ປະຊາຊົນຂື້ຂາຍປາຢູ່ຕະຫຼາດ |
ເຮົ້າຢາງ ແມ່ນດິນແດນພື້ນທີ່ຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນນັ້ນ ຝຸ້ງຮຽບ ແມ່ນແຫ່ງທີ່ມີພື້ນທີ່ຕ່ຳກວ່າໝູ່ ເຊິ່ງໄດ້ຮັບຖືວ່າ ແມ່ນອູ່ປາຢູ່ເຂດນີ້. ໃນຍາມນ້ຳຖ້ວມກ່ອນນີ້ກວ່າສອງເດືອນ ແລະ ປັດຈຸບັນບັນດາທົ່ງໄຮ່ທົ່ງນາຢູ່ ຝຸ້ງຮຽບ ກໍ່ເຕັມໄປດ້ວຍນ້ຳ. ແລະ ໃນຍາມນ້ຳຖ້ວມກໍ່ແມ່ນຊ່ວງເວລາທີ່ຊຸມຊົນຢູ່ແຫ່ງນີ້ ກໍ່ໄດ້ພາກັນໄປຫາສິນໃນນ້ຳຊະນິດຕ່າງໆ ເພື່ອນຳມາຂາຍຢູ່ຕະຫຼາດປາ ຮວ່າໝີ ໃນເວລາປະມານ 12 ໂມງກາງຄືນ ຂະນະທີ່ທົ່ວເຂດບ້ານນາ ງຽບສະງັດ, ທຸກໆຄົນຍັງນອນຫຼັບຢູ່ນັ້ນ, ແຕ່ຕະຫຼາດກໍ່ໄດ້ເລີ່ມເຄື່ອນໄຫວ ດ້ວຍການປາກົດຕົວຂອງພວກພໍ່ຄ້າແມ່ຄ້າຢູ່ແຄມຝັ່ງ ແລະ ເຮືອຫຼາຍລຳຂອງປະຊາຊົນໃນເຂດຈາກແມ່ນ້ຳລຳເຊ ໄດ້ນຳສິນໃນນ້ຳທີ່ຫາໄດ້ມາຂາຍ. ສະເລ່ຍ ຕະຫຼາດກໍ່ມີພໍ່ຄ້າຊາວຂາຍປະມານ 15 – 20 ຄົນ, ມີບາງມື້ກໍ່ຂຶ້ນເຖິງ 30 – 40 ຄົນ. ອ້າຍ ດັ້ງວັນຢາງ ຢູ່ຕາແສງ ຮວ່າອານ ເມືອງ ຝຸ່ງຮຽບ ແຂວງ ເຮົ້າຢາງ ໃຫ້ຮູ້ວ່າ:
“ປີນີ້ນ້ຳຂຶ້ນສູງກວ່າທຸກໆປີ. ແຕ່ລະຄ່ຳຄືນກໍ່ຫາໄດ້ປາຫຼາຍຊະນິດຄື ປານິນ, ປາຄໍ່ໂຫຼໂຕໃຫຍ່ປະມານ 3 – 4 ໂລ ບາງຄ່ຳຄືນກໍ່ໄດ້ໂຕໃຫຍ່ກວ່າອີກປະມານ 6 - 7 ໂລ. ຂ້າພະເຈົ້າຂາຍໄດ້ເງິນ 8 ແສນກວ່າດົ່ງ”.
ໃນບໍລິເວນທີ່ມີລວງຍາວປະມານ 300 ແມັດ, ເບື້ອງໜຶ່ງແມ່ນທາງຄົມມະນາຄົມ, ເບື້ອໜຶ່ງແມ່ນແມ່ນ້ຳ ບໍ່ມີຮ້ານຄ້າ ບໍ່ມີໄຟເຍືອງທາງ ພວກພໍ່ຄ້າແມ່ຄ້າກໍ່ເລືອກເອົາບ່ອນໜຶ່ງ ເພື່ອວາງຕັ່ງນ້ອຍນັ່ງຂາຍໃຫ້ຜູ້ມາຊື້ຜ່ານແສງສະຫວ່າງບໍ່ຄ່ອຍຮຸ່ງຈາກໄຟສາຍ. ຢູ່ທີ່ນີ້ກໍ່ມີສິນໃນນ້ຳທຸກຊະນິດຄື ປາດຸກ, ປາຄໍ່ໂຫຼ, ປານິນ, ອ່ຽນ, ກຸ້ງ… ພ້ອມກັບຜັກຊະນິດຕ່າງໆຍາມນ້ຳຖ້ວມ ພວກພໍ່ຄ້າແມ່ຄ້າມາຊອກຊື້ຫຼາຍກວ່າໝູ່. ເມື່ອໄດ້ຕໍ່ລາຄາ ແລະ ຊື້ເອົາແລ້ວ, ພວກພໍ່ຄ້າແມ່ຄ້າກໍ່ໄດ້ຂົນສົ່ງດ້ວຍລົດຈັກໄປຂາຍຢູ່ຕະຫຼາດ ເກິ່ນເທີ ຫວິງລອງ ແລະ ຊັອກຈັງ. ນາງ ເລທິລວານ ແມ່ຄ້າຢູ່ຕະຫຼາດໃຫ້ຮູ້ວ່າ:
“ເວລາ 12 ໂມງກາງຄືນຂ້າພະເຈົ້າກໍ່ໄດ້ຕື່ນນອນ ແລະ ອອກໄປຕະຫຼາດຊື້ເຄື່ອງ. ໃຜຂາຍຫຍັງຂ້າພະເຈົ້າກໍ່ຊື້ໝົດຄື ປາຄໍ່ໂຫຼ, ກົບ. ກຸ້ງ. ປັດຈຸບັນແມ່ນຍາມນ້ຳຖ້ວມ ດັ່ງນັ້ນລາຄາກໍ່ຖືກກວ່າ. ຮອດ 3 ໂມງເຊົ້າຂ້າພະເຈົ້າກໍ່ໄປຍັງຕະຫຼາດເກິ່ນເທີ ເພື່ອໄປຂາຍຕໍ່ຮອດເວລາໃດຂາຍໝົດກໍ່ກັບເມືອ”.
ແຕ່ລະຄ່ຳຄືນ ພວກພໍ່ຄ້າແມ່ຄ້າກໍ່ມາເກັບຊື້ສິນໃນນ້ຳແຕ່ 3 ຫາ 4 ໂຕນ, ຍາມມີຫຼາຍກວ່າກໍ່ຂຶ້ນເຖິງ 6 – 7 ໂຕນ. ນາງ ເລິມທິຈ໊ຽນ ຢູ່ບ້ານ 5 ຕາແສງ ຮວ່າໝີເປັນຜູ້ມາເກັບຊື້ປາຢູ່ຕະຫຼາດແຫ່ງນີ້ເປັນເວລາເກືອບ 30 ປີແລ້ວ ໃຫ້ຮູ້ວ່າ:
“ໃນຊ່ວງເວລານີ້ ປາກໍ່ມີໜ້ອຍ, ຂ້າພະເຈົ້າເກັບຊື້ປາຄໍ່ໂຫຼ, ປາດຸກ, ອ່ຽນ ໄດ້ປະມານ 50 – 60 ໂລເທົ່ານັ້ນ ດ້ວຍລາຄາເກັບຊື້ປະມານ 110.000 ດົ່ງຕໍ່ໂລແຕ່ຊ່ວງເວລານີ້ພຽງແຕ່ 100.000 ດົ່ງເທົ່ານັ້ນ”.
ພາຍຫຼັງທີ່ໄດ້ຂາຍສິນໃນນ້ຳທີ່ຫາໄດ້ໃຫ້ແກ່ພວກພໍ່ຄ້າແມ່ຄ້າ, ຊາວກະສິກອນໃນເຂດກໍ່ໄດ້ພາກັນມາເຕົ້າໂຮມຢູ່ຕາມຮ້ານອາຫານ, ຮ້ານຂາຍກາເຟຢູ່ແຄມແມ່ນ້ຳ, ເຂົາເຈົ້າກໍ່ໄດ້ລົມກັນເວົ້ານົວຫົວມ່ວນກ່ຽວກັບເລື່ອງຫາປາ ຕຶກປາ… ຕໍ່ຈາກນັ້ນເຂົາເຈົ້າກໍ່ໄດ້ລົງເຮືອເພື່ອສືບຕໍ່ໄປຫາປາເຊິ່ງເປັນການຫາລາຍໄດ້ປົວແປງຊີວິດການເປັນຢູ່ແກ່ເຂົາເຈົ້າໃຫ້ນັບມື້ນັບດີຂຶ້ນ.