ການ​ເງິນ​ທະນາຄານ ​ແລະ ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ ກໍ​ແມ່ນ​ກອບ​ກົດໝາຍທີ່​ດີ​ເຊິ່ງ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໄປ​ລົງທຶນ​ຢູ່ ລາວ. ​ເມື່ອ​ລົງທຶນ​ຢູ່ ລາວ ພວກ​ຂ້າພະ​ເຈົ້າຮູ້​ສຶກຄື​ດັ່ງ​ລົງທຶນ ຢູ່ ຫວຽດນາມ.”

        ຍາມ​ໃດ Vietinbank  ກໍ​ກຳນົດ​ຈະ​ລົງທຶນ​ຍາວ​ນານ​ຢູ່ ລາວ ກໍ​ຄື​ເປີດ​ກວ້າງ​ເຄືອ​ຂ່າຍ​ສາຂາ, ສະຫນອງ​ແຫ​ລ່ງການ​ເງິນ​ໃຫ້​ແກ່​ລາວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, Vietinbank ຈະ​ຂໍຫນັງສືອະນຸຍາດຫັນປ່ຽນ​ຈາກ​ສາຂາ​​ເປັນ​ທະນາຄານ​ນ້ອຍ ​ແລະ ​ເປີດ​ສາຂາ​ຕື່ມ​ອີກ​ຢູ່​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ລາວ. ຈຸດໝາຍ​ຂອງ Vietinbank ​ໃນ​ຊຸມ​ປີ​ຕໍ່​ໄປ ​ແມ່ນ​ພະຍາຍາມ​ສະຫນອງ​ບັນດາ​ບໍລິການ​ການ​ເງິນ​ທະນາຄານ​ທີ່​ກ້າວຫນ້າ​ໃຫ້​ແກ່​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ລາວ ​ເວົ້າ​ລວມ ກໍ​ຄື​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ລົງທຶນ​ຢູ່ ລາວ ​ແລະ ບັນດາ​ວິ​ສາ​ຫະກິດ ລາວ ພວມ​ມີ​ການ​ພົວພັນ​ຄ້າຂາຍ​ກັບ ຫວຽດນາມ ​ເວົ້າ​ສະ​ເພາະ.

 

ຕອບກັບ