ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ແລະ ບາດ​ເຈັບ ຍ້ອນໄພ​ນ້ຳ​ແກ່ງ​ ເກີດ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍ ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​

Chia sẻ
(VOVWORLD) - ອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດ ອິນໂດເນເຊຍ (BNPB) ແລ້ວ, ມີເຮືອນ 71 ຫຼັງ ຖືກພັງທະລາຍທັງໝົດ ແລະ 125 ຫຼັງຖືກເປເພຍ້ອນໄພນ້ຳຖ້ວມ ແລະ ຜົນຮ້າຍຈາກພູເຂົາໄຟ, ອັນໄດ້ເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ຈຳເປັນຕ້ອງຍົກຍ້າຍປະຊາຊົນກວ່າ 3.300 ຄົນຢູ່ເຂດຖືກຜົນກະທົບ ໄປຍັງບ່ອນປອດໄພ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ແລະ ບາດ​ເຈັບ ຍ້ອນໄພ​ນ້ຳ​ແກ່ງ​ ເກີດ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍ ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ - ảnh 1ກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ພວມມານະພະຍາຍາມຊອກຫາຜູ້ຫາຍສາບສູນ (ພາບ: AFP)

ວັນທີ 15 ພຶດສະພາ, ອຳນາດການປົກຄອງ ອິນໂດເນເຊຍ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຍ້ອນໄພນ້ຳແກ່ງ ແລະ ຜົນຮ້າຍຈາກພູເຂົາໄຟ ຢູ່ເຂດ Sumatra ຕາເວັນຕົກ ຂອງປະເທດນີ້ໃນວັນທີ 12 ພຶດສະພາ ໄດ້ເພີ່ມຂຶ້ນ 57 ຄົນແລ້ວ, ໃນຂະນະທີ່ມີຜູ້ຫາຍສາບສູນ 22 ຄົນ.

        ປັດຈຸບັນ, ກຳລັງກູ້ໄພກູ້ຊີບໄດ້ຈັດສົ່ງເຮືອບິນບໍ່ມີຄົນຂັບເພື່ອໜູນຊ່ວຍການຊອກຫາ, ນຳໃຊ້ລົດຈົກ ເພື່ອພະຍາຍາມຊອກຫາຜູ້ທີ່ຍັງມີຊີວິດຢູ່ ໃນແມ່ນ້ຳ ແລະ ບ່ອນເກີດເຫດ.

        ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ, ອຳນາດການປົກຄອງທ້ອງຖິ່ນ ຈະຜັນຂະຫຍາຍເຕັກໂນໂລຢີດັດປັບອາກາດ ເຮັດໃຫ້ຫຼຸດຜ່ອນປະລິມານຝົນຕົກ ໃນໄລຍະເຄື່ອນຍ້າຍໄປຍັງບ່ອນເກີດເຫດ. ຕາມ ອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດ ອິນໂດເນເຊຍ (BNPB) ແລ້ວ, ມີເຮືອນ 71 ຫຼັງ ຖືກພັງທະລາຍທັງໝົດ ແລະ 125 ຫຼັງຖືກເປເພຍ້ອນໄພນ້ຳຖ້ວມ ແລະ ຜົນຮ້າຍຈາກພູເຂົາໄຟ, ອັນໄດ້ເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ຈຳເປັນຕ້ອງຍົກຍ້າຍປະຊາຊົນກວ່າ 3.300 ຄົນຢູ່ເຂດຖືກຜົນກະທົບ ໄປຍັງບ່ອນປອດໄພ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ

 

ຕອບກັບ