ແຜ່ຂະຫຍາຍຂະບວນການບໍລິຈາກແພຈຸລັງ ແລະ ອະໄວຍະວະຢູ່ບັນດາທ້ອງຖິ່ນ

Mien -Hieu - Phuong
Chia sẻ

(VOVWORLD) -ການບໍລິຈາກແພຈຸລັງ ແລະ ອະໄວຍະວະ ແມ່ນການກະທຳອັນສູງສົ່ງ, ມີມະນຸດສາດ ນຳເອົາໂອກາດໄດ້ມີຊີວິດຢູ່ຕໍ່ໃຫ້ແກ່ຄົນເຈັບຫລາຍຄົນທີ່ມີຄວາມຕ້ອງການໄດ້ປູກຖ່າຍອະໄວຍະວະ. ເມື່ອວົງຄະນາຍາດລ້ວນແຕ່ມີຄວາມເຂົ້າໃຈ ແລະ ແບ່ງປັນກັບການເຄື່ອນໄຫວມະນຸດສາດນີ້, ການມີຊີວິດຈະໄດ້ແກ່ຍາວອອກໄປອີກ. ໃນຊຸມປີມໍ່ມານີ້ ຂະບວນການປູກຖ່າຍແພຈຸລັງ ແລະ ອະໄວຍະວະຢູ່ບັນດາທ້ອງຖິ່ນໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງ, ຢັ້ງຢືນມີຈຳນວນການປູກຖ່າຍອະໄວຍະວະນັບມື້ນັບເພີ່ມຂຶ້ນ.

ແຜ່ຂະຫຍາຍຂະບວນການບໍລິຈາກແພຈຸລັງ ແລະ ອະໄວຍະວະຢູ່ບັນດາທ້ອງຖິ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີປຸກລະດົມຂະບວນການ "ລົງທະບຽນບໍລິຈາກແພຈຸລັງ ແລະ ອະໄວຍະວະ". ພາບ: VOV

ຢູ່ພິທີປຸກລະດົມ “ລົງທະບຽນບໍລິຈາກແພຈຸລັງ ແລະ ອະໄວຍະວະ” ກົງກັບໂອກາດສະເຫລີມສະຫລອງວັນຄ້າຍວັນເກີດທ່ານປະທານໂຮ່ຈີມິນ (19/05/2024),  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງທະບຽນ ບໍລິຈາກແພຈຸລັງ, ອະໄວຍະວະ ແລະ ຮຽກຮ້ອງໃຫ້ປະຊາຊົນ ພ້ອມກັນສະໝັກໃຈປະຕິບັດການກະທຳອັນດີງາມນີ້ເພື່ອແນໃສ່ກູ້ເອົາຊີວິດຄົນເຈັບ. ພາຍຫລັງຄຳຮຽກຮ້ອງດັ່ງກ່າວຂອງທ່ານນາຍົກລັດຖະມົນຕີ ພຽງ 2 ອາທິດ, ທົ່ວປະເທດ ມີເກືອບ 10.000 ຄົນລົງທະບຽນ ບໍລິຈາກແພຈຸລັງ ແລະ ອະໄວຍະວະ.

        ຢູ່ ແຂວງ ກວ໋າງນິງ ມີພະນັກງານການແພດກວ່າ 1.300 ຄົນຢູ່ ບໍລິເວນແຂວງ ໄດ້ລົງທະບຽນບໍລິຈາກແພຈຸລັງ ແລະ ອະໄວຍະວະ. ອ້າຍ ເຈີນວັນເຈື່ອງ, ພະນັກງານການແພດເຂົ້າຮ່ວມການລົງທະບຽນ ບໍລິຈາກແພຈຸລັງ ແລະ ອະໄວຍະວະ ແບ່ງປັນວ່າ:

“ຂ້າພະເຈົ້າເຫັນວ່າ ພາຍຫລັງຕົນເອງເສຍຊີວິດ ຫາກຍັງສືບຕໍ່ຊ່ວຍຜູ້ອື່ນໄດ້ ນັ້ນແມ່ນວຽກທີ່ດີທີ່ສຸດ. ມີຄົນເຈັບຫລາຍໆຄົນພວມລໍຄອຍແຕ່ລະມື້ເພື່ອຢາກໄດ້ຮັບການປູກຖ່າຍແພຈຸລັງ ແລະ ອະໄວຍະວະ. ເລື່ອງບໍລິຈາກແພຈຸລັງ ແລະ ອະໄວຍະວະ ແມ່ນວຽກງານທີ່ມີຄວາມໝາຍມະນຸດສາດ. ສຳລັບຂ້າພະເຈົ້າແລ້ວ ນັ້ນແມ່ນວິທີການສະແດງຄວາມຮູ້ບຸນຄຸນຕໍ່ກັບຊີວິດ”.

          ເອື້ອຍ ຮວິ່ງທິງອກຈາງ, ປະທານ ສະພາກາແດງ ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນ - ເຫວ້ ແມ່ນຫນຶ່ງໃນຈຳນວນຜູ້ທຳອິດຢູ່ທ້ອງຖິ່ນທີ່ລົງທະບຽນ ບໍລິຈາກແພຈຸລັງ, ອະໄວຍະວະ. ໂດຍເຂົ້າຮ່ວມການເຄື່ອນໄຫວວຽກງານການກຸສົນມາເປັນເວລາຫລາຍປີ ແລະ ບໍລິຈາກ ເລືອດ ເປັນ 84 ຄັ້ງ, ເອື້ອຍ ຈາງ ມີທັດສະນະວ່າ ອາລົມຈິດ, ຄວາມເຫັນອົກເຫັນໃຈ, ຮັກແພງ ແລະ ດຳລົງຊີວິດແບບມີປະໂຫຍດນັ້ນ ແມ່ນເມື່ອຕົນເອງໄດ້ຊ່ວຍຄົນອ້ອມຂ້າງ. ເພາະສະນັ້ນ ເອື້ອຍມີຄວາມມຸ່ງຫວັງຢາກ ບໍລິຈາກແພຈຸລັງ, ອະໄວຍະວະ ເມື່ອເສຍຊີວິດເພື່ອກູ້ເອົາຊີວິດຂອງຄົນເຈັບທີ່ພວມລໍຄອຍໄດ້ຮັບການຕໍ່ຊີວິດອອກໄປຕື່ມອີກ.

“ຂ້າພະເຈົ້າເຫັນວ່າ ຜູ້ຫນຶ່ງເມື່ອເສຍຊີວິດແລ້ວ ແຕ່ເຂົາເຈົ້າ ບໍລິຈາກແພຈຸລັງ, ອະໄວຍະວະ ຈະສາມາດກູ້ເອົາຊີວິດໄດ້ອີກ 7 ຄົນ. ຕົວຢ່າງຄື: ຕາ 2 ໜ່ວຍ ສາມາດຊ່ວຍໃຫ້ 2 ຄົນໄດ້ເບິ່ງເຫັນ… ແລະ ທັງໝົດອະໄວຍະວະ ກໍ່ສາມາດຊ່ວຍຕໍ່ຊີວິດໃຫ້ຄົນເຈັບໄດ້. ຈາກຄວາມຄິດນັ້ນ ຂ້າພະເຈົ້າໄດ້ລົງທະບຽນກັບສູນຄຸ້ມຄອງການບໍລິຈາກແພຈຸລັງ, ອະໄວຍະວະເມື່ອເສຍຊີວິດ”.

ການປູກຖ່າຍແພຈຸລັງ ແລະ ອະໄວຍະວະ ແມ່ນຫນຶ່ງໃນບັນດາຜົນງານສຳຄັນຂອງພື້ນຖານການແພດໂລກ ເພາະວ່າ ນີ້ແມ່ນວິທີການຫນຶ່ງດຽວທີ່ສາມາດກູ້ເອົາຊີວິດຄົນເຈັບບາງຄົນທີ່ມີອະໄວຍະວະຊຸມໂຊມໄລຍະສຸດທ້າຍ. ປະຈຸບັນ ຄວາມສາມາດປູກຖ່າຍອະໄວຍະວະ ຂອງຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນທັດທຽມກັບລະດັບພາກພື້ນ ແລະ ສາກົນ, ຊ່ວຍໃຫ້ຄົນເຈັບຫລາຍຄົນໄດ້ມີຊີວິດຢູ່ຕໍ່. ຢູ່ ເຫ້ວ, ພາຍຫລັງ 23 ປີ ນັບແຕ່ເມື່ອກໍລະນີປູກຖ່າຍໝາກໄຂ່ຫລັງຄັ້ງທຳອິດປະສົບຜົນສຳເລັດ, ມາຮອດປະຈຸບັນ  ໂຮງໝໍສູນກາງ ເຫ້ວ ໄດ້ປະຕິບັດການປູກຖ່າຍອະໄວຍະວະສຳເລັດກວ່າ 1.800 ກໍລະນີ. ໄລຍະມໍ່ໆມານີ້, ເລື່ອງບໍລິຈາກແພຈຸລັງ, ອະໄວຍະວະ ຂອງຄົນຢູ່ ແຂວງ ເທື່ອທຽນເຫ້ວ ໄດ້ຮັບການຕອບສະຫນອງຢ່າງຕັ້ງໜ້າຈາກປະຊາຊົນຫລາຍຄົນ. ທ່ານ ຮວ່າງຫວີງຟູ, ຮອງປະທານ ສະພາກາແດງແຂວງ ເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າ: ສະພາໄດ້ກຳນົດການຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບຄວາມໝາຍຂອງການ ບໍລິຈາກແພຈຸລັງ, ອະໄວຍະວະແມ່ນຫນ້າທີ່ສຳຄັນ.

“ສະພາກາແດງ ໄດ້ຜັນຂະຫຍາຍຫລາຍຮູບການໂຄສະນາ, ຈັດຕັ້ງການໂອ້ລົມແບ່ງປັນກັບປະຊາຊົນ. ຜ່ານການດຳເນີນຊີວິດ, ພວກຂ້າພະເຈົ້າໄດ້ເນັ້ນຫນັກເຖິງຄວາມໝາຍ, ຄວາມສຳຄັນໃນການລົງທະບຽນບໍລິຈາກແພຈຸລັງ, ອະໄວຍະວະໄປສູ່ປະຊາຊົນທຸກຄົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈໄດ້ເຖິງຄວາມສຳຄັນຂອງການບໍລິຈາກແພຈຸລັງ, ອະໄວຍະວະ, ຊ່ວຍຊີວິດຂອງຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກໄດ້ມີອະນາຄົດອັນສົດໃສກວ່າ”

ແຜ່ຂະຫຍາຍຂະບວນການບໍລິຈາກແພຈຸລັງ ແລະ ອະໄວຍະວະຢູ່ບັນດາທ້ອງຖິ່ນ - ảnh 2ໂຮງໝໍສູນກາງ ເຫ້ວ ທຳການປູກຖ່າຍອະໄວຍະວະ. ພາບ: VOV

          ຈາກບັນດາແນວຄິດເຕັມໄປດ້ວຍອາລົມຈິດຄວາມຮັກແພງຂອງແຕ່ລະຄົນໃນສັງຄົມ,  ມີຫລາຍຄົນໄດ້ມີການກະທຳອັນດີງາມ ປະກອບສ່ວນຕໍ່ຊີວິດໃຫ້ຄົນເຈັບຫຼາຍຄົນ. ແຕ່ລະຊີວິດໄດ້ຟື້ນຕົວໃຫມ່ ຈະສືບຕໍ່ແຜ່ຂະຫຍາຍການກະທຳອັນດີງາມໃນການບໍລິຈາກແພຈຸລັງ, ອະໄວຍະວະ ກູ້ເອົາຊີວິດຄົນເຈັບທີ່ເຕັມໄປດ້ວຍລັກສະນະມະນຸດສາດ, ສູງສົ່ງ ແລະ ເປັນຫນ້າເຄົາລົບນັບຖື.

ຕອບກັບ