ສິນເມິ່ນ ໃນແຂວງ ຮ່າຢາງ - ຄວາມງາມຂອງດິນແດນ ຕອນເໜືອສຸດຂອງປະເທດຊາດ

Ngoc Anh
Chia sẻ
(VOVWORLD) -ສິນເມິ່ນ ແມ່ນເມືອງນອນຢູ່ທາງກ້ຳຕາເວັນຕົກສຽງເໜືອຂອງແຂວງ ຮ່າຢາງ. ຍ້ອນມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍສີ ວັດທະນະທຳທີ່ເປັນເອກະລັກ ທິວທັດທຳມະຊາດສວຍສົດງົດງາມ ແລະ ມີບັນດາສະຖານທີ່ປະຫວັດສາດ ດັ່ງນັ້ນ ສິນເມິ່ນ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ.
ສິນເມິ່ນ ໃນແຂວງ ຮ່າຢາງ - ຄວາມງາມຂອງດິນແດນ ຕອນເໜືອສຸດຂອງປະເທດຊາດ - ảnh 1ເຂດພູພຽງ ຊວຍເທົ່າ ແມ່ນເຂດພູພຽງງົດງາມທີ່ສຸດຢູ່ ຫວຽດນາມ
 
 

ເມືອງ ສິນເມິ່ນ ມີເນື້ອທີ່ເກືອບ 60.000 ເຮັກຕາ ມີປະຊາກອນປະມານ 71. 000 ຄົນ ໃນນັ້ນມີ 16 ເຜົ່າ. ສິນເມິ່ນມີຊາຍແດນລວມຄວາມຍາວກວ່າ 30 ກິໂລແມດ ຕິດກັບຈີນ ມີດ່ານຊາຍແດນລະດັບຊາດ ສິນເມິ່ນ. ທາງທ້ອງຖິ່ນ ມານະພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບດ້ານທ່ອງທ່ຽວ, ເຊື່ອມຕໍ່ລາຍການທ່ອງທ່ຽວ ແລະ ໂຄສະນາການທ່ອງທ່ຽວ ເພື່ອດຶງດູດແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ສາກົນ. ທ່ານ ຟ້າມຢຸຍຮ່ຽນ ຮອງເລຂາພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງ ສິນເມິ່ນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ສ້າງແຕ່ລະເຂດແຄວ້ນໃຫ້ມີຜະລິດຕະພັນທ່ອງທ່ຽວພິເສດສະເພາະ. ເຮັດແນວໃດເພື່ອຂຸດຄົ້ນຄວາມງາມທາງດ້ານວັດທະນະທຳ ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ ພິເສດແມ່ນບັນດາງານບຸນຂອງເຜົ່ານຸ່ງ, ເຜົ່າມົ້ງ, ຖືເອົາກະສິກຳເປັນຂົງເຂດດຶງດູດແຂກທ່ອງທ່ຽວ. ພວກຂ້າພະເຈົ້າໄດ້ສ້າງຕ່ອງໂສ້ຮ່ວມສຳພັນ ເປັນບັນດາເຂດຜະລິດກະສິກຳລວມສູນ ເພື່ອໃຫ້ປະຊາຊົນທັງຜະລິດ ແລະ ທັງສ້າງຜະລິດຕະພັນທ່ອງທ່ຽວຮັບໃຊ້ແຂກ. ປັດຈຸບັນທາງເມືອງໄດ້ໃຫ້ບຸລິມາສິດແຖວໜ້າແກ່ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ພ້ອມກັນນັ້ນແມ່ນສ້າງບັນດາໝູ່ບ້ານວັດທະນະທຳທ່ອງທ່ຽວ, ເຊື່ອມຕໍ່ລະຫວ່າງແຂວງ ຮ່າຢາງ ກັບ ຈີນ ແລະ ບັນດາຕະຫຼາດຢູ່ພາຍໃນປະເທດ.”

 ສິນເມິ່ນ ມີສະຖານທີ່ທ່ອງທ່ຽວລະດັບຊາດ 4 ແຫ່ງ ຄື ຫາດດ່ອນບູຮານ ເໜິນເຢິ່ນ, ນ້ຳຕົກຕາດເທວະດາ, ກິ່ວຢໍ໊, ນ້ຳຕົກຕາດລ່ວງ ແລະ ນ້ຳຕົກຕາດຈັນ. ພິເສດກວ່າໝູ່ ເຂດພູພຽງ ຊວຍເທົ່າ ຢູ່ເທດສະບານ ກົກປາຍ ເມືອງ ສິນເມິ່ນ ມີລວງສູງ 1.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ມີເນື້ອທີ່ກວ້າງນັບຮ້ອຍ ເຮັກຕາ. ເຂດພູພຽງ ຊວຍເທົ່າ ແມ່ນໜຶ່ງໃນບັນດາເຂດພູພຽງງົດງາມທີ່ສຸດຢູ່ ຫວຽດນາມ. ຢູ່ແຄມຫ້ວຍນ້ຳຫຼີ ທີ່ສວຍງາມກໍ່ແມ່ນເຂດທ່ອງທ່ຽວ ຫ້ວຍນ້ຳແຮ່ທາດ ນ້ຳຈອງ ຕາແສງ ກວ໋າງງວຽນ… ນາງ ເຈິ່ນທິແທັງເຮືອງ ແຂກທ່ອງທ່ຽວາມາຈາກ ຮ່າໂນ້ຍ ເວົ້າວ່າ:

  “ມານີ້ຂ້າພະເຈົ້າເພິ່ງພໍໃຈ  ແລະ ຊົມຊອບທີ່ສຸດ ເພາະວ່າຢູ່ແຫ່ງນີ້ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ ທິວທັດທຳມະຊາດງົດງາມດັ່ງໃນຝັນ. ດອກໄມ້ບານສະພັ່ງຢູ່ທົ່ວທຸກແຫ່ງ.”

 ສິນເມິ່ນ ຍັງແມ່ນທີ່ຮູ້ຈັກກັນດີ ຍ້ອນແມ່ນສະຖານທີ່ໃຫ້ແຂກທ່ອງທ່ຽວມາຢ້ຽມຊົມດອກບັກຫວີດ ທີ່ງົດງາມທີ່ສຸດໃນແຂວງ ຮ່າຢາງ.  ພ້ອມກັນນັ້ນກໍ່ມີບັນດາໝູ່ບ້ານວັດທະນະທຳທ່ອງທ່ຽວທີ່ພົ້ນເດັ່ນຄື ນ່າຣ່າງ, ກວ໋າງຮະ… ໄດ້ ແລະ ພວມເປີດໂອກາດສ້າງບັນດາລາຍການທ່ອງທ່ຽວຕາມທິດທ່ອງທ່ຽວຊຸມຊົນ ແລະ ທ່ອງທ່ຽວຄົ້ນຫາ. ເທດສະບານ ກົກປາຍ ແມ່ນບ່ອນປະສົມບັນດາຄວາມງາມທາງດ້ານວັດທະນະທຳພື້ນເມືອງຂອງເມືອງ ສິນເມິ່ນ. ແຂກທ່ອງທ່ຽວມານີ້ ຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳໃນຕະຫຼາດຄ່ຳຄືນ ກົກປ່າຍ ຫາກຫຼາຍສີສັນ, ໄດ້ຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ທ່ານ ຫງວຽນແອັງຕ໊ວນ ປະທານຄະນະກຳມະການປະຊາຊົນເທດສະບານ ກົກປ່າຍ ໃຫ້ຮູ້ວ່າ:

“ປັດຈຸບັນຈຳນວນແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ທີ່ນີ້ແມ່ນຫຼາຍທີ່ສຸດ, ກົກປາຍ ໄດ້ເປັນເຈົ້າການໃຫ້ພໍ່ແມ່ປະຊາຊົນຈັດຕັ້ງບັນດາການເຄື່ອນໄຫວຄື ປູກດອກໄມ້, ການບໍ່ລິການຮັບໃຊ້ແຂກທ່ອງທ່ຽວ…”.

ປັດຈຸບັນເມືອງ ສິນເມິ່ນ ມີຮາກຖານເຮັດທຸລະກິດທ່ອງທ່ຽວກວ່າ 30 ແຫ່ງ ໃນນັ້ນມີໂຮງແຮມ 2 ແຫ່ງ ເຮືອນພັກ 8 ແຫ່ງ ສ່ວນທີ່ຍັງເຫຼືອແມ່ນບັນດາໂຮມສະເຕ… ທ່ານ ຮວ່າງດຶກໂທ໋ ເຈົ້າຂອງຄອບຄົວເຮັດທຸລະກິດໂຮມສະເຕ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ຄອບຄົວຂອງຂ້າພະເຈົ້າເຮັດກະສິກຳ, ຂະນະທີ່ລັດເອົາໃຈໃສ່ອຳນວຍຄວາມສະດວກໃຫ້ເຮັດທ່ອງທ່ຽວຊຸມຊົນ, ຂ້າພະເຈົ້າຈຶ່ງເປີດໂຮມສະເຕ ຮັບໃຊ້ແຂກທ່ອງທ່ຽວ ດັ່ງນັ້ນກໍ່ມີລາຍໄດ້ດີທີ່ສຸດ”.

ສິນເມິ່ນ ປຽບເໝືອນຮູບພາບຫຼາກຫຼາຍສີສັນຂອງທຳມະຊາດ, ວັດທະນະທຳປະຫວັດສາດ ແລະ ມູນເຊື້ອປະຕິວັດ. ດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ທິວທັດທຳມະຊາດສວຍສົດງົດງາມວັດທະນະທຳມີຄວາມເປັນເອກະລັກສະເພາະ ດັ່ງນັ້ນ ສິນເມິ່ນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈຂອງແຂກທ່ອງທ່ຽວທັງຫຼາຍ

ຕອບກັບ