ໂບດ ແຈັ໊ງຕວ່າລັອງຊວຽນ ໃນຄ່ຳຄືນວັນບຸນຄຼິດມາດ |
ໂບດ ແຈັ໊ງຕວ່າລັອງຊວຽນ ໄດ້ຮັບການກໍ່ສ້າງເມື່ອປີ 1958 ໂດຍຄຸນພໍ່ ປີໂອ ຫງວຽນຫວິໝີ ຮັບຜິດຊອບ. ຫຼັງຈາກນັ້ນກິດຈະກຳສືບຕໍ່ກໍ່ສ້າງເປີດກວ້າງ ແລະ ເປີດນຳໃຊ້ເປັນທາງການເມື່ອວັນທີ 15 ສິງຫາ ປີ 1973. ທ່ານ ຢູຊີ ຫງວຽນຫິວບຽນ ປະທານສະພາບໍລິຫານເຂດຊາວຄຣິດ ແຈັ໊ງຕວ່າລັອງຊວຽນ ໃຫ້ຮູ້ວ່າ:
“ກິດຈະກຳມີລວງຍາວ 65 ແມັດ ກວ້າງ 18 ແມັດ ສູງ 20 ແມັດ ສະເພາະທາດລະຄັງ ສູງ 55 ແມັດ. ຢູ່ທາງໜ້າກໍ່ມີສັນຍາລັກພະແມ່. ຢູ່ເຂດນີ້ໃນປັດຈຸບັນມີຊາວຄຣິດປະມານ 6.000 ຄົນ”.
ໂບດ ແຈັ໊ງຕວ່າລັອງຊວຽນ ພົ້ນເດັ່ນຂຶ້ນດ້ວຍຄວາມງາມຢ່າງເຄັ່ງຂຶມປະສານສົມທົບຢ່າງກົມກຽວລະຫວ່າງສະຖາປັດຕະຍະກຳທັນສະໄໝ ແລະ ບູຮານ. ປະຕູຂອງໂບດຖືກອອກແບບຢ່າງລະອຽດອ່ອນມີຄວາມປານີດສູງ. ຈຸດທີ່ພົ້ນເດັ່ນຂອງໂບດ ກໍ່ແມ່ນທາດລະຄັງສູງທີ່ສຸດ ອັນໄດ້ສ້າງຄວາມປະທັບໃຈກ່ຽວກັບການບືນຕົວຂຶ້ນ ແລະ ສະຫວ່າງສະໄຫວ. ນາງ ໂງທິບິກເວິນ ຊາວຄຣິດ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:
“ໂບດ ແຈັ໊ງຕວ່າລັອງຊວຽນ ແມ່ນໂບດໃຫຍ່ກວ່າໝູ່ຢູ່ລັອງຊວຽນ. ໂບດມີຄວາມສວຍງາມ. ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈຕໍ່ໂບດແຫ່ງນີ້ ເຊິ່ງເປັນແຫ່ງດຶງດູດຊາວຄຣິດຢູ່ທ້ອງຖິ່ນຕ່າງໆມານະມັດສະການ ແລະ ແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ”.
ຢູ່ໜ້າໂບດພົ້ນເດັ່ນຂຶ້ນດ້ວຍຮູບປັ້ນພະແມ່ທີ່ຂອບຂະໜາດໃຫຍ່ຖືກຕັ້ງຢູ່ໃຈກາງກາຍເປັນຈຸດທີ່ພົ້ນເດັ່ນປະກອບສ່ວນສ້າງຄວາມງາມທີ່ເປັນເອກະລັກໃຫ້ແກ່ກິດຈະກຳ. ນາງ ຮວິ່ງທິກ່ຽວລວານ ຊາວຄຣິດຢູ່ແຂວງ ອານຢາງ ເປີດເຜີຍວ່າ:
“ໂບດ ແຈັ໊ງຕວ່າລັອງຊວຽນ ມີສັນຍາລັກພະແມ່ພວມອຸ້ມພະເຢຊູ. ນີ້ແມ່ນສັນຍາລັກສັນຕິພາບ. ນີ້ແມ່ນໂບດໃຫຍ່ຢູ່ເຂດຊາວຄຣິດ ລັອງຊວຽນ”.
ຢູ່ບໍລິເວນອ້ອມໂບດ ກໍ່ມີຕົ້ນໄມ້ຂຽວງາມຫຼາຍຕົ້ນ ແລະ ຖືກປະດັບປະດາດ້ວຍຖ້ຳຫີນຕົ້ນແປກຄຣິດສະມາດ ອັນໄດ້ສ້າງຄວາມສະຫງົບສຸກ. ຢູ່ທາງໃນໂບດຖືກອອກແບບຢ່າງສວຍງາມ ດ້ວຍແສງສະຫວ່າງຈາກທຳມະຊາດ ສາດສ່ອງລົງຜ່ານປ່ອງຢ້ຽມ. ໂບດ ແຈັ໊ງຕວ່າລັອງຊວຽນ ໄດ້ກາຍເປັນຈຸດນັດພົບທີ່ເປັນເອກະລັກ ບໍ່ພຽງແຕ່ຂອຊາວຄຣິດເທົ່ານັ້ນ ຫາກຍັງຂອງແຂກທ່ອງທ່ຽວອີກດ້ວຍ. ທ່ານ ຮຸ່ງຟານ ຊາວຫວຽດນາມ ອາໄສຢູ່ ການາດາ ບ້ານເກີດຢູ່ແຂວງ ອານຢາງ ເປີດເຜີຍວ່າ:
“ໂບດໄດ້ເປີດນຳໃຊ້ ເມື່ອປີ 1973 ຄາວນັ້ນຂ້າພະເຈົ້າມີອາຍຸພຽງ 16 ປີ. ປັດຈຸບັນກໍ່ເຫັນໂບດຢູ່ທາງນອກຍັງຄືເກົ່າຢູ່. ຕ້ອງຮັບຮູ້ວ່າ ນັກອອກແບບກໍ່ສ້າງໂບດ ແມ່ນມີຄວາມເກັ່ງກ້າສາມາດທີ່ສຸດ, ຜ່ານຫຼາຍປີແລ້ວ ເມື່ອຂ້າພະເຈົ້າກັບມາຫັນໂບດຍັງງາມຄືເກົ່າ.“
ສ່ວນນ້ອງ ຫວູຕ໊ຽນຟາດ ນັກສຶກສາຢູ່ມະຫາວິທະຍາໄລອານຢາງ ບ້ານເກີດຢູ່ນະຄອນ ເກິ່ນເທີ ເປີດເຜີຍວ່າ:
“ໂບດມີເນື້ອທີ່ກວ້າງສູງ ແລະ ເຢັນສະບາຍ. ໂບດຖືກອອກແບບຢ່າງສວຍງາມທີ່ສຸດ. ໃນໂອກາດວັນບຸນຄຣິດສະມາດ ກໍ່ຖືກປະດັບປະດາຢ່າງສວຍງາມ. ມີປະຊາຊົນມາທ່ຽວຊົມ ລະຫຼິ້ນເຂົ້າຮ່ວມບຸນຄຣິດສະມາດຢ່າງຫຼວງຫຼາຍ”.
ໂບດ ແຈັ໊ງຕວ່າລັອງຊວຽນ ບໍ່ພຽງແຕ່ສັນຍາລັກຈຸດທີ່ພົ້ນເດັ່ນທາງດ້ານສະຖາປັດຕະຍະກຳຂອງສາສະໜາຄຣິດເທົ່ານັ້ນ ຫາກຍັງແມ່ນເຂດວັດທະນະທຳທີ່ລື້ງເຄີຍ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງ ອານຢາງ ອີກດ້ວຍ.