ໝູ່ບ້ານໃນແຂວງ ຕວຽນກວາງ ກ່ອນທີ່ຈະປະຕິບັດການໂຮມແຂວງ ແມ່ນແຂວງ ຮ່າຢາງ ເຕັມໄປດ້ວຍສີບົວ |
ບົນເສັ້ນທາງຄ້ອຍ, ພວກນາງສາວເຜົ່າຢ້າວແດງ ໄດ້ຂຶ້ນໂນນພູໄປເດັດຊາ ໃນທ່າມກາງນ້ຳໝອກກົ້ວ, ບ້ານ ນ້ຳປ່ຽວ, ຕາແສງ ນ້ຳຢິກ ແມ່ນເຂດແກນກາງປູກຊາ ຊານຕວຽດ ຂຶ້ນກັບສາຍພູ ເຕິຍໂກນຫຼິງ ຂອງແຂວງ ຕວຽນກວາງ. ໂນນຊາມີອາຍຸນັບຮ້ອຍປີໃນວັນນີ້ກໍ່ເພີ່ມສີບົວຂອງດອກຄາຍບານສະພັງ.
ຄອບຄົວ ອ້າຍ ຮວ່າງແສງໄວ່ ໃນຍາມເຊົ້າກໍ່ໄດ້ຕ້ອນຮັບເພື່ອນຄົນໜຶ່ງຢູ່ບ້ານອ້ອມຂ້າງ ໄດ້ນຳຊາ ມັອກຣົງ ໝາຍເຖິງຊາຂາວຂອງຕົ້ນຊາໃຫຍ່ ເຕິຍໂກນຫຼິງ ມາຊົງຊາເພື່ອດື່ມນຳກັນ. ໃນທຸກໆປີດອກຄາຍບານສະພັງ ໃນໂອກາດບຸນປີໃໝ່ປະຈຳຊາດ. ປີ 2025 ຍ້ອນແມ່ນປີມີສອງເດືອນຫົກ ໄລ່ຕາມຈັນທະປະຕິທິນ ດັ່ງນັ້ນດອກຄາຍ ເຊິ່ງຕົ້ນຕໍແມ່ນດອກສະກຸຣະໄດ້ບານສະພັງໄວກວ່າທຸກໆປີ. ອ້າຍ ໄວ່ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ມີດອກສະກຸຣະ ບານສະພັງໄວກວ່າທຸກໆປີ, ສ່ວນດອກຄາຍຢູ່ທ້ອງຖິ່ນກໍ່ຍັງບໍ່ທັນບານສະພັງ ພວມອອກໜໍ່ ແລະ ສາມາດບານສະພັງໃນໂອກາດບຸນປີໃໝ່ປະຈຳຊາດ ແລະ ແກ່ຍາວໃນຮອບເວລາໜຶ່ງ ຫຼື ຫຼາຍກວ່າອີກ ແຕ່ກໍ່ຂຶ້ນກັບສະພາບດິນຟ້າອາກາດ”.
ຢູ່ເຂດພູພຽງຫີນຕາແສງ ແມ່ວວາກ, ດອກສະກຸຣະ ບານສະພັງ ເຊິ່ງໄດ້ເປັນການຢຸດຕິອາກາດໜາວຈັດ ໃນຍາມລະດູໜາວ. ຢູ່ບ້ານຊາວເຜົ່າມົ້ງ, ສະຫຼັບກັບບັນດາເຮືອນຝາດິນ ແມ່ນຕົ້ນດອກຄາຍພວມເອ້ຄວາມງາມດ້ວຍສີງາມຕາ. ປີນີ້ດອກຄາຍບານສະພັງ ກົງກັບປະເພນີຕ້ອນຮັບບຸນເຕັດໄວກວ່າ ຂອງຊາວບ້ານບາງແຫ່ງ. ນາງ ທ່າວທິເຟືອງ ໃຫ້ຮູ້ວ່າ:
“ດອກສະກຸຣະບານສະພັງຫຼາຍແລ້ວ ຕົ້ນດອກຄາຍກໍ່ບານພ້ອມກັນ ໃນຈຸດເວລານັ້ນມີພຽງແຕ່ຫີນ ແລະ ດອກໄມ້ເທົ່ານັ້ນ ດັ່ງນັ້ນ ກໍ່ສວຍງາມທີ່ສຸດ. ດອກຄາຍ ດອກສະກຸຣະ ກໍ່ບານຮອດວັນທີ 26 ເດືອນ 3 ໄລ່ຕາມຈັນທະປະຕິທິນ ໄປເຖິງຮອດເວລາທີ່ຕະຫຼາດຄວາມຮັກ ເຄົາວາຍ ຍັງເຄື່ອນໄຫວຢູ່”.
ຕາແສງ ຫຼຸງກູ໊ ແຫ່ງທີ່ດອກສະກຸຣະບານສະພັງ ກໍ່ມີແຂກທ່ອງທ່ຽວຈາກທຸກສາລະທິດໄດ້ພາກັນມານີ້ຢ່າງຫຼວງຫຼາຍ ເພື່ອຢ້ຽມຊົມທັດສະນີຍະພາບທີ່ງົດງາມຂອງຕາແສງເຂດພູສູງຊາຍແດນ. ອ້າຍ ສະມີກາ ແຂກທ່ອງທ່ຽວ ສີລັງກາ ໃຫ້ຮູ້ວ່າ:
“ນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນພູຫຼາຍເຊັ່ນນີ້ ແລະ ມີທິວທັດທຳມະຊາດຫຼາຍແຫ່ງທີ່ສວຍງາມ. ຂ້າພະເຈົ້າໄດ້ເຄີຍຮັບຊົມດອກສະກຸຣະຢູ່ ຍີ່ປຸ່ນ. ແຕ່ນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເຫັນດອກສະກຸຣະຢູ່ແຫ່ງນີ້. ມີແຂກທ່ອງຫຼາຍຄົນໄດ້ມາຖ່າຍຮູບທີ່ລະນຶກຢູ່ທີ່ນີ້”.
ບົນເສັ້ນທາງຄົດງໍພາໄປເຖິງບັນດາໝູ່ບ້ານ, ດອກສະກຸຣະສະຫຼັບກັບຕົ້ນດອກຄາຍປ່າບານສະພັງໄວກວ່າ ໄດ້ປົກຄຸມດ້ວຍສີບົວໄປທົ່ວໝູ່ບ້ານ. ໃນຈຸດເວລານີ້ ບັນດາຄອບຄົວເຮັດທ່ອງທ່ຽວຄືຄອບຄົວ ນາງ ຫວ່າງທິເຝິນ ຢູ່ບ້ານ ໂລໂລຈ່າຍ ເຊິ່ງແມ່ນໝູ່ບ້ານຫາກໍ່ໄດ້ຮັບນາມມະຍົດໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ກໍ່ຂ້ອງຄາກັບການຕ້ອນຮັບແຂກ. ນາງ ເຝິນ ເປີດເຜີຍວ່າ:
“ຈຸດເວລານີ້ ກໍ່ມີດອກຄາຍງາມ ແຕ່ຍັງບໍ່ທັນບານໝົດເທື່ອ. ລະດູບານໃໝ່ມີດອກສະກຸຣະບານສະພັງຢ່າງງົດງາມຢູ່ທົ່ວໝູ່ບ້ານ, ແຂກທ່ອງທ່ຽວກໍ່ມາຫຼາຍກວ່າ. ລະດູບານໃໝ່ປີນີ້ເຮົາຮູ້ສຶກມ່ວນຫຼາຍ”.
ດອກຄາຍບານສະພັງ ໄດ້ກາຍເປັນໝູ່ຄວາມງາມຂອງໝູ່ບ້ານເຂດພູສູງໃນແຂວງ ຕວຽນກວາງ ຂະນະທີ່ລະດູບານໃໝ່ໃກ້ຈະວຽນມາ. ນອກຈາກ ສ້າງຄວາມງົດງາມ ຢູ່ເຂດພູສູງ, ດອກຄາຍຍັງຕິດພັນກັບຊີວິດທາງດ້ານຈິດໃຈຂອງພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້. ຮອດຍາມດອກຄາຍບານສະພັງ, ຄວາມເບີກບານມ່ວນຊື່ນຂອງຊາວບ້ານພັດເພີ່ມຂຶ້ນ ແລະ ໃນປີນີ້ຄວາມມ່ວນຊື່ນນີ້ໄດ້ແກ່ຍາວກວ່າ ຍ້ອນດອກຄາຍບານສະພັງໄວກວ່າທຸກໆປີ.