ເຮືອນຂອງຜົວເມຍອ້າຍ ຫງວຽນວັນອຸດ. (ພາບ:Đoàn Sĩ/VOV ) |
ຄອບຄົວປ້າ ກວ໋າງທິເຍີດ ຢູ່ເທດສະບານ ເຟືອກເຢີນ ເມືອງ ນິງເຟືອກ ມີຄວາມປິຕິຊົມຊື່ນຮັບເຮືອນຫລັງໃຫມ່ ທີ່ຫາກໍ່ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນເມສາ. ເຮືອນຫລັງນີ້ໂດຍລັດຫນູນຊ່ວຍກໍ່ສ້າງ, ຊ່ວຍຄອບຄົວປ້າ ບໍ່ຕ້ອງດຳລົງຊີວິດໃນເຮືອນຊົ່ວຄາວອີກແລ້ວ. ລຸງ ດ່າງນັງຮູຍ ຕາງຫນ້າໃຫ້ຄອບຄົວ ແບ່ງປັນວ່າ:
“ຄະນະກຳມະການປະຊາຊົນເທດສະບານ,ແນວໂຮມປະເທດຊາດ ໄດ້ຫນູນຊ່ວຍຈຳນວນເງິນປະມານ 3.500 USD, ຄອບຄົວຂົນຂວາຍໄດ້ຕື່ມອີກປະມານ 3.000 USD ເພື່ອກໍ່ສ້າງເຮືອນຫລັງໃຫມ່. ພວກຂ້າພະເຈົ້າເຫັນວ່າ ລັດໄດ້ມີຄວາມເອົາໃຈໃສ່ທີ່ສຸດເຖິງການລົບລ້າງເຮືອນຊົ່ວຄາວ, ເຮືອນເປ່ເພຊຸດໂຊມໃຫ້ແກ່ປະຊາຊົນ. ຄອບຄົວຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນ ຂອບອົກຂອບໃຈຫລາຍໆ”.
ຢູ່ໃກ້ກັບເຮືອນຂອງລຸງ ດ່າງນັງຮູຍ ແມ່ນເຮືອນຫລັງໃຫມ່ຂອງ ຜົວເມຍອ້າຍ ຫງວຽນວັນອຸກ ກໍ່ໄດ້ຮັບການຫນູນຊ່ວຍກໍ່ສ້າງເຮືອນຫລັງໃຫມ່ຈາກອຳນາດການປົກຄອງໃນໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພຊຸດໂຊມ.
“ໂດຍໄດ້ຮັບການຫນູນຊ່ວຍຈຳນວນເງິນ 80 ລ້ານດົ່ງ, ຄອບຄົວກູ້ຢຶມຕື່ມເພື່ອປຸກສ້າງເຮືອນຖາວອນ, ໃຫຍ່ໂຕສວຍງາມ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈລັດ ແລະ ຜູ້ໃຈບຸນໃຈກຸສົນ. ຄາດວ່າ ເຮືອນໃຫມ່ຈະໄດ້ຮັບການກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ”.
ທ່ານ ເລວັນບິ່ງ ປະທານ ຄະນະກຳມະການແນວໂຮມປະເທດຊາດ ແຂວງ ນິງທ້ວນ. (ພາບ.Đoàn Sĩ/VOV) |
ຄອບຄົວປ້າ ກວ໋າງທິເຍີດ ແລະ ຄອບຄົວອ້າຍ ຫງວຽນວັນອຸກ ແມ່ນ 2 ໃນຈຳນວນ 16 ກໍລະນີຢູ່ ເທດສະບານ ເຟືອກເຢີນ ທີ່ໄດ້ຮັບການຫນູນຊ່ວຍດ້ານເຮືອນຢູ່.
ໃນຂະນະນັ້ນ, ຊາວເຜົ່າ ຣາລາຍ ຢູ່ ບ້ານ ເຕີບລາ ຕາແສງ ເຟືອກຈຽນ ເມືອງ ທ້ວນບັກ ມີຄວາມປິຕິຊົມຊື່ນເມື່ອໄດ້ຮັບເງິນຫນູນຊ່ວຍປຸກສ້າງເຮືອນຫລັງໃຫມ່. ອ້າຍ ຈາມາເລຍ ຮຸ່ງ ແບ່ງປັນດ້ວຍຄວາມດີໃຈວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດເພື່ອລົບລ້າງເຮືອນເປ່ເພເຮືອນຢູ່ຊົ່ວຄາວ ພວກຂ້າພະເຈົ້າດີໃຈຫລາຍ ແລະ ຂໍສະແດງຄວາມຂອບອົກຂອບໃຈທາງລັດ ແລະ ອຳນາດການປົກຄອງ”.
ທ່ານ ປາເຕົາ ອາຊາ ງວານ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ເຟືອກຈຽນ ໃຫ້ຮູ້ວ່າ: ນອກຈາກເງິນຫນູນຊ່ວຍ ບັນດາຄອບຄົວຍັງປະກອບສ່ວນລາຍຈ່າຍຕ່ືມດ້ວຍຄວາມສະໝັກໃຈເພື່ອປຸກສ້າງເຮືອນຫລັງໃຫມ່ໃຫ້ສວຍງາມກວ່າ. ທາງທ້ອງຖິ່ນ ກໍ່ມີວິທີເຮັດຢ່າງມີຫົວຄິດປະດິດສ້າງເພື່ອລະດົມໄດ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ວຍເງິນ ແລະ ນັບທັງແຮງງານ.
“ເພື່ອປະຕິບັດໂຄງການນີ້ ຜູ້ໃດມີຫຍັງກໍ່ປະກອບເຂົ້າ. ພວກຂ້າພະເຈົ້າເລີ່ມຜັນຂະຫຍາຍ ນັບແຕ່ເດືອນມິນາ ມາຮອດປະຈຸບັນ, ເຮືອນປຸກສ້າງໃຫມ່ນັ້ນ ສ່ວນຫລາຍແມ່ນສຳເລັດຂັ້ນຕອນເຮັດພື້ນ ແລະ ຝາແລ້ວ”.
ເພື່ອໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ມີບ່ອນຢູ່ຖາວອນເພື່ອດຳລົງຊີວິດ ແລະ ທຳມາຫາກິນ, ແຂວງ ນິງທ້ວນ ໄດ້ສຸມໃສ່ລະດົມທຸກແຫລ່ງກຳລັງຈາກບັນດາອົງການ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດ. ເດືອນມີນາ ຜ່ານມາ, ແຂວງ ນິງທ້ວນ ປຸກລະດົມບັ້ນ 90 ວັນ ແລະ ຄືນ (ແຕ່ວັນທີ 1 ເມສາ ຮອດ 30 ມີຖຸນາ) ຕັດສິນໃຈລົບລ້າງເຮືອນຢູ່ຊົ່ວຄາວເຮືອນເປ່ເພ. ດ້ວຍຄາດໝາຍແມ່ນກໍ່ສ້າງເຮືອນໃຫມ່ 1.500 ຫລັງ ແລະ ສ້ອມແປງກວ່າ 500 ຫລັງ ດ້ວຍຍອດແຫລ່ງກຳລັງປະກອບຈາກພາກສ່ວນໃນສັງຄົມ ແມ່ນກວ່າ 45 ຕື້ດົ່ງ (ກວ່າ 1,7 ລ້ານ USD). ທ່ານ ເລວັນບິ່ງ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ ແຂວງ ນິງທ້ວນ ໃຫ້ຮູ້ວ່າ: ໂຄງການໄດ້ຫນູນຊ່ວຍໃຫ້ເຮືອນປຸກສ້າງໃຫມ່ແມ່ນ 60 ລ້ານດົ່ງຈາກງົບປະມານ, ພ້ອມກັບ 20 ລ້ານດົ່ງແມ່ນລະດົມຈາກວົງຄະນາຍາດ. ເປົ້າໝາຍແມ່ນຮັບປະກັນບ່ອນຢູ່ຖາວອນໃຫ້ແກ່ປະຊາຊົນ.
“ປະຈຸບັນ ແນວໂຮມປະເທດຊາດ ຫວຽດນາມ ຢູ່ແຂວງ ນິງທ້ວນ ພວມສືບຕໍ່ຂົນຂວາຍຫົວຫນ່ວຍ, ອົງການ, ສ່ວນບຸກຄົນ ສະຫນັບສະຫນູນປະມານ 20 ຕື້ດົງ (870.000 USD). ນອກຈາກເງິນຊ່ວຍເຫລືອແລ້ວ ພວກຂ້າພະເຈົ້າຍັງລະດົມບັນດາກຳລັງຄື:ຕຳຫລວດ, ທະຫານ, ຊາວຫນຸ່ມ ປະກອບມື້ແຮງງານນຳອີກ. ຄຽງຂ້າງນັ້ນ ແມ່ນລະດົມການປະກອບສ່ວນຈາກວົງຕະກຸນ, ຄອບຄົວ ແລະ ປະຊາຄົມ ເພື່ອຕອບສະຫນອງບ່ອນຢູ່ຖາວອນໃຫ້ແກ່ປະຊາຊົນ”.
ແຂວງ ນິງທ້ວນ ພວມຮີບເຮັ່ງເພື່ອປະຕິບັດສຳເລັດເປົ້າໝາຍລົບລ້າງເຮືອນຢູ່ຊົ່ວຄາວ ເຮືອນເປ່ເພກ່ອນທ້າຍເດືອນມິຖຸນາປີນີ້. ຄຽງຂ້າງຄວາມຄືບຫນ້າ, ຄຸນນະພາບຂອງເຮືອນແຕ່ລະຫລັງແມ່ນຖືເປັນບັນຫາແຖວຫນ້າ ດ້ວຍການຕິດຕາມກວດກາຢ່າງແຫນ້ນແຟ້ນຈາກບັນດາທ້ອງຖິ່ນ, ຮັບປະກັນໃຫ້ເຮືອນແຕ່ລະຫລັງປຸກສ້າງໃຫມ່ນັ້ນ ຕ້ອງແມ່ນເຮືອນຖາວອນ ນຳມາເຊິ່ງຊີວິດທີ່ເປັນປົກກະຕິໃຫ້ແກ່ປະຊາຊົນ.