ສວນສາທາລະນະທໍລະນີທົ່ວໂລກ Unesco ເຂດພູພຽງຫີນດົ່ງວັນ - ຢັ້ງຢືນເຄື່ອງໝາຍທ່ອງທ່ຽວແຂວງຮ່າຢາງ

Vinh Phong
Chia sẻ
(VOVWORLD) -ທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ ແລະ ຊີວະນາໆພັນພ້ອມກັບວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າ, ມູນເຊື້ອວັດທະນະທຳທີ່ມີມາແຕ່ດົນນານຂອງຊາວທ້ອງແລະບັນດາສິນພິເສດຂອງທ້ອງຖິ່ນກໍ່ລ້ວນແຕ່ປາກົດມີຢູ່ເຂດພູພຽງຫີນດົ່ງວັນທີ່ແຂວງຮ່າຢາງ. ໂດຍໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີຂອງ Unesco ຄັ້ງທຳອິດຂອງຫຽດນາມ ເມື່ອປີ 2010 ແລະ ມາຮອດປັດຈຸບັນເຂດພູພຽງຫີນດົ່ງວັນ ໄດ້ຮັບການຮັບຮອງຜ່ານສາມຄັ້ງແມ່ນສະມາຊິກຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ Unesco
ສວນສາທາລະນະທໍລະນີທົ່ວໂລກ Unesco ເຂດພູພຽງຫີນດົ່ງວັນ - ຢັ້ງຢືນເຄື່ອງໝາຍທ່ອງທ່ຽວແຂວງຮ່າຢາງ - ảnh 1ນາງ ເມກດາລາ ນູນູ ແຂກທ່ອງທ່ຽວລາວມີຄວາມປະທັບໃຈຕໍ່ທິວທັດທຳມະຊາດຢູ່ແຂວງຮ່າຢາງ

     ໂດຍນອນຢູ່ຄວາມສູງສະເລ່ຍແຕ່ 1.000 – 1.600 ແມັດເມື່ອທຽບໃສ່ໜ້ານ້ຳທະເລ,ເຂດພູພຽງຫີນດົ່ງວັນນອນໃນບໍລິເວນສີ່ເມືອງຄື ກ໋ວນບະ, ອຽນມິງ, ດົ່ງວັນ, ແມ່ວຫວາກ ເຊິ່ງປະກອບດ້ວຍບັນດາຄຸນຄ່າທາງທໍລະນີ, ວັດທະນະທຳ, ປະຫວັດສາດແລະຊີວະນາໆພັນ. ວັນທີ 3 ຕຸລາປີ 2021 ເຂດພູພຽງນີ້ໄດ້ກາຍເປັນເຂດສວນສາທາລະນະທໍລະນີ Unesco ເທື່ອທຳອິດຂອງຫວຽດນາມ, ປີ 2014 ແລະ 2019 Unescoໄດ້ຮັບຮອງຄືນ ແມ່ນສະມາຊິກຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກຂອງ Unesco ໄລຍະ 2015 - 2018 ແລະ 2019 - 2020. ຕົ້ນເດືອນກັນຍາທີ່ຜ່ານມາ ເປັນຄັ້ງທີສາມທີ່ Unesco ສືບຕໍ່ຮັບຮອງເປັນນາມມະຍົດເປັນສະມາຊິກເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ Unesco ເຂດພູພຽງຫີນດົ່ງວັນ. ກ່າວຄຳເຫັນທີ່ພິທີຕ້ອນຮັບນາມມະຍົດດັ່ງກ່າວເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 28 ຕຸລາຢູ່ເມືອງດົ່ງວັນ, ທ່ານປະທານຄະນະກຳມະການປະຊາຊົນແຂວງຫງວຽນວັນເຊີນ ເນັ້ນໜັກວ່າ:

       “ຈາກເຂດພູພຽງຫີນທີ່ປະສົບກັບຄວາມຫຍຸ້ງຍາກແລະບໍ່ເທົ່າຄົນທີ່ຈະຮູ້ຈັກ, ເຂດພູພຽງຫີນດົ່ງວັນ ໄດ້ເລີ່ມຂະຫຍາຍຕົວກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ບັນດາສະຖານທີ່ມໍລະດົກ, ຄຸນຄ່າວັດທະນະທຳໄດ້ຖືກສ້າງຂຶ້ນແລະກາຍເປັນບັນດາຜະລິດຕະພັນທ່ອງທ່ຽວຫຼາກຫຼາຍສີສັເປັນເອກະລັກ. ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ແຂວງຮ່າຢາງຈາກ  2.000 ເທື່ອຄົນໃນປີ 2010 ໄດ້ເພີ່ມຂຶ້ນເປັນ 2,2 ລ້ານເທື່ອຄົນໃນປີກາຍນີ້ ແລະຄາດວ່າໃນປີນີ້ຈະບັນລຸຫຼາຍກວ່າ 3.000.000 ເທື່ອຄົນ ເຊິ່ງເປັນການຍົກສູງລາຍຮັບຫຼຸດຜ່ອນຄວາມທຸກຍາກແລະເຮັດເຂດພູພຽງຫີນດົ່ງວັນມີການປ່ຽນແປງຢ່າງເຫັນໄດ້ຊັກ”.

        ສວນສາທາລະນະທໍລະນີທົ່ວໂລກ Unensco ເຂດພູພຽງຫີນດົ່ງວັນໄດ້ ແລະພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມປະກອບສ່ວນນຳແຂວງຮ່າຢາງ ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ 25 ໃນຈຳນວນສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດຈຳນວນ 52 ແຫ່ງໃນໂລກໂດຍວາລະສານນິວຢອກທາມຂອງອາເມລິກາເລືອກເຟັ້ນ. ສວນສາທາລະນະທໍລະນີທົ່ວໂລກ Unensco ເຂດພູພຽງຫີນດົ່ງວັນຸຍັງໄດ້ຮັບນາມມະຍົດສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າອາຊີລາງວັນທ່ອງທ່ຽວໂລກຄັ້ງທີ 30 ພາກພື້ນອາຊີແລະທະວີບໂອເຊອານີໂດຍ World Travel Awards (WTA)  ມອບໃຫ້ເມື່ອທ້າຍເດືອນກັນຍາທີ່ຜ່ານມາ. ນາງ ເມກດາລາ ນູນູ ແຂກທ່ອງທ່ຽວລາວແບ່ງປັນວ່າ:

       “ຂ້າພະເຈົ້າຢູ່ ຫວຽດນາມ 6 ປີແລ້ວແຕ່ມາຮອດປັດຈຸບັນຈຶ່ງມີໂອກາດມາທ່ຽວຢູ່ ແຂວງຮ່າຢາງແລະໄດ້ມາທ່ຽວຊົມຢູ່ເຂດພູພຽງຫີນດົ່ງວັນ. ມາແຫ່ງນີ້ຂ້າພະເຈົ້າຮູ້ສຶກວ່າ ທິວທັດທຳມະຊາດສວຍສົດງົດງງາມພູຜາປ່າໄມ້ໃຫຍ່ໂຕມະໂຫຖານ ແລະອາກາດປອດປົ່ງປະຊາຊົນຢູ່ແຫ່ງນີ້ມີຈິດໃຈຮັກແພງແຂກແລະຂ້າພະເຈົ້າກໍ່ໄດ້ຮັບປະທານອາຫານຫຼາຍເຍື່ອງທີ່ແຊບນົວທີ່ສຸດ”.

      ເກືອບ 14 ປີທີ່ຜ່ານມາແຂວງຮ່າຢາງໄດ້ມານະພະຍາຍາມປົກປັກຮັກສາແລະພັດທະນາສວນສາທາລະນະທໍລະນີຕາມທິດຍືນຍົງຜັນຂະຫຍາຍວຽກງານອະນຸລັກປະຕິສັງຂອນແລະເສີມຂະຫຍາຍບັນດາຄຸນຄ່າຂອງເຂດພູພຽງຫີນດົ່ງວັນຢ່າງມີປະສິດທິຜົນ. ນາງຈ້ຽວທິຕິ່ງ ຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງຮ່າຢາງໃຫ້ຮູ້ວ່າ:

      “ຜ່ານການຮັບຮອງຄືນສາມຄັ້ງ, ແຂວງຮ່າຢາງໄດ້ຖອດຖອນຫຼາຍບົດຮຽນໃນວຽກງານສ້າງຜະລິດຕະພັນທ່ອງທ່ຽວຢູ່ເຂດສວນສາທາລະນະທໍລະນີ. ພວກຂ້າພະເຈົ້າໄດ້ ແລະພວມກຽມພ້ອມບັນດາເງື່ອນໄຂໃຫ້ແທດເໝາະແກ່ການຮ່ວມມືພັດທະນາຢູ່ພາຍໃນປະເທດແລະຢູ່ຕ່າງປະເທດ”.

     ສ່ວນທ່ານຮອງລັດຖະມົນກະຊວງວັດທະນະທຳກິລາແລະທ່ອງທ່ຽວ ຮວ່າງດ້າວເກືອງຖືວ່າ:

       “ແຂວງຮ່າຢາງຄວນເອົາໃຈໃສ່ຫຼາຍກວ່າອີກເຖິງການພັດທະນາການທ່ອງທ່ຽວໂດຍອີງໃສ່ຄວາມຫຼາກຫຼາຍສີສັນອຸດົມສົມບູນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າແຂວງຮ່າຢາງ.  ສືບຕໍ່ອະນຸລັກເສີມຂະຫຍາຍບັນດາຄຸນຄ່າມໍລະດົກທໍລະນີ, ມໍລະດົກວັດທະນະທຳແລະທັດຊະນີຍະພາບທຳມະຊາດຢູ່ເຂດພູພຽງຫີນດົ່ງວັນແລະຄວນມີກົນໄກບະໂຍບາຍຮຽກຮ້ອງດຶງດູດການລົງທຶນທີ່ເໝາະສົມ”.

      ເປັນຄັ້ງທີສາມທີ່ໄດ້ຮັບນາມມະຍົດສະມາຊິກເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ ເຊິ່ງເປັນກຳລັງໜູນເພື່ອໃຫ້ ເຂດພູພຽງຫີນດົ່ງວັນ ຍູ້ແຮງການພັດທະນະເສດທະກິດທ່ອງທ່ຽວ ມານະພະຍາມອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກທັດສະນີຍະພາບ ເພື່ອນຳເຂດທ່ອງທ່ຽວແຫ່ງນີ້ນັບມື້ນັບດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ. 

ຕອບກັບ