(ພາບປະກອບ: VOV) |
“ເປັນຄັ້ງທຳອິດທີ່ຂ້າພະເຈົ້າມານີ້ ແລະ ຮູ້ສຶກວ່າ ຢູ່ທີ່ນີ້ສະຫງົບງຽບທີ່ສຸດ, ປະຊາຊົນ ໃກ້ຊິດສະຫນິດສະຫນົມ. ສີສັນວັດທະນະທຳຍັງຮັກສາແບບດັ້ງເດີມ, ເຮືອນຊານໄດ້ຮັບການກໍ່ສ້າງຢ່າງສວຍງາມ, ສະອາດ ແລະ ມີເຄື່ອງໃຊ້ຄົບທຸກຢ່າງ”.
ນີ້ແມ່ນຄວາມຮູ້ສຶກຂອງນັກທ່ອງທ່ຽວເມື່ອໄປທ່ຽວແບບຊຸມຊົນຢູ່ແຂວງ ລາຍເຈົາ. ໂດຍຕັ້ງຢູ່ຄວາມສູງກວ່າ 1.500 ແມັດ ເມື່ອທຽບໃສ່ລະດັບຫນ້ານ້ຳທະເລ, ບ້ານ ຊີ່ເທົາຈ໋າຍ ຕາແສງ ໂຮ່ເທົ່າ ເມືອງ ຕາມເດື່ອງ ແຂວງ ລາຍເຈົາ ແມ່ນສະຖານທີ່ອັນດູດດື່ມເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມທິວທັດທຳມະຊາດອັນສວຍງາມໃຫຍ່ໂຕມະຫາຖານຂອງພູຜາປ່າໄມ້ ແລະ ຊອກຮູ້ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າຢ້າວ. ປະຈຸບັນ ມີ 15 ຄອບຄົວເຮັດບໍລິການ homestay ແລະ ສາມາດຕ້ອນຮັບນັກທ່ອງທ່ຽວ ແຕ່ 300 – 400 ຄົນມາພັກຜ່ອນ.
ທ່ານ ຫລູ່ອາງິ, ນາຍບ້ານ ຊີ່ເທົາຈ໋າຍ ໃຫ້ຮູ້ວ່າ: 5 ປີມານີ້ ສະເລ່ຍແຕ່ລະປີ ບ້ານໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 10.000 ເທື່ອຄົນ. ຈຳນວນນັກທ່ອງທ່ຽວມາຢູ່ພັກເຊົານັບມື້ນັບຫລາຍຂຶ້ນ ໄດ້ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ປະຊາຊົນໃນບ້ານ ດ້ວຍລະດັບລາຍຮັບແມ່ນຈາກ 20 ລ້ານຫາ 100 ລ້ານດົ່ງ (4.000 USD)/ປີ.
“ລະດູຕ້ອນຮັບນັກທ່ອງທ່ຽວຂອງພໍ່ແມ່ປະຊາຊົນແມ່ນໂອກາດທ້າຍປີ, ຕົ້ນລະດູບານໃຫມ່, ສະນັ້ນ ພວກຂ້າພະເຈົ້າ ຮຽກຮ້ອງຊາວບ້ານຜັນຂະຫຍາຍການອະນາໄມເຮືອນຊານບ້ານຊ່ອງ ແລະ ປະດັບປະດາດອກໄມ້. ສຳລັບບັນດາຄອບຄົວເຮັດບໍລິການ homestay, ບັນດາຄອບຄົວສັບຊ້ອນເຮືອນຊານ, ພື້ນຖານດ້ານວັດຖຸເພື່ອຕ້ອນຮັບແຂກ, ສຸມໃສ່ປັບປຸງບໍລິການກິນຢູ່, ອາບນ້ຳຢາພື້ນເມືອງຂອງຊາວເຜົ່າຢ້າວແດງ”.
ຢູ່ເມືອງ ຕາມເດື່ອງ, ບ້ານ ລາວຈ໋າຍ ຕາແສງ ຄຸນຮາ ມີ 100% ຊາວເຜົ່າມົ້ງດຳລົງຊີວິດ. ຍ້ອນຂຸດຄົ້ນທ່າໄດ້ປຽບຄວາມສາມາດບົ່ມຊ້ອນກ່ຽວກັບທິວທັດທຳມະຊາດຂອງບ້ານຊົນເຜົ່າເປັນຢ່າງດີ, ບວກກັບອາກາດເຢັນສະບາຍ, ແຕ່ລະປີ ບ້ານໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 13.000 ເທື່ອຄົນ. ອ້າຍ ກືອາລີ, ຄອບຄົວເຮັດບໍລິການທ່ອງທ່ຽວຊຸມຊົນຢູ່ ບ້ານ ລາວຈ໋າຍ ໃຫ້ຮູ້ວ່າ: ບ້ານໄດ້ຮັບການຮັບຮອງແມ່ນມີຜະລິດຕະພັນທ່ອງທ່ຽວຕາມໂຄງການ 1 ຕາແສງ 1 ຜະລິດຕະພັນ (OCOP) 3 ດາວ ຂອງແຂວງ. ປະຈຸບັນ ໃນບ້ານ ມີ 7 ຄອບຄົວເຮັດບໍລິການ homestay.
ນັບແຕ່ເມື່ອພັດທະນາການບໍລິການທ່ອງທ່ຽວຊຸມຊົນ, ລາຍຮັບຂອງບັນດາຄອບຄົວໃນບ້ານນັບມື້ນັບເພີ່ມຂຶ້ນ. ການບໍລິການ homestay ຂອງ ຄອບຄົວ ອ້າຍ ອາລີ ປະຈຸບັນມີ 5 ຫ້ອງພັກເຊົາ ບວກກັບການບໍລິການກິນດື່ມ, ແຕ່ລະປີ ລາຍຮັບເກັບມາໄດ້ແມ່ນກວ່າ 150 ລ້ານດົ່ງ (6.000 USD):
“ຄອບຄົວຂ້າພະເຈົ້າ ໄດ້ລົງທຶນ ແລະ ບູລະນະສ້ອມແປງເຮືອນຊານ ແລະ ເລີ່ມຕ້ອນຮັບແຂກແຕ່ປີ 2021. ມາຮອດປະຈຸບັນ ຄອບຄົວຂ້າພະເຈົ້າຍາມໃດກໍ່ມຸ່ງໄປເຖິງບັນດາບໍລິການດີທີ່ສຸດໃຫ້ແກ່ລູກຄ້າ ແລະ ພວກຂ້າພະເຈົ້າສະຫນອງການບໍລິການພັກເຊົາກິນຢູ່ໃຫ້ແຂກ. ນອກນັ້ນ ຄອບຄົວຂ້າພະເຈົ້າຍັງມີເຄື່ອງດົນຕີພື້ນເມືອງ, ຊຸດອາພອນປະເພນີຂອງຊາວເຜົ່າມົ້ງ ເພື່ອໃຫ້ນັກທ່ອງທ່ຽວນຸ່ງເມື່ອເຂົາເຈົ້າຕ້ອງການ”.
ດ້ວຍທ່າໄດ້ປຽບກ່ຽວກັບທຳມະຊາດ, ສີສັນວັດທະນະທຳເປັນເອກະລັກຂອງຊາວຊົນເຜົ່າ, ລາຍເຈົາ ແມ່ນສະຖານທີ່ດູດດຶ່ມເພື່ອພັດທະນາການທ່ອງທ່ຽວຊີວະພາບຊຸມຊົນຕິດພັນກັບການທ່ອງທ່ຽວບຳລຸງສຸຂະພາບ. ມາຮອດປະຈຸບັນ, ທ່ົວແຂວງ ມີ 13 ບ້ານໄດ້ຮັບການຮັບຮອງແມ່ນສະຖານທີ່ທ່ອງທ່ຽວຂັ້ນແຂວງ. ປີກາຍ ແຂວງ ລາຍເຈົາ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 1,4 ລ້ານເທື່ອຄົນ, ລາຍຮັບເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2023, ໃນນັ້ນ ອັດຕາສ່ວນນັກທ່ອງທ່ຽວມາຄົ້ນຫາໝູ່ບ້ານທ່ອງທ່ຽວວັດທະນະທຳຊຸມຊົນກວມເອົາປະມານ 50%. ທ່ານ ເຈີນແມ້ງຮຸ່ງ, ຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
“ໄລຍະຈະມາເຖິງ, ແຂວງ ຈະເອົາໃຈໃສ່ປະຕິບັດວຽກງານໂຄສະນາເປັນຢ່າງດີ, ຂົນຂວາຍປະຊາຊົນເຂົ້າຮ່ວມພ້ອມກັບອຳນາດການປົກຄອງ ເພື່ອກໍ່ສ້າງ, ເສີມຂະຫຍາຍບັນດາຄຸນຄ່າຂອງການທ່ອງທ່ຽວຊຸມຊົນຢູ່ທ້ອງຖິ່ນ. ຈາກນັ້ນ ແຂວງ ຈະເພີ່ມທະວີ, ລະດົມບັນດາແຫລ່ງກຳລັງເພື່ອລົງທຶນພື້ນຖານໂຄງລ່າງ, ພື້ນຖານດ້ານວັດຖຸ. ແລະ ພິເສດກວ່າ ນັ້ນແມ່ນ ແຂວງ ຈະຫນູນຊ່ວຍປະຊາຊົນໃນການບຳລຸງສ້າງໃຫ້ແກ່ກຳລັງເຮັດບໍລິການທ່ອງທ່ຽວຢູ່ບັນດາສະຖານທີ່ທ່ອງທ່ຽວຊຸມຊົນ”.
ໃນຈຳນວນ 20 ຊົນເຜົ່າດຳລົງຊີວິດຢູ່ບໍລິເວນ, ຊາວເຜົ່າຜູ້ໄທ ແລະ ເຜົ່າມົ້ງ ກວມເອົາເປັນສ່ວນໃຫຍ່, 5 ຊົນເຜົ່າມີຫນ້ອຍຄົນຄື ເຜົ່າລື້, ເຜົ່າກົງ, ໝາງ, ລາຫູ ແລະ ຊີລາ... ບັນດາຊົນເຜົ່າມີສີສັນວັດທະນະທຳອຸດົມສົມບູນ ແລະ ເປັນຫລາຍຮູບແບບ. ດ້ວຍທ່າໄດ້ປຽບນັ້ນ ກໍ່ໄດ້ ແລະ ພວມສ້າງເປັນບັນດາໝູ່ບ້ານທ່ອງທ່ຽວຊຸມຊົນຢູ່ ລາຍເຈົາ ແລະ ກາຍເປັນທິດກ້າວເດີນໃຫມ່ໃນການພັດທະນາເສດຖະກິດແບບຍືນຍົງ, ຊ່ວຍປະຊາຊົນປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ.