ສະຖານທີ່ທ່ອງທ່ຽວທີ່ດູດດຶ່ມສຳລັບແຂກທ່ອງທ່ຽວມັກຄົ້ນຫາຖ້ຳ

Vinh Phong
Chia sẻ
(VOVWORLD) -ແຂວງກວ໋າງບິ່ງທາງພາກກາງຫວຽດນາມ ເປັນທີ່ຮູ້ຈັກກັນດີ ດ້ວຍດິນແດນຂອງ ບັນດາຖາໍ້ທີ່ໃຫຍ່ໂຕມະໂຫຖານ ໃນນັ້ນມີຖາໍ້ເຊີນດອງ ເຊິ່ງແມ່ນຖາໍ້ທຳມະຊາດ ໃຫຍ່ກວ່າໝູ່ໃນໂລກ. ຍ້ອນມີບັນດາຊັບພະຍາກອນທຳມະຊາດທີ່ເປັນ ເອກະລັກ ສະເພາະນີ້, ແຂວງກວ໋າງບິ່ງ ໄດ້ຍູ້ແຮງການພັດທະນາການທ່ອງທ່ຽວ ເປັນຕົ້ນ ແມ່ນບັນດາລາຍການທ່ອງທ່ຽວຄົ້ນຫາຖາໍ້
ສະຖານທີ່ທ່ອງທ່ຽວທີ່ດູດດຶ່ມສຳລັບແຂກທ່ອງທ່ຽວມັກຄົ້ນຫາຖ້ຳ - ảnh 1ຄົ້ນຫາຖາໍ້ຟອງຍາດ້ວຍການພາຍເຮືອ

    ກວ໋າງບິ່ງ ຖືກຂະໜານນາມວ່າ ແມ່ນລາຊະອານາຈັກຖາໍ້ ດ້ວຍຖາໍ້ນ້ອຍໃຫຍ່ ຫຼາຍກວ່າ 300 ແຫ່ງທີ່ມີຄວາມງາມ ລຶກລັບມະຫັດສະຈັນຄື ຖາໍ້ເຊີນດ່ອງ, ຖ້າຟອງຍາ, ຖາໍ້ທຽນເດື່ອງ, ຕຽນເຊີນ, ຖາໍ້ແທ໊ນ... ໃນນັ້ນ ໂດຍນອນຫ່າງຈາກ ນະຄອນ ດົງເຫີຍ ປະມານ 50 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງເໜືອ ຫ່າງຈາກນະຄອນຫຼວງຮ່າໂນ້ຍ 500 ກິໂລແມັດໄປທາງທິດໃຕ້ ປ່າສະຫງວນ ແຫ່ງຊາດ ຟອງຍາ-ແກ໋ບ່າງ ຢູ່ຕໍ່ໜ້າສາຍພູຫຼວງ ຂຶ້ນກັບເມືອງ ໂບ໊ແຈັກ ແຂວງກວ໋າງບິ່ງ ໄດ້ຮັບການຮັບຮອງ ຈາກ UNESCO ວ່າ ແມ່ນມໍລະດົກ ທຳມະຊາດໂລກ. ນີ້ແມ່ນໜຶ່ງໃນຈຳນວນ ສອງເຂດພູຫີນປູນ ທີ່ກວ້າງໃຫຍ່ ກວ່າໝູ່ໃນໂລກ ດ້ວຍເນື້ອທີ່ 200.000 ກວ່າເຮັກຕາ ລະບົບຖາໍ້ຢູ່ແຫ່ງ ນີ້ໄດ້ເຮັດ ໃຫ້ແຂກທ່ອງທ່ຽວທັງຫຼາຍ  ຮູ້ສຶກ ຄືໄດ້ເຊື່ອມຕົວເຂົ້າກັບຄວາມງາມ ຢູ່ເຂດ ແດນສະຫວັນ. ນາງ ຫງວຽນເຟືອງແທັງ ຢູ່ແຂວງເງະອານ ເຂົ້າຮ່ວມລາຍການ ທ່ອງທ່ຽວຄົ້ນຫາຢູ່ ກວ໋າງບິ່ງ ເປີດເຜີຍວ່າ:

  “ຂ້າພະເຈົ້າໄດ້ເຄີຍເຂົ້າຮ່ວມບັນດາລາຍການໄປຢ້ຽມຊົມຟອງຍາ ເມື່ອກ່ອນນີ້ ແລະ ພາຍຫຼັງທີ່ໄດ້ເຂົ້າຮ່ວມການເດີນທາງເມື່ອບໍ່ດົນມານີ້ ຂ້າພະເຈົ້າຮູ້ສຶກວ່າ ນີ້ແມ່ນການເດີນທາງທີ່ແປກປະຫຼາດເມື່ອທຽບໃສ່ກ່ອນນີ້. ພວກຂ້າພະເຈົ້າ ກໍ່ໄດ້ຄົ້ນຫາທິວທັດທຳມະຊາດຢ່າງສະ ບາຍໃຈ ພ້ອມທັງໄດ້ຢ້ຽມຊົມ ປູຊະນີ ຍະສະຖານຮູບພາບໃໝ່ຢູ່ຟອງຍາ”.

      ນັບແຕ່ຕົ້ນປີ 2022 ສູນທ່ອງທ່ຽວຟອງຍາ - ແກ໋ບ່າງ ໄດ້ຜັນຂະຫຍາຍ ຜະລິດຕະພັນທ່ອງທ່ຽວທີ່ໃໝ່ອ່ຽມ,ນັ້ນແມ່ນຄົ້ນຫາຖາໍ້ຟອງຍາ - ແກ໋ບ່າງດ້ວຍ ການພາຍເຮືອ. ອ້າຍ ຫງວຽນຈຸງແທ່ງ ແຂກທ່ອງທ່ຽວມາຈາກນະຄອນເຫວ້ ເຂົ້າຮ່ວມລາຍການນີ້ ເປີດເຜີຍວ່າ: “ຂ້າພະເຈົ້າກໍ່ໄດ້ໄປຄົ້ນຫາຖາໍ້ຟອງຍາ ແລະ ຖາໍ້ເຊີນດ່ອງ, ຖາໍ້ແອ໊ນ ກໍ່ຫຼາຍເທື່ອແລ້ວ ແຕ່ໃນມໍ່ໆມານີ້ຍັງບໍ່ທັນມີໂອກາດ ໄປຄົ້ນຫາເທື່ອ ຍ້ອນພະຍາດໂຄວິດ - 19. ໃນເທື່ອນີ້ຂ້າພະເຈົ້າກໍ່ໄດ້ພາຄອບຄົວ ໄປຢ້ຽມຊົມ ທັດສະນະສຶກສາຢູ່ຖາໍ້ຟອງຍາ. ຢູ່ນີ້ງາມອີ່ຫຼີ ແລະ ການບໍລິການ ຢູ່ທີ່ນີ້ກໍ່ດີທີ່ສຸດ”.

       ຮອດຕອນແລງ ແຂກທ່ອງທ່ຽວພາຍເຮືອເອງ ບົນແມ່ນາໍ້ໃນຖາໍ້ຍາວກວ່າໝູ່ ໃນໂລກ ເພື່ອຄົ້ນຫາຖາໍ້ຟອງຍາ, ຢ້ຽມຊົມນົມຜາຫີນ, ຄວາມງາມຂອງຖາໍ້ ພ້ອມກັບຮ່ອງຮອຍແກະຄວັດສະຫຼັກຂອງຊາວເຜົ່າຈຳ ຢູ່ຕາມຜາຫີນ, ໄດ້ຄົ້ນຫາ ປ່າດົງດິບ, ຟອງຍາ - ແກ໋ບ່າງແລະຕັ້ງຄ້າຍຢູ່ແຄມຫ້ວຍ. ທ່ານ ຮວ່າງຈຸງແທ່ງ ຮອງຫົວໜ້າພະແນກທຸລະກິດ, ສູນທ່ອງທ່ຽວຟອງຍາ-ແກ໋ບ່າງໃຫ້ຮູ້ວ່າ:   

“ທາງສູນທ່ອງທ່ຽວໄດ້ສ້າງຕັ້ງລາຍການນີ້ແມ່ນເພື່ອຫັນບັນດາການບໍລິການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ ພ້ອມທັງຊ່ວຍແຂກທ່ອງທ່ຽວຄົ້ນຫາຖາໍ້ ໃນຍາມ ຄາໍ່ຄືນ. ເມື່ອກ່ອນນີ້ເມື່ອມາຢ້ຽມຊົມຟອງຍາ ແຂກ ທ່ອງທ່ຽວເຄີຍມີຄວາມ ເປັນຫ່ວງຕໍ່ການພັກເຊົາໃນຄາໍ່ຄືນ ເພາະວ່າບໍ່ມີຫຍັງຫຼິ້ນ. ໃນໂອ ກາດບຸນເຕັດ ປີນີ້ ແຂກທ່ອງທ່ຽວກໍ່ມີຫຼາຍບ່ອນເພື່ອຄົ້ນຫາຕົວຈິງເມື່ອມາຟອງຍາ”.

     ນອກຈາກລະບົບຖາໍ້ຢູ່ສູນທ່ອງທ່ຽວ ຟອງຍາ - ແກ໋ບ່າງ ກໍ່ຍັງມີສະຖານທີ່ ຄົ້ນຫາ ທີ່ລືຊື່ອື່ນໆໃນແຂວງກວ໋າງບິ່ງ ນັ້ນແມ່ນຖາໍ້ເຊີນດ່ອງ. ຖາໍ້ແຫ່ງນີ້ຄົ້ນພົບ ໃນປີ 1990 ແລະ ມາເຖິງປີ 2009 ກຸ່ມນັກຄົ້ນຫາພະຈົນໄພຖາໍ້ ອັງກິດ - ຫວຽດນາມ ໄດ້ເລີ່ມຄົ້ນຫາສຳຫຼວດ ແລະ ວັດແທກ. ຖາໍ້ເຊີນດອງ ໄດ້ຮັບການ ປະກາດວ່າ ແມ່ນຖາໍ້ພູຫີນປູນທຳມະຊາດໃຫຍ່ກວ່າໝູ່ໃນໂລກປີ 2009 ຈາກກຸ່ມ ຄົ້ນຫາຜະຈົນໄພດັ່ງກ່າວ ພ້ອມກັບວາລະສານ ແນເຊີນໂນ ໂກກຣາບຟິກ. ປີ 2013 ຖາໍ້ເຊີນດອງ ຮັບການຮັບຮອງ ແມ່ນຖາໍ້ທຳມະຊາດໃຫຍ່ກວ່າໝູ່ໃນໂລກ ຈາກອົງການສະຖິຕິໂລກກີແນັສ. ວາລະສານທີ່ມີຊື່ສຽງຂອງໂລກ ສະມິດໂຊນຽນ ໄດ້ຕີລາຄາວ່າ ຖາໍ້ເຊີນດອງແມ່ນສະຖານທີ່ທ່ອງທ່ຽວອັນດັບໜຶ່ງ ໃນສະຕະວັດທີ 21 ພິເສດໄດ້ດຶງດູດແຂກທ່ອງທ່ຽວ ມາຄົ້ນຫາພະຈົນໄພ. ຄວາມດູດດຶ່ມ ຂອງລະບົບຖາໍ້ແຫ່ງນີ້ ບໍ່ພຽງແມ່ນຄວາມງາມຂອງທຳມະຊາດເທົ່ານັ້ນ ຫາກຢູ່ໃນ ຄວາມຮູ້ສຶກໄດ້ພິຊິດທຳມະຊາດຂອງບັນດານັກຄົ້ນຫາພະຈົນໄພອີກດ້ວຍ.     ທ່ານ ຫວູດ້າຍທັ໊ງ ເລຂາຄະນະພັກແຂວງກວ໋າງບິ່ງ ໃຫ້ຮູ້ວ່າ:    

        “ແຂວງກວ໋າງບິ່ງໄດ້ຮັບການຕີລາຄາຈາກວາລະສານທ່ອງທ່ຽວໃນໂລກວ່າ ແມ່ນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວ 29 ແຫ່ງທີ່ດູດດຶ່ມກວ່າໝູ່ໃນໂລກ. ແຂວງກວ໋າງບິ່ງກໍ່ນອນຢູ່ໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ ທີ່ສວຍງາມຂອງ ທົ່ວປະເທດໃນຂົງເຂດດຶງດູດໃຈແຂກທ່ອງທ່ຽວ. ນີ້ກໍ່ແມ່ນບັນດາໝາກຜົນດີ ຍ້ອນມີການປົວແປງ ສະພາບແວດລ້ອມ ແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຍົກສູງຄຸນນະພາບຮັບໃຊ້ການທ່ອງທ່ຽວໃນຊຸມປີຜ່ານມາ”.

    ດ້ວຍຄວາມ ມານະພະຍາຍາມສົ່ງເສີມ, ໂຄສະນາການທ່ອງທ່ຽວນັ້ນ ໃນຊຸມປີ ມໍ່ໆມານີ້ ແຂວງກວ໋າງບິ່ງ ໄດ້ຢັ້ງຢືນເຄື່ອງໝາຍທ່ອງທ່ຽວເທື່ອລະກ້າວ ແລະ ມີຊື່ໃນ ແຜນທີ່ ທ່ອງທ່ຽວທຳມະຊາດຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ