ຄວາມຊົງຈຳຂອງບັນດານັກຮົບເກົ່າທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈິມິນ

ື້Ngoc Xuan - Vinh Phong
Chia sẻ

(VOVWORLD) -ໃນຊຸມມື້ຂອງເດືອນເມສາ ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນໃນທົ່ວປະເທດໄດ້ສ້າງເປັນໄຊຊະນະລະດູບານໃຫມ່ປີ 1975, ປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ໃນ 50 ປີຜ່ານມາ, ຄວາມຊົງຈຳກ່ຽວກັບບັ້ນຮົບ ໂຮ່ຈິມິນ ຍັງຄົງຢູ່ໃນໃຈຂອງບັນດານັກຮົບປະຕິວັດທີ່ໄດ້ເຂົ້າຮ່ວມບັນດາບັ້ນຮົບປະຫວັດສາດເໝືອນເດີມ ດ້ວຍຄວາມເອກອ້າງທະນົງໃຈ.

ຄວາມຊົງຈຳຂອງບັນດານັກຮົບເກົ່າທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈິມິນ - ảnh 1ບັນດານັກຮົບເກົ່າ, ອະດີດຊາວຫນຸ່ມຕະລຸມບ່ອນເຄີຍເຂົ້າຮ່ວມບັ້ນຮົບໂຮ່ຈິມິນ ພົບປະກັນພາຍຫລັງ 50 ປີປົດປ່ອຍພາກໃຕ້. (ພາບ: VOV)

50 ປີໄດ້ຜ່ານໄປ ແຕ່ຮູບພາບກ່ຽວກັບບັ້ນຮົບສຸດທ້າຍຢູ່ຂົວ ເຕີນກ໋າງ (ປະຈຸບັນແມ່ນຂົວ ໄຊງ່ອນ) ຍັງຄົງຝັງເລິກໃນໃຈຂອງນັກຮົບເກົ່າ ດິງຢາງຮຽວ ປະຈຸບັນ ແມ່ນຮອງຫົວຫນ້າສະໂມສອນມູນເຊື້ອຕໍ່ຕ້ານ ນະຄອນ ຖູດຶກ, ນະຄອນ ໂຮ່ຈິມິນ. ໃນຄາວນັ້ນ ຫົວຫນ່ວຍຂອງທ່ານ ແມ່ນກອງພັນທີ 4 ຕັ້ງທັບຢູ່ ຖູດຶກ ໄດ້ຮັບຫນ້າທີ່ດຳເນີນການບຸກໂຈມຕີຂົວ ເຕີນກ໋າງ ໃນຕອນບ່າຍວັນທີ 27 ເມສາ.

ຂັ້ນເທິງອອກຄຳສັ່ງວ່າ: ພາຍຫລັງສຽງປືນດັງຂຶ້ນເປີດສາກການສູ້ຮົບໃນເວລາປະມານ 3 ໂມງເຊົ້າ ແມ່ນຕ້ອງຮັກສາຂົວໃຫ້ໄດ້ຈົນຮອດເວລາ 8 ໂມງເຊົ້າຂອງວັນທີ 28 ເມສາ. ໂດຍດຳເນີນການສູ້ຮົບໃນວົງລ້ອມຂອງສັດຕູ, ຮອດເວລາ 8 ໂມງເຊົ້າຂອງວັນທີ 28 ເມສາ, ສັດຕູເລີ່ມຕ່າວໂຈມຕີຢ່າງດຸເດືອດ ດ້ວຍກຳລັງຈາກທາງບົກ, ທາງອາກາດ, ທາງນ້ຳ, ກຳປັ່ນສູ້ຮົບຈາກ ເຕີນກ໋າງ ຍິງໃສ່ຖານຮົບ, ປືນໃຫຍ່ຢູ່ ກຳແພງເມືອງ ຕູຍຫ້າ - ກາດລາຍ ຍິງເຂົ້າໃສ່ ແລະ ເຮືອບິນໄດ້ຍິງລູກປືນພວງໃສ່ສະຫນາມຮົບ.

ໝວດທະຫານພວກຂ້າພະເຈົ້າໄດ້ຮັບຄຳສັ່ງແມ່ນຕີສະກັດສັດຕູ, ເວລານັ້ນແມ່ນປະມານ 19 ໂມງຄ່ຳ. ໝວດທະຫານຂ້າພະເຈົ້າຕ້ອງເຂົ້າວັດ ກີ່ກວາງ ແລະ ຕັດສິນໃຈໂສຕາຍ. ຫົວຫນ່ວຍໄດ້ອອກມະຕິ ທັງໝົດລ້ວນແຕ່ສູ້ຮົບຈົນຮອດລົມຫາຍໃຈສຸດທ້າຍ”.

ຊຸມມື້ສຸດທ້າຍຂອງບັ້ນຮົບ ໂຮ່ຈິມີນ, ຕໍ່ຫນ້າກຳລັງແຮງການບຸກໂຈມຕີແບບຈອມໄວຂອງທະຫານປົດປ່ອຍ, ຄ່ຳຄືນຂອງວັນທີ 28 ເມສາ, ກອງບັນຊາການບັ້ນຮົບ ໄດ້ອອກຄຳສັ່ງໃຫ້ບັນດາປີກທະຫານວ່າ ຕອນເຊົ້າວັນທີ 29 ເມສາ ຕ້ອງບຸກໂຈມຕີເຂົ້າ ໄຊງ່ອນ. ທ່ານ ເຈີນມິງຈິງ, ນັກຮົບເກົ່າ ນະຄອນໂຮ່ຈິມິນ ເລົ່າສູ່ຟັງວ່າ:

  “ຂ້າພະເຈົ້າແມ່ນນັກສຶກສາຮຽນປີທີຫນຶ່ງຂອງມະຫາວິທະຍາໄລສັບພະວິຊາ, ເຂົ້າເປັນທະຫານເມື່ອວັນທີ 26 ສິງຫາ ປີ 1970 ແລະ ຈາກນັ້ນກໍ່ໄປຕາມກອງພົນ 320, ເຂົ້າຮ່ວມການຕໍ່ຕ້ານຢູ່ ກວ໋າງຈິ ແລ້ວໄປເຂົ້າເຂດ ໄຕງວຽນ ແລະ ຈາກ ໄຕງວຽນ ກໍ່ໄປເຂົ້າຮ່ວມບັ້ນຮົບສຸດທ້າຍ ແມ່ນ ດົ່ງຢູ່ - ກູ໋ຈິ. ວັນທີ 29 ເມສາ ແມ່ນປົດປ່ອຍ ດົ່ງຢູ່ - ກູ໋ຈິ. ຫລັງຈາກນັ້ນ ປີກທະຫານໂຈມຕີເຂົ້າ ໄຊງ່ອນ, ສ່ວນທີ່ຍັງເຫລືອແມ່ນຢູ່ຖານທີ່ໝັ້ນ.

ຄວາມຊົງຈຳຂອງບັນດານັກຮົບເກົ່າທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈິມິນ - ảnh 2ທ່ານນາງ ເລທິຕ໋າຍ ເຄີຍເຂົ້າຮ່ວມການສູ້ຮົບຢູ່ກອງຮ້ອຍປືນໃຫຍ່ທະຫານຍິງ (C83). (ພາບ:VOV)

ໃນຊຸມມື້ທຳການສູ້ຮົບຢ່າງດຸເດືອດນັ້ນ, ບໍ່ອາດຫລົງລືມໄດ້ບັນດາວິລະກຳຂອງກອງຮ້ອຍປືນໃຫຍ່ທະຫານຍິງທີ່ມີຊ່ືສຽງໂດງດັງ. ທ່ານນາງ ເລທິຕ່າຍ ຢູ່ ນະຄອນ ຖູດຶກ ເຄີຍເຂົ້າຮ່ວມການສູ້ຮົບຢູ່ກອງຮ້ອຍປືນໃຫຍ່ທະຫານຍິງ (C83), ໃຫ້ຮູ້ວ່າ: ຫົວຫນ່ວຍແມ່ນແມ່ຍິງໝົດ ແຕ່ຕໍ່ສູ້ກໍ່ບໍ່ໄດ້ນ້ອຍໜ້າຜູ້ຊາຍ. ເອື້ອຍນ້ອງກໍ່ຍັງນຸ່ງໂສ້ງຂາເສັ້ນແບກປືນໃຫຍ່, ປືນຄົກ ເພື່ອເຂົ້າຮ່ວມຕີໃນສະໜາມຮົບ.

“ເວລາ 11 ໂມງ 30 ນາທີ ຂອງວັນທີ 30 ເມສາ, ພວກຂ້າພະເຈົ້າມີຫນ້າຢູ່ເທດສະບານ ກ່າເມົາ, ປະຊາຊົນມາຕ້ອນຮັບເປັນຈຳນວນຫລວງຫລາຍ. ເມື່ອໄປເຂົ້າຮ່ວມການສູ້ຮົບ ຕົນເອງບໍ່ຢ້ານເສຍສະຫລະຊີວິດ. ພວກຂ້າພະເຈົ້າໄດ້ເສຍເລືອດເນື້ອເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ສະນັ້ນ ພວກຂ້າພະເຈົ້າຫວັງວ່າ ລຸ້ນຫນຸ່ມຈະພະຍາຍາມຮັກສາ ແລະ ນຳເອົາພູມປັນຍາມາເພື່ອສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີສວຍງາມກວ່າເກົ່າ”.

ໃນຄວາມປິຕິຊົມຊື່ນທີ່ພາກໃຕ້ໄດ້ຮັບການປົດປ່ອຍ, ປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ, ນັກຮົບເກົ່າ ດິງຢາງຮຽວ, ຮອງຫົວຫນ້າສະໂມສອນມູນເຊື້ອຕໍ່ຕ້ານຂອງນະຄອນ ຖູດຶກ ແບ່ງປັນວ່າ:

“ສົງຄາມເຮັດໃຫ້ປະຊາຊົນຫລາຍຄົນຖືກເສຍເລືອດເນື້ອ. ພວກຂ້າພະເຈົ້າຮູ້ບຸນຄຸນບັນດາຜູ້ເປັນແມ່ທີ່ສຸດ ທີ່ໄດ້ສົ່ງລູກຂອງຕົນໄປສູ້ຮົບ ແລະ ບໍ່ໄດ້ພົບເຫັນເຂົາເຈົ້າອີກແລ້ວ. ຄວາມເອກອ້າງທະນົງໃຈຂອງປະຊາຊົນ ນະຄອນ ໂຮ່ຈິມິນ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ ແມ່ນຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ຊື່ງໂລກຕ້ອງຮັບຮູ້ ກໍ່ຄືໝາກຜົນສ້າງສາ ແລະ ພັດທະນາເສດຖະກິດປະຈຸບັນ”.

50 ປີຜ່ານມາ, ບັນດານັກຮົບເກົ່າ, ອະດີດຊາວຫນຸ່ມຕະລຸມບອນໃນເມື່ອກ່ອນ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ປະກອບສ່ວນກຳລັງເຫື່ອແຮງເຂົ້າໃນໄຊຊະນະອັນສະຫງ່າອົງອາດຂອງຊາດ. ເຂົາເຈົ້າກໍ່ມີຄວາມປິຕິຊົມຊື່ນເມື່ອໄດ້ເຫັນປະຈັກຕາບັນດາການປ່ຽນແປງທຸກດ້ານໃນຂົງເຂດເສດຖະກິດ - ສັງຄົມຂອງປະເທດຊາດ ເວົ້າລວມ, ຂອງ ໄຊງ່ອນ - ນະຄອນໂຮ່ຈິມິນ ເວົ້າສະເພາະ.

ຕອບກັບ