ບັນດານັກຮົບເກົ່າໄປຄົ້ນຫາອັດຖິເພ່ືອນຮ່ວມກົມກອງ

Nho Trung - Ngọc Anh
Chia sẻ

(VOVWORLD) - ສົງຄາມໄດ້ຜ່ານໄປຫລາຍປີແລ້ວ, ແຕ່ຄວາມສູນເສຍຄວາມເຈັບປວດຍັງຢູ່ ຍ້ອນມີນັກຮົບເສຍສະຫລະຊີວິດເພື່ອຊາດຫລາຍຄົນ ຍັງບໍ່ທັນຊອກໄດ້ອັດຖິ, ມີບາງຄົນຄົ້ນຫາໄດ້ອັດຖິ ແຕ່ຍັງບໍ່ທັນຢັ້ງຢືນໄດ້ຊື່. ເມື່ອສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ ໄດ້ມີນັກຮົບເກົ່າຫລາຍໆຄົນອອກເດີນທາງໄປຄົ້ນຫາອັດຖິເພື່ອນຮ່ວມກົມກອງຂອງຕົນ.

 

ບັນດານັກຮົບເກົ່າໄປຄົ້ນຫາອັດຖິເພ່ືອນຮ່ວມກົມກອງ - ảnh 1ນັກຮົບເກົ່າ ຫວູວັນດ໋າວ (ຜູ້ທຳອິດເບື້ອງຊ້າຍ) ກັບຄືນສະຫນາມຮົບເກົ່າໄປຊອກຫາອັດຖິຜູ້ເສຍສະຫລະຊີວິດເພື່ອຊາດ. (ພາບ:Nho Trung/VOV2)

“ມີເພ່ືອນຮ່ວມກົມກອງບາງຄົນຍັງຢູ່ໃນປ່າໃນພູສູງ ແຕ່ຂ້າພະເຈົ້າມີຊີວິດຄືປະຈຸບັນແມ່ນໂຊກດີຫລາຍແລ້ວ. ຂ້າພະເຈົ້າແມ່ນຜູ້ທຳພິທີປົ່ງສົບໃຫ້ແກ່ເພື່ອນຮ່ວມກົມກອງ. ສະນັ້ນ ເລື່ອງຂ້າພະເຈົ້າໄປຄົ້ນຫາເພື່ອນຮ່ວມກົມກອງ ບໍ່ພຽງແຕ່ແມ່ນສາຍໃຈຄວາມຮັກແພງລະຫວ່າງຜູ້ຮ່ວມກົມກອງເທົ່ານັນ ຫາກຍັງແມ່ນຈິດວິນຍານ, ວັດທະນະທຳອີກດ້ວຍ

ນີ້ແມ່ນຄວາມໃນໃຈຂອງນັກຮົບເກົ່າ ຫວູວັນດ໋າວ ຢູ່ ຕາແສງ ກາວເຢືອງ ເມືອງ ແທງອວາຍ ນະຄອນ ຮ່າໂນ້ຍ. ທ່ານ ເຂົ້າເປັນທະຫານເມື່ອປີ 1972, ແລະ ເຂົ້າຮ່ວມການຕໍ່ສູ້ຢູ່ສະຫນາມຮົບ ເທື່ອທຽນເຫ້ວ. ພາຍຫລັງ ສົງຄາມ ທ່ານເຄີຍກັບຄືນສະຫນາມຮົບເກົ່າ ຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫລະຊີວິດເພື່ອຊາດ. ທ່ານ ຄົ້ນຫາໄດ້ຫລາຍອັດຖິ ແລະ ສົ່ງພວກອ້າຍກັບຄືນບ້ານເກີດເມືອງນອນ. ການໄປຄົ້ນຫາອັດຖິຂອງບັນດານັກຮົບເກົ່າຄືທ່ານ ຫວູວັນດ໋າວ ແມ່ນປະສົບກັບຄວາມຫຍຸ້ງຍາກກາກກຳທີ່ສຸດ.

“ພວກຂ້າພະເຈົ້າໄປຜ່ານແມ່ນ້ຳ, ຫ້ວຍ. ບາງເທື່ອຂ້າພະເຈົ້າຮູ້ສຶກວ່າບໍ່ສາມາດໄປອີກໄດ້ ຍ້ອນອາກາດຮ້ອນເອົ້າໃນລະດູຮ້ອນຂອງພາກກາງ. ເມື່ອໄປເຖິງຕີນພູ ພວກຂ້າພະເຈົ້າຕ້ອງຂ້າມບັນດາຈຸດສູງ, ລົງຫ້ວຍ, ຜ່ານແມ່ນ້ຳ, ພູຜ່າປ່າໄມ້.... ມີບາງຕອນຮູ້ສຶກອິດເມື່ຍຫລາຍ ແຕ່ດ້ວຍຄວາມຕັດສິນໃຈຕ້ອງຄົ້ນຫາອັດຖິເພື່ອນຮ່ວມກົມກອງໃຫ້ໄດ້ ສະນັ້ນ ພວກຂ້າພະເຈົ້າສືບຕໍ່ໄປ”

ບັນດານັກຮົບເກົ່າໄປຄົ້ນຫາອັດຖິເພ່ືອນຮ່ວມກົມກອງ - ảnh 2ນັກຮົບເກົ່າ ຫວູງອັກບຸດ (ຜູ້ທີສອງຈາກເບື້ອງຊ້າຍ)ກັບຄືນຢ້ຽມຢາມເພື່ອນຮ່ວມກົມກອງ ຢູ່ ແຂວງ ຮ່ວາບິ່ງ. (ພາບ: Nho Trung/VOV2)

ກໍເຊັ່ນດຽວກັນກັບນັກຮົບ ຫວູວັນດ໋າວ, ນັກຮົບເກົ່າ ຫວູງອັກບຸດ ຢູ່ ເມືອງ ດົງດາ ຮ່າໂນ້ຍ ຍາມໃດກໍ່ເປັນຫ່ວງກັບເລື່ອງໄປຄົ້ນຫາເພື່ອນຮ່ວມກົມກອງ. ໃນເວລາ 16 ປີຜ່ານມາ ເມື່ອມີເວລາຫວ່າງ ທ່ານ ຫວູງອັກບຸດ ພ້ອມກັບເພື່ອນຮ່ວມກົມກອງ, ຍາດຕິພິ່ນ້ອງຂອງບັນດານັກຮົບເສຍສະຫລະຊີວິດເພື່ອຊາດ ກັບຄືນສະຫນາມຮົບເກົ່າເພື່ອຊອກຫາອັດຖິພວກອ້າຍ.

“ສົງຄາມດຸເດືອດນອງເລືອດຮ້າຍແຮງທີ່ສຸດ. ຂ້າພະເຈົ້າຮູ້ສຶກອິຕົນເພື່ອນຮ່ວມກົມກອງຂອງຕົນ ໄລຍະສົງຄາມ ອ້າຍນ້ອງພ້ອມກັນເຂົ້າຮ່ວມການຕໍ່ສູ້ ກິນຢູ່ນຳກັນ ແຕ່ເພື່ອນເສຍຊີວິດແລ້ວ. ແຕ່ລະຄັ້ງໄປຄົ້ນຫາເພື່ອນຮ່ວມກົມກອງແມ່ນໃຊ້ເວລາ 1-2 ອາທິດ, ແລະ ນຳມາເຊິ່ງອະນຸສອນຫລາຍຢ່າງ, ເລ່ືອງລາວຫລາຍເລື່ອງທີ່ຕືນຕັ້ນໃຈ”

ບໍ່ພຽງແຕ່ໄປຄົ້ນຫາ, ທ່ານ ບຸດ ຍັງພ້ອມກັບເພື່ອນຮ່ວມກົມກອງປະຕິບັດການທ້ອນໂຮມ,  ສົ່ງອັດຖິນັກຮົບເສຍສະຫລະຊີວິດເພື່ອຊາດກັບຄືນບ້ານເກີດເມືອງນອນ.

“ອາຍຸກໍ່ສູງແລ້ວ ສະນັ້ນ ຂ້າພະເຈົ້າປາດຖະຫນາຢາກຄົ້ນຫາໄດ້ອັດຖິເພີື່ອນຮ່ວມກົມກອງຢ່າງໄວ ເພື່ອສົ່ງເພື່ອນຂອງຕົນກັບຄືນເມືອບ້ານເກີດເມືອງນອນ. ຂ້າພະເຈົ້າເດີນທາງຢ້ຽມຢາມສະຫນາມຮົບເກົ່າຢູ່ພາກໃຕ້ ພ້ອມທັງຄົ້ນຫາອັດຖິເພື່ອນຮ່ວມກົມກອງທີ່ກ່ອນນີ້ຂ້າພະເຈົ້າປົ່ງສົບ ໃນນັ້ນຊອກໄດ້ 2 ອັດຖິ. ໄລຍະເວລາຜ່ານໄປຫລາຍປີແລ້ວ, ພື້ນທີ່ຕົວຈິງກໍ່ມີການປ່ຽນແປງຫລາຍຢ່າງ ສະນັ້ນ ວຽກງານຄົ້ນຫາກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ”

 ພ້ອມກັບທ່ານ ຫວູງອັກບຸດ ນັບແຕ່ເມື່ອອອກຈາກກົມກອງກັບຄືນເມືອບ້ານເກີດເມືອງນອນ, ນັກຮົບເກົ່າ ຫງວຽນແທ່ງຕິນ ຢູ່ ຮ່າໂນ້ຍ ກໍ່ເຂົ້າຮ່ວມ ກຸ່ມເພື່ອນຕໍ່ສູ້ ກອງພົນ 5 ໃນເມື່ອກ່ອນ ປະຕິບັດບັນດາການຄົ້ນຫາອັດຖິ.

“ມາຮອດປະຈຸບັນ ຍັງມີອັດຖິຂອງເພື່ອນຮ່ວມກົມກອງຫລາຍຄົນຢູ່ໃນປ່າໃນພູສູງ ຍັງບໍ່ທັນຄົ້ນຫາໄດ້. ສະນັ້ນ ຕ້ອງເຮັດແນວໃດຄົ້ນຫາໄດ້ອັດຖິເພື່ອນເພື່ອສົ່ງກັບເມືອບ້ານເກີດເມືອງນອນ. ນັ້ນແມ່ນອາລົມຈິດທີ່ສັກສິດ ແລະ ຄວາມປິຕິຊົມຊື່ນແລະ ແມ່ນຄວາມຫວັງເມື່ອໄດ້ສົ່ງເພື່ອນຮ່ວມກົມກອງຍັງຢູ່ໃນປ່າກັບຄືນບ້ານເກີດເມືອງນອນ”

ປະຈຸບັນ ໃນແຕ່ລະວັນ, ແຕ່ລະຊົ່ວໂມງ ຍັງມີຫລາຍຄອບຄົວຍາດຕິ ນັກຮົບເສຍສະຫລະຊີວິດເພື່ອຊາດ ຍັງລໍຄອຍພວກອ້າຍກັບຄືນເມືອຢູ່ກັບຄອບຄົວບ້ານເກີດເມືອງນອນ. ໂດຍກັບຄືນເມືອຈາກສະຫນາມຮົບ, ບັນດານັກຮົບເກົ່າແມ່ນຜູ້ມີຄວາມເຂົ້າໃຈແຈ້ງສາຍໃຈຊື່ງເຂົາເຈົ້າໄດ້ສະຫງວນໃຫ້ກັນ. ມີຄວາມເປັນຫ່ວງກັງວົນຕໍ່ກັບເລື່ອງບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫລະຊີວິດ ຍັງຢູ່ໃນສະຫນາມຮົບເກົ່າ, ມີນັກຮົບເກົ່າຫລາຍໆຄົນ ກຽມພ້ອມຍາດເວລາ, ກຳລັງເຫື່ອແຮງເພື່ອປະຕິບັດການເດີນທາງໄປຄົ້ນຫາອັດຖິນັກຮົບຄືດັ່ງວິທີເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນຮ່ວມກົມກອງຂອງຕົນ.

ຕອບກັບ